ບັນຫາ ຢາເສບຕິດ ໃນລາວ ຍິ່ງເພີ່ມທະວີ
2022.12.22

ການຄ້າ ແລະການເສບ ຢາເສບຕິດ ໂດຍສະເພາະຢາບ້າ ເພີ່ມຂຶ້ນເລື້ອຍຢູ່ປະເທດລາວ. ການຄ້າຢາບ້າ ເພີ່ມຂຶ້ນຢ່າງວ່ອງໄວ. ວິທະຍຸ ເອເຊັຽ ເສຣີ ຣາຍງານວ່າ ເຈົ້າໜ້າທີ່ຕຳຣວດລາວ ຍຶດຢາບ້າໄດ້ຫຼາຍຂຶ້ນທຸກໆປີ ຕົວຢ່າງໃນປີ 2021, ຕຳຣວດລາວ ຍຶດຢາບ້າໄດ້ຄັ້ງດຽວ ຢູ່ແຂວງບໍ່ແກ້ວເຖິງ 55.6 ລ້ານເມັດ, ໃນປີ 2020 ຍຶດໄດ້ໃນທົ່ວປະເທດ 18.6 ລ້ານເມັດ ແລະໃນປີ 2019 ຍຶດໄດ້ 17.7 ລ້ານເມັດ; ສລຸບແລ້ວ ໃນປີ 2021 ຕຳຣວດລາວ ຍຶດຢາບ້າໄດ້ຫຼາຍກວ່າ 2 ປີກ່ອນ ກວ່າ 3 ເທົ່າ.
ສ່ວນຈຳນວນຢູ່ຕິດຢາເສບຕິດນັ້ນ, ສະນັກງານຢາເສບຕິດ ແລະອາຊຍາກັມ ສະຫະປະຊາຊາຕ ຣາຍງານວ່າ ເມື່ອປີ 2018 ຈຳນວນຜູ້ຕິດຢາເສບຕິດ ໃນທົ່ວປະເທດລາວ ມີຢູ່ປະມານ 63,000 ຄົນ; ຫຼັງຈາກນັ້ນ ເຈົ້າໜ້າທີ່ລາວ ແລະຂອງອົງການສາກົນ ກໍບໍ່ໄດ້ເປີດເຜີຍ ໂຕເລກຄົນລາວ ຕິດຢາເສບຕິດ ເພີ່ມຂຶ້ນເປັນເທົ່າໃດ ພຽງແຕ່ບອກວ່າ ຈໍານວນຄົນລາວ ໂດຍສະເພາະໄວລຸ້ນ ຕິດຢາບ້າ ເພີ່ມຂຶ້ນຢ່າງວ່ອງໄວ. ລ້າສຸດ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກຣັຖມົນຕຣີ, ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ຣາຍງານຕໍ່ກອງຊຸມ ປະສະພາແຫ່ງຊາຕວ່າ ຈຳນວນຜູ້ຕິດຢາເສບຕິດ ຢູ່ລາວ ເພີ່ມຂຶ້ນຫຼາຍ ຈົນລົ້ນສູນບຳບັດ.
ຍ້ອນມີຄົນຕິດ ຢາເສບຕິດຫຼາຍໃນຊຸມຊົມ, ພົນເອກ ວິໄລ ຫຼ້າຄຳຟອງ ຍັງສເນີໃຫ້ຕັ້ງສູນບຳບັດ ຢູ່ແຕ່ລະບ້ານໃຫຍ່ໆ. ຕໍ່ບັນຫາການຣະບາດຂອງຢາເສບຕິດ ໃນຊຸມຊົນນີ້ ຂ້າພະເຈົ້າ ໄດ້ສັມພາດຜູ້ນຳຊຸມຊົນ ຂອງບ້ານໃຫຍ່ ບ້ານນຶ່ງ ໃນແຂວງບໍຣິຄຳໄຊ. ຕໍ່ຄຳຖາມທີ່ວ່າ ຢູ່ໃນບ້ານຂອງທ່ານ ມີຄົນຄ້າ ແລະຕິດຢາເສບຕິດ ຫຼາຍແທ້ບໍ່?
