ຜູ້ຕິດເຊື້ອ HIV/AIDS ໃນລາວ ຍັງເພີ່ມຂຶ້ນທຸກປີ
2023.12.18

ສະຖານະການການຕິດເຊື້ອ ເອັຈໄອວີ/ເອດສ໌ (HIV/AIDS) ໃນລາວຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ເຊິ່ງການເພີ່ມຂຶ້ນດັ່ງກ່າວ ມັນໄດ້ສ້າງຄວາມກັງວົນ ໃຫ້ຫຼາຍຝ່າຍ ທີ່ມີສ່ວນຮ່ວມກ່ຽວກັບເຣື່ອງນີ້ ໂດຍສະເພາະທາງ ກະຊວງສາທາຣະນະສຸຂ. ວັນທີ 01 ທັນວາ 2023 ທີ່ຜ່ານເຊິ່ງເປັນວັນສາກົລ ຕ້ານເອດສ໌ ສໍາລັບປີນີ້ເພິ່ນໃສ່ຄໍາຂັວນວ່າ ໃຫ້ຂັ້ນທ້ອງຖີ່ນເປັນເຈົ້າການ ໃນການຕອບໂຕ້ ການແຜ່ຣະບາດຂອງເຊື້ອເອັຈໄອວີ\ເອດສ໌ ແລະ ໃນການສະຫຼອງວັນສາກົລ ຕ້ານເອດສ໌. ດຣ. ບຸນແຝງ ພູມມະໄລສິດ ຣັຖມົນຕຣີກະຊວງສາທາຣະນະສຸຂ ໄດ້ກ່າວປາໄສຜ່ານສື່ມວນຊົນວ່າ.
ມີບາງຕອນທ່ານກ່າວວ່າ:
“ອີງໃສ່ຜົລຂອງການຄິດໄລ່ຄາດຄະເນ ທາງດ້ານການຣະບາດວິທຍາ. ເອອີເອັມໂມໂດ ຢູ່ເອນເອດສ໌ປະຈຳປີ 2023 ເຫັນວ່າຢູ່ ສປປ ລາວ ຍັງມີລະດັບການຕິດເຊື້ອ ເອັຈໄອວີ 0.39% ຂອງກຸ່ມປະຊາກອນ ທົ່ວໄປ. ອາຍຸລະຫວ່າງ 15-49 ປີ ແລະຄາດຄະເນ ຈຳນວນ ຜູ້ຕິດເຊື້ອເອັຈໄອວີ ແມ່ນ 17,927 ຄົນ. ໃນແຕ່ລະປີພົບຜູ້ຕິດເຊື້ອເອັຈໄອວີ ເພີ່ມຂຶ້ນແລະມີຈຳນວນສະສົມ ມີໜ້າປິ່ນປົວດ້ວຍຢາຕ້ານເຊື້ອເອັຈໄອວີ ມີຈຳນວນ 10,130 ຄົນ. ຢູ່ໃນສະຖານທີ່ປິ່ນປົວ 22 ແຫ່ງໃນ 18 ແຂວງທົ່ວປະເທດ.”
