ຊາວບ້ານ ຢູ່ເມືອງສຸຂຸມາ ຕິດພະຍາດໄຂ້ເລືອດດຳຈາກ ງົວ-ຄວາຍ
2024.03.07

ວັນທີ 02 ມີນາ 2024 ຜ່ານມາ ຊາວບ້ານ 3 ຄົນ ຢູ່ບ້ານອຸທຸມພອນ ເມືອງສຸຂະມາ ແຂວງຈຳປາສັກ ຕິດເຊື້ອພະຍາດໄຂ້ເລືອດດຳ ຈາກການກິນຊີ້ນງົວຕາຍ ບໍ່ຮູ້ສາເຫດ. ຄົນນຶ່ງມີ ອາການສາຫັດ ຕອນນີ້ຢູ່ໃນຫ້ອງສຸກເສີນປິ່ນປົວ ຢູ່ໂຮງໝໍແຂວງຈຳປາສັກ ສ່ວນທີ່ເຫຼືອ ແພດໝໍປິ່ນປົວປອດໄພດີແລ້ວ.
ພາຍຫຼັງທີ່ທາງການເມືອງສຸຂຸມາ ຮັບຊາບເຣື່ອງດັ່ງກ່າວ ໃນວັນທີ 04 ມີນາ 2024 ຫ້ອງການກະສິກຳ ແລະ ປ່າໄມ້ເມືອງສຸຂະມາ ໄດ້ແຈ້ງການສະບັບເລກທີ 84/ຫກປມ ເພື່ອຄວບຄຸມ ແລະສະກັດກັ້ນບໍ່ໃຫ້ເຊື້ອພະຍາດ ແຜ່ຣະບາດໄປເຂດອື່ນ. ເພາະເຊື້ອດັ່ງກ່າວ ສາມາດຕິດຕໍ່ສູ່ຄົນໄດ້ ໂດຍໄດ້ຫ້າມຊື້-ຂາຍສັດ ຫ້າມເຄື່ອນຍ້າຍສັດເຂົ້າ-ອອກ ຫ້າມໂຮງຂ້າສັດນໍາງົວ-ຄວາຍມາຂ້າ, ຫ້າມຄົວສັດທີ່ຕາຍ ໂດຍບໍ່ຮູ້ສາເຫດແລະໃຫ້ເຈົ້າຂອງສັດຕິດຕາມ ອາການຂອງສັດລ້ຽງ, ງົວ, ຄວາຍ ຖ້າຜິດປົກກະຕິໃຫ້ປິ່ນປົວ ແລະລາຍງານຂັ້ນບ້ານຮັບຊາບຢ່າງຮີບດ່ວນ.
ເບື້ອງຕົ້ນທາງແຂວງຈໍາປາສັກ ຮັບຮູ້ເຣື່ອງດັ່ງກ່າວນີ້ແລ້ວ ປັດຈຸບັນກໍໄດ້ນໍາໂຕຢ່າງເລືອດ ຂອງສັດລ້ຽງຂຶ້ນໄປກວດ ຢູ່ກົມລ້ຽງສັດ ແລະກົມປະມົງ ຂັ້ນສູນກາງ ເພື່ອຢັ້ງຢືນວ່າແມ່ນເຊື້ອດັ່ງກ່າວ ຫຼືບໍ່.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນແຂວງຈຳປາສັກ ຜູ້ຂໍສະຫງວນຊື່ ແລະຕຳແໜ່ງ ທ່ານກ່າວຕໍ່ວິທະຍຸເອເຊັຍເສຣີ ໃນວັນທີ 07 ມີນານີ້ວ່າ:
“ໂຕມັນຕິດຕໍ່ໃສ່ຄົນ. ແມ່ນຢູ່ບ້ານດຽວເມືອງສຸຂຸມາ ມີອາການຮຸນແຮງ ຜູ້ດຽວເນາະ. ນີ້ອາການສາຫັດ ຢູໂຮງໝໍແຂວງ ກາຍນັ້ນກໍຖືວ່າ ສາທາ ເພິ່ນລົງໄປປິ່ນປົວ ຊ່ອຍເຫຼືອ ຖືວ່າປອດໄພໝົດແລ້ວ. ສັດຕາຍມັນຄ້າຍຄືກັບໄຂ້ເລືອດດຳຫັ້ນນ່າ ເມືອງເພິ່ນກາເຝົ້າລະວັງ ບໍ່ໃຫ້ມີການເຄື່ອນຍ້າຍສັດ ໃນເຂດຣະບາດໄປສູ່ເຂດອື່ນ. ຖ້າວ່າເຮົາກິນດິບ ມັນກາຮ້າຍແຮງເດ້. ກຳລັງເກັບເອົາໂຕຢ່າງ ສົ່ງຂຶ້ນເມືອກົມລ້ຽງສັດ ແລະການປະມົງພຸ້ນ.”
ເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ ອີກເມືອງນຶ່ງ ໃນແຂວງຈໍາປາສັກ ໄດ້ເຫັນຂ່າວຂອງທາງເມືອງສຸຂຸມາແຈ້ງການແລ້ວ ເຊິ່ງຍັງເກີດຢູ່ເມືອງດຽວ ແລະທາງເມືອງສຸຂຸມາ ກໍຫ້າມປະຊາຊົນຂ້າງົວ-ຄວາຍ ຫ້າມຄົວກິນ ຫ້າມເຄື່ອນຍ້າຍ ເຊິ່ງກໍຍັງບໍ່ຮູ້ວ່າ ພະຍາດດັ່ງກ່າວ ມາຈາກໃສ.
ດັ່ງທ່ານໄດ້ກ່າວວ່າ:
“ພະຍາດໄຂ້ເລືອດດຳເຫັນຢູ່. ເພິ່ນແຈ້ງບໍ່ໃຫ້ຂ້າບໍ່ໃຫ້ຄົວບໍ່ໃຫ້ເຄື່ອນຍ້າຍ ເກີດແມ່ນໃຫ້ຣາຍງານຮີບດ່ວນ ເພື່ອຫາວິທີປ້ອງກັນ, ກໍາຈັດ. ສຸຂຸມາມັນກໍຊາຍແດນຕິດກັບຈຳປາສັກເດ້. ບໍ່ຮູ້ວ່າມັນມາໄດ້ຈັ່ງໃດ ພະຍາດໂຕນີ້.”
ຊາວບ້ານ ໃນເມືອງສຸຂຸມາ ກໍຮັບຮູ້ແຈ້ງການຂອງທາງເມືອງແລ້ວ ກ່າວວ່າ ຊາວບ້ານທີ່ຕິດເຊື້ອພະຍາດໄຂ້ເລືອດດຳນີ້ ເປັນຊາວບ້ານ ບ້ານອຸທຸມພອນ 3 ຄົນ ເຊິ່ງ 1 ຄົນ ເປັນໜັກ ຍ້ອນໄປເອົາຄົວງົວຕາຍກິນ ເພາະເສັຍດາຍ. ເຊິ່ງລັກສະນະອາການຄື ມື, ແຂນ ເປື່ອຍ, ແຕ່ຊາວບ້ານກໍຍັງບໍ່ແຕກຕື່ນ ເພາະບໍ່ຮູ້ແມ່ນສາເຫດໃດ້ແທ້.
“ຜູ້ເຂົາຕິດນີ້ເພາະວ່າມັນມີງົວຕາຍ ແລ້ວເຂົາປາດມາກິນຫັ້ນນ່າ ເອົາມາເຮັດກິນແບບວ່າເສັຍດາຍ ເຂົາເປັນຄົນບ້ານອຸທຸມພອນ ແຕ່ວ່າຂຶ້ນກັບເມືອງສຸຂຸມາ ກາເປື່ອຍຕາມມື ຕາມຂາ ນີ້ແຫຼະ. ກາບໍ່ແຕກຕື່ນກາຈັກແມ່ນສາເຫດອັນໃດ ເຮົາບໍ່ທັນຊັດເຈັນວ່າຊັນສະ.”
ຊາວບ້ານສຸຂຸມາ ອີກທ່ານນຶ່ງກ່າວວ່າ ກໍຮັບຮູ້ຂ່າວນີ້ແລ້ວ ເຊັ່ນກັນກໍບໍ່ໄດ້ຢ້ານ ແລະທາງການກໍແຈ້ງການມາແລ້ວ ບໍ່ຢາກໃຫ້ຊາວບ້ານຂ້າ ງົວ-ຄວາຍ ຫຼືກິນເພາະວ່າມີ 3 ຄົນຕິດເຊື້ອ ແລ້ວຄົນນຶ່ງກໍອາການສາຫັດອາການເບື້ອງຕົ້ນ ກໍມີຕຸ່ມເກີດຂຶ້ນເປັນໂພງໜອງ.
