ສະຫະຣັຖ ເປີດໂຄງການ ສົ່ງເສີມສຸຂພາບ ແມ່-ເດັກ ຢູ່ລາວ

ໄຊຍາ
2023.02.08
ສະຫະຣັຖ ເປີດໂຄງການ ສົ່ງເສີມສຸຂພາບ ແມ່-ເດັກ ຢູ່ລາວ ພິທີເຊັນບົດບັນທຶກ ຄວາມເຂົ້າໃຈ ລະຫວ່າງກະຊວງ ສາທາຣະນະສຸຂ ແລະ ສະຖາບັນຄົ້ນຄວ້າ ແລະຝຶກອົບຮົມເຈເອສໄອ ກ່ຽວກັບໂຄງການ ສົ່ງເສີມສຸຂະພາບແມ່, ເດັກນ້ອຍ ແລະໂພຊະການ.
ຮູບພາບ: U.S. Embassy in Vientiane

ອົງການພັທນາສາກົນ ປະເທດສະຫະຣັຖອາເມຣິກາ ຫລື USAID ໄດ້ເປີດໂຕໂຄງການໃໝ່ ເພື່ອສ້າງຄວາມເຂັ້ມມແຂງ ດ້ານວຽກງານສຸຂພາບແມ່-ເດັກ ແລະ ໂພສະນາການຢູ່ 24 ເມືອງ ຂອງ 5 ແຂວງຄື ແຂວງຜົ້ງສາລີ, ອຸດົມໄຊ, ສວັນນະເຂດ, ສາຣະວັນ ແລະ ເຊກອງ ນັບແຕ່ປີ 2023-2026. ວຽກງານນີ້ຈະເລັ່ງໃສ່ການຝຶກອົບຮົມ ໃຫ້ເຈົ້າໜ້າທີ່ ຂແນງສາທາຣະນະສຸຂ ຂັ້ນສູນກາງ ແຂວງ, ເມືອງ, ແລະ ທ້ອງຖິ່ນ ໃຫ້ຄວາມຮູ້ວິຊາການ ເພື່ອໃຫ້ບໍຣິການດ້ານສຸຂພາບ ຂອງແມ່ຖືພາກ່ອນເກີດ, ໄລຍະເກີດ, ຫລັງເກີດ, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ.

ດັ່ງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 08 ກຸມພານີ້ວ່າ:

“ມັນກໍສ້າງຄວາມເຂັ້ມແຂງ ໃຫ້ລະດັບຂັ້ນສູນກາງ ລະດັບຂັ້ນແຂວງ ລະດັບຂັ້ນເມືອງ ລະດັບຂັ້ນສຸຂສາລາ ໂຕຢ່າງວ່າ ວາງແຜນຄອບຄົວ ແຕ່ລະແຂວງ ແຕ່ລະຫຍັງ ມີການສຶກສາ ລະແມ່ນໂຄງການນີ້ຈະເອົາໄປເຊື່ອມໃສ່ ໂຕນຶ່ງເຊື່ອມສານ ໂຄງການທີ່ມັນມີຢູ່ແລ້ວ ໃຫ້ສຶບຕໍ່.”

ນອກຈາກນີ້ກິຈກັມ ສ້າງຄວາມເຂັ້ມແຂງ ດ້ານວຽກງານສຸຂພາບ ແມ່-ເດັກ ແລະ ໂພສະນາການ ຈະຍັງສຸມໃສ່ວຽກງານ ໂຄສະນາ ແລະການຕອບສນອງ ເຄື່ອງມືທາງການແພດ ແລະເຄື່ອງໃຊ້ສຳນັກງານ ແລະອີກຫລາຍໆ ກິຈກັມ ທີ່ຊ່ອຍໃຫ້ວຽກງານດ່ັງກ່າວດີຂຶ້ນ.

