ອອສເຕຣເລຍ ເຕືອນຜູ້ທີ່ຈະເດີນທາງໄປລາວ ລະວັງໄຂ້ເລືອດດຳ

ອອສເຕຣເລຍ ໄດ້ເຜີຍແຜ່ຂໍ້ມູນຜ່ານເວັບໄຊ ຢ່າງເປັນທາງການ ໃນວັນທີ 21 ພຶດສະພາ 2024 ວ່າ ປັດຈຸບັນຍັງມີການແຜ່ລະບາດ ຂອງພະຍາດໄຂ້ເລືອດດຳ ຫຼື Anthrax ຢູ່ທາງພາກໃຕ້ຂອງລາວ ໂດຍສະເພາະແຂວງຈຳປາສັກ ພ້ອມເຕືອນພົນລະເມືອງຂອງຕົນ ທີ່ຈະເດີນທາງເຂົ້າໄປລາວ ໃຫ້ລະວັງ.
ໄຊຍາ
2024.05.22
ອອສເຕຣເລຍ ເຕືອນຜູ້ທີ່ຈະເດີນທາງໄປລາວ ລະວັງໄຂ້ເລືອດດຳ ນັກທ່ອງທ່ຽວ ກຳລັງທ່ຽວຊົມຕາດຝານ ແຂວງຈຳປາສັກ ເດືອນສິງຫາ ປີ 2023.
RFA

ກະຊວງການຕ່າງປະເທດ ແລະ ການຄ້າຂອງປະເທດ ອອສເຕຣເລຍ ໄດ້ເຜີຍແຜ່ຂໍ້ມູນຜ່ານເວັບໄຊ ຢ່າງເປັນທາງການ ໃນວັນທີ 21 ພຶດສະພາ 2024 ວ່າ ປັດຈຸບັນຍັງມີການແຜ່ລະບາດ ຂອງພະຍາດໄຂ້ເລືອດດຳ ຫຼື Anthrax ຢູ່ທາງພາກໃຕ້ ຂອງລາວໂດຍສະເພາະແຂວງຈຳປາສັກ ພ້ອມແນະນໍາໃຫ້ພົນລະເມືອງ ຫຼີກລ້ຽງການກິນສັດຕາຍ ຫຼືຊາກສັດ, ຫ້າມຊື້ຊີ້ນ ຈາກແຫຼ່ງທີ່ບໍ່ໄດ້ມາດຕະຖານ ແລະ ບໍ່ກິນຊີ້ນທີ່ບໍ່ໄດ້ຮັບການປຸງສຸກ.

ເຖິງແມ່ນວ່າ ການແຜ່ລະບາດຂອງພະຍາດໄຂ້ເລືອດດໍາ ຢູ່ແຂວງ ຈໍາປະສັກ ແລະ ແຂວງອ້ອມຂ້າງນເຂດພາກໃຕ້ ຈະຫຼຸດລົງແລ້ວແຕ່ທາງການລາວ ກໍ່ຍັງຄົງແຈ້ງເຕືອນປະຊາຊົນງົດ ການຊື້-ຂາຍ ແລະ ບໍລິໂພກຊີ້ນ ງົວ-ຄວາຍ ຕໍ່ໄປຈົນກ່ວາຈະໝັ້ນໃຈວ່າ ພະຍາດັ່ງກ່າວຢຸດຕິການແຜ່ລະບາດ.

ດັ່ງເຈົ້າໜ້າທີ່ ພະແນກສາທາລະນະສຸກ ແຂວງຈຳປາສັກ ຜູ້ບໍ່ປະສົງອອຊື່ ແລະຕໍາແໜ່ງ ນາງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ພຶດສະພານີ້ວ່າ:

“ໂທມານີ້ມັນຄິດກັບທາງໃຕ້ຕິດກັບອຸບົນ ຊ່ອງເມັກແມ່ນເພິ່ນກໍ່ເຝົ້າລະວັງ ລົງໂຄສະນາທາງໂທລະໂຂ່ງ ອິຫຍັງແລ້ວ ກໍ່ຍັງບໍ່ທັນໃຫ້ກິນຊີ້ນສັດເປັນປະເພດງົວ-ຄວາຍ ນີ້ເພິ່ນຍັງບໍ່ທັນໃຫ້ກິນແມ່ນດຽວຍັງຢູ້ໄດ້ງົດ ຢູ່ຕະຫຼາດນີ້ກໍ່ຍັງບໍ່ໄດ້ຂາຍ ເພິ່ນຍັງເຮັດການຄວບຄຸມຢູ່ ຄືຊິແມ່ນເບິດປີພຸ້ນແຫຼະ ງົວ-ຄວາຍນີ້ ບໍ່ຮູ້ມີແຕ່ເປັນໝູ 4 ແຂວງພາກໃຕ້ເພິ່ນກໍ່ຄວບຄຸມແບບນີ້ ກັບນະຄອນຫຼວງວຽງຈັນ.”