ທ່ານກ່າວຕື່ມວ່າ ຄໍາຂອງວັນສາກົລຕ້ານເອດສ໌ ປີ 2023 ແມ່ນໃຫ້ຂັ້ນທ້ອງຖິ່ນ ເປັນເຈົ້າການໃນການຕອບໂຕ້ການແຜ່ຣະບາດຂອງເຊື້ອ ເອັຈໄອວີ/ເອດສ໌ ເພື່ອແນໃສ່ເຮັດໃຫ້ທຸກຄົນ ໃນທ້ອງຖິ່ນ ແລະ ຊຸມຊົນມີສ່ວນຮ່ວມ ໃນການປ້ອງກັນເຊື້ອ ເອັຈໄອວີ/ເອດສ໌ ແລະ ພະຍາດເອດສ໌ ໃຫ້ແຂງແຮງ ແລະ ເປັນເຈົ້າການຫຼາຍຂຶ້ນກວ່າເກົ່າ ເພື່ອແນໃສ່ເຮັດໃຫ້ອັດຕຣາການຕິດເຊື້ອ ຢູ່ລາວນັບມື້ຫຼຸດລົງ ເພື່ອແນໃສ່ບັນລຸເປົ້າໝາຍໃໝ່ສາມ 95 ຫລື ເປົ້າໝາຍແບບເລັ່ງລັດ ຂອງອົງການສະຫະປະຊາຊາຕ ຕ້ານເອດສ໌ ຄື: 95 ຂອງຜູ້ທີ່ໄດ້ຮັບການບົ່ງມະຕິ, ຮູ້ສະພາບການຕິດເຊື້ອ ເອັຈໄອວີ ຂອງຕົນເອງ, 95 ຂອງຜູ້ທີ່ຮູ້ວ່າຕິດເຊື້ອ ເອັຈໄອວີ ໄດ້ເຂົ້າເຖິງການປິ່ນປົວ ດ້ວຍຢາຕ້ານພະຍາດດັ່ງກ່າວ ແລະ 95 ຂອງຜູ້ທີ່ໄດ້ເຂົ້າເຖິງການປິ່ນປົວ ສາມາດກົດເຊື້ອ ເອັຈໄອວີ ຢູ່ໃນກະແສເລືອດ ໃຫ້ຕໍ່າກວ່າທີ່ກໍານົດໄວ້.
ສໍາລັບການຈັດຕັ້ງປະຕິບັດ ເພື່ອບັນລຸຄາດໝາຍຢຸດຕິ ການແຜ່ເຊື້ອ ເອັຈໄອວີ ໃຫ້ໄດ້ໃນປີ 2030 ຕາມທີ່ຣັຖະບານລາວ ໄດ້ກໍານົດໄວ້ຖືເປັນສິ່ງທີ່ທ້າທາຍ ຫຼາຍໃນສັງຄົມລາວ ເພາະຕ້ອງໄດ້ເຟັ້ນຫາ ນະວັດຕະກັມໃໝ່ເພື່ອຕອບໂຕ້ ແລະ ຂັບເຄື່ອນການປ້ອງກັນ ພະຍາດດັ່ງກ່າວ ໃຫ້ດີກວ່າເກົ່າ.
ໂຕເລຂຜູ້ຕິດເຊື້ອເອັຈໄອວີ ໃນປີ 2022 ຜ່ານມາມີພຽງ 1,748 ຄົນ, ແຕ່ຖ້າອີງຕາມໂຕເລຂ ສະສົມທີ່ຫົວໜ້າສູນຕ້ານເອດສ໌ ຣາຍງານສະເພາະ ໃນປະເທດລາວ ພົບຜູ້ຕິດເຊື້ອກໍຣະນີທໍາອິດ ໃນປີ 1990 ແລະ ພົບຜູ້ທີ່ເປັນພະຍາດເອດສ໌ ໃນປີ 1992. ປັດຈຸບັນມີຜູ້ຕິດເຊື້ອ ເອັຈໄອວີ ທັງໝົດ 17,730 ຄົນ ເປັນພະຍາດເອດສ໌ ທັງໝົດ 6,357 ຄົນ ແລະ ເສັຍຊີວິດ 5,156 ຄົນ ຈໍານວນຜູ້ຕິດເຊື້ອ ກວມເອົາເພດຊາຍ 66%.
ວິຊາການທີ່ຂໍສງວນຊື່ ແລະສຽງ ໄດ້ກ່າວເຖິງບັນຫານີ້ ຕໍ່ວິທຍຸເອເຊັຽເສຣີ ວ່າ ຜ່ານມາຄືເຣີ່ມແຕ່ປີ 2020 ເປັນຕົ້ນມາ ອົງການຈັດຕັ້ງສາກົລ ຜູ້ໃຫ້ທຶນສນັບສນູນງົບປະມານ ເຂົ້າໃນວຽກງານ ຕ້ານເອດສ໌ ປະສົບກັບຂໍ້ຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະດ້ານງົບປະມານ ແລະດ້ານການຕອບໂຕ້ ຕໍ່ເຊື້ອເອັຈໄອວີ ແລະ ເອດສ໌ເປັນຕົ້ນ.
