ຝຸ່ນ PM 2.5 ມີລະດັບສູງໃນລາວ, ທ່ານໝໍແນະນຳ ໃຫ້ປະຊາຊົນ ປ້ອງກັນໂຕເອງ ໃຫ້ດີ
2025.02.04
ເມື່ອປະມານ 1-2 ມື້ກ່ອນໜ້ານີ້ ລະດັບຝຸ່ນລະອອງຂະໜາດນ້ອຍ ຫຼື PM 2.5 ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພຣະບາງ ວັດແທກໂດຍ ແອັບພິເຄຊັ້ນ AQI (Air Quality Index) ຫຼື ແອັບດັດຊະນີ ຄຸນນະພາບອາກາດ ແມ່ນຢູ່ນະຄອນຫຼວງວຽງຈັນ ມີລະດັບຄວາມເຂັ້ມຂົ້ນ ຢູ່ທີ່ 164 US AQI ແລະ ຢູ່ແຂວງຫຼວງພຣະບາງ ມີລະດັບຄວາມເຂັ້ມຂົ້ນ ຢູ່ທີ່ 170 US AQI ເຊິ່ງເປັນລະດັບສີສົ້ມ ໝາຍເຖິງ ຄຸນນະພາບອາກາດ ທີ່ມີຜົນກະທົບຕໍ່ສຸຂະພາບ ເຊັ່ນ: ເຮັດໃຫ້ເກີດອາການໄອ, ຫັນໃຈລໍາບາກ ແລະລະຄາຍເຄືອງຕາ.
ທ່ານໝໍ ຈາກແຂວງຫຼວງພຣະບາງ ທ່ານໜຶ່ງ ໄດ້ແນະນໍາຊາວລາວ ໃຫ້ປ້ອງກັນໂຕເອງ ໃຫ້ປອດໄພ ຈາກຝຸ່ນລະອອງຂະໜາດນ້ອຍ PM 2.5 ໂດຍການໃສ່ໜ້າກາກອານາໄມ ປະເພດ N95, ຫຼີກຫຼ້ຽງ ກິດຈະກໍາກາງແຈ້ງ ແລະກິດຈະກໍາທີ່ກໍ່ໃຫ້ເກີດຝຸ່ນ ເປັນຕົ້ນ: ການຈູດຂີ້ເຫຍື້ອ, ການຈູດປ່າເຮັດໄຮ່ ແລະກວດສະພາບລົດຈັກ, ລົດໃຫຍ່ ບໍ່ໃຫ້ເປັນຕົ້ນຕໍ ຂອງການເກີດຄວັນດໍາ, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ກຸມພາ ນີ້ວ່າ:
“ໃສ່ຜ້າອັດປາກອັດດັງຫັ້ນແຫຼະ ຫຼັກການ ມັນໃສ່ N95 ແທ້ໆ ມັນກໍບໍ່ຢາກມີດອກບ້ານເຮົາ ຊອກຕາມຮ້ານໄປ ດີກວ່າບໍ່ໄດ້ໃຊ້ເນາະ ແລ້ວຢູ່ບ່ອນຢ້າວ ຢ້າວເຮືອນໄປຫັ້ນນ່າເນາະ ລົດບໍ່ໄດ້ມາດຕະຖານ ລົດຄວັນດໍາອີ່ຫຍັງກໍມີສ່ວນ ແລະວ່າ ແນະນໍາໃຫ້ປະຊາຊົນ ຫຼຸດຜ່ອນການຈູດຂິີ້ຫຍອກ ຂີ້ເຫຍື້ອຢູ່ກາງບ້ານ ກາງຊ່ອງ ຊ່ວງນີ້ ມັນຊ່ວງທໍາການຜະລິດຂອງປະຊາຊົນ ເລື່ອງຖາງປ່າເຮັດໄຮ່ ເຮັດໃຫ້ໄຟໄໝ້ລາມປ່າ ຖິ້ມກອກຢອກ ກອກຢາ ແລ້ວມັນເຮັດໃຫ້ເກີດໄຟໄໝ້.”
ໃນມື້ວັນທີ 4 ກຸມພາ 2025 ຢູ່ໃຈກາງເມືອງນະຄອນຫຼວງວຽງຈັນ ສະພາບຝຸ່ນລະອອງຂະໜາດນ້ອຍ PM 2.5 ໄດ້ຫຼຸດລົງ ບໍ່ຢູ່ໃນສະພາບ ທີ່ເປັນອັນຕະລາຍ ຕໍ່ສຸຂະພາບ, ມີແຕ່ລົມ ແລະທ້ອງຟ້າແຈ່ມໃສ ແຕ່ຊາວບ້ານ ກໍຍັງຕິດຕາມສະພາບຝຸ່ນລະອອງ PM 2.5 ທຸກມື້, ດັ່ງຊາວບ້ານ ຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ນາງໜຶ່ງ ກ່າວວ່າ:
“ໄຄແດ່ ເພາະວ່າ ມີຟ້າລົມ 2-3 ມື້. ມື້ນີ້ ຮູ້ສຶກວ່າລົມ 2-3 ມື້ຫຼັງຫັ້ນ ມັນ ຢາກຮ້ອນມື້ວານມື້ຊືນ ອາກາດຫັ້ນມາ ຕົກມາແລ້ງ ມື້ຄືນວານນີ້ ອາກາດລົມ ຕອນນີ້ຟ້າແຈ່ມໃສດີຢູ່.”
