ທົ່ວປະເທດ ມີບ້ານປອດຢາເສບຕິດແລ້ວ 2,797 ບ້ານ
2024.06.18

ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຢູ່ໃນກອງປະຊຸມ ສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 9 ໃນວັນທີ 14 ເດືອນມິຖຸນາ 2024 ນີ້ວ່າ ທາງການລາວ ໄດ້ປະກາດໃຫ້ມີບ້ານ ປອດຢາເສບຕິດແລ້ວ 2,797 ບ້ານ ຫຼືປະມານ 1 ໃນ 3 ຂອງຈຳນວນບ້ານທັງໝົດ ທົ່ວປະເທດລາວ, ແຕ່ກໍ່ຍັງມີຂໍ້ຄົງຄ້າງຫຼາຍຢ່າງ ທີ່ຍັງເຮັດໃຫ້ການປະກາດ ບ້ານປອດຢາເສບຕິດ ບໍ່ສາມາດເຮັດໄດ້ ຢ່າງທົ່ວເຖິງ.
ກ່ຽວກັບເລື່ອງ ທີ່ວ່ານີ້, ເຈົ້າໜ້າທີ່ຕຳຫຼວດ ທ່ານໜຶ່ງ ຢູ່ແຂວງໄຊຍະບູລີ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ມິຖຸນາ ນີ້ວ່າ ສະເພາະໃນເຂດເມືອງ ທີ່ທ່ານຮັບຜິດຊອບຢູ່ນັ້ນ ແມ່ນສາມາດປະກາດ ເປັນບ້ານປອດຢາເສບຕິດໄດ້ແລ້ວ ຈຳນວນ 26 ບ້ານ ຈາກທັງໝົດ 32 ບ້ານ ໂດຍບ້ານ ທີ່ຈະໄດ້ຖືກປະກາດ ເປັນບ້ານປອດຢາເສບຕິດ ໄດ້ນັ້ນ ຈະຕ້ອງຜ່ານການສຳຫຼວດ ຕາມມາດຕະຖານ 4 ຂໍ້ ປະກອບມີ ບໍ່ມີຜູ້ເສບ, ບໍ່ມີຜູ້ຂາຍ, ບໍ່ມີບ່ອນພັກເຊົາຢາເສບຕິດ ແລະ ບໍ່ມີຄອບຄົວ ທີ່ຫຍຸ້ງກ່ຽວກັບຢາເສບຕິດ.
“ສະຖິຕິປີກາຍນີ້ ກະຢູ່ 26 ບ້ານ ປະກາດນ່າ. ຍັງອີກ 6 ບ້ານບໍ່ທັນປະກາດເນາະ ແຕ່ວ່າ ປີນີ້ບໍ່ແນ່ໃຈ ວ່າ ພາກສ່ວນກ່ຽວຂ້ອງ ເຂົາເຈົ້າສະເໜີໄປຕື່ມ ຫຼືບໍ່ເນາະ. ກະມີຢູ່ 4 ມາດຖານ ນີ້ແຫຼະ ໜຶ່ງກະ ຢູ່ໃນບ້ານຫັ້ນບໍ່ມີອັ່ນ ບຸກຄົນເສບ, ສອງກະບໍ່ມີຜູ້ຂາຍ, ສາມກະອັ່ນ ເຂົາເອິ້ນອັ່ນ ບໍ່ເປັນບ່ອນພັກເຊົາ ແບບວ່າ ເປັນບ່ອນເກັບມ້ຽນຢາເສບຕິດຕ່າງໆ ຫັ້ນນ່າ ແລະກະ ໂຕທີ່ສີ່ ນີ້ກະແມ່ນ ທຸກຄົນໃນຄອບຄົວຫັ້ນ ບໍ່ຫຍຸ້ງກ່ຽວກັບຢາເສບຕິດ.”
ຂະນະທີ່ ເຈົ້າໜ້າທີ່ຂັ້ນບ້ານ ທ່ານໜຶ່ງ ຢູ່ແຂວງສາລະວັນ ກ່າວວ່າ ການແກ້ໄຂບັນຫາຢາເສບຕິດ ຍັງຖືເປັນວຽກງານໜຶ່ງ ຂອງອຳນາດການປົກຄອງບ້ານ ຕາມເງື່ອນໄຂການປະກາດ ເປັນບ້ານປອດຢາເສບຕິດ.
ຢ່າງໃດກໍ່ຕາມ, ຈຳນວນຜູ້ທີ່ກ່ຽວຂ້ອງ ກັບຢາເສບຕິດ ໃນຂົງເຂດ ທີ່ທ່ານຮັບຜິດຊອບ ຍັງຖືວ່າ ບໍ່ຫຼາຍປານໃດ ແລະ ບໍ່ແມ່ນຜູ້ຄ້າລາຍໃຫຍ່ ເປັນພຽງແຕ່ ໄວໜຸ່ມຄຶກຄະນອງ ຊຶ່ງຈະຖືກສົ່ງໂຕໄປບຳບັດ ແລະ ປິ່ນປົວ ຕາມລະບຽບກົດໝາຍ.