ທ່ານໄດ້ກ່າວຕື່ມວ່າ ແຮງງານເຄື່ອນຍ້າຍຍັງມີຫຼາຍ, ເຮັດໃຫ້ມີຄວາມມີສ່ຽງ ຕໍ່ການຕິດເຊື້ອເອັຈໄອວີ ເຊິ່ງແຕ່ລະປີຍັງມີຜູ້ຕິດເຊື້ອຫຼາຍກວ່າ 1,000 ຄົນ. ຜູ້ຊາຍທີ່ມີເພດສັມພັນ ກັບຊາຍຍັງຕິດເຊື້ອສູງ, ການສົ່ງເຊື້ອຈາກແມ່ຫາລູກ ກໍເຫັນວ່າມີທ່າອ່ຽງສູງຂຶ້ນ, ນໍ້າຢາກວດເລືອດ ຊອກຫາການຕິດເຊື້ອເອັຈໄອວີ ຍັງບໍ່ທັນພຽງພໍ, ຜູ້ຕິດເຊື້ອເອັຈໄອວີ ແລະຜູ້ເປັນພະຍາດເອດສ໌ ຍັງຂາດການຕິດຕາມຫຼາຍ ແລະການກິນຢາກໍບໍ່ທັນຕໍ່ເນື່ອງ ແລະເປັນປົກກະຕິ, ການຂາດງົບປະມານ ມາຮັບການບໍລິການ ກວດສຸຂພາບ ແລະມາຮັບຢາເຊິ່ງເຮັດໃຫ້ແຕ່ລະປີ ມີຜູ້ຕ້ອງປິ່ນປົວດ້ວຍຢາ ARV ຢາປົວເອັຈໄອວີ ຫຼາຍກ່ວາ 7,000 ຄົນ.
ນັກປະຊາສໍາພັນທີ່ເຮັດວຽກດ້ານນີ້ສະເພາະກໍໄດ້ກ່າວເຖິງຜູ້ຕິດເຊື້ອໂດຍສະເພາະໃນນະຄອນຫຼວງວຽງຈັນນີ້ແມ່ນສາມາດເຂົ້າເຖິງການກວດກາຫາເຊື້ອໄດ້ ຫຼືວ່າຈະຂໍຄຳປຶກສາໄດ້ທຸກໂຮງໝໍນັບແຕ່ໂຮງໝໍເມືອງ ໂຮງໝໍໃຫຍ່ສູນກາງ ແລະ ອື່ນ ໆ ທີ່ສາມາດເຂົ້າໄປຮັບການປຶກສາ ຫຼືກວດຫາເຊື້ອໄດ້.
ດັ່ງທ່ານໄດ້ກ່າວວ່າ:
“ຜູ້ທີ່ວ່າມີຄວາມຊ່ຽງເນາະຕິດເຊື້ອ ພຕພ ຫຼື ເອັຈໄອວີ ຫັ້ນເນາະ. ເຮົາຄວນໄປຮັບຄໍາປຶກສາ ກວດຫາການຕິດເຊື້ອຫັ້ນເນາະ ເພື່ອຈະໄດ້ປິ່ນປົວໃຫ້ທັນການ. ໄປຮັບຄຳປຶກສານີ້ ຈະໄປຮັບຄຳປຶກສາຢູ່ໃນ ຫຼືວ່າກວດເລືອດ ຢູ່ໃນເນາະ. ສຳລັບນະຄອນຫຼວງ ຂອງພວກເຮົາເນາະ ກາຊິມີຢູ່ທຸກໆໂຮງໝໍເມືອງ. ເພິ່ນໃຫ້ຄຳປຶກສາ ລະກາກວດເລືອດ ຊອກຫາການຕິດເຊື້ອເອັຈໄອວີ ທັນທີເນາະ. ທຸກໆໂຮງໝໍເມືອງ ຂອງເຮົາຢູ່ໃນນະຄອນຫຼວງ ເກົ້າເມືອງ. ນອກນັ້ນຈະມີຢູ່ໃສອີກແນ່ ກໍຄືໂຮງໝໍສູນກາງເນາະ.”
