ໝູຫຼາຍກວ່າ 200 ໂຕ ທີ່ລັກນຳເຂົ້າ ຈາກວຽດນາມ ເປັນພະຍາດ ອະຫິວາໝູ
2023.05.03
ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກັມ ແລະປ່າໄມ້ ໄດ້ອອກແຈ້ງການໃນມື້ວັນທີ 17 ມີນາທີ່ຜ່ານມາ ໃຫ້ໂຈະອະນະຍາດນໍາເຂົ້າ, ສົ່ງຜ່ານໝູເປັນ ແລະ ຜລິຕພັນໝູ ຈາກວຽດນາມ ແລະປະເທດທີ່ມີການຣະບາດ ຂອງພະຍາດ ອະຫິວາໝູອາຟຣິກາ.
ເຈົ້າໜ້າທີ່ສັຕວະແພດ ຫ້ອງການກະສິກັມ ແລະປ່າໄມ້ ເມືອງໜອງແຮດ ແຂວງຊຽງຂວາງ ແລະເຈົ້າໜ້າທີ່ ປກສ ເມືອງດຽວກັນນີ້ ໄດ້ກວດພົບແມ່ຄ້າ ຈໍານວນນຶ່ງ ລັກລອບນໍາໝູເປັນ ຈາກປະເທດວຽດນາມ ເຂົ້າມາ 205 ໂຕ ໃນມື້ວັນທີ 23 ເມສາທີ່ຜ່ານມາ. ໄດ້ຍຶດໝູນັ້ນໄວ້ ແລະໄດ້ເກັບໂຕຢ່າງ ສົ່ງໄປສູນວິໄຈ ພະຍາດກົມລ້ຽງສັດ ແລະການປະມົງ ກະຊວງກະສິກັມ ແລະປ່າໄມ້. ຈາກຜົລວິໄຈພົບວ່າ ໝູທັງໝົດນັ້ນ ຕິດເຊື້ອພະຍາດ ອະຫິວາໝູອາຟຣິກາ.
ເຣື່ອງທີ່ວ່ານີ້ ປະຊາຊົນຢູ່ແຂວງຊຽງຂວາງ ຢ້ານວ່າ ພະຍາດດັ່ງກ່າວຈະກັບມາ ຣະບາດຄືໃນປີ 2019 ທີ່ຜ່ານມາ, ຢາກໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເຂັ້ມງວດກວດ ກາໃຫ້ຄັກແນ່, ບໍ່ຢາກໃຫ້ນໍາເຂົ້າມາ, ຫາກພະຍາດມັນກັບມາຣະບາດ ຢູ່ລາວອີກ ມັນກໍຈະຫຍຸ້ງຍາກ.
ດັ່ງຊາວລາວ ຢູ່ແຂວງຊຽງຂວາງ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 2 ພຶສພານີ້ວ່າ:
“ບໍ່ຢາກໃຫ້ເພິ່ນ ເອົາເຂົ້າມາປະເທດລາວ ແຫລະນໍ ສິ່ງທີ່ບໍ່ດີກໍຢາກໃຫ້ເພິ່ນອັນນັ້ນແຫລະ ສຸດແລ້ວແຕ່ເຈົ້າໜ້າທີ່ເພິ່ນ ຄຸ້ມຄອງແຫລະນໍ ເພາະວ່າແນວສິ່ງບໍ່ດີເກີດຂຶ້ນ ອັນໃດມັນກະຫຍຸ້ງຍາກເດ.”
ໃນຂະນະດຽວກັນ ປະຊາຊົນລາວ ຢູ່ແຂວງດຽວກັນນີ້ອີກຜູ້ນຶ່ງ ກໍເວົ້າວ່າ ໄລຍະນີ້ ຢູ່ແຂວງຊຽງຂວາງ ຍັງບໍ່ມີການຣະບາດ ຂອງເຊື້ອພະຍາດອະຫິວາ ໝູອາຟຣິກາເທື່ອ ແລະໝູໃນຕລາດກໍຍັງເຫັນຂາຍກັນພຽງພໍຢູ່ ແລະວ່າ ຢ້ານພະຍາດນີ້, ບໍ່ຢາກໃຫ້ເກີດຕື່ມອີກ, ຢາກໃຫ້ເຈົ້າໜ້າທີ່ເຂັ້ມງວດກວດ ກາຄັກແນ່ ເຣື່ອງການນໍາໝູ ຈາກຕ່າງແຂວງ ເຂົ້າມາແຂວງນີ້.