ຜູ້ນຳຊຸມຊົນທ່ານນີ້ ຊຶ່ງບໍ່ປະສົບບອກຊື່ ຕອບວ່າ:
“ເຂົາມາສລຸບແລ້ວຫັ້ນນ່າ ຄົນຕິດຢາ ຄົນເສບຢາ ເສັຍທາດຂາດຄຸນ ເປັນບ້າ ຂ້າຄູ້ຂ້າຄົນ ເປັນແມ່ນຫຍັງຕ່າງໆ ນັບແຕ່ພູຫ້ວຍລົງມາຈົນຮອດທົ່ວປະເທດ ແຕ່ລະແຂວງສົ່ງລາຍຊື່ ສົ່ງຕົວເລກເຂົ້າໄປ ໄປຫາເຈົ້າໜ້າທີ່ ໄປສັງລວມຢູ່ກະຊວງ ມັນບໍ່ແມ່ນທັມມະດາ; ດຽວນີ້ ຣັຖບານມາສັງລວມແລ້ວ ຊິມາພັທນາເສຖກິດສັງຄົມນິນ່າ ມັນພັທນາບໍ່ໄດ້ ຍ້ອນບັນຫາຢາເສບຕິດ, ຈັງຊັ້ນ ເຂົາຈຶ່ງມາເປີດກອງປະຊຸມສໄມວິສາມັນ ກອງປະຊຸມຄະນະຣັຖບານຫັ້ນນ່າ ບໍ່ປາບໂຕນີ້ ແມ່ນພັທນາບໍ່ໄດ້ ເພາະວ່າໂຕນີ້ ມັນເປັນສິ່ງກີດຂວາງເດ່. ເມື່ອກີ້ນ ຖາມວ່າ ຢູ່ພາຍໃນປະເທດ ມີຄົນຕິດຫຼາຍຂຶ້ນ ມີຄົນຄ້າຫຼາຍຂຶ້ນ ຄືເຮົາເປັນຄົນທັມມະດາສາມັນ ເຮົາກໍສາມາດສັງເກດເຫັນບໍ່ວ່າ ຢູ່ບ້ານຢູ່ໃນຊຸມຊົນ, ໂອ້ ກໍກາຍເຫັນເກາະ ຍັງໜ້ອຍນຶ່ງ ເຂົາບໍ່ມາຫ້ອຍຂາຍຄືເຂົ້າໜົມ; ໄວຣຸ້ນນີ້ນ່າ ຫຼາຍເຮືອນ ພໍ່ແມ່ອຸກໃຈກັບບັນຫາຢາເສບຕິດນີ້ ຕິດແລ້ວ ຂີ່ຣົຖໄວ ຂີ່ຣົຖໄວແລ້ວ ກ່າໄປລັກ ອຸບປະຕິເຫດຕາມທ້ອງຖນົນ ຕາຍເທື່ອສອງເທື່ອສາມກໍມີເດ່. ບັດນີ້ ການລັກເຄື່ອງຂອງຢູ່ຕາມບ້ານ ເມືອງ ກໍຫຼາຍຂຶ້ນຊັ້ນບໍ່? ໂອ່ມ ບໍ່ເວົ້າ ຣົຖຈັກນີ້ລະແມ່ນ ແນມທັນລະທັນ ບໍ່ທັນລະແມ່ນແລ້ວ ເຂົາມັກແທ້ໆລະແມ່ນຣົຖແວບຮ້ອຍຂອງໄທຫັ້ນ, ໂອ້ ມ້ຽນດີບໍ່ດີ ເຂົາຍັງລັກເອົາ ຂນາດກຳແພງສູງສອງແມັດຫ້າສິບພຸ້ນນ່າ ເຂົາຍັງເອົາໄດ້. ເຂົາເຂົ້າໄປຫາມອອກມາ, ເອີ ເຂົາເອົາຂັ້ນໄດກ່າຍເຂົ້າໄປ ຜູ້ຢູ່ໃນກໍຫາມອອກມາ ໃຫ້ຜູ້ຢູ່ນອກຫັ້ນແຫຼະ. ອັນນັ້ນ ມັກເກີດຢູ່ໃນເມືອງຫຼືຢູ່ບ້ານນອກກໍມີ? ທຸກບ່ອນດຽວນີ້ ທຸກບ່ອນເລີຍ ມັນເປັນແກ໊ງເລີຍ; ຈຳນວນມາລໍຖ້າຊື້ເອົາ ຜູ້ລັກເອົາມາ ສົມມຸດວ່າ ຣົຖຄັນນຶ່ງໃໝ່ໆ ເຂົາກໍຂາຍດ້າມໝື່ນບາດ. ຜູ້ຕິດກໍຫຼາຍຂຶ້ນແທ້ຫວະ ມີຫຼາຍສິບຄົນ ຫຼືເປັນຮ້ອຍຈັງຊີ້? ພໍ່ເຮືອນພໍ່ຊານ ອາຍຸປະມານ 30 ປາຍປີ 40 ປີນີ້ນ່າ; ແຕ່ກ່ອນບໍ່ເຄີຍເປັນແມ່ຮ້າງ ດຽວນີ້ ບໍ່ອຶດ. ກໍຍ້ອນຜົວຕິດຢາເສບຕິດແມ່ນບໍ່? ກໍແມ່ນຜົວຕິດຢາເສບຕິດ ບອກໃຫ້ຢ່າ ບໍ່ຢ່າ ຄອບຄົວທຸກເຂົ້າທຸກເຂົ້າ ບໍ່ຫຍັງຢູ່ຫຍັງກິນ ແຖມບໍ່ພໍ ຍັງຊອກລັກຊອກເລມ ເອົາເຣື່ອງເອົາຄວາມມາຫາຄອບຄົວ ເຂົາກໍໜີແຫຼະເຂົາກະດາຍ.”
