ຊາວບ້ານ ຕິດເຊື້ອໄຂ້ເລືອດດຳ ຈາກສັດລ້ຽງ ເພີ່ມຂຶ້ນ

ສຸພັດຕາ
2024.03.18
ຊາວບ້ານ ຕິດເຊື້ອໄຂ້ເລືອດດຳ ຈາກສັດລ້ຽງ ເພີ່ມຂຶ້ນ ອາຫານຂອງຜູ້ທີ່ກິນຊີ້ນງົວ ຕາຍໂດຍບໍ່ຮູ້ສາຍເຫດ ຢູ່ເມືອງສຸຂຸມາ ແຂວງຈຳປາສັກ. ເດືອນມີນາ ປີ 2024.
Courtesy Photo

ປັດຈຸບັນນີ້ ທາງການແຂວງຈໍາປາສັກ ຍັງຕ້ອງເຝົ້າລະວັງພະຍາດຈາກສັດ ຫຼື ພະຍາດໄຂ້ເລືອດດໍາ ຢ່າງໃກ້ຊິດ ເພາະເຊື້ອພະຍາດດັ່ງກ່າວ ສາມາດຕິດໄປສູ່ຄົນໄດ້ ໂດຍສະເພາະ ຢູ່ເມືອງສຸຂຸມາ ແລະເມືອງຈໍາປາສັກ ທີ່ທາງການພົບວ່າ ມີການຣະບາດ ຕັ້ງແຕ່ຕົ້ນເດືອນມີນາ ປີ 2024 ທີ່ມີຊາວບ້ານ ຢູ່ເມືອງສຸຂຸມາ ຕິດເຊື້ອ 3 ຄົນ ແລະຈົນມາຮອດກາງເດືອນມີນາ ປີ 2024 ກໍໄດ້ມີຊາວບ້ານ ຕິດເຊື້ອເພີ່ມເປັນ 14 ຄົນ, ແຕ່ຫຼ້າສຸດ ທຸກຄົນມີອາການປອດພັຍດີໝົດແລ້ວ.

ເບື້ອງຕົ້ນ ຍັງຫ້າມບໍ່ໃຫ້ຊາວບ້ານເຄື່ອນຍ້າຍສັດ ແລະຂ້າສັດ, ຄົວສັດທີ່ຕາຍ ໂດຍບໍ່ຮູ້ສາເຫດ ຄວນນໍາສັດທີ່ຕາຍໄປຝັງດິນ ຂ້າເຊື້ອ ໂຮຍປູນຂາວ ບໍຣິເວນພື້ນທີ່ຝັງໃຫ້ຮຽບຮ້ອຍ ແລະຫາກພົບສັດມີອາການປ່ວຍ ໃຫ້ຮີບແຈ້ງເຈົ້າໜ້າທີ່ທັນທີ.

ສ່ວນທາງເຈົ້າໜ້າທີ່ ສາທາຣະນະສຸຂ ກໍມີການແຈ້ງເຕືອນຊາວບ້ານອີກນໍາດ້ວຍ ຖ້າພົບວ່າ ຜູ້ໃດ ມີອາການເປັນຕຸ່ມດໍາ ເມັດໃຫຍ່ ແລະເປື່ອຍ ໃຫ້ຮີບໄປພົບແພດ ແລະໝໍ ໃຫ້ປິ່ນປົວທັນທີ ເບື້ອງຕົ້ນ ທາງເຈົ້າໜ້າທີ່ວິຊາການ ກໍໄດ້ນໍາເຊື້ອ ຂອງສັດທີ່ຕາຍນັ້ນໄປກວດແລ້ວ ກໍຍັງບໍ່ພົບວ່າເປັນເຊື້ອຫຍັງແທ້ ຍັງບໍ່ລະອຽດເທື່ອ ແຕ່ທາງການສັນນິຖານວ່າ ເປັນເຊື້ອພະຍາດໄຂ້ເລືອດດໍາ ເພາະມີລັກສະນະອາການຄ້າຍຄືກັນ.

