ຕໍາຫຼວດ ກັກຜູ້ເສບຢາເສບຕິດ 55 ຄົນ ຢູ່ແຂວງສະຫວັນນະເຂດ
2024.06.07

ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ກວດຄົ້ນຮ້ານບັນເທີງສະຫວັນ ລາຕີ ຢູ່ບ້ານໂພນສະຫວ່າງເໜືອ ນະຄອນໄກສອນ ພົມວິ ຫານ ແລະໄດ້ກັກໂຕກຸ່ມມົ້ວສຸມຢາເສບຕິດ ໃນຮ້ານດັ່ງກ່າວ ໄດ້ 55 ຄົນ. ໃນຈໍານວນນັ້ນ ມີຈີນ 4 ຄົນ, ຫວຽດນາມ 7 ຄົນ, ໄທ 3 ຄົນ ສ່ວນທີ່ເຫລືອແມ່ນຄົນລາວ ແລະເຈົ້າຂອງຮ້ານ. ເຈົ້າໜ້າທີ່ໄດ້ຍຶດຢາເສບຕິດ ປະເພດຢາໄອ, ຢາເຄ, ຄໍລາເຈນປະສົມສານເສບຕິດ ແລະອື່ນໆອີກ ແລະໄດ້ມີການສືບສວນ ສອບສວນເພີ່ມຕື່ມ, ອີງຕາມການລາຍງານ ຂອງຂ່າວກອງບັນຊາການ ປກສ ແຂວງສະຫວັນນະເຂດ.
ກ່ຽວກັບເລື່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ຖາມໄປຍັງ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ເພື່ອຂໍຮູ້ລາຍລະອຽດ ແລະຄວາມຄືບໜ້າຂອງກໍລະນີດັ່ງກ່າວ ແຕ່ເຈົ້າໜ້າທີ່ທີ່ຮັບຜິດຊອບເລື່ອງນີ້ ບໍ່ສະດວກທີ່ຈະໃຫ້ຄໍາເຫັນ, ມີແຕ່ເວົ້າວ່າ ກໍາລັງຢູ່ໃນຂັ້ນຕອນ ຂອງວິຊາສະເພາະຢູ່.
ແຕ່ເຖິງຢ່າງໃດກໍຕາມ ພະນັກງານຮ້ານບັນເທີງສະຫວັນ ລາຕີ ນາງນຶ່ງ ກໍໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 7 ມິຖຸນານີ້ວ່າ ພາຍຫລັງເກີດເຫດການດັ່ງກ່າວ ທາງຮ້ານກໍຖືກປິດ, ປັດຈຸບັນ ກໍາລັງແລ່ນເອກກະສານ ກັບທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອຂໍເປີດຮ້ານນັ້ນຄືນ ແລະວ່າ ໃນກຸ່ມທີ່ມົ້ວສຸມກັບຢາເສບຕິດນັ້ນ ສ່ວນໃຫຍ່ເປັນພະນັກງານ ທີ່ເຮັດວຽກໃນຮ້ານບັນເທີງນີ້ເອງ.
ດັ່ງທີ່ນາງເວົ້າວ່າ:
“ອ້າຍບໍ໋ ຍັງບໍ່ໄດ້ເປີດ ບໍ່ ຫາກໍ່ເປີດ 2 – 3 ມື້ນີ້ ຍັງໃຫ້ແລ່ນເອກກະສານຄືນໃໝ່ຢູ່ ອັນນັ້ນພະນັກງານ ຄົນພາຍໃນກັນເອງ ພະນັກງານໝົດ.”
