ເຣື້ອງທີ່ເກັບບັນທຶກໄວ້
2024-12-25
ນະຄອນຫຼວງພຣະບາງ ເລີ່ມປັບໃໝລົດ ແລະ ຜູ້ທີ່ຖິ້ມຂີ້ເຫຍື້ອ ຊະຊາຍ, ແຕ່ຫຼາຍພາກສ່ວນ ເຫັນວ່າ ການປະຕິບັດຕົວຈິງ ຄົງເປັນໄປໄດ້ຍາກ
2024-12-20
ໃນປີນີ້ ຢູ່ລາວມີຜູ້ຕິດເຊື້ອ HIV/AIDS 1,896 ຄົນ. ໃນ 3 ປີຜ່ານມາ ຜູ້ຕິດເຊື້ອເພີ່ມຂື້ນທຸກປີ. ແຕ່ປີ 1990 ເຖິງເດືອນພະຈິກປີນີ້ ຜູ້ຕິດເຊື້ອເສຍຊີວິດ 5,858 ຄົນ.
2024-12-16
ມີປະຊາຊົນ ໃນເມືອງນອງ, ເມືອງວິລະບູລີ ແລະເມືອງເຊໂປນ ແຂວງສະຫວັນນະເຂດ ລວມເຖິງ ເມືອງສະໝ້ວຍ ແລະ ເມືອງຕະໂອ້ຍ ແຂວງສາລະວັນ ເຊິ່ງເປັນເມືອງ ທີ່ຢູ່ໃນເສັ້ນທາງໂຮຈິມິນ ໄດ້ຮັບຜົນກະທົບ ຈາກຝົນເຫຼືອງ ແລະຢາຂ້າຫຍ້າ ທີ່ມີສານເຄມີ ປະເພດ Dioxin ທີ່ຖືກໃຊ້ໃນປາງສົງຄາມລັບ ຫຼື Secret War ໃນລາວ ນັບແຕ່ປີ 1961-1971 ເຮັດໃຫ້ເດັກນ້ອຍທີ່ເກີດມາ ມີຮ່າງກາຍບໍ່ສົມບູນ.
2024-12-11
ເວັບໄຊ້ທ໌ ຂອງລັດຖະບານອັງກິດ ແຈ້ງເຕືອນ ໃຫ້ພົນລະເມືອງຕົນເອງ ລະວັງການດື່ມເຫຼົ້າຍີ່ຫໍ້ Tiger Vodka ແລະ Tiger Whisky ເມື່ອໄປທ່ຽວເມືອງວັງວຽງ
2024-12-06
ເມືອງວັງວຽງ ສັ່ງຫ້າມຂາຍເຫຼົ້າ ໂວດກາ ໄທເກີ ແລະ ໄທເກີ ວິສະກີ ຢູ່ທຸກແຫ່ງໃນເມືອງ ພາຍຫຼັງກວດພົບວ່າມີສານປົນເປື້ອນ ທີ່ສົງໄສວ່າອາດເປັນສາເຫດເຮັດໃຫ້ ນັກທ່ອງທ່ຽວຕ່າງປະເທດ 6 ຄົນເສຍຊີວິດ.
2024-12-04
ຄ່າຝຸ່ນລະອອງຂະໜາດນ້ອຍກວ່າ 2.5 ໄມຄຣອນ ຫຼື PM2.5 ໃນບາງພື້ນທີ່ ຂອງນະຄອນຫຼວງວຽງຈັນ ເລີ່ມສູງຂຶ້ນຢູ່ໃນລະດັບທີ່ມີຜົນກະທົບຕໍ່ສຸຂະພາບ ຍ້ອນປັດຈຸບັນເລີ່ມເຂົ້າສູ່ລະດູແລ້ງ ທີ່ປະຊາຊົນເລີ່ມມີການກະກຽມຈູດນາ ຈູດສວນ ລວມເຖິງຈູດຂີ້ເຫຍື້ອ ເພື່ອກຽມເນື້ອທີ່ສໍາລັບການຜະລິດ.
2024-12-03
ໂຮງໝໍຫຼາຍແຫ່ງໃນປະເທດລາວ ເປັນຕົ້ນໂຮງໝໍແຂວງອຸດົມໄຊ, ໂຮງໝໍແຂວງຄໍາມ່ວນ ແລະໂຮງໝໍນະຄອນຫຼວງວຽງຈັນ ຍັງປະສົບບັນຫາຂາດແຄນຢາ ເນື່ອງຈາກຕິດໜີ້ບໍລິສັດຂາຍຢາ ນັບແຕ່ປີ 2023 ມາຮອດປັດຈຸບັນ ເຮັດໃຫ້ຄົນເຈັບຕ້ອງໄປຊື້ຢາບເອງ ແລະຄລິນິກເອກກະຊົນ.
2024-11-26
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງວັງວຽງ ແຂວງວຽງຈັນ ບໍ່ໄດ້ລົງກວດກາຄຸນນະພາບ ຂອງເຄື່ອງດື່ມທາດເຫຼົ້າ ຕາມຮ້ານບັນເທີງ ແລະ ຮ້ານກິນດື່ມ ຕ່າງໆ ຢ່າງທົ່ວເຖິງເທື່ອ, ແຕ່ກຳລັງກວດຮ້ານທີ່ຢູ່ໃນເມືອງກ່ອນ ແລ້ວຈຶ່ງຄ່ອຍກວດເຂດນອກ.
