ແຂວງສະຫວັນນະເຂດ ຂາດເຂີນແພດໝໍ ໃນເຂດ ຊົນນະບົດ
2024.10.03

ແຂວງສະຫວັນນະເຂດ ຍັງພົບຂໍ້ຫຍຸ້ງຍາກ ຈາກປັນຫາການຂາດເຂີນ ແພດ-ໝໍ ແລະ ແພດອາສາ ໃນເຂດເມືອງຫ່າງໄກ ແລະ ໃນພື້ນທີ່ທຸລະກັນດານ ເປັນຕົ້ນ ເມືອງນອງ, ເມືອງພີນ, ເມືອງວິລະບູລີ ແລະ ເມືອງເຊໂປນ ດັ່ງ ເຈົ້າໜ້າທີ່ກູ້ໄພສຸກເສີນ ອົງການກາແດງ ຢູ່ແຂວງສະຫວັນນະເຂດ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 3 ຕຸລາ 2024 ນີ້ວ່າ:
“ກໍຂາດເຂີນຢູ່ ໂອ້ ຫລາຍໄດ໋ ເມືອງນອງ ເມືອງວິລະ ແບບໄປນໍາລົດໂຮງໝໍ ແລ້ວ ບາດນີ້ແຖວເຂດນັ້ນ ຂະເຈົ້າ ຈະຫ່າງໄກຊອກຫລີກ ອີ່ຫລີ ແບບວ່ານອກອອກໄປອີກ ມັນບໍ່ແມ່ນວ່າຢູ່ໃນຕົວເມືອງໄດ໋ ແລ້ວແພດມັນບໍ່ຫລາຍຫັ້ນນ່າ ອຸປະກອນ ການແພດຊິບໍ່ມີ.”
ຢູ່ໂຮງໝໍເມືອງເຊໂປນ ແຂວງສະຫວັນນະເຂດ ເຖິງແມ່ນວ່າຈະມີແພດອາສາເຮັດວຽກຢູ່ ແຕ່ກະຍັງຜະເຊີນກັບປັນຫາແພດໝໍ ລວມເຖິງບຸກຄະລະກອນຕໍາແໜ່ງອື່ນໃນ ໂຮງໝໍບໍ່ພຽງພໍຄືກັນ ເຮັດໃຫ້ແພດຕ້ອງຮັບຜິດຊອບໜ້າທີ່ອື່ນ ນອກຈາກການຮັກສາຄືກັນ ດັ່ງ ພະນັກງານຢູ່ໂຮງໝໍ ເມືອງເຊໂປນ ແຂວງສະຫວັນນະເຂດ ທ່ານນຶ່ງ ກ່າວວ່າ:
“ຈັ່ງຊິວ່າ ມັນກໍຂາດຢູ່ຫັ້ນແຫລະ ພໍມັນກໍບໍ່ໄດ້ພໍປານໃດ ມັນຈັບໜ້າໃສ່ຫລັງ ຈັບຫລັງໃສ່ໜ້າຢູ່ນີ່ຫັ້ນນ່າ ມີອາສາຢູ່ໄດ໋ ຢູ່ນີ້ຫັ້ນນ່າ ເປັນທ່ານໝໍ ມັນບໍ່ມີພະນັກງານການເງິນມັນເກັບ ຂະເຈົ້າເອົາທ່ານໝໍມາເກັບຢູ່ ເຄົາເຕີ້ ຫັ້ນນ່າ ມັນຂາດເຂີນຫັ້ນແຫລະ ມາຊ່ອຍກັນວ່າຈັ່ງຊັ້ນສາ.”
