ການບັນລຸເປົ້າໝາຍ ດ້ານສຸຂພາບ ຂອງປະຊາຊົນ ເປັນເຣື່ອງຍາກ
2023.06.12
ປະຊາຊົນລາວ ໂດຍສະເພາະ ຜູ້ທີ່ຢູ່ໃນເຂດຊົນນະບົດ ຍັງບໍ່ມີສຸຂພາບ ແລະຊີວິດການເປັນຢູ່ທີ່ດີ ເທົ່າທີ່ຄວນ ຍາກທີ່ຈະບັນລຸເປົ້າໝາຍ ການພັທນາແບບຍືນຍົງ ເປົ້າໝາຍທີ່ 3 ຄືໃຫ້ປະຊາຊົນລາວ ມີສຸຂທີ່ດີ ແລະຊີວິດການເປັນຢູ່ທີ່ດີ ພາຍໃນປີ 2030; ສາເຫດ ທີ່ປະຊາຊົນລາວ ຍັງບໍ່ມີສຸຂພາບ ແລະຊີວິດການເປັນຢູ່ທີ່ດີ ກໍແມ່ນ ປະຊາຊົນຫຼາຍຄົນ ໂດຍສະເພາະ ຢູ່ເຂດຊົນນະບົດ ຍັງທຸກຍາກ ຂາດອາຫານ, ຂາດຢາປົວພະຍາດ, ຂາດ ແພດ ແລະ ນາຍໝໍ ແລະໂຮງໝໍ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫົວພັນ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 12 ມິຖຸນາ ນີ້ວ່າ ປັດຈຸບັນ ສຸຂສາລາ ຫຼືໂຮງໝໍນ້ອຍ ຍັງຂາດຢາແກ້ໄຂສຸກເສີນ ເພື່ອຊ່ອຍຊີວິດແມ່ ແລະເດັກນ້ອຍ ຈຶ່ງເປັນອີກສາເຫດ ທີ່ເຮັດໃຫ້ພາຍໃນແຂວງຫົວພັນ ຍັງມີແມ່ ແລະເດັກນ້ອຍເສັຍຊີວິດຢູ່:
“ຄັນເຮົາເຮັດວຽກ ບໍຣິຫານຢູ່ນີ້ລະ ເອີ່ໄດ້ໆ (ຕາມເປົ້າໝາຍພັທນາຍືນຍົງ ທີ 3) ແຕ່ວ່າ ພວກບໍຣິການເຂົາ ບໍ່ຮູ້ວ່າເຂົາຊິເຮັດໄດ້ ໃຫ້ຫຼືບໍ່ເນາະ ສົມມຸດວ່າ ຢູ່ຂັ້ນໂຮງໝໍນ້ອຍ ຄັນແນວໃດຊິແກ້ໄຂທັນ ບາດນີ້ ເຄື່ອງມືກໍບໍ່ຄົບ ຕ້ອງໄດ້ສົ່ງແຂວງ ເພື່ອຮອດແຂວງ ບາງເມືອງ ບາງໂຮງໝໍນ້ອຍ ມັນກໍຫ່າງໄກຈາກແຂວງ ຈັ່ງຊີ້ແຫຼະເນາະ ຍັງສູ້ນໍາບໍ່ໄດ້ຢູ່ ໂຕນີ້ນ່າ ຂາດໝົດຫັ້ນແຫຼະເນາະ ທັງໝໍ ທັງຄວາມຮູ້ ກໍອຸປະກອນແດ່ເນາະ ເຣື່ອງຢຸກຢາ ຢາກໍບາງຊະນິດ ສົມມຸດວ່າ 48 ຣາຍການ ຢາທີ່ເຮົາໃຊ້ແກ້ສຸກເສີນ ໃນແມ່ທີ່ວ່ານັ້ນ ພັດບໍ່ມີ ກ່ຽວກັບເວົ້າເຣື່ອງການສຸກເສີນ ກ່ຽວກັບຢາຊັກກະຕຸກບໍ ບໍ່ມີຢາແກ້ໄຂ ກໍມີຢູ່ຂັ້ນເມືອງ ຂັ້ນແຂວງ.”
