ມີການຍຶດຢາເສບຕິດ ຢູ່ບໍລິຄຳໄຊ ຫຼາຍຂຶ້ນ

ຈຳປາທອງ
2024.08.01
ມີການຍຶດຢາເສບຕິດ ຢູ່ບໍລິຄຳໄຊ ຫຼາຍຂຶ້ນ ເຈົ້າໜ້າທີ່ກວດຍຶດຢາເສບຕິດ ຈຳນວນຫຼາຍ ຢູ່ແຂວງບໍລິຄຳໄຊ.
ຮູບພາບ ປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊ

ຢູ່ແຂວງບໍລິຄໍາໄຊ ມີຄະດີຢາເສບຕິດ 2 ຄະດີ ໃນເດືອກໍລະກົດ 2024 ນີ້ ເຊິ່ງຕໍາຫຼວດແຂວງ ໄດ້ກັກໂຕຜູ້ຮ່ວມຂະບວນການຄ້າ ແລະຂົນສົ່ງຢາເສບຕິດລາຍໃຫຍ່ ແລະລາຍນ້ອຍໄດ້ 4 ຄົນ ເປັນຄົນລາວທັງໝົດ ແລະຍຶດຂອງກາງ-ຢາໄອສ໌ ໄດ້ຫຼາຍເຖິງ 1,559 ກິໂລ ທີ່ຄາດວ່າ ຈະນໍາອອກໄປຂາຍທີ່ປະເທດເພື່ອນບ້ານ. 

ຕໍາຫລວດແຂວງບໍລິຄໍາໄຊ ໄດ້ກວດລົດບັນທຸກ 22 ລໍ້ ສີແດງ, ປ້າຍກໍາແພງນະຄອນ ຢູ່ຈຸດກວດກາ ເຂດບ້ານ ນາໄຊ ເມືອງທ່າພະບາດ ເມື່ອວັນທີ  29 ກໍລະກົດທີ່ຜ່ານມາ. ໄດ້ກວດພົບຢາໄອສ໌ 44 ເປົ໋າ, ນໍ້າໜັກ 1,449 ກິໂລ ໂດຍມີລົດ ຟໍຈູເນີ ສີຂາວ ປ້າຍກໍາແພງນະຄອນ ແລ່ນມາກ່ອນເພື່ອສັງເກດການ. ຕໍາຫຼວດກັກໂຕ ຜູ້ຮ່ວມຂະບວນການຄ້າຢາເສບຕິດ ລາຍໃຫຍ່ 3 ຄົນ ແລະນໍາມາສືບສວນ, ສອບສວນ, ອີງຕາມຄໍາເວົ້າ ຂອງຕໍາຫຼວດແຂວງບໍລິຄໍາໄຊ ຜູ້ໜຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ສິງຫານີ້.

ໝາຍຄວາມວ່າ ຍັງດໍາເນີນການສືບສວນ-ສອບສວນຢູ່ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການຫັ້ນແຫລະເດີ. ທັງຄ້າ, ທັງຂາຍ, ທັງຂົນສົ່ງ ຫັ້ນແຫລະ ແຕ່ວ່າມັນຍັງບໍ່ທັນລະອຽດເທື່ອ.

ແລະໃນເດືອນດຽວກັນນີ້ ຄືວັນທີ 21 ກໍລະກົດທີ່ຜ່ານມາ ຕໍາຫຼວດແຂວງນີ້ ກໍຈັບຜູ້ຄ້າຂາຍຢາເສບຕິດໄດ້ 1 ຄົນ ຢູ່ບ້ານ ຫ້ວຍແກ້ວ ເມືອງຄໍາເກີດ ພ້ອມຂອງກາງ- ຢາໄອສ໌ 106 ຫໍ່, ໜັກ 110 ກິໂລ, ເຮໂລອີນ 37 ກິໂລ ແລະຢາອີ 47 ຫໍ່, ໜັກ 61 ກິໂລ ທີ່ເຊື່ອງໄວ້ ຢູ່ບ່ອນນັ່ງຄົນຂັບລົດ ແລະຫຼັງລົດ ແລະໄດ້ສອບສວນຜູ້ກ່ຽວ, ອີງຕາມຂໍ້ມູນ ຈາກເຟສບຸກເພຈ ປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ.