ອີງຕາມບົດຣາຍງານ ພົບວ່າເພດຊາຍທີ່ມີກຸ່ມສ່ວນໃຫຍ່ ທີ່ຕິດເຊື້ອ, ແຕ່ນັກວິຊາການ ທີ່ເຮັດວຽກດ້ານນີ້ມາດົນ ໄດ້ໃຫ້ທັດສະນະວ່າ ຕາມຄວາມເປັນຈິງແລ້ວ ພາກປະຕິບັດໂຕຈິງ ມັນກໍຍັງມີອີກຫຼາຍກຸ່ມທີ່ມີຄວາມສ່ຽງສູງ ເຊັ່ນແມ່ບ້ານ, ສາວບໍຣິການ ເປັນຕົ້ນ. ເຊິ່ງກຸ່ມນີ້ຕ້ອງໄດ້ລົງເລິກຢ່າງຈິງຈັງ ເພາະສັງຄົມທຸກມື້ນີ້ຍັງມີຄົນລາວ ບໍ່ຍອມຮັບຄວາມຈິງວ່າ ມີເຣື່ອງແບບນີ້ແທ້.
“ຕາມທີ່ເຮົາເຂົ້າໃຈໂຕເລຂ ຂອງສາທາຣະນະສຸຂ ຕ້ານເອດສ໌ ແລະ ພຕພ ຣາຍງານ ອອກມາມັນຈະມີແມ່ບ້ານ ມີຄົນໃຊ້ແຮງງານເນາະ ທີ່ເປັນໂຕເລຂຜູ້ຕິດເຊື້ອຫຼາຍທີ່ສຸດ ສ່ວນໃຫຍ່ເວລາກິຈກັມ ຫຼືວ່າຄົນເຮັດວຽກ ສ່ວນໃຫຍ່ຈະໄປກຳນົດເອົາສາວບໍຣິການ ເອົາຊາຍຮັກຮ່ວມເພດ. ໂອເຄແມ່ນຄວາມສ່ຽງ ມັນສູງເນາະຍອມຮັບ ແຕ່ເວລາການຕິດເຊື້ອ ມັນຕິດທົ່ວໄປ. ຖ້າມັນຕິດທົ່ວໄປເຮົາເຮັດສະເພາະ ກຸ່ມກຸ່ມອື່ນມັນກາເປັນບ່ອນເພາະພັນເນາະ. ເຈົ້າບໍ່ໄດ້ບອກວ່າກຸ່ມດັ່ງກ່າວນີ້ ຈະບອກຈະໄປຊໍ່າຊ່ອນ ຫຼື ຈະບໍ່ໄປຮ່ວມເພດ ຫຼືຈະບໍ່ໄດ້ສຸງສິງກັບກຸ່ມອື່ນ.”
ສ່ວນການຢຸດຕິ ບັນຫາພະຍາດເອດສ໌ ນັບແຕ່ນີ້ໄປຈົນເຖິງປີ 2030 ນັ້ນ ວິຊາການທີ່ຮັບຜິດຊອບສະເພາະກ່າວວ່າ ເປັນສິ່ງທ້າທາຍຫຼາຍ ແຕ່ກໍຈະພະຍາຍາມໃຫ້ໄດ້ຕາມເປົ້າໝາຍ ສ່ວນໃດນຶ່ງກ່ອນເພາະວ່າ ຍຸທສາດຕ້ານເອດນີ້ ມັນມີຍັງມີອີກປັດໄຈຫຼາຍຢ່າງ ແລະ ທີ່ສຳຄັນ ຄືການຮ່ວມມື ທັງພາຍໃນແລະຕ່າງປະເທດ.
