ປະຊາຊົນ ເມືອງທ່າແຕງ 1 ສ່ວນ 3 ຍັງຂາດແຄນອາຫານ
2023.06.16

ແຂວງເຊກອງ ເປັນແຂວງໜຶ່ງ ທີ່ມີປະຊາກອນ 1/3 ຫຼື 33% ກຳລັງປະເຊີນກັບການຂາດແຄນ ອາຫານເຊິ່ງອັດຕຣາການຂາດແຄນ ອາຫານໄດ້ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ນັບແຕ່ກາງປີ 2022 ເປັນຕົ້ນມາ. ສະເພາະເມືອງທ່າແຕງ ມີປະຊາກອນ 10,600 ຄົນ ຫຼື 2,000 ຄອບຄົວ ໃນ 20 ບ້ານ ຍັງຂາດອາຫານ ຍ້ອນພວກເຂົາເຈົ້າ ຜະເຊີນກັບພັຍແຫ້ງແລ້ງ, ບໍ່ມີທີດິນທຳກິນ ແລະ ເຂົາເຈົ້າຍັງມີວິຖີ ທີ່ຕິດພັນກັບທັມມະຊາຕ ມັກຫາກິນຕາມທັມມະຊາຕ ແລະ ພືດພັນປະເພດເຜືອກ ປະກອບກັບ ບໍ່ມີຄວາມຮູ້ໃນການປຸງແຕ່ງ ດ້ານໂພຊະນາການ ຈາກອາຫານທັມມະຊາຕ.
ດັ່ງເຈົ້າໜ້າທີ່ ທີກ່ຽວຂ້ອງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 16 ມິຖຸນາ ນີ້ວ່າ:
“ຍົກໂຕຢ່າງວ່າ ການປູກພືດກໍບໍ່ໄດ້ ຍົກໂຕຢ່າງພື້ນທີ່ ເຂົາເຈົ້າຢູ່ພູດອຍ ພື້ນທີ່ທີ່ເຂົາຢູ່ຫັ້ນ ເປັນຫີນບໍ່ມີນໍ້າໃນການປູກພືດ, ຍົກໂຕຢ່າງວ່າ ຄວາມຄຸ້ນເຄີຍ ໃນການດຳຣົງຊີວິດ ຂອງປະຊາຊົນແບບວ່າ ເຂົາຈະຢູ່ແບບທັມມະຊາຕ ອາຫານໃນທັມມະຊາຕ ກໍມີເນາະຫຼາກຫຼາຍ ແຕ່ວ່າໃນການຊອກທຳມາຫາກິນ ໃນການປຸງແຕ່ງ ຍັງຂາດຄວາມຮູ້ ດ້ານການປຸງແຕ່ງ ດ້ານໂພຊະນາການ ຈາກທັມມະຊາຕ.”
ນອກຈາກນີ້ອີງຕາມຂໍ້ມູນ ໃນກອງປະຊຸມຂອງໂຄງການ ຊ່ອຍເຫຼືອເງິນສົດ ແລະ ຍົກລະດັບການດຳຣົງຊີວິດ ທີ່ສາມາດຮັບມືກັບຜົລກະທົບ ຈາກພັຍພິບັດເພື່ອຄໍ້າປະກັນ ສະບຽງອາຫານ ແລະ ໂພຊະນາການຢູ່ແຂວງເຊກອງ ເມື່ອວັນທີ 12 ມິຖຸນາ 2023 ທີ່ຜ່ານມາຍັງລະບຸວ່າ ຢູ່ແຂວງເຊກອງ ຍັງມີອັດຕຣາການຂາດສານອາຫານສູງ ໂດຍສະເພາະໃນເດັກນ້ອຍອາຍຸ ຕໍ່າກ່ວາ 5 ປີ ໃນນີ້ 49.9% ມີຄວາມສູງຕໍ່າກ່ວາມາຕຖານ ສະເລັ່ຍໃສ່ອາຍຸ ຂອງພວກເຂົາ. ສາເຫດທີ່ເຮັດໃຫ້ເດັກນ້ອຍ ອາຍຸຕໍ່າກ່ວາ 5 ປີ ຍັງເຕັ້ຍກໍຍ້ອນປະຊາຊົນ ເຂົ້າໃຈວ່າລູກຫຼານເຕັ້ຍຍ້ອນກັມມະພັນ ແລະພໍ່ແມ່ຜູ້ປົກຄອງ ບໍ່ມີເວລາເບິ່ງແຍງລູກ-ຫຼານ ແລະບໍ່ມີເງິນຊື້ ອາຫານເສີມໃຫ້ລູກຫຼານ ແຕ່ວ່າໃນທາງປະຕິບັດ ຕາມຫຼັກການສະທາຣະນະສຸຂ ພໍ່ແມ່ຜູ້ປົກຄອງ ສາມາດສົ່ງເສີມໃຫ້ເດັກນ້ອຍ ບໍ່ເຕັ້ຍໄດ້ຕັ້ງແຕ່ຍັງເປັນໂຕອ່ອນ ຢູ່ໃນຄັນເຖິງອາຍຸ 5 ປີ ໂດຍເປັນເຈົ້າການສນັບສນູນ ໃຫ້ລູກຫຼານເຂົ້າເຖິງຫຼັກ ໂພຊະນາການທີ່ຖືກຕ້ອງ.