ກ່ອນໜ້ານີ້ ແຕ່ຕອນແລງ ວັນທີ 31 ມັງກອນ 2025 ໄດ້ເກີດເຫດການໄຟໄໝ້ລາມປ່າ ຢູ່ເຂດບ້ານຊຽງແມນ ເມືອງຈອມເພັດ ແຂວງຫຼວງພຣະບາງ ແລະຕົກມາຮອດວັນທີ 1 ກຸມພາ 2025 ກໍສາມາດຄວບຄຸມໄຟໄໝ້ລາມປ່າໄດ້ ເຮັດໃຫ້ປັດຈຸບັນນີ້ ຢູ່ເຂດນະຄອນຫຼວງພຣະບາງ ແລະເມືອງຈອມເພັດ ບໍ່ມີຝຸ່ນລະອອງຂະໜາດນ້ອຍ PM 2.5 ແລະມີອາກາດປອດໂປ່ງແລ້ວ, ດັ່ງເຈົ້າໜ້າທີ່ ຄວບຄຸມໄຟໄໝ້ລາມປ່າ ຢູ່ເມືອງຈອມເພັດ ທ່ານໜຶ່ງ ກ່າວວ່າ:
“ສະກັດກັ້ນໄດ້ແລ້ວ ແລ້ວຕັ້ງແຕ່ວັນທີ 1 ກຸມພາ ເຮົາແກດ ແກດບໍ່ໃຫ້ມັນໄໝ້ ມັນໄໝ້ແຕ່ໃບໄມ້ ເຮົາແກດ ນໍາພາເຂົາເຈົ້າແກດ ແກດລະຖືວ່າ ໄຟກໍດັບມອດເລີຍ ດຽວນີ້ກໍຖືວ່າໂອເຄແລ້ວ ອາກາດກໍປອດໂປ່ງ ມັນມອດ.”
ສ່ວນຊາວບ້ານ ຢູ່ເມືອງຈອມເພັດ ທ່ານໜຶ່ງ ກໍກ່າວຄືກັນວ່າ ມື້ວັນທີ 4 ກຸມພາ ນີ້ ບໍ່ເຫັນຝຸ່ນລະອອງຂະໜາດນ້ອຍ PM 2.5 ແລ້ວ ແລະຢູ່ເທິງທ້ອງຟ້າ ມີສະພາບແຈ່ມໃສ ບໍ່ຄືໃນໄລຍະທີ່ມີຝຸ່ນ PM 2.5 ຫຼາຍ, ດັ່ງທ່ານກ່າວວ່າ:
“ບໍ່ ບໍ່ເຫັນຄວັນ ເຫັນຝຸ່ນແລ້ວນ່າ ມືນີ້ ມີຟ້າບົດ ພໍດີພາຍຸໜາວເຂົ້າ ແລ້ວມັນບົດ ມັນຟ້າບົດຊື່ໆ ມັນບໍ່ມີຝຸ່ນ ຢູ່ຫຼວງພຣະບາງ ບໍ່ເຫັນຝຸ່ນຫຼາຍ ຫັ້ນແຫຼະ ຢູ່ຈອມເພັດ ຫັ້ນແຫຼະ ກະໃກ້ໆຕິດກັບ ຫຼວງພຣະບາງຫັ້ນແຫຼະ ຈອມເພັດ ກໍຟາກຂອງເອົາກັນຊື່ໆນີ້.”
ເຖິງຢ່າງໃດກໍຕາມ ວິທຍຸເອເຊັຽເສຣີ ກໍໄດ້ກວດສອບຄຸນນະພາບອາກາດ ຢູ່ປະເທດລາວ ໃນວັນທີ 4 ກຸມພາ 2025 ຜ່ານແອັບພິເຄຊັ້ນ AQI ເພີ່ມຕື່ມ ພົບວ່າ ຝຸ່ນ PM 2.5 ທົ່ວປະເທດລາວ ຂ້ອນຂ້າງມີລະດັບດີຂຶ້ນ ແລະບໍ່ຢູ່ໃນລະດັບ ທີ່ມີຜົນກະທົບຕໍ່ສຸຂະພາບປະຊາຊົນ ດັ່ງທີ່ີເຄີຍເກີດຂຶ້ນກ່ອນໜ້ານີ້ ໂດຍພາບລວມ ໃນທົ່ວປະເທດ ມີຄຸນນະພາບຂອງອາກາດ ໃນລະດັບປານກາງ ເຖິງດີ ທີ່ເຮັດໃຫ້ ປະຊາຊົນ ສາມາດທໍາກິດຈະກໍາກາງແຈ້ງໄດ້ຕາມປົກກະຕິ.
ຢ່າງໃດກໍຕາມ ອົງການ UNICEF ໄດ້ເປີດເຜີຍວ່າ: ມົນລະພິດທາງອາກາດ ຈາກບັນຫາຝຸ່ນລະອອງຂະໜາດນ້ອຍ PM 2.5 ກຳລັງສົ່ງຜົນກະທົບຮ້າຍແຮງ ຕໍ່ສຸຂະພາບຂອງເດັກນ້ອຍໃນທົ່ວໂລກ, ໂດຍສະເພາະ ສປປ ລາວ ມີເດັກນ້ອຍ 2.8 ລ້ານຄົນ ທີ່ກຳລັງຕົກຢູ່ໃນຄວາມສ່ຽງ ຈາກບັນຫານີ້ ເຊິ່ງຖືເປັນຕົວເລກທີ່ສູງ ຢູ່ໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ. ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ ໃນ ສປປ ລາວ ຖືເປັນກຸ່ມຄົນ ທີ່ມີຄວາມສ່ຽງສູງທີ່ສຸດ ເນື່ອງຈາກ ຝຸ່ນ PM2.5 ອາດສົ່ງຜົນຮ້າຍແຮງ ຕໍ່ເດັກໃນທ້ອງ ແລະ ຈະມີຜົນກະທົບ ໃນໄລຍະຍາວ ຕໍ່ສຸຂະພາບ.