ດັ່ງເຈົ້າໜ້າທີ່ສາທາຣະນະສຸຂ ແຂວງຈໍາປາສັກ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ມີນາ ນີ້ວ່າ:

“ປົວແລ້ວເບິດແລ້ວ ບໍ່ມີໜັກໜາ ເປັນທາງຜິວໜັງ ຕຸ່ມບັກໃຫ່ຍດໍາໆເປື່ອຍ ເຂົາຄົວເຂົາກິນ ສາທາຣະນະສຸຂ ເຂົາກໍແຈ້ງການທາງສຸຂສາລາ ອາສາສມັກບ້ານເມືອງຕິດຕາມ ຜູ້ໃດມີອາການ ແມ່ນຫຍັງໃຫ້ແຈ້ງດ່ວນ ມາພົບແພດດ່ວນ ກະສົງໄສໄຂ້ເລືອດດໍາຫັ້ນແຫຼະ ໄປວິເຄາະກໍບໍ່ມີເຊຶ້ອ ເກັບໃໝ່ນໍາສັດກ່ອນ ແນະນໍາ ບໍ່ໃຫ້ມີການເຄື່ອນຍ້າຍ ບໍ່ໃຫ້ມີການຂ້າສຸດ ສັດຕາຍກໍໃຫ້ມ້ຽນມັດ ບໍ່ໃຫ້ມີການຄົວກິນ."

ໃນຂະນະທີ່ ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ແຂວງຈໍາປາສັກ ທ່ານນຶ່ງ ໄດ້ກ່າວວ່າ ປັດຈຸບັນ ພະຍາດຈາກສັດທີ່ວ່ານັ້ນ ຣະບາດພຽງ 2 ເມືອງດັ່ງກ່າວເທົ່ານັ້ນ ແລະຍັງເປັນເຂດຄວບຄຸມຢູ່ ໂດຍມີມາຕການ ຕາມແຈ້ງການຂອງທາງແຂວງ ຫ້າມຊື້-ຂາຍສັດ ຫ້າມເຄື່ອນຍ້າຍສັດ ເຂົ້າ-ອອກ ຫ້າມໂຮງຂ້າສັດ ນໍາງົວ-ຄວາຍມາຂ້າ ຫ້າມຄົວສັດທີ່ຕາຍ ໂດຍບໍ່ຮູ້ສາເຫດ ແລະໃຫ້ເຈົ້າຂອງສັດ ຕິດຕາມອາການຂອງສັດລ້ຽງ ງົວ-ຄວາຍ ຄວນກັກບໍຣິເວນສັດລ້ຽງຂອງໂຕເອງ ຖ້າຜິດປົກກະຕິ ໃຫ້ຮີບຣາຍງານຂັ້ນບ້ານທັນທີ.

ມາຮອດປັດຈຸບັນ ກໍຍັງບໍ່ທັນມີສັດຕາຍເພີ່ມ ເຊິ່ງມີສັດຕາຍ ທັງໝົດ 90 ປາຍໂຕເທົ່ານັ້ນ ຕາມການຣາຍງານໄປກ່ອນໜ້ານີ້ ແລະກໍມີຊາວບ້ານຕິດເຊື້ອ ພຽງ 14 ຄົນ ຍັງບໍ່ມີຕິິດເພີ່ມໄປກວ່ານີ້ ນອກຈາກນີ້ ທີ່ຜ່ານມາ ທາງນັກວິຊາການ ກໍມີການລົງຕິດຕາມ ແລະນໍາຢາໄປສີດ-ພົ່ນ ບ່ອນທີ່ຕ້ອງຝັງສັດຕາຍນັ້ນ ທີ່ຜ່ານມາ ທາງການກໍນໍາເຊື້ອໄປກວດແລ້ວ ກໍຍັງບໍ່ພົບວ່າ ແມ່ນເຊື້ອຫຍັງ ແຕ່ການຣະບາດ ຂອງພະຍາດຈາກສັດນີ້ ມີລັກສະນະ ຄື ພະຍາດໄຂ້ເລືອດດໍາ ໂດຍເຊື້ອຈະຕິດໄປສູ່ຄົນ ເມື່ອຄົນນໍາສັດຕາຍໂດຍບໍ່ຮູ້ສາເຫດໄປຄົວກິນ.

ແມ່ນ ປະກາດເປັນເຂດຄວບຄຸມສັດ ຍັງບໍ່ທັນຕາຍເພີ່ມ ກໍຕາມບົດຣາຍງານຫັ້ນລະ ແລ້ວກໍຕິດສະເພາະ 14 ຄົນ ແລ້ວກະວ່າ ໝົດເທົ່ານັ້ນແຫຼະ ແລ້ວກໍທາງວິຊາການເຮົາ ຈະລົງຕິດຕາມ ລົງກວດກາປະຈໍາ ເຮົາກໍໄດ້ເອົາຢາຂ້າເຊື້ອໄປສີດ ໄປພົ່ນໃສ່ອັນນັ້ນໝົດທຸກຢ່າງແລ້ວ ຄັນເວົ້າເຣື່ອງ ອາການເພິ່ນຄົວ ອາການມັນກໍຄ້າຍໆ ໄຂ້ເລືອດດໍາ ແຕ່ເຮົາ ເອົາສົ່ງໄປ 2 ເທື່ອແລ້ວ ຖືວ່າ ບໍ່ພົບເຊື້ອ."

