ອົງການ USAID ສະແດງໃຫ້ເຫັນ ປະຊາຊົນໃນພາກໃຕ້ຂອງລາວ ຍັງສືບຕໍ່ ໄດ້ຮັບກະທົບຈາກຝົນເຫຼືອງ
2024.12.16

ມີປະຊາຊົນ ໃນເມືອງນອງ, ເມືອງວິລະບູລີ ແລະເມືອງເຊໂປນ ແຂວງສະຫວັນນະເຂດ ລວມເຖິງ ເມືອງສະໝ້ວຍ ແລະ ເມືອງຕະໂອ້ຍ ແຂວງສາລະວັນ ເຊິ່ງເປັນເມືອງ ທີ່ຢູ່ໃນເສັ້ນທາງໂຮຈິມິນ ໄດ້ຮັບຜົນກະທົບ ຈາກຝົນເຫຼືອງ ແລະຢາຂ້າຫຍ້າ ທີ່ມີສານເຄມີ ປະເພດ Dioxin ທີ່ຖືກໃຊ້ໃນປາງສົງຄາມລັບ ຫຼື Secret War ໃນລາວ ນັບແຕ່ປີ 1961-1971.
ປັດຈຸບັນ ຢູ່ເມືອງສະໝ້ວຍ ແຂວງສາລະວັນ ຍັງຄົງພົບເຫັນປະຊາຊົນ ທັງເດັກນ້ອຍ ແລະຜູ້ໃຫຍ່ ທີ່ມີຄວາມພິການ ເຊິ່ງສົ່ງຕໍ່ລຸ້ນສູ່ລຸ້ນ ຍ້ອນມີຄົນໃນຄອບຄົວ ໄດ້ຮັບຜົນກະທົບຈາກຝົນເຫຼືອງ ໃນຊ່ວງສົງຄາມ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ຂັ້ນເມືອງ ຢູ່ເມືອງສະໝ້ວຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ທັນວາ 2024 ນີ້ວ່າ:
“ຢູ່ເມືອງນີ້ ກໍ່ມີຫັ້ນແຫຼະ ສາຍຕາກໍ່ພິການ ເກີດມາກໍ່ບໍ່ສົມບູນຫັ້ນນ່າ ແຂ່ງຂາ ແຂນຂາຫັ້ນນ່າ ລັກສະນະແບບວ່າ ພໍ່ແມ່ໄດ້ຮັບຜົນກະທົບ ຖືກຊ່ວງນັ້ນ ເຮັດໃຫ້ເກີດລູກ ເກີດມາບໍ່ສົມບູນຫັ້ນນ່າ.”
ຝົນເຫຼືອງ ແທ້ໆແລ້ວເປັນສານເຄມີສີສົ້ມ ຫຼື Agent Orange ໄດ້ຖືກສີດໃສ່ເຂດເສັ້ນທາງ ໂຮຈິມິນ ກວມພື້ນທີ່ ປະເທດວຽດນາມ, ກໍາປູເຈຍ ແລະ ແຂວງພາກໃຕ້ຂອງລາວ ແຕ່ສະເພາະ ຢູ່ປະເທດລາວ ມີການສີດຝົນເຫຼືອງ ປະມານ 800,000 ແກນລອນ ຫຼື ປະມານ 3 ລ້ານລິດ ອີງຕາມຂໍ້ມູນ ຈາກໂຄງການ Legacies of War.
ຝົນເຫຼືອງ ແລະຢາຂ້າຫຍ້າ ມີຄວາມສ່ຽງ ເຮັດໃຫ້ເກີດມະເຮັງ ແລະເຮັດໃຫ້ເດັກນ້ອຍ ທີ່ເກີດມາ ມີຮ່າງກາຍພິການ ບໍ່ມີມື, ບໍ່ມີຂາ, ຂາລີບ ລວມເຖິງ ສົ່ງຜົນດ້ານສະໝອງນໍາດ້ວຍ, ດັ່ງເຈົ້າໜ້າທີ່ ຫ້ອງການສາທາລະນະສຸກ ເມືອງສະໝ້ວຍ ທ່ານໜຶ່ງ ກ່າວວ່າ:
“ຜົນກະທົບຫຼາຍຢ່າງເດີ້ ເພາະວ່າ ສານໂຕນີ້ມັນໄປຕົກຄ້າງຢູ່ນໍານໍ້າ ນໍາອີ່ຫຍັງ ແລ້ວປາໄປກິນ ແລ້ວເຮົາກໍ່ຕິດນໍາປາ ໜຶ່ງມາ ເຮັດໃຫ້ສົບແຫວ່ງເພດານໂຫວ່ ພວກຕີນປຸ້ມ ອະໄວຍະວະ ບໍ່ຈອດອີ່ຫຍັງຕ່າງໆ ນອກຈາກນັ້ນກໍ່ມີຜົນກະທົບຕໍ່ສະໝອງ ເປັນຊັກ ພວກເປັນ Epilepsy ພວກບ້າໝູຫັ້ນນ່າ.”
