ເງິນເຟີ້ ໃນເດືອນພຶດສະພາສູງເຖິງ 25.8%, ໝວດສຸຂະພາບ-ຢາ ສູງສຸດ
2024.06.04
ອັດຕາເງິນເຟີ້ ໃນເດືອນພຶດສະພາຍັງສືບຕໍ່ເໜັງຕິງ ເພີ່ມສູງຂຶ້ນຢູ່ທີ່ລະດັບ 25.8% ໃນນີ້ສິນຄ້າໝວດສຸຂະພາບ ແລະຢາເພີ່ມຂຶ້ນຫຼາຍກ່ວາໝູ່ເຖີງ 38% ອີງຕາມການລາຍງານຂອງສູນສິຖິຕິແຫ່ງຊາດ. ຕໍ່ສະພາບດັ່ງກ່າວຜູ້ປະກອບການ ກ່ຽວກັບຂາຍຢາ, ອາຫານເສີມ ແລະ ອຸປະກອນການແພດ ທັງຂາຍຍົກ ແລະ ຂາຍຫຍ່ອຍຈຳເປັນ ຕ້ອງໄດ້ປັບຂຶ້ນລາຄາສິນຄ້າ ໃຫ້ສອດຄ່ອງກັບອັດຕາແລກປ່ຽນໃນແຕ່ລະມື້.
ດັ່ງແພດການຢາ ປະຈໍາຮ້ານຂາຍຢາ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 04 ມິຖຸນາ 2024 ວ່າ:
“ໄດ້ໄລ່ຂຶ້ນແມ່ນໄດ້ປັບລາຄາຕາມເລດເງິນເລີຍ ແຕ່ລະມື້ມັນກໍ່ບໍ່ຄືກັນເພາະວ່າ ແມ່ນໄດ້ຂາຍຕາມເລດເງິນໂດຍໆ ເປັນມາດົນແລ້ວເພາະວ່າເງິນບາດ ມັນບໍ່ຄົງທີ່ແລ້ວເຮົາກໍ່ຕາມເລດບາດແນ່ ໂດຍຄ່າຂົນສົ່ງນໍາສິນຄ້າກໍ່ບໍ່ຄ່ອຍໄດ້ຂຶ້ນ ມັນກໍຈະຂຶ້ນໜ້ອຍໜຶ່ງເຮົາກໍ່ບໍ່ຄ່ອຍຮູ້ປານໃດ ໂດຍແມ່ນໆ ບາງອັນກໍເອົາຢາຢູ່ລາວບາງອັນກໍ່ເອົາຢາຢູ່ໄທ ມີແຕ່ໄດ້ຜ່ານຄ້າພາສີ ສ່ວນຫຼາຍຄັນສົມມຸດວ່າໄດ້ເອົາເຂົ້າມາຫຼາຍ.”
ແພດການຢາກ່າວຕື່ມວ່າ ໃນຮອບ 4-5 ປີ ທີ່ຜ່ານມາລາຄາສິນຄ້າປະເພດຢາ ແລະ ອຸປະກອນທາງການແພດທີ່ນໍາເຂົ້າຈາກປະເທດໄທ ຍັງມີລາຄາຄົງທີ່ແລະອາດມີການປັບຂຶ້ນພຽງເລັກໜ້ອຍ ເທົ່ານັ້ນແຕ່ເມື່ອນໍາມາຂາຍຢູ່ປະເທດລາວ ພັດມີລາຄາເພີ່ມ 2-3 ເທົ່າຍ້ອນການຊື້-ຂາຍໃນລາວ ຈຳເປັນຕ້ອງໃຊ້ເງິນກີບທ່າມກາງເງິນກີບອ່ອນຄ່າ.
ທ່ານໝໍ ຄລີນິກພະຍາດທົ່ວໄປ ໃນນະຄອນຫຼວງຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ສໍາລັບການບໍລິການຈາກຄລີນິກ ແລະ ໂຮງໝໍເອກະຊົນ ກໍ່ຈຳເປັນຕ້ອງໄດ້ປັບລາຄາຂຶ້ນ ຕາມອັດຕາເງິນເຟີ້ ໃນແຕ່ລະມື້ຄືກັນຂະນະທີ່ພາກສ່ວນ ທີ່ກ່ຽວຂ້ອງ ພັດຍັງບໍ່ທັນມີແນວທາງແກ້ໄຂ ບັນຫາດັ່ງກ່າວເທື່ອ.