ພະຍາດໄຂ້ເລືອດດຳເລີ່ມແຜ່ລະບາດ ໃນໄລຍະລະດູຮ້ອນລະຫວ່າງເດືອນມີນາ ຫາ ເດືອນເມສາທີ່ຜ່ານມາແຕ່ເມື່ອເຂົ້າສູ່ເດືອນພຶດສະພາ ທາງການລາວກໍ່ຈຳເປັນຕ້ອງເຝົ້າລະວັງຕໍ່ໄປ ຍ້ອນເປັນໜຶ່ງໃນພະຍາດຕິດຕໍ່ຮ້າຍແຮງ.

ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ກັບການຄວບຄຸມການແຜ່ລະບາດ ຂອງພະຍາດໄຂ້ເລືອດດຳ ພາກໃຕ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ທ່ານກ່າວໃນມື້ດຽວກັນວ່າ:

“ທາງພາກໃຕ້ ທາງສະຫວັນ ປາກເຊພຸ້ນແລ້ວມັນເກີດມາຫຼາຍປີແລ້ວ ແລ້ວມັນຕິດຕໍ່ມັນເກີດຢູ່ຫັ້ນທຸກປີ. ມັນຈະເກີດຢູ່ຫັ້ນເທື່ອລະເລັກເທື່ອລະໜ້ອຍ ມັນກໍ່ເກີດຢູ່ຫັ້ນແຫຼະແມ່ນຍັງມີການເຝົ້າລະວັງຢູ່. ເຂົາເອົາເຂົ້າຕະຫຼອດຍັງມີການລາຍງານຢູ່ຕະຫຼອດ ສົມມຸດວ່າ 19 ພະຍາດນັ້ນລາຍງານ ເປັນລາຍວັນເລີຍຖ້າຫາກມັນເກີດໃນເມືອງໃດຢູ່ບ້ານໃດ ແລ້ວແມ່ນເຂົາຈະລາຍງານທາງ ວອດແອັບ ພາຍໃນ 24 ຊົ່ວໂມງຫັ້ນຕ້ອງໄດ້ລາຍງານໂລດ ຢູ່ທາງເມືອງທາງເມືອງກໍ່ລາຍງານ ໃຫ້ແຂວງ ແຂວງກໍ່ລາຍງານໃຫ້ສູນກາງ.”

ໃນໄລຍະເດືອນພຶດສະພາ ຂ່າວສານກ່ຽວກັບການແຜ່ລະບາດ ພະຍາດໄຂ້ເລືອດດໍາຫຼຸດລົງ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ພັດບໍ່ທັນອອກແຈ້ງການເພີ່ມ ຈຶ່ງເຮັດໃຫ້ປະຊາຊົນໃນພື້ນທີ່ ກັບມາບໍລິໂພກຊີ້ນງົວ-ຄວາຍແລ້ວຄືເກົ່າ.

ດັ່ງຄົນລ້ຽງງົວ ເພື່ອນຂາຍຢູ່ນະຄອນປາກເຊກ່າວວ່າ:

“ກໍ່ບໍ່ເຫັນແຈ້ງການວ່າຈັ່ງໃດ ຄືບ້ານເຮົາກໍ່ມີແຕ່ແຈ້ງການ ບໍ່ໃຫ້ກິນເນາະບາດເວລາ ມັນເຊົາ ແລ້ວພັດບໍ່ເຮັດແຈ້ງການວ່າ ເອີຕອນນີ້ພະຍາດລະບາດ ໃນສັດລ້ຽງທີ່ຢູ່ບ້ານເຮົາພວກໄຂ້ເລືອດດຳນີ້ ມັນເຊົາເປັນປົກກະຕິແລ້ວເນາະສາມາດເຄື່ອນຍ້າຍ ພັດບໍ່ໄດ້ແຈ້ງກນໂຕນີ້ເຂົ້າມາຫັ້ນນ່າ.”

ຮ້ານຂາຍຊີ້ນໃນຕະຫຼາດ, ຮ້ານເຝີ ແລະ ຮ້ານຊີ້ນດາດຫຼາຍຮ້ານທີ່ໄດ້ງົດຂາຍຊີ້ນ ງົວ-ຄວາຍ ໃນໄລຍະທີ່ໄຂ້ເລືອດດຳແຜ່ລະບາດ ປັດຈຸບັນພວກຂະເຈົ້າກໍ່ໄດ້ກັບມາຂາຍຄືແລ້ວ.