ສະເພາະຢູ່ເມືອງນອງ ແຂວງສະຫວັນນະເຂດ ຍັງມີພໍ່ແມ່ປະຊາຊົນ ລວມເຖິງເດັກນ້ອຍຫຼາຍຄົນ ທີ່ມີຄວາມພິການ ໂດຍສ່ວນໜຶ່ງ ກໍ່ໄດ້ຮັບຜົນກະທົບຈາກຝົນເຫຼືອງນີ້ ປັດຈຸບັນ ໂຄງການໂອກາດ (USAID Okard) ປະເທດສະຫະລັດອາເມຣິກາ ເຊິ່ງເປັນໂຄງການ ຊ່ອຍເຫຼືອຄົນພິການ ໃຫ້ສາມາດເຂົ້າເຖິງການບໍລິການ ດ້ານສຸຂະພາບ ລວມເຖິງ ໂອກາດດ້ານອາຊີບ ໄດ້ລົງປະຕິການ ໃນເມືອງນອງແລ້ວ, ດັ່ງແພດ ຢູ່ໂຮງໝໍເມືອງ ນາງໜຶ່ງ ກ່າວວ່າ:
“ມີຫຼາຍເນາະ ພິການດ້ານຫູ, ດ້ານຮ່າງກາຍ, ດ້ານຕາ, ດ້ານອີ່ຫຍັງກໍ່ມີເບິດ ຖືກໂຕນີ້ ກໍ່ມີຫຼາຍ ຂະເຈົ້າເປັນມາແຕ່ກໍາເນີດ ກໍ່ມີຖືກແຕ່ສະໄໝສົງຄາມ ພຸ້ນກໍ່ມີ ມີໂຄງການອາກາດເຂົ້າມາແລ້ວ ຫາກໍ່ເຂົ້າມາ ວ່າງເດືອນ 9 ເດືອນ 10 ນີ້ຫັ້ນນ່າ ຊ່ວຍເຫຼືອຄົນພິການ ໂດຍສະເພາະ.”
ຢ່າງໃດກໍ່ຕາມ ປະຊາຊົນລາວຫຼາຍຄົນ ກໍ່ຍັງບໍ່ຮູ້ຈັກເທື່ອວ່າ ຝົນເຫຼືອງນີ້ ແມ່ນຫຍັງແທ້ ຍ້ອນທີ່ຜ່ານມາ ຍັງບໍ່ມີການໂຄສະນາ ຫຼື ໃຫ້ຄວາມຮູ້ກ່ຽວກັບເລື່ອງນີ້ເທື່ອ ແລະທີ່ເຫັນມີການໂຄສະນາເຜີຍແຜ່ ຈະກ່ຽວຂ້ອງກັບ ລະເບີດບໍ່ທັນແຕກຫຼາຍກວ່າ, ດັ່ງເຈົ້າຊາວບ້ານ ຢູ່ເມືອງວິລະບູລີ ແຂວງສະຫວັນນະເຂດ ທ່ານໜຶ່ງ ກ່າວວ່າ:
“ບໍ່ເຄີຍໄດ້ຍິນນ່າ ຍັງໆ ຍັງບໍ່ເຄີຍໄດ້ຍິນ ບໍ່ເຫັນນະ ເຫັນກໍ່ແຕ່ຈະມີໂຄງການລະເບີດ ຂອງຂະເຈົ້າເອງ ແມ່ນ UXO ລະເບີດບໍ່ທັນແຕກ.”
ຂໍ້ມູນ ການສີດຝົນເຫຼືອງ ທີ່ເປັນທາງການ ຂອງກອງທັບອາກາດ ສະຫະລັດ ອາເມຣິກາ ທີ່ຖືກເປີດເຜີຍໃນປີ 1999 ໄດ້ສະແດງໃຫ້ເຫັນວ່າ ຢ່າງໜ້ອຍ 15 ເມືອງ ຢູ່ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ໄດ້ຮັບຜົນກະທົບຫຼາຍທີ່ສຸດ ຍ້ອນເຂດດັ່ງກ່າວ ເປັນພື້ນທີ່ເສັ້ນທາງ ໂຮຈິມິນ ຕັດຜ່ານ.
ອີງຕາມລາຍງານ ຂອງຫ້ອງການຄະນະກໍາມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ສປປ ລາວ ປີ 2023 ລະບຸວ່່າ ລະເບີດລູກຫວ່ານ ຫຼາຍກວ່າ 270 ລ້ານໜ່ວຍ ໄດ້ຫວ່ານລົງໃສ່ຜືນແຜ່ນດິນລາວ ໃນລະຫວ່າງ ປີ 1964-1971.
ປັດຈຸບັນ ຄາດຄະເນວ່າ ຍັງອີກ 30% ຄິດເປັນປະມານ 80 ລ້ານໜ່ວຍ ຍັງບໍ່ທັນແຕກ ແລະພື້ນທີ່ ຍັງບໍ່ທັນສໍາຫຼວດ ອີກປະມານ 20,000 ປາຍເຮັກຕ້າທົ່ວປະເທດ.
ໃນທົດສະຫວັດທີ່ຜ່ານມາ (2011-2022) ມີຜູ້ບາດເຈັບ ຈາກລະເບີດບໍ່ທັນແຕກ ປະມານ 400 ຄົນ ທີ່ໄດ້ຮັບລາຍງານ ເຊິ່ງໃນນັັ້ນ ເສຍຊີວິດປະມານ 900 ປາຍຄົນ ແລະຫຼາຍກວ່າ 48% ຂອງຜູ້ບາດເຈັບ ຈາກລະເບີດບໍ່ທັນແຕກ ເປັນເດັກນ້ອຍ ອາຍຸຕໍ່າກວ່າ 18 ປີ.