“ເງິນກໍ່ໄລ່ເລດ 680 ເຮົາກໍ່ເບິ່ງຕາມມື້. ມື້ມັນເລດລົງກໍ່ຕ້ອງໄດ້ປັບລົງ ລາຄານີ້ນ່າຖ້າໄລ່ເປັນບາດນີ້ກໍ່ຄືເກົ່າ ແລ້ວແຕ່ເຮົາໄລ່ເລດອັນນີ້ກໍ່ບໍ່ຮູ້ນໍານ່າ.”
ໝໍການຢາ ປະຈໍາຮ້າຍຂາຍຢາອີກນາງໜຶ່ງ ໄດ້ກ່າວວ່າໃນຮອບເດືອນທີ່ຜ່ານມາ ສິນຄ້າໃນໝວດຮັກສາສຸຂະພາບ ແລະຢາມີລາເພີ່ມສູງຂຶ້ນ ກ່ວາສິນຄ້າ ໃນໝວດອື່ນໆ ເປັນຍ້ອນບໍລິສັດ ທີ່ນໍາເຂົ້າຢາ ແລະ ອຸປະກອນການແພດ ຈາກຕ່າງປະເທດ ຈຳເປັນຕ້ອງໄດ້ໄລ່ເລດເງິນ ຢູ່ທີ່ 680-700 ກີບຕໍ່ 1 ບາດໄທ.
“ອໍລາຄາບໍ່ຊ່ວງນີ້ ອຸປະກອນການແພດ ຫຼື ວ່າຢານີ້ມັນກໍ່ຂຶ້ນຫຼາຍໃດ ເພາະວ່າອັນເຮົາຈະທຽບໃສ່ຕາມເລດເງິນເພາະວ່າ ເຮົາຊື້ນໍາບໍລິສັດມັນເປັນເງິນບາດ ແລ້ວກໍເປັນເງິນໂດລາແມ່ນແຫຼະລາຄາຂຶ້ນ ທຸກມື້ຄັນຖ້າວ່າເຮົາຕັ້ງເປັນເງິນກີບ ຫັ້ນ ບາງຢ່າງມັນກໍ່ຖືກຄັນວ່າເຮົາຕັ້ງຂະເຈົ້າ ໄລ່ໃສ່ເງິນບາດ ມັນກໍ່ຈະເອົາແພງໜ້ອຍໜຶ່ງ ເພາະວ່າຂະເຈົ້າໄລ່ເລດ ສູງໃຫ້ເຮົາຫັ້ນນ່າມັນ ກໍ່ບໍ່ຄືກັນບາງບໍລິສັດ ຂະເຈົ້າກໍ່ໄລ່ໃຫ້ຕ່າງກັນບາງບໍລິສັດ ກໍ່ໄລ່ຮອດ 70 ແລ້ວໃດ.”
ແພດການຢາກ່າວຕື່ມວ່າ ສິນຄ້າບາງປະເພດ ທີ່ນໍາເຂົ້າຈາກປະເທດໄທ ແຕ່ຍັງບໍ່ທັນໄດ້ຂາຍອອກນັ້ນມາຮອດປະຈຸບັນ ກໍ່ຈຳເປັນຕ້ອງໄດ້ປັບລາຄາຂຶ້ນ ທັງໝົດເພື່ອປ້ອງກັນບໍ່ໃຫ້ເກີດ ບັນຫາຫຼຸບທຶນແລະສາມາດດຳເນີນກິດຈະການຂາຍຢາ, ອາຫານເສິມ ແລະ ອຸປະກອນທາງການແພດຕໍ່ໄປໄດ້.
ແພດການຢາປະຈໍາໂຮງໝໍແຂວງກ່າວວ່າ ເຖີງວ່າສິນຄ້າໃນໝວດຮັກສາສຸຂະພາບທີ່ນໍາເຂົ້າຈາກຕ່າງປະເທດຈະມີລາຄາສູງເມື່ອທຽບໃສ່ເລດເງິນ, ພາສີຜ່ານແດນແລະຄ່າໃຊ້ຈ່າຍ ໃນການຂົນສົ່ງແລ້ວແຕ່ສິນຄ້າ ໝວດດັ່ງກ່າວບາງປະເພດ ທີ່ຜະລິດພາຍໃນປະເທດກໍ່ຈຳເປັນຕ້ອງໄດ້ປັບລາຄາຂຶ້ນ ຍ້ອນຕົ້ນທຶນການຜະລິດເພີ່ມຂຶ້ນ.