ແລະຊາວບ້ານ ທີ່ຢູ່ໃກ້ຄຽງຮ້ານບັນເທີງນັ້ນ ນາງນຶ່ງກໍເວົ້າວ່າ ມັກມີການມົ້ວສຸມຢາເສບຕິດຫລາຍປະເພດກັນຢູ່ເລື້ອຍໆ ຍ້ອນໃນທຸກມື້ນີ້ ສາມາດຊື້-ຂາຍຢາເສບຕິດໄດ້ງ່າຍ, ມີການເສບຢາເສບຕິດກັນຫລາຍ ແຕ່ໃນທີ່ສຸດກໍບໍ່ພົ້ນສາຍຕາຂອງເຈົ້າໜ້າທີ່.
“ພວກເຂົາຈັບກະຍ້ອນວ່າເຂົາເຮັດສາຍປາຕີ້ ເຂົ້າມາມີຢາເສບຕິດແຫລະເຂົາຈຶ່ງຈັບ ດຽວນີ້ສະໃໝນີ້ຫັ້ນມັນບໍ່ແມ່ນຢາມ້າຢາຫຍັງແລ້ວ ຄໍລາເຈັນກິນແລ້ວມັນມ່ວນ ກາເຟປະສົມກະມີ ທີ່ເຂົາຈັບຫັ້ນບໍ່ແມ່ນຢູ່ຊື່ໆ ໄປຫລີ້ນໄປມ່ວນທໍາມະດາ ເຈົ້າໜ້າທີ່ສິຈັບ ເປັນໄປບໍ່ໄດ້ ມັນມີແນວໂຕນີ້ແຫລະ 50 ຄົນພຸ້ນຕີ້ຫວະ.”
ເຫດການດັ່ງກ່າວ ເປັນເລື່ອງທີ່ປະຊາຊົນ ທັງຢູ່ແຂວງສະຫວັນນະເຂດ ແລະຢູ່ແຂວງອື່ນໆ ໃຫ້ຄວາມສົນໃຈຫລາຍ ເພາະການກັກໂຕກຸ່ມມົ້ວສຸມຢາເສບຕິດ ເທື່ອນີ້ ເປັນກຸ່ມໃຫຍ່ ມີຈໍານວນຄົນທີ່ຖືກກັກໂຕຫລາຍ ແລະໄດ້ຊົມເຊີຍການປະຕິບັດວຽກງານຂອງເຈົ້າໜ້າທີ່ ທີ່ມ້າງກຸ່ມນີ້ໄດ້.
ດັ່ງຊາວບ້ານ ຢູ່ນະຄອນໄກ ສອນ ພົມວິຫານ ອີກນາງນຶ່ງເວົ້າວ່າ:
“ກະເຫັນເຂົາລົງເຟສຢູ່ ວ່າແນວໃດເປັນແນວໃດ ຮູ້ຈັກແຕ່ວ່າເຂົາເອົາກັນແນວໃດ ເຫັນຢູ່ເຂົາເອົາລົງເຟສ ນອງສະໜັ່ນຢູ່ຂ້ອຍບໍ່ຮູ້ເດີ ແມ່ນເຂົາໄປທາງໃດ ບໍ່ຮູ້ນໍາໄດ໋ໂຕນັ້ນ.”
ພາຍຫລັງທີ່ເຈົ້າໜ້າທີ່ ໄດ້ກັກໂຕກຸ່ມເສບຢາເສບຕິດ ຢູ່ໃນຮ້ານບັນເທີງທີ່ວ່ານັ້ນແລ້ວ ຮ້ານບັນເທີງຫລາຍແຫ່ງ ຢູ່ແຂວງສະຫວັນນະເຂດ ກໍໄດ້ເພີ່ມມາດຕະການກວດກາລູກຄ້າ ທີ່ມາໃຊ້ບໍລິການໃນຮ້ານ ລວມໄປເຖິງພະນັກງານຂອງຮ້ານນໍາດ້ວຍ ເພື່ອບໍ່ໃຫ້ມີການລັກນໍາເອົາຢາເສບຕິດປະເພດຕ່າງໆ ເຂົ້າມາໃນຮ້ານຂອງຕົນ.