ດັ່ງເຈົ້າໜ້າທີ່ ອົງການອາຫານໂລກ ປະຈຳແຂວງພາກໃຕ້ ກ່າວໃນມື້ດຽວກັນວ່າ:
“ການດໍາຣົງຊີວິດຢູ່ເຂດນອກໆ ແລ້ວເຂົາຮ້ອງວ່າ ອອກແຮງງານຫຼາຍຫັ້ນນ່າ ເພິ່ນກໍບໍ່ຄ່ອຍມີເວລາຊິໄດ້ວ່າ ມື້ນີ້ລູກຕ້ອງກິນຫຍັງ ເຮົາທຽບໃສ່ວ່າເດັກໃນເມືອງ ກັບເດັກບ້ານນອກຫັ້ນນ່າເດັກໃນເມືອງ ເຖິງແມ່ນວ່າພໍ່-ແມ່ ນ້ອຍຢູ່ແຕ່ລູກສູງໆ ໃຫຍ່ມາອາຍຸ 6-7 ປີ 8 ປີ ແລ້ວກໍສູງກ່ວາ ພໍ່ແມ່ແຕ່ວ່າເປັນໃນເມືອງເພາະວ່າ ເຂົາດູແລດີ ນອກຈາກກິນເຂົ້າແລ້ວ ກໍຍັງມີອາຫານເສີມຕ່າງໆ ເນາະແຕ່ວ່າເດັກ ຢູ່ຊົນນະບົດຫັ້ນເຂົາກໍກິນແຕ່ເຂົ້າ ຄືເວົ້າຫັ້ນລະ.”
ສະພາບໂຕຈິງ ຢູ່ໃນເຂດຊົນນະບົດປະຊາຊົນ ບໍ່ມີທີ່ດິນທຳກິນດັ່ງທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງເຊກອງໄດ້ກ່າວໄວ້ຂ້າງຕົ້ນ ແທ້ຈົນເຮັດໃຫ້ປະຊາຊົນ ເຮັດສວນຕາມແຄມທາງ ຫຼືບ່ອນດິນທີ່ບໍ່ມີຜູ້ໃດເປັນເຈົ້າຂອງ ແບບປະຖົມປະຖານ ບໍ່ມີເທັກນິກວິຊາການຜົນຜລິດ ກໍອອກມາບໍ່ງາມແລ້ວເຮັດ ໃຫ້ມີອາຫານໄວ້ກິນພາຍໃນຄອບຄົວ ບໍ່ພຽງພໍຈົນບາງຄອບຄົວ ຕ້ອງໄດ້ໄປກູ້ເງິນມາຊື້ເຂົ້າກິນກໍມີ.
ດັ່ງຊາວບ້ານ ຢູ່ບ້ານຍົກທົ່ງ ເມືອງທ່າແຕງ ກ່າວໃນມື້ດຽວກັນວ່າ:
“ເຮັດທາງສວນ ບ່ອນຫັ້ນເລື້ອຍບ່ອນນີ້ ເລື້ອຍຫັ້ນນ່າບໍ່ເປັນຫຼັກ ບໍ່ເປັນນາໄປຫັ້ນນ່າ ບໍ່ມີນາເປັນຄົງທີ່ສາແລ້ວກໍເຂົ້າກໍບໍ່ງາມ ເພາະວ່າຫຼັກໆ ເຂົາເຈົ້າເຮັດແບບແບບການປູກພືດ ບໍ່ມີການເຕັກນິກແບບວ່າ ຂາດເຂົ້າເປັນ 6 ເດືອນ, 8 ເດືອນໄປນັ້ນນ່າ ກໍກິນໄປແນວນັ້ນແຫຼະ ວ່າຊິຈ່ອຍ ຊິສູງຈັ່ງຊີ້ ກໍບໍ່ກໍຫາກູ້ຫາຢືມໄປແນວນັ້ນ ບາດຍາມໄດ້ແນວນັ້ນ ກໍໃຊ້ໜີ້ແລ້ວຢືມຕໍ່ຕິດໜີ້ ຜູ້ນັ້ນອີກ.”
