ຄົນເຈັບ ທີ່ເຂົ້າໂຮງໝໍລັດ ຍັງຕ້ອງໄດ້ຈ່າຍຄ່າຢາ ເອົາເອງ

ເພັດສະຫຍາມ
2024.12.03
ຄົນເຈັບ ທີ່ເຂົ້າໂຮງໝໍລັດ ຍັງຕ້ອງໄດ້ຈ່າຍຄ່າຢາ ເອົາເອງ ຄົນເຈັບໃນໂຮງໝໍແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ, ເດືອນພະຈິກ 2023.
ຮູບພາບຈາກພົນລະເມືອງ

ໂຮງໝໍຫຼາຍແຫ່ງ ເປັນຕົ້ນຢູ່ແຂວງອຸດົມໄຊ, ແຂວງຄໍາມ່ວນ ແລະນະຄອນ ຫຼວງວຽງຈັນ ຍັງປະສົບບັນຫາຂາດແຄນຢາ ເນື່ອງຈາກຕິດໜີ້ບໍລິສັດຂາຍຢາ ນັບແຕ່ປີ 2023 ມາຮອດປັດຈຸບັນ ເຮັດໃຫ້ຄົນເຈັບຕ້ອງໄປຊື້ຢາບາງລາຍການເອງ ຢູ່ຮ້ານຂາຍຢາ ແລະຄລິນິກເອກກະຊົນ.

ຍົກໂຕຢ່າງ ໂຮງໝໍແຂວງອຸດົມໄຊ ຕິດໜີ້ບໍລິສັດຂາຍຢາຂອງເອກກະຊົນ ແຕ່ປີ 2023 ເຖິງປີ 2024 ເປັນເງິນຈໍານວນປະມານ 18 ຕື້ກີບ ເຮັດໃຫ້ບໍລິສັດຂາຍຢາດັ່ງກ່າວ ບໍ່ສົ່ງຢາໃຫ້ໂຮງໝໍແຂວງອຸດົມໄຊ ຈຶ່ງສົ່ງຜົນໃຫ້ຢູ່ໂຮງໝໍຂາດ ແຄນຢາບາງລາຍການ ບໍ່ພຽງພໍຕໍ່ຄວາມຕ້ອງການຂອງຜູ້ມາປິ່ນປົວ,ຕາມຄວາມ ເວົ້າຂອງເຈົ້າໜ້າທີ່ແຂວງອຸດົມໄຊ ກ່າວວ່າ:

ເຮົາສະໜອງເງິນໄດ້ຕາມງວດ ເຂົາກໍສົ່ງຄົບຫັ້ນແຫຼະ ແຕ່ວ່າເຮົາສະໜອງບໍ່ໄດ້ ເຂົາກໍຕ້ອງໄດ້ໂຈະ ເພາະວ່າເຂົາເວົ້າເລື່ອງທຸລະກິດນໍ ບາງອັນ ມັນນໍ ເຂົາສະໜອງບໍ່ໄດ້ ກໍຕ້ອງໄດ້ຊື້ຫັ້ນແຫຼະ ເຮົາຕ້ອງການຢູ່ ແຕ່ວ່າທາງບໍລິສັດເຂົາບໍ່ສະໜອງມາຫັ້ນນະ ຍ້ອນເຫດຜົນເຮົາບໍ່ມີເງິນໄປຊໍາລະໜີ້.

ໃນຂະນະດຽວກັນ ຢູ່ໂຮງໝໍ່ແຂວງຄໍາມ່ວນ ກໍຕິດໜີ້ບໍລິສັດຂາຍຢາ ແຕ່ປີ 2023 ຮອດປັດຈຸບັນ ຈໍານວນປະມານ 26 ຕື້ກີບ ຈົນບາງເທື່ອເຮັດໃຫ້ໂຮງໝໍແຂວງຕ້ອງໄດ້ຂາດແຄນຢາ 1 ຫາ 3 ມື້ ດັ່ງເຈົ້າໜ້າທີ່ແຂວງຄໍາມ່ວນທ່ານນຶ່ງກ່າວວ່າ.