ກ່ຽວກັບເຣື່ອງນີ້ ຊາວບ້ານ ໃນເມືອງສຸຂຸມາ ນາງນຶ່ງ ກໍກ່າວວ່າ ກໍຮູ້ສຶກຕົກໃຈຢູ່ ທີ່ມີເຊື້ອພະຍາດໃນງົວ-ຄວາຍ ແລ້ວຕິດໄປສູ່ຄົນ ເຮັດໃຫ້ໂຕເອງ ກໍປະຕິບັດຕາມແຈ້ງການ ບໍ່ກ້າກິນຊີ້ນງົວ-ຄວາຍ ຍັງຄົງຕ້ອງລະມັດລະວັງ ໂດຍການຫັນໄປກິນຊີ້ນໝູ, ຊີ້ນປາ ແລະອື່ນແທນ.

“ກະຕົກໃຈຢູ່ເດ້ ກະບໍ່ໄດ້ກິນຫັ້ນນ່າ ຄືໄດ້ຍິນເຂົາວ່າ ມັນຕິດເຊື້ອ ພວກງົວ-ຄວາຍ ລະມັນມີເຊື້ອໂຣກ ກໍບໍ່ມີຜູ້ໃດກິນ ງົດກ່ອນ ຕອນນີ້ກໍມີແຕ່ກິນໝູ ປູ-ປາ ໄປຫັ້ນນ່າ ຕອນນີ້ ຫ້າມຂ້າສັດ ບໍ່ໃຫ້ຂາຍຊີ້ນງົວ ຊີ້ນຄວາຍ ຄືວ່າຫັ້ນແຫຼະ."

ພ້ອມດຽວກັນນີ້ ຊາວບ້ານ ໃນແຂວງຈໍາປາສັກ ອີກທ່ານນຶ່ງ ກໍກ່າວວ່າ ກໍບໍ່ຮູ້ສຶກຢ້ານ ກັບພະຍາດຈາກສັດດັ່ງກ່າວນີ້ ເພາະມັນ ກໍເຄີຍເກີດຂຶ້ນມາກ່ອນ ເປັນເຣື່ອງປົກກະຕິ ແຕ່ກໍຍັງຕ້ອງລະມັດລະວັງເຊັ່ນກັນ ໂດຍບໍ່ນໍາສັດທີ່ຕາຍເອງໄປຄົວກິນ ກໍຈະບໍ່ຕິດເຊື້ອ.

“ຄັນຄົນກິນສັດ ແບບທີ່ມັນບໍ່ຕາຍເອງຫັ້ນນ່າ ຜູ້ເພິ່ນຕິດເຊື້ອ ຍ້ອນມັນຕາຍເອງ ກໍໄປກິນ ກະພຍາຍາມບໍ່ກິນ ໂຕມັນຕາຍເອງຫັ້ນແຫຼະ ມັນກໍມີແຕ່ໃດມາ ແຕ່ກີ້ ກໍມີຄືກັນ ມັນກໍເປັນປົກກະຕິ ຂອງມັນຢູ່ແລ້ວ."

ສ່ວນຄົນ ທີ່ເຮັດໂຮງຂ້າສັດ ທ່ານນຶ່ງ ບ່ອນເຂດຣະບາດ ກໍກ່າວວ່າ ບ່ອນເຂດທີ່ມີການຣະບາດນັ້ນ ບັນດາໂຮງຂ້າສັດ ກໍເຝົ້າລະວັງເຊັ່ນກັນ ເຊິ່ງທ່ານ ກໍບໍ່ໄດ້ຮັບຊື້ງົວ-ຄວາຍແລ້ວ ໃນໄລຍະທີ່ເຝົ້າລະວັງ ພະຍາດຈາກສັດຢູ່ນີ້ ສ່ວນເຂດ ທີ່ບໍ່ມີການຣະບາດ ນອກຈາກ 2 ເມືອງ ຄື ເມືອງຈໍາປາສັກ ແລະເມືອງສຸຂຸມາ ກໍເຫັນຊື້-ຂາຍ ກິນກັນ ປົກກະຕິຢູ່ ແຕ່ກໍຕ້ອງເປັນງົວ ທີ່ແຂງແຮງ.