ແລະຕໍາຫລວດແຂວງນີ້ ອີກຜູ້ໜຶ່ງ ກໍເວົ້າວ່າ ທັງ 2 ຄະດີນັ້ນແມ່ນໄດ້ຮັບແຈ້ງ ຈາກພົນລະເມືອງດີວ່າ ມີຄົນຈໍານວນໜຶ່ງ ຄ້າຂາຍ ແລະຂົນສົ່ງຢາເສບຕິດ ຢູ່ຕາມຊາຍແດນ ທີ່ຕິດກັບປະເທດເພື່ອນບ້ານ ແລ້ວເຈົ້າໜ້າທີ່ ຈຶ່ງໄປກວດກາ ຕິດຕາມເປົ້າໝາຍທີ່ຕ້ອງສົງໄສ, ໄດ້ກັກຕົວ ແລະນໍາມາດໍາເນີນຄະດີຕາມກົດໝາຍ.

ທ່ານກ່າວຕື່ມວ່າ ແຂວງບໍລິຄໍາໄຊ ເປັນທາງຜ່ານຂອງຢາເສບຕິດ ທີ່ມາຈາກທາງພາກເໜືອ ຈາກນະຄອນຫຼວງວຽງຈັນ, ໃຊ້ເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ແລ້ວນໍາອອກໄປຂາຍຢູ່ຕ່າງປະເທດ ໄປໄທ ໄປຫວຽດນາມ.

ບໍລິຄໍາໄຊຫັ້ນນ່າ ມັນເປັນທາງຜ່ານ ມັນສິມາທາງນະຄອນຫລວງເນາະ ມັນສິອອກໄປທາງໄທ ກໍມີສິອອກໄປທາງຫວຽດນາມກໍໄດ້ ມາແຕ່ເໜືອມາແຕ່ຫົວພັນ ຊຽງຂວາງ ເຂົາກໍເອົາຜ່ານບໍລິຄໍາໄຊ ອອກແຕ່ວຽງ ຊິໄປທາງເໜືອ ໄປຊຽງຂວາງ ຫົວພັນ ກໍມາຜ່ານບໍລິຄໍາໄຊເດ້ ມັນເປັນທາງຜ່ານ ຄັນມັນມາທາງເໜືອແລ້ວ ຊິອອກໄປທງຫວຽດ  ກັບໄທ ຫລືອອກໄປທາງກໍາປະເຈັຽ ໄປທາງໃດບຸແຫລະ ເພາະມັນເປັນທາງຜ່ານເດ້ ເຂົາມັກໃຊ້ເສັ້ນທາງ 13 ໃຕ້.

ຊາວລາວ ຈາກເມືອງຄໍາເກີດ ທີ່ໄດ້ຕິດຕາມຂ່າວນີ້ຢ່າງໃກ້ຊິດ ແລະຮູ້ຈັກກັບຜູ້ຕ້ອງຫາໃນຄະດີ ວັນທີ 21 ກໍລະກົດທີ່ຜ່ານມາ ຄືເປັນຜູ້ຮ່ວມຂະບວນການຄ້າ ແລະຂົນສົ່ງຢາເສບຕິດ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ເປັນເລື້ອງທີ່ດີ ທີ່ຕໍາຫຼວດ ຈັບເຂົາມາດໍາເນີນຄະດີໄດ້. ແຕ່ກໍຢາກໃຫ້ພິຈາລະນາວ່າ ບຸກຄົນ ທີ່ຕໍາຫຼວດກັກໂຕນັ້ນ ຕ້ອງບໍ່ແມ່ນເປັນຜູ້ຮັບບາບ ຫຼື ແພະຮັບບາບ ດັ່ງທີ່ທ່ານກ່າວວ່າ:

ໄປນໍາກັນ 2 ຄົນຜູ້ທີ 1 ຫັ້ນມັນໜີຫັ້ນນ່າ ຍັງແຕ່ລາວຜູ້ດຽວ. ເຂົາກໍຕິດຕາມກວດກາມາຫັ້ນນ່າ. ຜູ້ອັນ ຄ້າຫັ້ນ ແຕ່ມັນບໍ່ໄດ້ມາໄດ໋ ຜູ້ມັນບໍ່ຮູ້ອີ່ໂໜ້ອີ່ເໜ້ ນີ້ຕີ້. ແພະຮັບບາບ, ຕາຍໆຜູ້ນີ້ຕີ້ ຢາກໃຫ້ຜູ້ເຮັດແທ້ທໍາຈິງນັ້ນຮັບ, ບໍ່ແມ່ນຄົນບໍ່ຮູ້ອີ່ສັງຫັ້ນແຫລະມາຮັບເຄາະ ມັນ.