ດັ່ງເຈົ້າຂອງຮ້ານບັນເທີງແຫ່ງນຶ່ງ ຢູ່ແຂວງສະຫວັນນະເຂດ ເວົ້າວ່າ:
“ເປີດປົກກະຕິຢູ່ ກະລົງຢູ່ ເຂົາເຈົ້າ ກະຊວງລົງກວດຢູ່ ແຕ່ຮ້ານເຮົາກະເປີດຢູ່ເນາະ ຖືວ່າຫລີ້ນບໍ່ໄດ້ ເຈົ້າ ດຽວນີ້ຖືວ່າເຂົາເຂັ້ມງວດ ເຈົ້າ ເຂັ້ມງວດເດີ້ ທາງຮ້ານເຂັ້ມງວດ ຖືວ່າເຮົາກວດກວດເລີຍເນາະ ເຮົາບໍ່ໃຫ້ເຂົ້າເລີຍ ຕໍ່າ 18 ປີ ນໍາຢາສິ່ງເສບຕິດ ຖ້າວ່າກິນເຫລົ້າກິຮເບັຽນີ້ໄດ້ຢູ່.”
ເມື່ອກ່ອນນັ້ນ ກໍເຄີຍມີຫລາຍກໍລະນີ ມົ້ວສຸມກັບຢາເສບຕິດ ຮວມທັງກໍລະນີ ທີ່ເກີດຂື້ນຢູ່ເມືອງວຽງທອງ ແຂວງບໍລິຄໍາໄຊ ຊຶ່ງເຈົ້າໜ້າທີ່ ປກສ ເມືອງນີ້ ໄດ້ກັກໂຕຊາວໜຸ່ມ 5 ຄົນ ທີ່ມີທັງຊາຍ ແລະຍິງ ຊຶ່ງເສບຢາເສບຕິດ ປະເພດ ຄໍລາເຈນ ຢູ່ຮ້ານບັນເທີງແຫ່ງນຶ່ງ ໃນມື້ວັນທີ 20 ພຶດສະພາ ທີ່ຜ່ານມານີ້.
ແລະເມື່ອກ່ອນໜ້ານັ້ນ ຄືວັນທີ 15 ມີນາ ທີ່ຜ່ານມາ ກໍມີນັກຮຽນ ຊັ້ນມັດທະ ຍົມປາຍ ຢູ່ເທດສະບານເມືອງວຽງທອງ ແຂວງດຽວກັນນີ້ ຈໍານວນ 13 ຄົນ ຊຶ່ງໃນຈໍານວນນັ້ນ ເປັນຍິງ 4 ຄົນ ທີ່ໄດ້ມົ້ວສຸມສູບຢາໄຟຟ້າ ແລະຄໍລາເຈນ ຢູ່ຮ້ານບັນເທີງແຫ່ງນຶ່ງນັ້ນ ກໍໄດ້ຖືກເຈົ້າໜ້າທີ່ ນໍາໂຕໄປບໍາບັດຢູ່ສູນໜອງດົງ.
ສໍາລັບກໍລະນີ ທີ່ມີການກັກໂຕກຸ່ມມົ້ວສຸມ ເສບຢາເສບຕິດໃຫຍ່ທີ່ສຸດ ຢູ່ປະເທດລາວ ແມ່ນເກີດຂື້ນຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເມື່ອເດືອນ ມີນາ 2023 ຊຶ່ງເຈົ້າໜ້າທີ່ ປກສ ເມືອງນີ້ ໄດ້ກັກໂຕພວກເສບຢາເສບຕິດ ເຖິງ 198 ຄົນ ຢູ່ຮ້ານບັນເທີງ 198 KTV ຊຶ່ງເປັນຮ້ານຂອງຄົນຈີນ ຢູ່ບ້ານພຽງງາມ. ໃນຈໍານວນພວກທີ່ຖືກກັກໂຕນັ້ນ ມີຄົນຈີນ 29 ຄົນຮວມຢູ່ດ້ວຍ.