“ກຳລັງອັ່ນນ່າ ເອີ້ນຄຶກຄະນອງ ພວກອັ່ນນີ້ນີ່ນ່າ ມັນຈະບໍ່ເປັນລາຍໃຫຍ່. ແມ່ນ, ແຕ່ວ່າເອົາມາ ກະເອົາມາຈຳນວນໜ້ອຍ ລັກສະນະແບບສະເພາະກິດ ລັກສະນະຈັ່ງຊັ້ນນ່າ ກະມີຢູ່ຈຳນວນໜຶ່ງ ພາກສ່ວນເອົາມາຫັ້ນນ່າ ແຕ່ວ່າ ພໍແກ້ໄຂເຂົາເຈົ້າຫັ້ນລ່ະ.”
ທັງນີ້, ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ກ່າວຢູ່ໃນກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ອີກວ່າ ການປະກາດ ບ້ານປອດຢາເສບຕິດນີ້ ຍັງພົບມີຂໍ້ຄົງຄ້າງຢູ່ ຍ້ອນອຳນາດການປົກຄອງບ້ານ ແລະ ກອງຫຼອນບ້ານສ່ວນໜຶ່ງ ຍັງອ່ອນແອ ຈາກບັນຫາງົບປະມານ ແລະ ການບໍລິຫານວຽກງານ ທີ່ລົງມາຈາກສູນກາງ ເຮັດໃຫ້ອຳນາດການປົກຄອງບ້ານ ປ່ອຍປະລະເລີຍ ຖືເບົາ ຕໍ່ບັນຫາຢາເສບຕິດ ພາຍໃນຂົງເຂດບ້ານ.
“ຢາກໃຫ້ໄດ້ ບ້ານປອດຢາເສບຕິດນີ້ ມັນກະຕິດພັນກັບ ວຽກງານ ກໍ່ສ້າງຮາກຖານ, ວຽກງານ ພັດທະນາຊົນນະບົດ ມັນຈັ່ງຊິໄດ້. ຄັນຄືຊູ່ມື້ນີ້ບໍ່ໄດ້ດອກ ມີຕັ້ງແຕ່ພວກເຮົາເຮັດ ຜູ້ອື່ນກະ ເມີນເສີຍຢູ່. ອຳນາດການປົກຄອງ ກະຍັງບໍ່ທັນເຂັ້ມແຂງ ບໍ່ທັນໄດ້ຊ່ວຍພວກເຮົາພໍເທົ່າໃດ. ກອງຫຼອນ, ປກສ ບ້ານ ຄົນບໍ່ມີເງິນເດືອນ ບໍ່ມີອັດຕາກິນ ເຊົາເຮັດ ກະເຮັດສໍ່ານັ້ນແຫຼະ. ເພິ່ນມີຄວາມທຸກຢູ່ແລ້ວ, ຫຍຸ້ງຍາກຢູ່ແລ້ວ. ບວກໃສ່ອຳນາດການປົກຄອງບໍ່ແຂງ ໃຊ້ເຂົາບໍ່ເປັນ, ເຂົາກໍເຮັດນຳເຮົາບໍ່ໄດ້ພໍເທົ່າໃດ ເປັນແນວນັ້ນ.”
ຜ່ານມາ, ລັດຖະບານລາວ ໄດ້ຖືເອົາບັນຫາຢາເສບຕິດ ເປັນວາລະແຫ່ງຊາດ ລະຫວ່າງ ປີ 2021 ຫາ 2023 ຊຶ່ງໄດ້ຜ່ານການ ພິຈາລະນາ ຮັບຮອງ ຈາກສະພາແຫ່ງຊາດ ຮຽບຮ້ອຍແລ້ວ.
ຢ່າງໃດກໍ່ຕາມ, ລັດຖະບານລາວ ກໍ່ຍັງພວມປະສົບຄວາມຫຍຸ້ງຍາກ ຕໍ່ກັບການແກ້ໄຂບັນຫາຢາເສບຕິດ ຍ້ອນພວກຄ້າຂາຍຢາເສບຕິດ ຍັງສືບຕໍ່ໃຊ້ປະເທດລາວ ໃນການລັກລອບ ຂົນສົ່ງຢາເສບຕິດຂ້າມປະເທດ ຢ່າງຫຼວງຫຼາຍ.
ນອກຈາກນີ້ແລ້ວ, ຈາກການສຶກສາວິໄຈ ຂອງສະຖາບັນສັນຕິພາບ ແຫ່ງສະຫະລັດ ອາເມຣິກາ ຫຼື USIP ກໍ່ລະບຸວ່າ ປະເທດລາວ ເປັນໜຶ່ງໃນສູນກາງ ແຫຼ່ງອາດສະຍາກຳຂ້າມຊາດ ຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້ ໂດຍສະເພາະ ຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ບໍລິຫານໂດຍ ທ່ານ ຈ້າວ ເຫວີຍ ຊຶ່ງທາງການສະຫະລັດ ລະບຸວ່າ ທ່ານ ຈ້າວ ເຫວີຍ ມີສ່ວນພົວພັນ ກັບການຄ້າຢາເສບຕິດ ໃນຂົງເຂດນີ້ ນຳດ້ວຍ.