ຂະນະທີ່ ປະຊາຊົນຢູ່ແຂວງຫົວພັນ ກ່າວວ່າ ເປົ້າທີ 3 ຄື ໃຫ້ປະຊາຊົນ ມີສຸຂພາບ ແລະຊີວິດການເປັນຢູ່ທີ່ດີ ພາຍໃນປີ 2030 ຍັງມີຄວາມເປັນໄປໄດ້ຍາກ ແລະຕ້ອງໃຊ້ເວລາອີກດົນ ເນື່ອງຈາກສະພາບໂຕຈິງ ແມ່ແລະເດັກນ້ອຍ ໃນເຂດຫ່າງໄກສອກຫຼີກ ຍັງໃຊ້ຊີວິດແບບຕາມມີຕາມເກີດ ຈົນເຮັດໃຫ້ເດັກນ້ອຍເຈັບເປັນ ດ້ວຍພະຍາດຂາດສານອາຫານ, ໄຂ້, ໄອ ແລະເປັນໂຣກປອດອັກເສບໄດ້ງ່າຍ ຍ້ອນພໍ່ແມ່ຂອງພວກເຂົາເຈົ້າ ປະລູກໄວ້ກັບພໍ່ຕູ້ແມ່ຕູ້ ຫຼື ເອື້ອຍອ້າຍ ສ່ວນຜູ້ປເປັນພໍ່ແມ່ ກໍໄດ້ໄປເຮັດໄຮ່ເຮັດນາ ຈາກນັ້ນ ພໍລູກນ້ອຍເຈັບເປັນ ກໍບໍ່ມີເງິນປິ່ນປົວ.
ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ກໍແນ່ນອນ ເຣື່ອງການເດີນທາງ ກໍບາງທີເນາະ ບາງເຮືອນ ອາຈມີຣົຖ ບໍ່ມີຣົຖ ສົມມຸດຈັ່ງຊີ້ ຄ່ານໍ້າມູກນໍ້າມັັນ ບາງທີ ເງິນ 10-20 ພັນ (ກີບ) ກໍເປັນບັນຫາຂອງເຂົາເຈົ້າ (ມາໂຮງໝໍ ຫຼືສຸຂສາລາ) ໄດ້ນອນ ແມ່ນຢູ່ບໍ່ໄດ້ເສັຍຄ່າ ບາງທີກໍເວົ້າເຣື່ອງອັນຢູ່ອັນກິນ ແລ້ວກໍ ຊີວິດການເປັນຢູ່ ຢູ່ຂັ້ນພື້ນຖານ ຍັງຫຍຸ້ງຍາກຫຼາຍ ໂດຍສະເພາະ ເຂດຫ່າງໄກສອກຫຼີກ ການຢູ່ການເກິນ ວ່າຊິໃຫ້ຖືກຕາມຫຼັກອະນາມັຍ ມັນກະຍັງຍາກ ຍັງດົນ ຄືຊິ ພັທນາຮອດຂັ້ນນັ້ນ (ເປົ້າໝາຍການພັທນາ ແບບຍືນຍົງ 3).”