ໃນເມືອງວິລະບູລີ ແຂວງສະຫວັນນະເຂດ ທັງໂຮງໝໍເມືອງ ແລະ ສຸກສາລາ ຕາມເຂດບ້ານ ຍັງຂາດເຂີນ ທັ້ງແພດ ແລະ ພະຍາບານ ແລະ ສ່ວນຫລາຍ ຈະເປັນອາສາສະມັກ ທີ່ເຮັດວຽກ ແຕ່ບໍ່ໄດ້ຮັບເງິນເດືອນ ເຮັດໃຫ້ແພດອາສາຫລາຍຄົນຕັດສິນໃຈລາອອກ ໄປເຮັດອາຊີບອື່ນ ແລະທີ່ຜ່ານມາ ເມືອງກໍໄດ້ຮັບໂກຕ້າ ລັດຖະກອນແພດ 1 ຄົນ ເທົ່ານັ້ນ ບາງປີ ກໍບໍ່ໄດ້ເລີຍ ຈຶ່ງເຮັດໃຫ້ບັນຫາ ບຸກຄະລາກອນແພດ ຂາດແຄນ ຍັງສືບຕໍ່ເນື່ອງມາເລື້ອຍໆ.
ດັ່ງ ເຈົ້າໜ້າທີ່ ຢູ່ໂຮງໝໍ ເມືອງວິລະບູລີ ແຂວງສະຫວັນນະເຂດ ທ່ານນຶ່ງກ່າວໃນມື້ດຽວກັນນີ້ວ່າ:
“ມັນກໍຂາດຫັ້ນແຫລະ ເລື້ອງຈາກ ເລື້ອງແພດ ພະຍາບານຫັ້ນນ່າ ແມ່ນແລ້ວຢູ່ເຂດນອກຈະຂາດກວ່າ ເທດສະບານ ຍັງມີຢູ່ ແຕ່ກໍຂາດຄືກັນ ມັນເປັນພະນັກງານປະຈໍາແທ້ໆ ມີໜ້ອຍເດ້ ມີໜ້ອຍ ກໍຖືວ່າຂາດ ແລະ ມີນ້ອຍ ເຮົາກໍເພິ່ງອາສາ ມັນກໍບໍ່ຄົງຕົວເດ້ ຍາມເຂົາຈະໄປ ເຂົາກໍໄປ ປີລະຄົນມັນກໍບໍ່ໄດ້ 2-3 ປີ ໄດ້ເທື່ອນຶ່ງ ໂກຕ້າພະນັກງານ.”
ເຈົ້າໜ້າທີ່ຜູ້ນີ້ ກ່າວຕື່ມວ່າ ຢູ່ສຸກສາລາ ບາງແຫ່ງ ໃນເຂດຫ່າງໄກ ຈະມີແພດພຽງ 1-3 ຄົນເທົ່ານັ້ນ ເຊິ່ງກໍຖືວ່າ ຍັງບໍ່ພຽງພໍ ຂະນະທີ່ ບາງແຫ່ງບໍ່ມີແພດປະຈໍາ ມີສະເພາະພະຍາບານ ທີ່ເປັນອາສາສະມັກ ປະຈໍາເທົ່ານັ້ນ.
ຫາກທຽບໃສ່ຈໍານວນແພດໝໍ ແລະ ປະຊາກອນໃນເມືອງພີນ ແຂວງສະຫວັນນະເຂດ ກໍຍັງຖືວ່າ ຈໍານວນແພດ ບໍ່ພຽງພໍ ຕໍ່ຈໍານວນປະຊາກອນໃນເມືອງ ເຖິງແມ່ນວ່າ ໃນເມືອງຈະມີ ແພດອາສາສະມັກຫລາຍ ແຕ່ກໍຍັງຂາດເຂີນແພດ ທີ່ເປັນລັດຖະກອນ ຍ້ອນຈໍານວນໂກຕ້າໄດ້ມາ ແຕ່ລະໜ້ອຍ ກ່ວາຈໍານວນອາສາສມັກ ດັ່ງ ຊາວບ້ານຢູ່ເມືອງພີນ ແຂວງສະຫວັນນະເຂດ ນາງນຶ່ງ ກ່າວວ່າ:
“ຄັນວ່າຂາດເຂີນກະຂາດ ແຕ່ວ່າເຂົາກະຖ້າກັນໄປຢູ່ກັນໄປ ດຽວນີ້ກໍຢູ່ໄດ້ຢູ່ ຫັ້ນນ່າ ກໍຂາດທີ່ເປັນລັດຖະກອນ ອາສາ ຫັ້ນມາຫລາຍ ຢູ່ເມືອງນີ້ປະມານ 20 ກວ່າຄົນ ແຕ່ວ່າກໍຍັງຂາດຕົວເລກ ລັດຖະກອນ ຍັງບໍ່ທັນໄດ້ ແມ່ນແລ້ວແຕ່ປີ ບາງປີກໍໄດ້ ບາງປີຖືວ່າ ປີນີ້ ມາມັນສະເລັ່ຍໄດ້ບໍ່ຫລາຍ ເຂົາກໍສະເລັ່ຍໃຫ້ ເມືອງອື່ນຫັ້ນນ່າ ກໍລໍໄປ ປີສອງປີ ຄົນທີ່ຢາກເຂົ້າ ແລ້ວມາເປັນອາສາສະມັກຫັ້ນ ມັນຫລາຍກວ່າ ທີ່ເພິ່ນສິຮັບ.”