ຊາວບ້ານຢູ່ບ້ານຫົວເຊໂດນ ກໍກ່າວຄືກັນວ່າປັດຈັຍຫຼັກ ທີ່ເຮັດໃຫ້ປະຊາຊົນຂາດແຄນອາຫານ ກໍຍ້ອນປະຊາຊົນ ບໍ່ມີທີ່ດິນທຳກິນ ຈົນເຮັດໃຫ້ບາງມື້ກໍມີອາຫານກິນ ບໍ່ພຽງພໍ ເຖິງແມ່ນຈະໄປຮັບຈ້າງ ອອກແຮງງານ ເພື່ອມີເງິນມາຊື້ກິນແລ້ວກຕໍຕາມ.
ດັ່ງຊາວບ້ານ ຢູ່ບ້ານຫົວເຊໂດນ ເມືອງທ່າແຕງກ່າວໃນມື້ດຽວກັນວ່າ:
“ໂຕຫຼັກໆ ກໍແມ່ນວ່າເພິ່ນບໍ່ມີດິນທຳການຜລິດ ອາຫານມີກໍບໍ່ພໍພຽງນີ້ແຫຼະ ມີອາຫານກໍໄປຕາມອັນນັ້ນຫັ້ນແຫຼະ ຕາມເງື່ອນໄຂຂອງເພິ່ນຫັ້ນແຫຼະ ຄືວ່າຄັນມີຜູ້ເຂົາຈ້າງເຂົາຫຍັງກໍອອກ ແຮງງານເພິ່ນເຮັດໄດ້ກໍໄດ້ຊື້ໄດ້ກິນໄປຈັ່ງຊັ້ນ ຫັ້ນແຫຼະ.”
ໃນວັນທີ 12 ມິຖຸນາ 2023 ຜ່ານມາສະຖານທູດຝຣັ່ງ ປະຈຳລາວ ແລະ ອົງການອາຫານໂລກປະຈຳລາວໃຫ້ການຊ່ອຍເຫຼືອ ທາງດ້ານສະບຽງອາຫານ ແກ່ປະຊາຊົນຫຼາຍກ່ວາ 10,600 ຄົນ 2,000 ຄອບຄົວໃນ 20 ບ້ານຢູ່ເມືອງທ່າແຕງ ແຂວງເຊກອງມູນຄ່າ 545,852 ໂດລ້າຣ໌ ສະຫະຣັຖ ໂດຍເງິນຊ່ອຍເຫຼືອ ແມ່ນໃຫ້ເປັນເງິນສົດ ແກ່ປະຊາຊົນສາມາດນຳໄປຊື້ອາຫານ ທີ່ຈຳເປັນໄດ້ທັນທີ. ພ້ອມນີ້ພວກເຂົາເຈົ້າຍັງໄດ້ຮັບການຝຶກອົບຮົມ ດ້ານໂພຊະນາການ ແລະອາດສາມາດໃນການປັບໂຕ ຕໍ່ພັຍພິບັດທີ່ກ່ຽວຂ້ອງກັບການປ່ຽນແປງ ຂອງດິນຟ້າອາກາດ ແລະພັຍພິບັດອື່ນໆ ຫຼັງຈາກນັ້ນພວກເຂົາຍັງ ມີໂອກາດໃນການລົງມື ປະຕິບັດໂຕຈິງກ່ຽວກັບທັກສະ ແລະຄວາມຮູ້ທີ່ພວກເຂົາໄດ້ປະສົບ ມາຜ່ານການນຳໃຊ້ທຶນກະສິກັມ ທີ່ພວກເຂົາໄດ້ຮັບນຳໄປລົງທຶນ ເຮັດສວນຄົວ ແລະລ້ຽງສັດຂນາດນ້ອຍ. ນອກຈາກນີ້ 16% ປະຊາກອນ ໃນເຂດຊົນນະບົດ ແມ່ນປະເຊີນກັບບັນຫາ ດ້ານຄວາມບໍ່ໝັ້ນຄົງ ດ້ານອາຫານ, ອີງຕາມ ທ່ານ ຢານ ເດວບາເຣີ ຜູ້ອຳນວຍການ ແລະຕາງໜ້າອົງການອາຫານໂລກ ປະຈຳລາວກ່າວ ໃນກອງປະຊຸມໂຄງການ ຊ່ອຍເຫຼືອປະຊາຊົນ ທີ່ພົບບັນຫາການຄໍ້າປະກັນ ທາງດ້ານສະບຽງອາຫານ ທີ່ສາງກະຊວງແຮງງານ ແລະສວັດດິການສັງຄົມ ໃນວັນທີ 09 ມິຖຸນາ 2023 ຜ່ານມາ.