ທ່ານກ່າວຕື່ມວ່າ ຫາກຜູ້ກ່ຽວ ເປັນຄົນຄ້າຂາຍ ແລະຂົນສົ່ງຢາເສບຕິດແທ້ ຊີ ວິດການເປັນຢູ່ຂອງເຂົາ ກໍຕ້ອງດີຂຶ້ນ, ບໍ່ແມ່ນຈະຍັງເປັນຄອບຄົວທຸກຍາກ ຄືທຸກມື້ນີ້ ແລະຜູ້ກ່ຽວ ກໍຍັງເປັນຄົນສະຕິບໍ່ດີປານໃດນໍາອີກ.

ບາງເທື່ອກໍ່ໃຫ້ເປັນເງິນ ບາງເທື່ອ ຊິບອກກັນຫັ້ນແຫລະ ຈັ່ງຮູ້ຈັ່ງໄປ ຂັບອອກຈາກເມືອງຄໍາເກີດ ສິໃຫ້ເທົ່ານັ້ນເທົ່ານີ້ 1,000 ຫລຽນ ລະກະຊິໄປຫັ້ນແຫລະ ແນວຄົນບໍ່ມີເນາະ ພໍ່ລະເປັນອໍາມະພາດເນາະ ພໍ່ກັບແມ່ລະປະກັນ ໃນມື້ລາວໄປຫັ້ນແຫລະ ເວົ້າແລ້ວ 80-90 % ຄົນແບບເຊີ້ໆຊ້າໆນີ້ນ່າ ແລ້ວປາກເວົ້າ ລາວກໍ່ເວົ້າຊ້າໆ ດົນໆຊິໄດ້ຍິນຄໍາໜຶ່ງ ເວົ້າຊ້າໆບໍ່ເວົ້າໄວ.

ແລະຕໍາຫຼວດແຂວງບໍລິຄໍາໄຊ ອີກຜູ້ໜຶ່ງກໍເວົ້າວ່າ ດຽວນີ້ ຕໍາຫຼວດກໍາລັງເລັ່ງ ດໍາເນີນການສືບສວນສອບສວນ ຫາຜູ້ຮ່ວມຂະບວນການນັ້ນ ມາດໍາເນີນຄະດີຕາມກົດໝາຍຢູ່.

ດໍາເນີນການສືບສວນສອບສວນກ່ຽວກັບ ກຸ່ມແກ້ງບັນດາພັກພວກ ທີ່ວ່າຮ່ວມຂະບວນການຫັ້ນ. ໂອ້ ຢາເສບຕິດທີ່ຍຶດມາໄດ້ ມີແຕ່ວ່າໄປທຊາລາຍຖິ້ມ ຮອດວັນ ອັນນ່າ ເວລາສານຕັດສິນ ໃຊ້ໄດ້ຢ່າງເດັດຂາດ ກໍໄປທໍາລາຍຖິ້ມ.

ເມື່ອກ່ອນໜ້ານີ້ ຄືປີ 2022 ທີ່ຜ່ານມາ ໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຂວງບໍລິຄໍາໄຊ ທີ່ມີຄະດີຢາເສບຕິດ 335 ຄະດີ ຈັບຜູ້ຕ້ອງຫາໄດ້ 450 ຄົນ. ໃນນັ້ນ ເປັນຄົນຕ່າງປະເທດ 3 ຄົນ ແລະຍຶດຢາເສບຕິດປະເພດຢາບ້າ ໄດ້ຫຼາຍກວ່າໝູ່ ຄື 2,612,738 ເມັດ, ຮອງລົງມາກໍແມ່ນຢາໄອສ໌ 110 ກິໂລ ແລະອື່ນໆ, ອີງຕາມຄໍາເວົ້າຂອງ ພັນໂທ ພັດທະນາ ວົງຄຳສີ, ຮອງຫົວໜ້າຫ້ອງການຕຳຫຼວດ ແຂວງບໍລິຄໍາໄຊ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.