ເພື່ອສອບຖາມ ຂໍ້ມູນເພີ່ມຕື່ມ ກ່ຽວກັບບັນຫານີ້ ວິທຍຸ ເອເຊັຍເສຣີ ໄດ້ພະຍາຍາມຕິດຕໍ່ ໄປຍັງຜະແນກ ສາທາລະນະສຸກ ແຂວງສະຫວັນນະເຂດ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ຂໍ້ມູນ ແລະ ເມື່ອພະຍາຍາມຕິດຕໍ່ ໄປຍັງຫ້ອງການ ສາທາລະນະສຸກ ຂັ້ນເມືອງ ກໍບໍ່ສາມາດຕິດຕໍ່ໄດ້.
ບັນຫາການຂາດແຄນ ແພດໝໍນັ້ນ ເປັນປະກົດການທີ່ເກີດຂຶ້ນຢູ່ທົ່ວປະເທດລາວ ສ່ວນນຶ່ງມາຈາກໂກຕ້າລັດຖະກອນ ແພດທີ່ບໍ່ພຽງພໍ ຕໍ່ຈໍານວນແພດອາສາສມັກ ເຮັດໃຫ້ແພດທີ່ອາສາມາຫລາຍປີ ໂດຍບໍ່ໄດ້ຮັບເງິນເດືອນ ຕັດສິນໃຈລາອອກ ຍ້ອນລາວບໍ່ສາມາດກຸ້ມຕົວເອງໄດ້ ໃນສະພາບເສດຖະກິດ ທີ່ຝືດເຄືອງ ໃນປັດຈຸບັນ.
ແຕ່ລະປີ ລັດຖະບານ ແບ່ງໂກຕາລັດຖະກອນ ໃຫ້ໜ້ອຍລົງເລື້ອຍໆ ໃນໄລຍະ 5 ປີທີ່ຜ່ານມາ ຄື ແຕ່ປີ 2019 ຫາປີ 2023 ສໍານັກງານນາຍົກ ລັດຖະມົນຕີ ໄດ້ແບ່ງໂກຕາລັດຖະກອນ ໃຫ້ກະຊວງສາທາລະນະສຸກ ໃນປີ 2019 ຈໍານວນ 220 ຄົນ, ປີ 2020-300 ຄົນ, ປີ 2021-321 ຄົນ, ປີ 2022-335 ຄົນ ແຕ່ປີ 2023 ແບ່ງໃຫ້ໜ້ອຍລົງ ຄືໃຫ້ພຽງ 230 ຄົນ. ໃນຈໍານວນ 230 ຄົນນີ້ ເປັນລັດຖະກອນແພດ ແລະໝໍ 225 ຄົນ ແລະ ເປັນລັດຖະກອນບໍລິຫານ 5 ຄົນ.
ສໍາລັບໂກຕາ ລັດຖະກອນແພດ ແລະ ໝໍ ໃນປີ 2024 ນີ້ ຍັງບໍ່ທັນມີການເຜີຍແຜ່ ຢ່າງເປັນທາງການເທື່ອ.