ດັ່ງເຈົ້າໜ້າທີ່ ປະສານງານ ລະຫວ່າງກະຊວງ ສາທາຣະນະສຸຂ ແລະ ສະຖານທູດ ສະຫະຣັຖອາເມຣິກາ ປະຈຳລາວ ໃນໂຄງການການ ສ້າງຄວາມເຂັ້ມແຂງ ດ້ານວຽກງານສຸຂພາບ ແມ່-ເດັກ ແລະ ໂພສະນາການໃນລາວ ກ່າວໃນມື້ດຽວກັນນີ້ວ່າ:

ສ້າງຄວາມເຂັ້ມແຂງ ໃຫ້ກັບພະນັກງານອັນສອງມາ ເຮົາກໍຍັງມີກິຈກັມກ່ຽວກັບເຣື່ອງ ການຕອບສນອງເຄື່ອງອຸປະກອນ ສິ່ງທີ່ຈຳເປັນ ຂອງສະຖານທີ່ບໍຣິການ ທີ່ຍັງຂາດແຄນນັ້ນ ກໍທຸກຢ່າງແຫລະ ສ້າງຄວາມເຂັ້ມແຂງ ບໍ່ວ່າຊິເປັນວຽກໂຄສະນາ ປະຊາສັມພັນ ວຽກການໃຫ້ບໍຣິການ ວຽກຫຍັງຕ່າງໆ ເຮັດໝົດທຸກອັນແຫລະ ກໍຂຶ້ນກັບຄວາມຕ້ອງການ ຂອງສະຖານທີ່ບໍຣິການນັ້ນ ມັນອ່ອນອີ່ຫຍັງ.

ສາເຫດທີ່ເລືອກ 5 ແຂວງເປົ້າໝາຽ ເພື່ອສ້າງຄວາມເຂັ້ມແຂງ ດ້ານວຽກງານສຸຂພາບ ແມ່-ເດັກ ແລະ ໂພສະນາການ ຍ້ອນວ່າທີ່ຜ່ານມາໃນ 5 ແຂວງເປົ້າໝາຽນັ້ນ ຍັງມີບາງບ້ານ ບາງເມືອງບໍ່ຫລຸດຜ່ອນຄວາມທຸກຍາກ, ຍັງມີອັດຕຣາເດັກນ້ອຍ ຂາດສານອາຫານສູງ, ຍັງມີອັດຕຣາການເກີດ ຢູ່ສະຖານທີ່ບໍຣິການ ຄືໂຮງໝໍ ແລະ ສຸຂສາລາຕໍ່າ, ຍັງມີອັດຕຣາແມ່ຕາຍ ສູງແລະອື່ນໆ ອີກຫລາຍຢ່າງທີ່ບໍ່ສາມາດປະຕິບັດໄດ້ ຕາມແຜນການດຳເນີນງານ ແລະແຜນຍຸທສາດ ຂອງວຽກງານສຸຂພາບ ຈະເຣີນພັນແມ່, ເດັກເກີດໃໝ່, ເດັກນ້ອຍ ລວມທັງວັຍໜຸ່ມ.

ດັ່ງເຈົ້າໜ້າທີ່ ປະສານງານລະຫວ່າງ ກະຊວງສາທາຣະນະສຸຂ ແລະສະຖານທູດ ສະຫະຣັຖ ອາເມຣິກາປະຈຳລາວ ໃນໂຄງການ ສ້າງຄວາມເຂັ້ມແຂງ ດ້ານວຽກງານສຸຂພາບ ແມ່-ເດັກ ແລະໂພສະນາການໃນລາວກ່າວຕື່ມວ່າ:

ເພາະວ່າແຂວງດັ່ງກ່າວນີ້ ຍັງມີຄວາມທຸກຍາກເນາະ ອັນທີນຶ່ງ, ອັນທີສອງມາ ກໍເຣື່ອງຄວາມເຂັ້ມແຂງຂອງການປັບປຸງ ການບໍຣິການ ໂດຍສະເພາະເຣື່ອງຍຸທສາດ ສຸຂພາບຈະເຣີນພັນແມ່ ເດັກນ້ອຍ, ເດັກນ້ອຍເກີດໃໝ່, ແລ້ວກໍວັຍໜຸ່ມ. ມັນກໍຍັງບໍ່ເຂັ້ມແຂງ ເທົ່າທີ່ຄວນ ການເກີດລູກ ຢູ່ໃນສະຖານີ່ບໍຣິການຍັງຕໍ່າ ແມ່ກໍຕາຍສູງຢູ່ ຈັ່ງຊິນ່າ.