“ໄທເຮົາ ມີແຕ່ຊື້ມາເຂົ້າໂຮງງານ ບາດນີ້ ມັນມີພະຍາດຣະບາດ ກໍໄດ້ຢຸດຫັ້ນແຫຼ້ວ ສ່ວນຫຼາຍ ກໍເຝົ້າລະວັງນໍາກັ້ນຫັ້ນແລ້ວ ສ່ວນຫຼາຍ ຈຸດທີ່ມັນມີການຣະບາດ ກະບໍ່ໃຫ້ມີການເຄື່ອນຍ້າຍຫັ້ນແຫຼະ ສັດປົວສັດຫຍັງ ເຮົາກໍບໍ່ໄດ້ຊື້ ສ່ວນຫຼາຍເພິ່ນກໍຢາກຢຸດໝົດຫັ້ນແຫຼະ ພວກເຮົາເວົ້າເຣື່ອງກິນກະດາຍ ທີ່ວ່າ ຫ່າງໄກຈາກເຂດ ທີ່ເຂົາຣະບາດ ເຂົາກໍກິນກັນຢູ່ ງົວເຂົາທີ່ວ່າ ສຸຂພາບມັນແຂງແຮງ."

ດ້ານເຈົ້າໜ້າທີ່ກະສິກັມ ເມືອງປະທຸມພອນ ແຂວງຈໍາປາສັກ ທ່ານນຶ່ງ ກໍກ່າວວ່າ ທາງເມືອງປະທຸມພອນ ກໍມີການເຝົ້າລະວັງເຊັ່ນກັນ ມີການແຈ້ງເຕືອນອອກໄປ ໃຫ້ປະຊາຊົນຮັບຮູ້ວ່າ ໃຫ້ເຝົ້າລະວັງສັດລ້ຽງຂອງໂຕເອງ ໂດຍສະເພາະ ງົວ-ຄວາຍ ແບ້ ຖ້າຕາຍໂດຍບໍ່ຮູ້ສາເຫດ ຫ້າມຄົວກິນ ແລະໃຫ້ແຈ້ງເຈົ້າໜ້າທີ່ ເຊິ່ງປັດຈຸບັນ ພາຍໃນເມືອງ ກໍຍັງປົກກະຕິຢູ່ ຍັງບໍ່ພົບການຣະບາດພະຍາດຈາກສັດ ເຊິ່ງກໍຍັງມີການຊື້-ຂາຍ ຢູ່ຕລາດປົກກະຕິ ແລະບັນພໍ່ຄ້າ-ແມ່ຄ້າ ເຂົາເຈົ້າກໍຮັບຊີ້ນງົວ-ຄວາຍ ມາຈາກປາກເຊ ເມືອງ ທີ່ໄດ້ບໍ່ມີການຣະບາດ.

ເຝົ້າລະວັງຄືກັນແຫຼະ ເຮັດແຈ້ງການເຝົ້າລະວັງ ໃຫ້ປະຊາຊົນຕິດຕາມສັດ ຂອງແຕ່ລະຄອບຄົວ ພຽງແຕ່ວ່າການຂ້າ ຕາມພື້ນບ້ານພື້ນເມືອງ ກໍຍັງປົກກະຕິຢູ່ ສັດມາຂາຍຢູ່ຕລາດ ຊື້ຊີ້ນມາຂາຍ ເຂົາຊື້ ມາຈາກເຊພຸ້ນນ່າ."

ອີງຕາມການຣາຍງານ ຂອງຂແນງລ້ຽງສັດ ແລະການປະມົງ ຜແນກກະສິກັມ ແລະປ່າໄມ້ແຂວງ ໄດ້ຣາຍງານ ໃນວັນທີ 12 ເດືອນມີນາ ປີ 2024 ພົບວ່າ ມີ ງົວ-ຄວາຍ ແລະແບ້ ຂອງຊາວບ້ານ ຕາຍໂດຍບໍ່ຮູ້ສາເຫດ ຫຼາຍກວ່າ 90 ໂຕ ເຊິ່ງມີພຽງ ເມືອງຈໍາປາສັກ ແລະ ເມືອງສຸຂຸມາເທົ່ານັ້ນ ທີ່ຣະບາດ.

ໂດຍເມືອງຈໍາສັກ ມີການຣະບາດ 3 ບ້ານ ຄື ບ້ານໃໝ່ກາງ, ບ້ານຈີກທາງໂງ ແລະ ບ້ານຫນອງຫິນ ສ່ວນເມືອງສຸຂຸມາ ມີ 6 ບ້ານ ຄື: ບ້ານຈານ, ບ້ານກົງກຽນ, ບ້ານກຸດຕະບູນ, ບ້ານສຸຂຸມາ, ບ້ານ ໂນນຄູ້ມ ແລະ ອີກ 2 ບ້ານ ທາງການ ບໍ່ໄດ້ລະບຸຊື່ ມາຮອດກາງເດືອນມີນາ ປີ 2024 ກໍຍັງເຝົ້າລະວັງ ຢ່າງເຄັ່ງຄັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.