ດັ່ງຊາວບ້ານ ນະຄອນປາກເຊ ທ່ານກ່າວວ່າ:

“ຂາຍຢູ່ ເພິ່ນຂາຍຢູ່ແຕ່ວັນມັນກໍ່ຂຶ້ນກັບວ່າເຮົາຊິກ້າບໍລິໂພກ ສໍ່າໃດແຕ່ວ່າເຂົາກໍ່ຂາຍປົກກະຕິ. ເຂົາກໍ່ບໍ່ໄດ້ຫ້າມຊື້ເພິ່ນຂາຍທົ່ວໄປ ເປັນເດືອນແລ້ວ ເພິ່ນກໍ່ບໍ່ໄດ້ຢຸດກໍ່ເຫັນເຂົາພາກັນກິນ ກໍ່ກິນຮອດຊອຍຈຸພຸ້ນແຫຼະ ແມ່ນເຂົາກິນປົກກະຕິເຂົາກິນປົກກະຕິທົ່ວໄປຫັ້ນແຫຼະ ແມ່ນໆ ມັນກໍ່ໂຈະປະມານເດືອນໜຶ່ງນີ້ແຫຼະ ແຕ່ວ່າປົກກະຕິນີ້ເພິ່ນກໍ່ບໍລິໂພກປົກກະຕິ.”

ການຊື້-ຂາຍ ເຄື່ອນຍ້າຍ ງົວ-ຄວາຍ ລະຫວ່າງເມືອງຕໍ່ເມືອງ ແຂວງຕໍ່ແຂວງ ດໍາເນີນການໄດ້ແລ້ວຕາມປົກກະຕິ ແຕ່ຕ້ອງແຈ້ງອຳນາດການປົກຄອງຂັ້ນບ້ານ ແລະ ເຈົ້າໜ້າພະແນກກະສິກຳ ແລະ ປ່າໄມ້ ໃນທ້ອງຖິ່ນໃຫ້ຮັບຮູ້ ເພື່ອກວດສອບພະຍາດກ່ອນເຄື່ອນຍ້າຍ.

ດັ່ງພໍ່ຄ້າຄົນກາງທີ່ຮັບຊື້ຊີ້ນງົວ ຢູ່ແຂວງຈຳປາສັກທ່ານກ່າວວ່າ:

“ເອີ! ກໍ່ສັກຢາກັນພະຍາດຕາມລະດູການຫັ້ນແຫຼະ ຫາກໍ່ເລີ່ມເດືອນນີ້ແຫຼະໃນໄລຍະ 3 ເດືອນຫຼັງງົດມັນກໍ່ບໍ່ຫຼາຍ ມັນກໍ່ເປັນໄປຕາມບາງເຂດເພິ່ນກໍ່ສະກັດກັ້ນໄວ້ ບໍ່ໃຫ້ມີການເຄື່ອນຍ້າຍອອກໄປ ສູ່ເຂດອື່ນເປັນບ່ອນໜຶ່ງ 3 ໂຕ, 4 ໂຕ, 5 ໂຕ ນີ້ແຫຼະ ປະມານນີ້ແຫຼະ. ແມ່ນກໍ່ສະກັດກັ້ນໄວ້ໄດ້ທັນວ່າຊັ້ນສະບໍ່ບາມບໍ່ແຜ່ມີແຕ່ປະສຸສັດ ເພິ່ນມອບໃຫ້ເຂົ້າຂອງງົວເຈົ້າຂອງສັດຫຍັງ ເອົາຈູດຖີ້ມເຜົາຖີ້ມແມ່ນບໍ່ໃຫ້ຝັງເພິ່ນໃຫ້ເຜົາຖີ້ມໝົດ.”

ໃນວັນທີ 05 ເມສາ 2024 ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານວ່າພົົບຜູ້ສົງໄສວ່າ ເປັນພະຍາດໄຂ້ເລືອດດຳຈຳນວນ 94 ຄົນເພີ່ມຂຶ້ນຈາກເດືອນມີນາ 29 ຄົນ ພາຍຫຼັງທີ່ປະຊາຊົນໄດ້ສຳພັັດ ແລະ ກິນຊີ້ນງົວທີ່ຕາຍແລ້ວ ໃນນີ້ 67 ຄົນເປັນປະຊາຊົນ ຢູ່ 9 ບ້ານ ໃນເມືອງຈຳປາສັກ ແລະ ສຸຂຸມາ ແຂວງຈຳປາສັກ. ສ່ວນເຫຼືອອີກ 27 ຄົນຢູ່ບ້ານໃນເມືອງຄົງເຊໂດນ ແລະ ເມືອງລະຄອນເພັງ ແຂວງສາລະວັນ.

ອີງຕາມການລາຍງານຂອງ ກົມພັດທະນາການທ່ອງທ່ຽວ ພະແນກສະຖິຕິການວິໄຈ ການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ລະບຸວ່າ ໃນປີ 2022-2023 ພາຍຫຼັງປະເທດລາວເປີດການທ່ອງທ່ຽວ ຍ້ອນການແຜ່ລະບາດ ຂອງໂຄວິດ-19 ຫຼຸດຜ່ອນລົງ ມີນັກທ່ອງທ່ຽວເດີນທາງມາຍັງປະເທດລາວ 4,711,994 ຄົນ ໃນນີ້ເປັນນັກທ່ອງທ່ຽວ ຊາວອອສເຕຣເລຍ 26,659 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.