ທ່ານກ່າວຕື່ມວ່າ ຫລັງຈາກການເຊັນບົດບັນທຶກ ຄວາມເຂົ້າໃຈ (MOU) ແລ້ວກໍຈະຂຶ້ນຢູ່ກັບ ການຈັດການຂອງອົງການ USAID ທີ່ຈະຈັດສັນບຸກ ຄາລະກອນ ຈາກອົງການ USAID ເຂົ້າໃນແຕ່ລະແຂວງ ແຕ່ລະເມືອງ ເປົ້າໝາຽແລ້ວ ຫລັງຈາກນັ້ນຈະໄດ້ມີແຜນເປີດໂຄງການ ຢູ່ໃນແຕ່ລະແຂວງ ແຕ່ລະເມືອງເປົ້າໝາຽ ເພື່ອວາງແຜນຮ່ວມມື ກຳນົດກິຈກັມທີ່ເປັນບູຣິມະສິດ ຮ່ວມກັນໃນວຽກງານສ້າງຄວາມເຂັ້ມແຂງ ດ້ານສຸຂພາບແມ່-ເດັກ ແລະ ໂພສະນາການ ເພື່ອບັນລຸເປົ້າໝາຽ ຂອງແຜນດຳເນີນງານ ແຜນ ຍຸທສາດ 10 ປີ (2016-2025) ຂອງວຽກງານ ສຸຂພາບຈະເຣີນພັນແມ່, ເດັກເກີດໃໝ່, ເດັກນ້ອຍ ລວມທັງວັຍໜຸ່ມ ແລະ ຄາດວ່າ ໃນກາງປີ 2023 ຈະເຣີ່ມມີການດຳເນີນ ໂຄງການນີ້ແລ້ວ.

ຢູ່ແຂວງເຊກອງປີ 2023 ວຽກງານສົ່ງເສີມສຸຂພາບ ແມ່-ເດັກ ແລະ ໂພສະການໄດ້ງົບປະມານ ຈາກພາກຣັຖຈຳນວນໜ້ອຽ ປະມານ 20 ລ້ານກີບ ຈຶ່ງເຮັດໃຫ້ການສົ່ງເສີມ ວຽກງານດັ່ງກ່າວ ໄປບໍ່ທົ່ວເຖິງເຮັດໃຫ້ອັດຕຣາ ການເກີດລູກ ຢູ່ສະຖານທີ່ບໍຣິການຕໍ່າ ຫາກແຂວງເຊກອງ ໄດ້ຮັບການສນັບສນູນ ຈາກອົງການ USAID ແທ້ ກໍຈະເຮັດໃຫ້ວຽກງານດັ່ງກ່າວ ມີທ່າອ່ຽງທີ່ດີຂຶ້ນ ເທື່ອລະກ້າວ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງເຊກອງ ກ່າວໃນມື້ດຽວກັນນີ້ວ່າ:

ເກີດລູກຢູ່ສະຖານທີ່ ບໍຣິການ ມັນກໍຍັງຕໍ່າ ການສ້າງຜະດຸງຄັນ ພວກເຮົາກໍຍັງ ຍັງບໍ່ທົ່ວເຖິງ ຢ່າງໜ້ອຍເພິ່ນກໍໃຫ້ມີ 1 ຄົນ ຢູ່ສຸຂສາລາ ບາງສຸຂສາລາ ເຮົາກໍບໍ່ມີເນາະ ແບບຟອມການບັນທຶກ ສຸຂພາບແມ່ ແລະເດັກກນີ້ແຫລະ ດ້ານຂໍ້ມູນນີ້ແຫລະ ເຮົາກໍຍັງບໍ່ເຂັ້ມແຂງເທື່ອອຸປກອນ ຢາຝັ່ງນີ້ພວກເຮົາ ກໍຍັງບໍ່ທົ່ວເຖິງ ແລ້ວອຸປກອນການຊ່ອຍເກີດລູກ ບາງໂຮງໝໍນ້ອຍ ກໍມີແຕ່ຊຸດດຽວ ບາງເທື່ອກໍຊຸດເກົ່າ ແລ້ວກໍໃຊ້ບໍ່ໄດ້.