“ອໍ! ໂຕນີ້ມັນກໍອີງຕາມລູກຄ້າຫັ້ນນ່າ ເຮົາກໍຊິບອກວ່າກໍ່ອີງຕາມເລດເງິນຫັ້ນນ່າ ໂຕນີ້ເຮົາກໍ່ບອກບໍ່ໄດ້ເນາະເງິນສູງ ເຮົາກໍ່ໄດ້ຂຶ້ນຕາມເລດເງິນຫັ້ນນ່າ. ເອີ! ມັນອີງຕາມສິນຄ້າແລ້ວມັນອີງຕາມເລດເງິນ. ເງິນນອກເລີຍວ່າຊັ້ນສາ. ເອີ! ເຮົາຂາຍເປັນລາຄາກີບເປັນເງິນກີບ ຂຶ້ນຫັ້ນແຫຼະ ທາງຂອງໄທ ກໍ່ຈະຂຶ້ນແມ່ນອີງຕາມໂຮງງານ ເພິ່ນໄດ້ແຈ້ງມາຄັນວ່າ ເພິ່ນອີງຕາມວ່າເງິນຢາຂຶ້ນເດີ້ ເຮົາກໍຊິໄດ້ຂາຍຕາມຂຶ້ນ.”
ເຈົ້າໜ້າທີ່ ທີ່ເຮັດວຽກດ້ານການຢາກ່າວວ່າ ປະຈຸບັນປະເທດລາວ ຍັງຈຳເປັນຕ້ອງນໍາເຂົ້າສິນຄ້າຢາ, ອາຫານເສີມ ແລະ ອຸປະກອນທາງການແພດ ຈາກໄທ, ຈີນ ແລະ ຫວຽດນາມ ຍ້ອນບໍ່ສາມາດຜະລິດໃຫ້ພຽງພໍ ກັບຄວາມຕ້ອງການ. ສ່ວນພະແນກຄຸ້ມຄອງຢາລວມ ກົມອາຫານ ແລະຢາ ກະຊວງສາທາລະນະສຸກ ກໍ່ຍັງບໍ່ມີມາດຕະການໃນການຄຸ້ມຄອງ ລາຄາສິນຄ້າໃນໝວດຮັກສາສຸຂະພາບ ແລະຢາໄດ້ເທື່ອ.
“ຕອນນີ້ກໍ່ຫຼາກຫຼາຍ ສ່ວນຫຼາຍຈະເຫັນເປັນທັງຈີນ ທັງຫວຽດນາມກໍ່ມີສ່ວນຫຼາຍ ກໍ່ປະສົມກັນໄປຈີນຫວຽດຈາກປະເທດໄທ ນໍາໂດຍສຳລັບຂໍ້ມູນໂຕນໍາ ເຂົ້າຢານີ້ທາງຜະແນກເພິ່ນກໍ່ບໍ່ແນ່ໃຈ ເພາະວ່າ ມັນຕ້ອງໄດ້ເຮັດການສັງລວມຫັ້ນນ່າ.”
ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະການລົງທຶນ ໄດ້ລາຍງານສະພາບການເງິນເຟີ້ ໃນເດືອນພຶດສະພາ 2024 ທຽບກັບເດືອນພຶດສະພາ ໃນປີ 2023 ໃນໝວດ ຮັກສາສຸຂະພາບ ແລະ ຢາເພີ່ມຂຶ້ນ 38.5% ໃນນີ້ລາຄາຢາເພີ່ມຂຶ້ນ 43.8% ການບໍລິການຄົນເຈັບ ພາຍນອກເພີ່ມຂຶ້ນ 15.3% ແລະ ການບໍລິການຈາກໂຮງໝໍ ຫຼື ຄລີນິກເພີ່ມຂຶ້ນ 10.8%.
ການສະຫຼຸບ ການຈັດຕັ້ງປະຕິບັດ ຂາດຕົວທາງດ້ານເສດຖະກິດ-ສັງຄົມ ປະຈໍາໄຕມາດທີ 1 ຂອງປີ 2024 ລະບຸວ່າ ສິນຄ້າໃນໝວດຮັກສາສຸຂະພາບ ແລະຢາເພີ່ມຂຶ້ນ 32.7% ພົ້ນເດັ່ນແມ່ນລາຄາຢາ, ການບໍລິການຄົນເຈັບ ພາຍນອກ ແລະ ການບໍລິການຈາກໂຮງໝໍເອກະຊົນ.
ສ່ວນປີ 2023 ມີອັດຕາເງິນເຟີ້ສູງສຸດ ໃນຮອບ 23 ປີ ເຖີງລະດັບ 31.2% ທັງນີ້ສິນຄ້າໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 30.4% ໃນນີ້ແມ່ນລາຄາຢາເພີ່ມຂຶ້ນ 34.8% ການບໍລິການຄົນເຈັບ ພາຍນອກເພີ່ມຂຶ້ນ 20.1% ແລະ ການບໍລິການຈາກໂຮງໝໍ ຫຼື ຄລີນິກເພີ່ມຂຶ້ນ 6.5%.