“ການຢຸດຕິບັນຫາໂຣກເອດສ໌ ປີ 2030 ນີ້ເນາະເປັນໄລຍະທີ່ບໍ່ຍາວປານໃດເນາະ. ໄດ້ກຳນົດໃນຍຸທສາດອອກມາ ເປັນສາມໄລຍະ ຄືໄລຍະແຕ່ປີ 2016-2020, ໄລຍະ 2021-2025 ແລະ ໄລຍະແຕ່ປີ 2026-2030 ບັນລຸເປົ້າໝາຍດັ່ງກ່າວຄືກັນເນາະ. ຮວມທັງ ສປປ ລາວ ເຮົາກໍຍັງບໍ່ສາມາດບັນລຸເປົ້າໝາຍ.”
ອົງການ ສະຫະປະຊາຊາຕ ຕ້ານເອດສ໌ ຫຼື UNAIDS ຮ່ວມກັບບັນດາປະເທດ ສະມາຊິກໄດ້ກຳນົດຍຸທສາຕອອກເປັນ 3 ໄລຍະຄືແຕ່ປີ 2016-2020, ປີ 2021-2026 ແລະ ແຕ່ປີ 2026-2030.
ຜ່ານການປະຕິບັດໂຕຈິງ ໄລຍະປິ 2016-2020 ເປົ້າໝາຍການປິ່ນປົວ 90% ຂອງຜູ້ຕິດເຊື້ອ ທີ່ຮູ້ວ່າໂຕເອັງຕິດເຊື້ອ ຖືວ່າປະເທດລາວ ຍັງບໍ່ໄດ້ບັນລຸເປົ້າໝາຍ ລວມທັງຫຼາຍໆປະເທດ ເຊິ່ງປະເທດລາວ ບັນລຸໄດ້ 68-70%. ສ່ວນເປົ້າໝາຍທີ 2 ແມ່ນບັນລຸໄດ້ແຕ່ 54% ຂອງຄົນເຂົ້າເຖິງການປິ່ນປົວ ຖືວ່າຍັງເປັນສິ່ງທ້າທາຍ ອັນນຶ່ງໃນການຕອບໂຕ້ ບັນຫາພະຍາດເເອດສ໌ ຂອງປະເທດລາວ.
ສ່ວນວຽກງານປ້ອງກັນ ຂອງປະເທດລາວ ຍັງເປັນອຸປະສັກຫຍຸ້ງຍາກຫຼາຍ ເນື່ອງຈາກວ່າ ແຫຼ່ງທຶນຊັບພະຍາກອນຕ່າງໆ ໃນໄລຍະນີ້ນັບມື້ນັບຖອຍລົງ ເຮັດໃຫ້ການຕອບໂຕ້ບັນຫາເອດສ໌ ໜ້ອຍລົງໂດຍສະເພາະພື້ນທີ່ ການເຮັດວຽກຂອງໜ່ວຍງານ ທີ່ກ່ຽວຂ້ອງຖ້າທຽບໃສ່ໄລຍະຫຼັງໆ ແລະ ຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບບັນຫາເອດສ໌ ໃນໄວໜຸ່ມກໍໜ້ອຍລົງ ອັນນີ້ກໍເປັນສິ່ງທີ່ທ້າທາຍຂອງລາວ ໃນການຕອບໂຕ້ບັນຫາເອດສ໌.
ເພື່ອໃຫ້ປະເທດລາວ ບັນລຸເປົ້າໝາຍໃນການສິ້ນສຸດພະຍາດເອດສ໌ ໃນປີ 2030 ປະເທດລາວ ຈະຕ້ອງໄດ້ຮ່ວມກັບຜູ້ໃຫ້ທຶນ, ອົງການຈັດຕັ້ງສາກົລ ລວມເຖິງພາກຣັຖບານ ຜູ້ທີ່ມີຄວາມຮັບຜິດຊອບ ໂດຍກົງໃນການຕອບໂຕ້ ບັນຫາພະຍາດເອດສ໌ ຕ້ອງໄດ້ຮ່ວມກັບຫຼາຍຝ່າຍ ບໍ່ແມ່ນແຕ່ເຣື່ອງບັນຫາ ສຸຂພາບຢ່າງດຽວ.