“ເອີ ກະຢ້ານເກາະ ຄັນວ່າມີອີກເທື່ອນຶ່ງ ຄືມີປີນຶ່ງ ມີຢູ່ເດນໍ ເຈົ້າໜ້າທີ່ກວດກາດີໆ ບໍ່ໃຫ້ເອົາເຂົ້າມາ ໝູໂຕໃດທີ່ວ່າ ມີພະຍາດແລ້ວ ບໍ່ໃຫ້ເອົາມາ.”
ກ່ຽວກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍໄດ້ກວດກາຕາມດ່ານຕ່າງໆ ຂອງແຂວງຊຽງຂວາງ ທີ່ຕິດກັບຊາຍແດນວຽດນາມ ຢ່າງຄັກແນ່ ເພາະມັນຕ້ອງມີຄົນຊື້-ຂາຍກັນອີກແນ່ນອນ.
ໝູ ທີ່ເຈົ້າໜ້າທີ່ຍຶດໄດ້ 205 ໂຕນັ້ນ ໄດ້ຖືກນໍາໄປຝັງຖິ້ມແລ້ວ ຢູ່ສະຖານທີ່ຖິ້ມຂີ້ເຫຍື້ອ ຂອງເມືອງໜອງແຮດ ໃນມື້ວັນທີ 26 ເມສາ ທີ່ຜ່ານມາ ໂດຍການຂຸດຂຸມເລິກ 5 ແມັດ ແລະກວ້າງ 4 ແມັດ, ໄດ້ໃຊ້ແປ້ງຂ້າເຊື້ອ ສີດຢາຂ້າເຊື້ອໃສ່ ທັງສິດໃສ່ຣົຖຂົນໝູ ເພື່ອບໍ່ໃຫ້ເຊື້ອພະຍາດນັ້ນ ແພ່ລາມໄປບ່ອນອື່ນ ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ປກສ ເມືອງໜອງແຮດທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ພຶສພານີ້.
“205 ໂຕ ທໍາລາຍໝົດແລ້ວເດ ຂະເຈົ້າລັກລອບເຂົ້າມາທາງຄໍາປອງພຸ້ນເດ ຂະເຈົ້າກໍເຮັດທາງທະລຸແດນ ໄປຫາຊາຍແດນຫັ້ນນະ ບໍ່ໄດ້ເຂົ້າມາດ່ານນໍ້າກັ່ນເດ ເພາະວ່າທາງວຽດນາມ ການແພ່ຣະບາດຂອງພະຍາດໝູນີ້ກໍຮ້າຍແຮງ ສະນັ້ນເພິ່ນກໍເອົາເຊື້ອໄປວິໄຈຢູ່ກະຊວງພຸ້ນນໍ ກໍມີເຊື້ອທັງໝົດນໍ ບໍ່ມີໂຕໃດປອດພັຍ ຈັກໜ່ອຍຫັ້ນນະ.”
ທ່ານກ່າວຕື່ມວ່າ ສໍາລັບຜູ້ລັກລອບນໍາໝູເຂົ້າມານັ້ນ ເຈົ້າໜ້າທີ່ກໍພຽງແຕ່ ໄດ້ເຮັດບົດບັນທຶກ ສຶກສາອົບຮົມ ຍ້ອນຂະເຈົ້າເປັນພຽງຜູ້ຮັບຈ້າງຂົນໝູເທົ່ານັ້ນ ແລະວ່າ ເຈົ້າໜ້າທີ່ກວດກາເຣື່ອງນີ້ຄັກແນ່.