ປະຊາຊົນລາວ ໃນເຂດຫ່າງໄກສອກຫຼີກ ຢູ່ເມືອງກາສີ ແຂວງວຽງຈັນ ຍັງມີຖານະທຸກຍາກ ເຮັດໃຫ້ເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ຂາດສານອາຫານ ຈົນເຖິງຂັ້ນເສັຍຊີວິດ ຍ້ອນບາງກໍຣະນີ ແມ່ບໍ່ມີເງິນບໍາຣຸງໂຕເອງໃຫ້ມີນໍ້ານົມປ້ອນລູກ ແລະບາງກໍຣະນີ ແມ່ເອົາເງິນໄປຊື້ນົມຂົ້ນຫວານ ຊົງໃຫ້ລູກກິນແທນນົມແມ່ ແລະຄາດວ່າ ເປົ້າໝາຍທີ 3 ຄື ໃຫ້ປະຊາຊົນ ມີສຸຂພາບ ແລະຊີວິດການເປັນຢູ່ທີ່ດີ ພາຍໃນປີ 2030 ຈະເປັນໄປໄດ້ຍາກ ຫາກຄອບຄົວຂອງແມ່ ແລະເດັກ ຍັງບໍ່ຫຼຸດພົ້ນອອກຈາກຄວາມທຸກຍາກ.
ດັ່ງນາງຜະດຸງຄັນ ຢູ່ເມືອງກາສີ ແຂວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:
“ເຄື່ອງຊູເດັກ ແບບເດັກດັບຫັ້ນນ່າ ຍັງບໍ່ມີ ຖ້າມີເດັກນ້ອຍດັບ ມີແຕ່ເຮົາຊ່ອຍມື ແລ້ວກໍດົມອົກຊີຫັ້ນນ່າ, ເດັກເສັຍຊີວິດນີ້ ສ່ວນຫຼາຍຈະເປັນຄອບຄົວ ທີ່ຍາກຈົນນີ້ນ່າ ຫຼັງເກີດ ກໍບໍາຣຸງບໍ່ດີແດ່ ບາງເທື່ອນີ້ ລູກນີ້ນ້ອຍ ຈ່ອຍ ຈົນຂາດສານອາຫານແດ່ ບາງຄົນນີ້ເກີດມາ ແລ້ວບໍ່ມີເງິນແດ່ ນໍ້ານົມກໍບໍ່ມີແດ່ ເອົາໄປໃຫ້ນົມກ່ອງແດ່ ນົມກາມະລິຫັ້ນນ່າ ແລ້ວບາງຄົນນີ້ ເດັກຈົນຈ່ອຍ ຈົນເສັຍຊີວິດ ກໍມີຫັ້ນນ່າ.”

ອີກບັນຫານຶ່ງ ຍານາງກ່າວຕື່ມວ່າ ສ່ວນວັກຊີນສັກ ສໍາລັບເດັກນ້ອຍອາຍຸ ຕໍ່າກວ່າ 5 ປີ ມີຄົບ ແຕ່ພໍ່ແມ່ຜູ້ປົກຄອງ ຈະບໍ່ຍອມໃຫ້ລູກຮັບວັກຊີນດັ່ງກ່າວ ເນື່ອງຈາກ ເຄີຍເຫັນລູກຜູ້ອື່ນ ສັກວັກຊີນແລ້ວເປັນໄຂ້ ຈຶ່ງບໍ່ຢາກໃຫ້ລູກຂອງໂຕເອງ ສັກວັກຊີນ ຖ້າເຈົ້າໜ້າທີ່ສັກວັກຊີນ ແລ້ວລູກເປັນໄຂ້ ເຈົ້າໜ້າທີ່ກໍຕ້ອງຮັບຜິດຊອບ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ຂັ້ນພື້ນຖານ ບໍ່ກ້າສັກວັກຊີນໃຫ້ເດັກນ້ອຍ ຍ້ອນບໍ່ໄດ້ຮັບຄວາມຍິນຍອມຈາກພໍ່ແມ່ຜູ້ປົກຄອງ ເຈົ້າໜ້າທີ່ເຮັດໄດ້ພຽງດຸໝັ່ນໂຄສະນາ ສ້າງຄວາມເຂົ້າໃຈ ກ່ຽວກັບຜົນດີ ແລະຜົນຂ້າງຄຽງ ຈາກການສັກວັກຊີນເທົ່ານັ້ນ ຍ້ອນເຄີຍມີກໍຣະນີ ທີ່ເດັກນ້ອຍອາຍຸຕໍ່າກວ່າ 5 ປີ ເປັນໂຣກປອດອັກເສບແລ້ວເສັຍຊີວິດ ຍ້ອນບໍ່ໄດ້ສັກວັກຊີນ.
