ເດັກນ້ອຍ ຂາດສານອາຫານ ເປັນບັນຫານຶ່ງ ກັບການພັທນາ ປະເທດ

ສຸພັດຕາ
2023.11.09
ເດັກນ້ອຍ ຂາດສານອາຫານ ເປັນບັນຫານຶ່ງ ກັບການພັທນາ ປະເທດ ເດັກນ້ອຍນັກຮຽນ ທີ່ໂຮງຮຽນແຫ່ງນຶ່ງ ໃນແຂວງສວັນນະເຂດ ກຳລັງຕຣຽມກິນອາຫານທ່ຽງ ຕາມໂຄງການອາຫານທ່ຽງ ທີ່ໄດ້ຮັບການສນັບສນູນຈາກສາກົລ (TS) ເດືອນມີນາ ປີ 2023.
RFA

ທ່ານ ສະໜອງ ທອງສະນະ ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ ໄດ້ຣາຍງານໃນກອງປະຊຸມໂພຊະນາການ ປະຈໍາປີ 2022 ເມື່ອຕົ້ນເດືອນພຶສຈິກາ 2023 ທີ່ຜ່ານມາວ່າ ການສໍາຣວດໂຕຊີ້ບອກທາງສັງຄົມລາວ ພົບວ່າ ການຂາດສານອາຫານ ຂອງເດັກນ້ອຍລາວ ອາຍຸຕໍ່າກວ່າ 5 ປີ ເປັນອຸປະສັກ ຕໍ່ການພັທນາປະເທດລາວ ເຊິ່ງປະເທດລາວ ເປັນນຶ່ງໃນປະເທດ ທີ່ມີອັດຕຣາການຂາດສານອາຫານສູງທີ່ສຸດ ໃນພູມມິພາກເອເຊັຍຕາເວັນນອອກສຽງໃຕ້.

ຂະນະດຽວກັນນັ້ນ ໃນກອງປະຊຸມດັ່ງກ່າວ ຍັງໄດ້ອີງຕາມການສໍາຣວດດັ່ງກ່າວ ອີກວ່າ ເດັກນ້ອຍລາວ ມີອັດຕຣາການຂາດສານອາຫານ ແບບລວງສູງບໍ່ໄດ້ມາຕຖານ 33% ແລະນໍ້າໜັກ ຕໍ່າກວ່າມາຕຖານ 21% ເຊິ່ງສ່ວນໃຫຍ່ຢູ່ໃນກຸ່ມເດັກນ້ອຍ ທີ່ມີຖານະທຸກຍາກ, ກຸ່ມຊົນເຜົ່າ ແລະຢູ່ໃນພື້ນທີ່ຊົນນະບົດ, ພູດອຍ ຫ່າງໄກສອກຫຼີກ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງອຸດົມໄຊ ກ່າວວ່າ ຜົນສໍາຣວດທີ່ອອກມາ ເປັນຄວາມຈິງ ແລະເປັນສິ່ງທີ່ໜ້າເປັນຫວ່ງ ໃນການພັທນາປະເທດ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ພາຍໃນປີ 2030 ຍ້ອນຄອບຄົວຂອງພວກເຂົາເຈົ້າ ຍັງບໍ່ມີອາຊີບທີ່ໝັ້ນຄົງ ແລະຍັງມີວິຖີຊີວິດທີ່ຕິດພັນກັບທັມມະຊາຕ ຄື: ເຮັດການຜລິດແບບປະຖົມປະຖານ ບໍ່ໄດ້ເຮັດການຜລິດແບບທຸຣະກິຈ ແລະຢູ່ຫ່າງໄກ ຈົນບໍ່ມີຕລາດໄວ້ໃຫ້ພວກເຂົາເຈົ້າ ຊື້-ຂາຍຜັກ, ຊີ້ນສັດ ແລະໝາກໄມ້ ເພື່ອບໍຣິໂພກອາຫານ ໃຫ້ຖືກຕາມຫຼັກໂພຊະນາການ ແລະໄດ້ພະລັງງານ 2,100 ກິໂລແຄລລໍຣີ້ ຕໍ່ຄົນ ຕໍ່ມື້ຂຶ້ນໄປ ຕາມທີ່ດໍາຣັດ ເລຂທີ 348/ລບ ວ່າດ້ວຍມາຕຖານພົ້ນທຸກ ແລະມາຕຖານພັທນາກໍານົດ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງອຸດົມໄຊ ຂຍາຍຄວາມ ກ່ຽວກັບເຣື່ອງນີ້ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 3 ພຶສຈິກາ ນີ້ວ່າ:

“ອຸປະສັກໃນການພັທນາເສຖກິຈ-ສັງຄົມ ໂດຍສະເພາະ ແມ່ນ ການແກ້ໄຂຄວາມທຸກຍາກ ເພາະວ່າ ພວກນີ້ ມັນເກີດຢູ່ໃນກຸ່ມຊົນບົດ ມັນທຸກຍາກຫັ້ນແຫຼະ ເຂົາເຈົ້າບໍ່ມີພື້ນຖານການຜລິດ ທີ່ເປັນອາຊີບ ທີ່ເປັນອາຊີບຫັ້ນແຫຼະ ຫຼັກໆ ເຮັດແບບທັມມະຊາຕຫັ້ນແຫຼະ ປະຊາຊົນກໍຍັງ ຖືດໍາຣົງຊີວິດແບບຄອງເດີມ ມັນຢູ່ຫ່າງໄກຕລາດ ບໍ່ສາມາດຊິບໍໂພກອາຫານ ໄດ້ຖືກຕາມຫຼັກໂພຊະນາການຫັ້ນແຫຼະ ບໍ່ມີຕລາດຈໍາໜ່າຍ ຜລິດຕົນເອງມັນກໍບໍ່ຄົບຫັ້ນແຫຼະ ກໍພັຍແຫ້ງແລ້ງ ລະກະສັດຕຣູພືດ.”

ຂະນະທີ່ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງອັດຕະປື ກ່າວຄືກັນວ່າ ສາເຫດຫຼັກ ທີ່ເຮັດໃຫ້ວຽກງານການສົ່ງເສີມ ໃຫ້ປະຊາຊົນບໍ່ຂາດສານອາຫານ ບໍ່ດີຂຶ້ນ ກໍຍ້ອນວ່າ ຄອບຄົວເຂົາເຈົ້າທຸກຍາກຂາດເຂີນ ຢູ່ເປັນທຶນເດີມຢູ່ແລ້ວ ແລະມາດຽວນີ້ ບວກໃສ່ເສຖກິຈລາວຝືດເຄືອງ ແລະຄອບຄົວເຂົາເຈົ້າບໍ່ມີດິນ ເພື່ອປູກຝັງ-ລ້ຽງສັດ ຈຶ່ງເຮັດໃຫ້ ບໍ່ວ່າຈະເດັກນ້ອຍ ຫຼືແມ່ຍິງຖືພາ ກໍພາກັນຂາດສານອາຫານຢ່າງຫຼວງຫຼາຍ ຈົນເຮັດໃຫ້ບັນຫາ ການຂາດສານອາຫານ ກ່ຽວພັນກັບການສັກວັກຊີນ ໃຫ້ເດັກນ້ອຍ ເພື່ອໃຫ້ມີພູມຕ້ານຖານແຂງແຮງບໍ່ທົ່ວເຖິງນໍາດ້ວຍ ຍ້ອນພໍ່ແມ່ຜູ້ປົກຄອງ ຕົົກທຸກໄດ້ຍາກຫຼາຍ ຈົນຕ້ອງອຸ້ມລູກໄປເຮັດວຽກນໍາ ບໍ່ມີເວລາເບິ່ງແຍງເອົາໃຈໃສ່ ໃຫ້ລູກໄດ້ກິນອາຫານທີ່ຖືກຫຼັກໂພຊະນາການ ແລະໄດ້ຮັບວັກຊີນຂັ້ນພື້ນຖານຄົບ.

ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:

ເສຖກິຈຝືດເຄື່ອງຈັ່ງຊີ້ ແຮງຂາດອາຫານຢ່າງໃຫຍ່ ມັນຂາດ ກໍຂາດແຕ່ຕອນຖືພານີ້ແຫຼະ ບາດນີ້ ພໍ່ແມ່ແຮງຮ້າຍ ດຽວນີ້ນິ່ ບໍ່ຈັກມີສວນມັນຕົ້ນ ບໍ່ຈັກມີສວນອ້ອຍ ຄືໄຂ່ດຽວນີ້ເນາະ ແຕະນຶ່ງ 75 ພັນ (ກີບ) ແຕ່ກີ້ ໄຂ່ແຕະນຶ່ງ 25 ພັນ (ກີບ) ເຂົາກໍບໍ່ໄດ້ກິນຫັ້ນນ່າ ຖ້າວ່າເຈົ້າຂາດສານອາຫານ. ເຈົ້າສັກຢາຄົບນີ້ ກໍຍັງມີພູມຕ້ານທານສູງຢູ່ເນາະ ອັນນີ້ຊິສູງຈັ່ງໃດ ຂາດສານອາຫານ ກໍຂາດ ສັກຢາກໍບໍ່ຄົບ ພໍ່ແມ່ຕົກທຸກໄດ້ຍາກ ໄປເປັນກັມມະກອນ ກໍອຸ້ມລູກໄປ ກໍຂາດສານອາຫານ ກໍສັກຢາບໍ່ຄົບຫັ້ນນ່າ ກໍກ່ຽວແກ່ຄືກັນ ຄັນບໍ່ມີສຸຂພາບ ຈັ່ງໃດຊິໄດ້ຮຽນສູງ ຈັ່ງໃດຊິໄດ້ມີການພັທນາ.”

ສໍາລັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຜົ້ງສາລີ ກ່າວວ່າ ຜົນສໍາຣວດທີ່ອອກມາດັ່ງກ່າວນັ້ນ ເປັນສິ່ງທີ່ໜ້າເປັນຫ່ວງ ຍ້ອນວ່າ ມັນສະທ້ອນໃຫ້ເຫັນ ການພັທນາປະເທດລາວ ເພື່ອຫຼຸດຜ່ອນການໃຊ້ແຮງງານແມ່ຍິງ ໃນຂະນະຖືພາ ຍັງບໍ່ດີເທົ່າທີ່ຄວນ ຈົນເຮັດໃຫ້ທັງແມ່ຍິງຖືພາ ແລະເດັກນ້ອຍ ຂາດສານອາຫານ ຕັ້ງແຕ່ໄລຍະທີ່ຢູ່ໃນທ້ອງແມ່ ແລະຈະເຮັດໃຫ້ຄ່າໃຊ້ຈ່າຍຂອງຣັຖ ໃນຂົງເຂດການປິ່ນປົວພະຍາບານ ພົລເມືອງເພີ່ມຂຶ້ນ ຍ້ອນພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດເຮັດໃຫ້ປະຊາຊົນໃນເຂດຊົນນະບົດ ດໍາຣົງຊີວິດແບບກຸ້ມຢູ່ກຸ້ມກິນໄດ້.

ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:

ຖ້າວ່າ ເດັກນ້ອຍຂາດສານອາຫານຫຼາຍ ມັນກໍເວົ້າເຣື່ອງຄ່າໃຊ້ຈ່າຍ ທາງດ້ານເສຖກິຈຫຼາຍຂຶ້ນເນາະ ການເຈັບປັນຫຼາຍຂຶ້ນ ການສຶກສາ ມັນອາຈບໍ່ໄດ້ດີຫັ້ນນ່າ ສົມມຸດວ່າ ພໍ່ແມ່ເຂົາເຈົ້າ ມີລູກ 2-3 ຄົນ ຈັ່ງຊີ້ນ່າ. ເຂົາເຈົ້າກະຈະບໍ່ມີເງິນ ທີ່ຈະຊື້ຊີ້ນ ຊື້ປາ ຊື້ຫຍັງຕ່າງໆ ສ່ວນຫຼາຍ ກໍຈະກິນແຕ່ຜັກ ກິນແຕ່ໜໍ່ ຕາມທັມມະຊາຕ ຈັ່ງຊີ້ຫັ້ນນ່າ ແລະທັ້ງໆທີ່ວ່າ ນົມຜົງກໍບໍ່ມີ ມັນກໍຈຸດຣິເຣີ່ມ ກໍຕັ້ງແຕ່ຖືພາພຸ້ນແຫຼະ ເພາະວ່າ ແມ່ ເຮັດວຽກໜັກ ກິນອາຫານບໍ່ພຽງພໍ ຫຼື ພັກຜ່ອນບໍ່ພຽງພໍ ມັນຈຶ່ງມີຜົລກະທົບຕໍ່ເດັກ ເກີດມາແລ້ວ ຍັງພໍ່ແມ່ນ ຍັງໄປເຮັດວຽກຢູ່ຫັ້ນນ່າ ບໍ່ມີເວລາໄດ້ດູແລເດັກຫັ້ນນ່າ ມັນຈຶ່ງເຮັດໃຫ້ຂາດສານອາຫານ.”

ດ້ານເຈົ້າໜ້າທີ່ ອົງການຈັດຕັ້ງພາກປະຊາສັງຄົມ ທີີ່ເຮັດວຽກໃນຂົງເຂດສຶກສາທິການ ແລະກິລາ ແລະສາທາຣະນະສຸຂ ຮ່ວມກັບຣັຖບານ ແລະອົງການສາກົລ ຄູ່ຮ່ວມພັທນາ ກ່າວວ່າ ການຂາດສານອາຫານ ຂອງເດັກນ້ອຍ ແລະປະຊາຊົນລາວທົ່ວໄປ ມັນມີສ່ວນກ່ຽວຂ້ອງກັບການພັທານາ ປະເທດລາວ ຍ້ອນ ຖ້າລະດັບຂັ້ນຊຸມຊົນ ບໍ່ມີພົລເມືອງສຸຂພາບທີ່ແຂງແຮງ ຈະເຮັດໃຫ້ປະເທດລາວ ບໍ່ມີພົລເມືອງທີ່ມີມັນສມອງ ທີ່ມີຄຸນນະພາບ ເພື່ອພັທານປະເທດລາວ.

ດັ່ງຍານາງ ກ່າວໃນມື້ດຽວກັນນີ້ວ່າ:

ກ່ອນປະເທດເຮົາ ຊິພັທນາໄດ້ ມັນກໍກ່ຽວກັບ ສຸຂພາບໄວຈະເຣີນພັນ ຂອງເດັກເນາະ ຖ້າຫາກວ່າ ມັນບໍ່ມີສຸຂພາບແຂງແຮງ ມັນກໍກະທົບເປັນວົງກວ້າງເນາະ ເພາະວ່າ ປະເທດເຮົານີ້ ມັນຊຸມຊົນຫຼາຍໆ ຊຸມຊົນນ່າ ແຕ່ວ່າ ຄືປະເທດເຮົາຊິພັທນາໄດ້. ມັນກໍຕ້ອງພັທນາຊຸມຊົນກ່ອນ ຖ້າຫາກວ່າເດັກມັນບໍ່ມີສານອາຫານ ມັນກ່ຽວຂອງກັບ ທາງດ້ານສມອງ ໃນການພັທນາ ຄັນເວົ້າເຣື່ອງເດັກ 1,000 ວັນ ມັນກໍຕັ້ງແຕ່ ຢູ່ໃນທ້ອງແມ່ຫັ້ນນ່າ ມັນກໍຕ້ອງໄດ້ພັທນາ ຕັ້ງແຕ່ເຣີ່ມແຕ່ນັ້ນມານັ້ນນ່າ ເພາະວ່າ ຄົນລາວເຮົາ ມັນກໍຕ້ອງການພັທນາປະເທດລາວ ຖ້າຫາກເຮົາບໍ່ມີຄຸນນະພາບ ຈະໄປພັທນາ ມັນກໍບໍ່ໄດ້ແຫຼະ.”