“ຜູ້ລັກລອບຫວະ ຖືວ່າຂະເຈົ້າສຶກສາອົບຮົມຊື່ໆບໍ ບໍ່ໄດ້ກັກໂຕ ບໍ່ໄດ້ຈັບໂຕເດ ເອີ ໄລຍະນີ້ເບື້ອງລາວພີ້ເພິ່ນກໍຈໍາກັດຄືກັນ ມີການກວດກາຄືກັນ.”
ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ແຂວງຊຽງຂວາງ ຜູ້ຂໍສງວນຊື່ ແລະຕໍາແໜ່ງຄືກັນນັ້ນ ກໍເວົ້າວ່າ ການລັກລອບເອົາໝູຈາກວຽດນາມ ເຂົ້າມາລາວເທື່ອນີ້ ແມ່ນມາທາງປ່າ ໃນເຂດບ້ານຄໍາປອງ ເມືອງໜອງແຮດ ທີ່ມີເສັ້ນທາງຕິດກັບຊາຍແດນວຽດນາມ, ບໍ່ໄດ້ລັກເຂົ້າມາທາງດ່ານສາກົລ ນໍ້າກັ່ນ ທີ່ມີເຈົ້າໜ້າທີ່ສະກັດໄວ້ ຍ້ອນຍັງຫ້າມບໍ່ໃຫ້ນໍາໝູເຂົ້າມາຢູ່ ເພາະຢູ່ວຽດນາມ ພະຍາດນີ້ຍັງຣະບາດໜັກຢູ່.
“ຄົນຂັບຣົຖໄປ ໄດ້ຄ່າຈ້າງລັກເອົາເຂົ້າມາ ແລ້ວອ້າຍນ້ອງເຮົາໄປເຫັນ ແລະຂະເຈົ້າກໍຈັບກັກນໍ ມາຕາມປ່າຕາມນັ້ນແຫລະ ບໍ່ໄດ້ຜ່ານດ່ານ ເຮົາຕ້ອງໄດ້ເຂັ້ມງວດຫ້າມ.”
ອີງຕາມການຣາຍງານ ຂອງອົງການສຸຂພາບ ສັດສາກົລ (OIE) ແລະ ຣາຍງານ ກ່ຽວກັບການຣະບາດຂອງພະຍາດ ອະຫິວາໝູ ອາຟີຣິກາ ຂອງອົງການອາຫານ ແລະ ການກະເສດ (FAO) ໃນມື້ວັນທີ 16 ມິນາ 2023, ປັດຈຸບັນ ມີການຣະບາດ ຂອງພະຍາດອະຫິວາໝູ ອາຟຣິກາ ຢູ່ຫລາຍປະເທດ ໂດຍສະເພາະຢູ່ວຽດນາມ ແລະໄທຍ.
ເພື່ອບໍ່ໃຫ້ເຊື້ອພະຍາດນີ້ ແພ່ເຂົ້າລາວ ເຈົ້າໜ້າທີ່ຢູ່ຫລາຍເມືອງ ຫລາຍແຂວງຂອງລາວ ເຂັ້ມງວດກວດກາກ່ຽວກັບເຣື່ອງທີ່ວ່ານີ້. ຖ້າຫາກກວດພົບວ່າ ມີການລັກລອບນໍາເຂົ້າມາລາວ ກໍຕ້ອງເອົາໄປທໍາລາຍຖິ້ມທັນທີ ແລະແຈ້ງໃຫ້ປະຊາຊົນ ຊາບຢ່າງທົ່ວເຖິງ.
ປະມານເດືອນມິຖຸນາ 2019 ຢູ່ປະເທດລາວ ເກີດມີການຣະບາດ ຂອງພະຍາດອະຫິວາ ໝູອາຟຣິກາ ຢ່າງໜັກໜ່ວງ, ກວດພົບທໍາອິດຢູ່ 7 ບ້ານ ຂອງເມືອງຕຸ້ມລານ ແຂວງສາຣະວັນ ແລະກໍໄດ້ແພ່ຣະບາດໄປທົ່ວປະເທດ, ມີໝູຕາຍຫລາຍກວ່າ 20 ພັນໂຕ. ຈົນມາເຖິງປີ 2020 ການແພ່ຣະບາດ ຂອງພະຍາດນັ້ນຈຶ່ງເຊົາລົງ.