ເຮົາຕິດໜີ້ເຂົາຊື່ໆ ເຂົາເຈົ້າກໍໃຫ້ຕິດ ແຕ່ກໍສົ່ງຢູ່ ບາງຢາທີ່ມັນຈໍາເປັນ ບາງເທື່ອກໍບໍ່ໄດ້ສົ່ງໝົດ ສົ່ງເທື່ອລະໜ້ອຍໃຫ້ ມີແຕ່ຂາດບາງຊ່ວງ ບາງເທື່ອ ເຂົາໃຫ້ມາເທື່ອລະໜ້ອຍຫັ້ນນະ ເຂົາສົ່ງມາໃຫ້ໂຕໃໝ່ ບາງເທື່ອມັນກໍບໍ່ທັນ ມື້ນື່ງ ສອງມື້ ສາມມື້ ເຂົາກໍສົ່ງມານໍາຫຼັງ.

ສໍາລັບຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກໍມີໂຮງໝໍນ້ອຍ ຫຼືສຸກສາ ລາ ມີລາຍການຢາສໍາລັບປິ່ນປົວຄົນເຈັບ ພຽງແຕ່ 100 ລາຍການ ເຊິ່ງສ່ວນໃຫຍ່ເປັນຢາປິ່ນປົວທົ່ວໄປ ເປັນຕົ້ນຢາແກ້ລົດໄຂ້, ຢາແກ້ຖອກທ້ອງ, ຢາຕ້ານເຊື້ອ ສ່ວນຢາພະຍາດປະຈໍາໂຕ ແລະຢາປິ່ນປົວສະເພາະດ້ານ ບໍ່ມີໃຫ້ຄົນເຈັບ ຈຶ່ງຕ້ອງໄດ້ໄປຊື້ຢູ່ຮ້ານຢາເອງ ດັ່ງເຈົ້າໜ້າທີ່ເມືອງຫາດຊາຍຟອງນາງນຶ່ງກ່າວວ່າ:

ຖາມວ່າຂາດບໍ ກໍຍັງມີຕົວຂາດຢູ່ ຄັນຖ້າວ່າປົວຕາມພະຍາດຫັ້ນ ຢູ່ນີ້ຫັ້ນກໍຈະມີຢາໃຫ້ຄົບຢູ່ ຈະເປັນບາງຢານໍ ຈະບໍ່ມີໃຫ້ ເປັນພວກຢາກ່ຽວກັບເບົາຫວານບໍ ຫຼືວ່າ ຢາລົດຄວາມ ດັນອື່ນໆ ໂຕທີ່ວ່າເຮົາບໍ່ມີ ກໍໃຫ້ເພີ່ນໄປຊື້ຢູ່ນອກ ຍ້ອນວ່າ ເຮົາກໍຍັງບໍ່ມີຄົນເຈັບຫຼາຍປານນັ້ນ.

ເຖິງຢ່າງໃດກໍຕາມ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາ ລະນະສຸກ ກ່າວຢູ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 9 ເມື່ອບໍ່ດົນນີ້ວ່າ ແຕ່ປີ 2025 ເປັນຕົ້ນໄປ ໃຫ້ໂຮງໝໍຢູ່ແຂວງຕ່າງໆ ຈັດຊື້ຢາເອງ ໂດຍບໍ່ຕ້ອງໃຫ້ກະຊວງສາທາລະນະສຸກ ເປັນຜູ້ຈັດຫາໃຫ້ ເພື່ອແກ້ໄຂບັນຫາຂາດແຄນຢາ.

ຜ່ານມານີ້ ມາຈັດຊື້ລວມສູນ ຢູ່ບ່ອນດຽວ ຢູ່ກະຊວງນີ້ ກວ່າສິແລ້ວນີ້ ໝົດປີ ປະມູນບໍ່ແລ້ວ ໝາຍຄວາມ ປະມູນນີ້ແລ້ວຢູ່ ເປີດຊອງຫັ້ນນະ ແຕ່ວ່າກວດເນື້ອໃນ ເຮັດສັນຍານໍາບໍລິສັດ ແລະການສະໜອງຢາໃຫ້ແຕ່ລະແຂວງຫັ້ນ ມັນຊັກຊ້າຫຼາຍ ກໍເຮັດທົດລອງຢູ່ ຢູ່ແຂວງອຸດົມໄຊ ເຫັນວ່າໄດ້ຮັບຜົນດີ ການສະໜອງຢາໄດ້ໄວຂຶ້ນ ເພາະວ່າສັນຍາແຂວງດຽວ ມັນກໍບໍ່ຫຼາຍ ແລ້ວກໍບໍ່ມີຫຼາຍບໍລິສັດ ເຂົາໄປສະນີ ເຂົ້າປະມູນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.