ດ້ານອົງການອາຫານໂລກ ກ່າວວ່າ ປະເທດລາວ ມີຄວາມໜ້າເປັນຫ່ວງ ບັນຫາການຂາດສານອາຫານອາຈກັບມາ ຍ້ອນ ວິກິຈເສຖກິຈ ໃນປີ 2023 ຖົດຖອຍ, ເງິນກີບອ່ອນຄ່າ, ອັດຕຣາເງິນເຟີ້ສູງ ລວມໄປເຖິງ ດິນຟ້າອາກາດມີການປ່ຽນແປງ ຈະເຮັດໃຫ້ ບັນດາຄົວເຮືອນທີ່ມີຄວາມເປາະບາງ ຂາດແຄນເຄື່ອງໃຊ້, ສູນເສັຍລາຍໄດ້ ແລະຄວາມບໍ່ໝັ້ນຄົງ ທາງດ້ານສະບຽງອາຫານເພີ່ມຂຶ້ນ ໃນຂະນະທີ່ ຂໍ້ມູນຫຼ້າສຸດ ພົບວ່າ ປະຊາກອນລາວ 13% ບໍ່ມີຄວາມໝັ້ນຄົງ ດ້ານການຄໍ້າປະກັນສະບຽງອາຫານ, ອີງຕາມການຣາຍງານຂ່າວ ຂອງເຟສບຸກເພຈ Vte9 ມິວສິກ ອອນທົວ ຫຼື ໂທຣະພາບ ນະຄອນຫຼວງວຽງຈັນ ເມື່ອວັນທີ 2 ພຶສຈິກາ 2023 ທີ່ຜ່ານມາ.

ເຖິງຢ່າງໃດກໍຕາມ ອົງການຢູນິເຊບ, ອົງການອະນາມັຍໂລກ ແລະສະຫະພາບຢູໂຣບ ໄດ້ໃຫ້ການສນັບສນູນ ດ້ານງົບປະມານ ໃນການຈັດຕັ້ງປະຕິບັດ ໂຄງການດ້ານໂພຊະນາການ ພ້ອມປຶກສາຫາລືກ່ຽວກັບຄວາມຄືບໜ້າ ສິ່ງທ້າທາຍ ແລະທິດທາງໃນຕໍ່ໜ້າ ກ່ຽວກັບວິທີ ທີ່ປະເທດລາວ ຈະສາມາດເກັບກໍາຂໍ້ມູນຂ່າວສານ ດ້ານໂພຊະນາການໃຫ້ຢ່າງຕໍ່ເນື່ອງ ເພື່ອປັບປຸງບໍຣິການ ການວາງແຜນ ແລະການປະຕິບັດວຽກງານຕ່າງໆ ໃນຂົງເຂດສາທາຣະນະສຸຂ, ອີງຕາມຄວາມເວົ້າ ຂອງທ່ານ ຈັນສາລີ ພົມມະວົງ ຮອງຫົວໜ້າກົມແຜນການ ແລະການເງິນ ກະຊວງສາທາຣະນະສຸຂ ກ່າວເມື່ອທ້າຍເດືອນຕຸລາ 2023 ທີ່ຜ່ານມາ ຢູ່ກອງປະຊຸມປຶກສາຫາລື ການປັບປຸງລະບົບຕິດຕາມວຽກງານ ດ້ານໂພຊະນາການ ກັບຜູ້ຊ່ຽວຊານ ຈາກ 5 ປະເທດ ຄື: ເອທິໂອເປັຍ, ກົດດີວົວ, ສປປ ລາວ, ອູການດາ ແລະ ແຊມເບັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.