ຫຼັງຈາກນັ້ນ ຂ້າພະເຈົ້າ ໄດ້ຖາມຕື່ມວ່າ ແຕ່ກ່ອນ ເຈົ້າໜ້າທີ່ລາວ ໄດ້ກວດປັດສະວະ ຫຼື ຍ່ຽວຂອງນັກຮຽນ ຊັ້ນມັທຍົມ ແລະຜົນປະກົດວ່າ ນັກຮຽນເຖິງ 30% ມີປັດສະວະເປັນສີມ່ວງ ຫຼື ເສບຢາເສບຕິດ. ປັດຈຸບັນ ເຈົ້າໜ້າທີ່ ຍັງກວດປັດສະວະ ຂອງນັກຮຽນຢູ່ບໍ່ ໃນເຂດບ້ານຂອງທ່ານ?
ຜູ້ນຳຊຸມຊົນທ່ານນີ້ຕອບວ່າ ດຽວນີ້ ເຈົ້າໜ້າທີ່ເພິ່ນກວດ ແຕ່ກຸ່ມສ່ຽງ ບໍ່ໄດ້ກວດໝົດທຸກຄົນ ແລະໃນກຸ່ມສ່ຽງນັ້ນ ແນ່ນອນ ກໍຕ້ອງມີຜູ້ເສບຢາບ້າ ປະມານ 30% ນັ້ນແຫຼະ. ພວກນັກຮຽນ ເຂົາເສບຢູ່ນອກໂຮງຮຽນ, ເສບແລ້ວຈຶ່ງເຂົ້າມາໂຮງຮຽນ.
ຕໍ່ຄຳຖາມທີ່ວ່າ ການລັກລອບຄ້າຢາເສບຕິດ ລະຫວ່າງລາວ ແລະໄທຍ ເພີ່ມຂຶ້ນຫຼາຍ ແມ່ນບໍ່? ຜູ້ນຳຊຸມຊົນທ່ານນີ້ ຕອບວ່າ ເຈົ້າໜ້າທີ່ທັງລາວ ແລະໄທຍ ຍຶດຢາເສບຕິດ ຊຶ່ງມີທັງຢາບ້າ, ຢາໄອຊ໌ ແລະກັນຊາ ຕາມເຂດຊາຍແດນ ລາວ-ໄທຍ ໄດ້ເລື້ອຍໆ; ຕົວຢ່າງເມື່ອເດືອນທີ່ແລ້ວ ເຈົ້າໜ້າທີ່ຕຳຣວດໄທຍ ກໍຍຶດຢາບ້າ 3 ລ້ານເມັດ ຢູ່ບໍຣິເວນເໜືອເມືອງປາກຊັນ ແຂວງບໍຣິຄຳໄຊ ແຕ່ຈັບພວກຄ້າຢາເສບຕິດ ບໍ່ໄດ້, ຫຼົບໜີໄດ້ທັນ.
ຕໍ່ຄຳຖາມທີ່ວ່າ ເປັນຫຍັງ ການຄ້າຢາເສບຕິດ ຈຶ່ງເພີ່ມຂຶ້ນ?
ຜູ້ນຳຊຸມຊົນ ຕອບສັ້ນໆວ່າ “ມັນຮັ່ງມີໄວນີ້ແລ້ວ. ຖ້າທຳມາຫາກິນແບບຊື່ສັດ ຫຼື ແບບຖືກຕ້ອງ ຕາມກົດໝາຍ ຫຼາຍສິບປີ ຈຶ່ງຮັ່ງມີ ເຜີໆຈົນຕາຍ ກໍບໍ່ລ້ຳລວຍ ຈັກເທື່ອ.”
ຄຳຖາມສຸດທ້າຍ ພວກຄ້າຢາເສບຕິດ ມີສ່ວນສົມຮູ້ ຮ່ວມຄິດ ກັບເຈົ້າໜ້າທີ່ແນວໃດ?
ຜູ້ນຳຊຸມຊົນ ຕອບວ່າ ພວກເຈົ້າໜ້າທີ່ ຜູ້ມີອຳນາດ ອຳນວຍຄວາມສະດວກ ໃຫ້ແກ່ພວກຄ້າຢາເສບຕິດ. ເຖິງຢ່າງໃດກໍຕາມ ຫຼັງຈາກນາຍົກ ຣັຖມົນຕຣີ ທ່ານ ພັນຄຳ ວິພາວັນ ປະກາດ ການປາບປາມ ຢາເສບຕິດ ເປັນວາຣະແຫ່ງຊາຕ ເມື່ອເດືອນພຶສພາ ປີ 2021, ເຈົ້າໜ້າທີ່ຕຳຣວດ ກໍປະຕິຍານຕໍ່ຣັຖບານວ່າ ຈະພະຍາຍາມ ປະຕິບັດໜ້າທີ່ ຕາມວາຣະແຫ່ງຊາຕ ໃຫ້ໄດ້ຈົນສຸດຄວາມສາມາດ; ຖ້າຜິດພາດ ໃຫ້ໄລ່ອອກໄດ້ເລີຍ.