“ຮູ້ແລ້ວຮູ້ແລ້ວເຂົາກໍແຈ້ງການ ແຕ່ລະບ້ານເຂົາບໍ່ຢາກໃຫ້ບໍຣິໂພກ ຫ້າມທັງໂຮງຂ້າສັດ ທຳອິດ ອາການມັນຈະເປັນຕຸ່ມ ຕຸ່ມໃຫຍ່ເດ້ ຕຸ່ມສໍ່າຫົວຂໍ້ມື ຈັ່ງຊີ້ ແລ້ວຕໍ່ມາມັນກໍຈະອອກເປັນໂພງ ເປັນໜອງຈັ່ງຊີ້ຕາມທີ່ຮູ້ມີ 3 ຄົນຜູ້ນຶ່ງກາໜັກແຮງ ນອນຢູ່ໄອຊີຢູກໍບໍ່ໄດ້ຢ້ານຄືໂຣກ ໂຄວິດດອກ ເຂົ້າກໍວ່າມັນເປັນເຣື່ອງທໍາມະດາ.”
ພະຍາດໄຂ້ດໍາ ຫຼື Anthrax ເປັນພະຍາດຕິດຕໍ່ຮ້າຍແຮງທີ່ສຸດ ຂອງສັດລ້ຽງເຊັ່ນ ງົວ, ຄວາຍ, ແກະ, ແບ້, ມ້າ, ໝູ ແລະ ພະຍາດດັ່ງກ່າວ ສາມາດຕິດຕໍ່ໄປສູ່ຄົນໄດ້. ຖ້າຮຸນແຮງເຖິງຂັ້ນເສັຍຊີວິດ ເຊິ່ງເປັນເຊື້ອແບັກທີເລັຍທີ່ຊື່ວ່າ Bacillus Anthracis ເມື່ອຢູ່ນອກຮ່າງກາຍ ຈະສ້າງເປືອກປົກຫຸ້ມ ທີ່ມີຄວາມທົນທານ ທີ່ສຸດສາມາດມີຊີວິດ ຢູ່ໄດ້ດົນເຖິງ 10 ປິ.
ເມື່ອສັດຕິດເຊື້ອແລ້ວ ຈະມີໄລຍະພັກເຊື້ອ 1-3 ວັນ ຫຼືອາດຈະຮອດ 14 ວັນ ຖ້າຕິດເຊື້ອຮຸນແຮງຈະຕາຍ ກະທັນຫັນ ໂດຍບໍ່ສະແດງອາການອອກມາ. ສັດຈະລົ້ມລົງຊັກ, ກ້າມຊີ້ນຈັງ ແລ້ວໃຈຂາດຕາຍພ້ອມກັບມີເລືອດໄຫຼ ອອກຈາກຮູທະວານ ທາງປາກ, ທາງດັງ ແລະ ຮູຂຸມຂົນ ຂອງຜີວໜັງ ເຊິ່ງອາການແບບຮ້າຍແຮງ ສັດຈະມີໄຂ້ສູງ 41-42 ອົງສາ. ກຳມະຈອນ ແລະ ການຫາຍໃຈໄວ ສັດບໍ່ກິນອາຫານ, ອ່ອນເພັຍ. ງົວ-ຄວາຍ ຈະບໍ່ຄ້ຽວເອື້ອງ. ທ້ອງເບັງ ອາຈົມແຫຼວແຖມເລືອດ ສັດຈະຕາຍພາຍໃນ 12-24 ຊົ່ວໂມງ.
ສ່ວນໝູມັກມີອາການໄຂ້ຮ້ອນບໍລິເວັນຄໍແລະກົກລີ້ນ ຊາກສົບສັດຕາຍມີເລືອດເປັນສີດຳໄຫຼອອກມາຈາກກົ້ນ ທ້ອງເບັງ ເໜົ່າເປື່ອຍໄວ ແລະ ມີກີ່ນເໝັນໄວກ່ວາປົກກະຕິເລືອດສີດຳແຕ່ບໍ່ຊໍ້າ ມ້າມໃຫຍ່ກ່ວາປົກກະຕິ 3-4 ເທົ່າແລະເປັນສີເຂັ້ມ ອ່ອນນວມ ກ່ວາປົກກະຕິແລະເປື່ອຍ.