ສ່ວນຢູ່ເມືອງຕຸ້ມລານ ແຂວງສາຣະວັນ ປະຊາຊົນພາຍໃນເມືອງ ບໍ່ວ່າຈະເປັນຄົນທົ່ວໄປ ແມ່ ແລະເດັກນ້ອຍ ຈະມັກພາກັນເປັນຖອກທ້ອງ, ເປັນກະເພາະອັກເສບ ແລະໄຂ້ຕາມຣະດູການ ໂດຍສະເພາະ ເຂດຫ່າງໄກສອກຫຼີກ ຍ້ອນພວກເຂົາເຈົ້າ ພາກັນກິນອາຫານບໍ່ຖືກສຸຂອະນາໄມ ແລະດື່ມນໍ້າດິບຈາກທັມມະຊາຕ ບໍ່ໄດ້ຕົ້ມກ່ອນດື່ມ ຂະນະດຽວກັນ ຢູ່ຂັ້ນໂຮງໝໍນ້ອຍ ໃນເຂດທີ່ພວກເຂົາເຈົ້າຢູ່ອາສັຍ ມີຢາໃຫ້ປິ່ນປົວບໍ່ພຽງພໍ:
“ຖ້າວ່າ ເພິ່ນເປັນມາຫຼາຍ ບາງຊ່ວງເນາະ ໃນການຕຣຽມຢາຂອງເຮົາ ມັນກໍຈະບໍ່ທ່ວງບໍ່ທັນ ບາງຢາ ກໍຊິຂາດໜ້ອຍນຶ່ງ ດ້າມມື້ ຈັ່ງຊີ້ ກໍຂຶ້ນໄປເອົາ ສ່ວນຫຼາຍ ກໍຈະແມ່ນພວກຢາພາຣາເນາະ ແລ້ວກໍຢາເດັກນ້ອຍ ພວກຊາໂລປາລາ ຊາໂລອາມ໊ອກບໍ່ ເພາະວ່າຖ້້້າວ່າບໍ່ມີນໍາເຮົາ ເຮົາກໍແນະນໍາ ໄປໂຮງໝໍເມືອງຈັ່ງຊີ້ເນາະ.”
ຍານາງ ກ່າວມ້ວນທ້າຍວ່າ ປັດຈຸບັນ ຢູ່ພາຍໃນເມືອງ ບາງເຂດ ອາກາດແປປວນ ດຽວຊິໜາວ ດຽວຊິຮ້ອນ ຈຶ່ງເຮັດໃຫ້ການປັບໂຕຂອງເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ບໍ່ທັນຕາມອາກາດທີ່ແປປວນນັ້ນ ເຮັດໃຫ້ເດັກນ້ອຍ ພາກັນເປັນພະຍາດປອດອັກເສບ ຈໍານວນຫຼາຍ ຍ້ອນພໍ່ແມ່ຜູ້ປົກຄອງ ຂາດການເບິ່ງແຍງຢ່າງໃກ້ຊິດ ແລະຂາດເຄື່ອງນຸ່ງຫົ່ມທີ່ອົບອຸ່ນ ໃຫ້ເດັກນ້ອຍນໍາດ້ວຍ ແລະສະແດງໃຫ້ເຫັນວ່າ ປະຊາຊົນລາວ ໂດຍສະເພາະ ໃນເຂດຊົນນະບົດ ຍັງບໍ່ມີປະຊາຊົນ ສຸຂພາບແລະຊີວິດ ການເປັນຢູ່ ທີ່ດີເທື່ອ ສາເຫດໃຫຍ່ ກໍຍ້ອນທຸກຍາກ.