2024-11-25
ພາຍຫຼັງເກີດເຫດ ນັກທ່ອງທ່ຽວຕ່າງປະເທດ 6 ຄົນ ເສຍຊີວິດ ຢູ່ທີ່ເມືອງວັງວຽງ ແຂວງວຽງຈັນ, ທາງການແຂວງຈໍາປາສັກ ແລະ ຊຽງຂວາງ ໄດ້ອອກແຈ້ງການ ຫ້າມຮ້ານອາຫານ ແລະ ສະຖານບັນເທີງທຸກແຫ່ງ ຈໍາໜ່າຍ ຫຼື ນໍາໃຊ້ສານເສບຕິດ ຢ່າງເດັດຂາດ ພ້ອມດ້ວຍແຕ່ງຕັ້ງພະນັກງານກວດກາມາດຕະຖານຮ້ານອາຫານ ແລະ ຄຸນນະພາບເຄື່ອງດື່ມ ຢູ່ສະຖານບັນເທີງຕ່າງໆ.
2024-11-25
ພາຍຫຼັງເກີດເຫດ ນັກທ່ອງທ່ຽວຕ່າງປະເທດເສຍຊີວິດ ຈາກການດື່ມສິ່ງມຶນເມົາ ປົນເປື້ອນທາດເບື່ອ ຢູ່ເມືອງວັງວຽງ ແຂວງວຽງຈັນ ກໍ່ເຮັດໃຫ້ບັນດາຮ້ານບັນເທີງ ແລະຮ້ານກິນດື່ມຈໍານວນໜຶ່ງ ໄດ້ຮັບຜົນກະທົບຕາມໆກັນ ໂດຍສະເພາະ ນັກທ່ອງທ່ຽວຕ່າງປະເທດ ທາງຝັ່ງຢຸໂຣບ ຫຼຸດລົງ.
2024-11-22
ທາງການລາວ ເປີດເຜີຍຂໍ້ມູນວັນທີ 22 ພະຈິກ 2024 ກ່ຽວກັບນັກທ່ອງທ່ຽວຕ່າງປະເທດ 3 ຄົນເສຍຊີວິດ, ແຕ່ມາມາເຖິງປັດຈຸບັນ ມີ 6 ຄົນແລ້ວເສຍຊີວິດ.
2024-11-22
ຊາວອອສເຕຣເລຍ, ຮອລລີ ໂບລສ໌, ອາຍຸ 19 ປີ, ເປັນຜູ້ເຄາະຮ້າຍຫຼ້າສຸດທີ່ເສຍຊີວິດ ພາຍຫຼັງດື່ມເຄື່ອງດື່ມທີ່ປົນເປື້ອນທາດເບື່ອ ຢູ່ເມືອງວັງວຽງ ແຂວງວຽງຈັນ.
2024-11-21
ມີຂໍ້ມູນຢືນຢັນວ່າ ນັກທ່ອງທ່ຽວຕ່າງປະເທດ ເສຍຊີວິດ ເພີ່ມຂຶ້ນເປັນ 5 ຄົນແລ້ວ ຈາກເຫດການດື່ມເຫຼົ້າປະສົມສານເມທານອລ (Methanol) ຢູ່ເມືອງວັງວຽງ ໂດຍສື່ມວນຊົນອອສເຕຣເລຍ ລາຍງານວ່າ ນາຍົກລັດຖະມົນຕີ ຂອງອອສເຕຣເລຍ ໄດ້ກ່າວສະແດງຄວາມເສຍໃຈ ຕໍ່ຄອບຄົວຂອງຜູ້ເສຍຊີວິດ.
2024-11-20
ຊາວຕ່າງປະເທດຈໍານວນໜຶ່ງ ດື່ມເຄື່ອງດື່ມມຶນເມົາ ປະສົມທາດເບື່ອ ຢູ່ເມືອງວັງວຽງ ແຂວງວຽງຈັນ ເຮັດໃຫ້ມີອາການຜິດປົກກະຕິ ບໍ່ສະບາຍໜັກ ແລະເສຍຊີວິດ ພາຍຫຼັງທີ່ໂຮງໝໍວັງວຽງ ສົ່ງໂຕນັກທ່ອງທ່ຽວຊາວຕ່າງປະເທດຫຼາຍຄົນ ໄປປິ່ນປົວຢູ່ໂຮງໝໍ ໃນນະຄອນຫຼວງວຽງຈັນ.
2024-11-20
ໂຮງງານໝາກເດືອຍ ຂອງນັກລົງທຶນຈີນອ ເຮັດໃຫ້ການໃຊ້ຊີວິດປະຈໍາວັນ ຂອງປະຊາຊົນ ທີ່ຢູ່ອ້ອມຂ້າງໂຮງງານ ລໍາບາກຫຼາຍ ຍ້ອນຂີ້ຝຸ່ນ ແລະສະເກັດໝາກເດືອຍ ຕົກລົງໃສ່ບ້ານເຮືອນ ແລະເຄື່ອງປູກຂອງປະຊາຊົນ.