ຖ້າຫາກ ແຂວງສາຣະວັນ ໄດ້ຮັບການສນັບສນູນ ຈາກອົງການ USAID ກໍຈະຮ່ວມຂຽນ ແຜນງານນຳອົງການ USAID ໂດຍຍົກເອົາເຣື່ອງ ວຽກງານການລົງໂຄສະນາ ປະຊາສັມພັນ ແມ່ ແລະເດັກນ້ອຍ ເປັນບູຣິມະສິດທຳອິດ ເພື່ອໃຫ້ແມ່ມີຄວາມຮູ້ ຄວາມເຂົ້າໃຈໃນການເບິ່ງແຍງ ລູກຕັ້ງແຕ່ຢູ່ໃນຄັນ ຈົນລູກເຖິງອາຍຸ 1,000 ວັນ ຫລື 5 ປີ ເພື່ອປ້ອງກັນ ບໍ່ໃຫ້ເດັກນ້ອຍຕາຍ.

ຄຽງຄູ່ກັນນັ້ນ ກໍຈະຮ່ວມຂຽນແຜນກ່ຽວກັບ ການປູກຝັງລ້ຽງສັດ ໃຫ້ແມ່ຖືພາ ແລະ ລູກເພື່ອໃຫ້ແມ່ແລະເດັກມີອາຫານໄວ້ກິນ ມີສຸຂພາບຮ່າງກາຍແຂງແຮງ ຕາມສິດທິຂັ້ນພື້ນຖານ ທີ່ພວກເຂົາເຈົ້າຄວນຈະໄດ້ຮັບ ເນື່ອງຈາກບາງບ້ານ ທຸກຍາກບໍ່ມີອາຫານ ເພື່ອບໍຣິໂພກ ຄົບໝວດໝູ່.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງສາຣະວັນ ກ່າວໃນມື້ດຽວກັນນີ້ວ່າ:

“ນຶ່ງມານໍ້າໜັກ ເກີດມາກໍຫລຸດມາຕຖານ ຍັງມີເດັກນ້ອຍຕາຍເດ້ ເນື່ອງຈາກວ່າ ຄັນຊິເວົ້າມັນກໍຈະມີບັນຫາ ແຕ່ແມ່ພຸ້ນແຫລະເນາະ ແມ່ຖືພາເຣື່ອງການກິນອາຫານ ບໍ່ພຽງພໍ ບໍ່ຖືກວິທີ, ລູກເກີດມາ ບາງເທື່ອເກີດກ່ອນກຳນົດ 7-8 ເດືອນ, ເກີດມາແລ້ວນໍ້າໜັກບໍ່ໄດ້ ມັນກໍມີບັນຫາ ຕິດພັນເຖິງເດັກຕາຍນໍາແຫລະ.”

ສຳລັບໂຄງການໃໝ່ ເພື່ອສ້າງຄວາມເຂັ້ມແຂງ ດ້ານວຽກງານສຸຂ ພາບແມ່-ເດັກ ແລະ ໂພສະນາການນີ້ຈະໃຊ້ງົບປະມານເຖິງ 496 ຕື້ກີບ ຊຶ່ງໂຄງການດັ່ງກ່າວຈະຖືຈັດຕັ້ງປະຕິບັດ ໂດຍສະຖານບັນຄົ້ນຄ້ວາແລະຝຶກອົບຮົມ ເຈເອສໄອ. ອີງຕາມຂໍ້ມູນເວັບໄຊຕ໌ ໜັງສືພີມລາຍວັນລາວພັທນາ ໃນວັນທີ 07 ກຸມພາ ທີ່ຜ່ານມາ.

ການລົງທຶນ ໃນດ້ານໂພສະນາການ ຂອງອົງການ USAID ສາມມາດເຂົ້າເຖິງປະຊາຊົນ 200,000 ຄົນ ໃນ 500 ບ້ານ ໃນແຂວງຄໍາມ່ວນ ແລະ ແຂວງສວັນນະເຂດ ຜ່ານການຊ່ອຍເຫລືອ ດ້ານໂພສະນາການແລະນໍ້າ, ສຸຂາພິບານ ສຸຂະອະນາໄມ ຫລືື WASH ຊຶ່ງຊ່ອຍປັບປຸງ ສຸຂະພາບຂອງປະຊາຊົນ ແຂວງຄຳມ່ວນ ແລະ ແຂວງສວັນນະເຂດ. ອີງຕາມການຣາຍງານ ຂອງ ເວັບໄຊຕ໌ ວຽງຈັນທາມສ໌ ພາສາລາວ ໃນວັນທີ 6 ກຸມພາ ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.