ຢາປ້ອງກັນພະຍາດ ສັດລ້ຽງ ບາງປະເພດ ຂຶ້ນ 2-3 ເທົ່າ, ທາງການແຈ້ງ

ພູວົງສ໌
2024.03.13
ຢາປ້ອງກັນພະຍາດ ສັດລ້ຽງ ບາງປະເພດ ຂຶ້ນ 2-3 ເທົ່າ, ທາງການແຈ້ງ ສັດປີກ ທີ່ແມ່ຄ້າ-ພໍ່ຄ້າ ນຳເອົາສັດປີກ ມາຂາຍທີ່ຕລາດແຫ່ງນຶ່ງ ໃນແຂວງຈຳປາສັກ. ເດືອນກໍຣະກະດາ ປີ 2023.
RFA

ແກ້ໄຂ ວັນທີ 19 ມີນາ 2024, ເວລາ 4.52.

ອີງຕາມບັນນາທິການ ປະຈຳວັນ ຈຶ່ງໄດ້ມີການແກ້ໄຂໂຕເລກຈຳນວນສັດລ້ຽງ ທີ່ຕາຍໂດຍບໍ່ຮູ້ສາຍເຫດ ຈາກ 97 ເປັນ 91 ໂຕ. ແກ້ໄຂໂດຍພູວົງ

 

ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກັມ ແລະ ປ່າໄມ້ ອອກແຈ້ງການ ຂຶ້ນລາຄາ ຢາກັນພະຍາດສັດ ປະເພດ ງົວ, ຄວາຍ, ໝູ ແລະ ສັດປີກ, ເຊິ່ງບາງປະເພດ ສູງຂຶ້ນ 2-3 ເທົ່າ ຈາກລາຄາເກົ່າ ຍ້ອນບໍ່ສາມາດຜລິດຢາກັນພະຍາດສັດ ພາຍໃນປະເທດ ໄດ້ທັນຕາມຄວາມຕ້ອງການ ຈຶ່ງເຮັດໃຫ້ ຕ້ອງນຳເຂົ້າ ວັດຖຸດິບ ແລະ ເຄມີ ຈາກຕ່າງປະເທດ ແລະ ໄດ້ຄິດໄລ່ ເປັນສະກຸນເງິນຕຣາ ຕ່າງປະເທດ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງກະສິກັມ ແລະ ປ່າໄມ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ມີນາ ນີ້ວ່າ:

“ມັນຂຶ້ນນ່າ ເພາະວ່າ ສ່ວນຫຼາຍ ແມ່ນນຳເຂົ້າ, ເຮົາຜລິດບໍ່ທັນ ລະແມ່ນ ນຳເຂົ້າມາ. ມາແຕ່ວຽດ, ແຕ່ໄທຍ, ແຕ່ຈີນ ມັນກໍເລີຍຂຶ້ນ.”

ສະເພາະລາຄາ ວັກຊິນເຕົ້າໂຮມເລືອດ ງົວ-ຄວາຍ ປະຣິມານ 50 ມລ ຫຼື 15 ເຂັມ ຈາກລາຄາເກົ່າ 15,000 ກີບ ຂຶ້ນມາເປັນ 38,000 ກີບ, ວັກຊິນອະຫິວາສັດປີກ 50 ເຂັມ ຈາກລາຄາເກົ່າ 13,000 ກີບ ຂຶ້ນມາເປັນ 38,000 ກີບ, ວັກຊິນອະຫິວາໝູ 10 ເຂັມ ຈາກລາຄາເກົ່າ 17,000 ກີບ ຂຶ້ນມາເປັນ 40,000 ກີບ, ວັກຊິນອະຫິວາເປັດ 50 ເຂັມ ຈາກລາຄາເກົ່າ 10,500 ກີບ ຂຶ້ນມາເປັນ 35,000 ກີບ ແລະ ວັກຊິນໝາກສຸກສັດປີກ 100 ເຂັມ ຈາກລາຄາເກົ່າ 10,500 ກີບ ຂຶ້ນມາເປັນ 32,000 ກີບ, ອີງຕາມຂໍ້ຕົກລົງ ວ່າດ້ວຍການປັບລາຄາ ຢາປ້ອງກັນພະຍາດສັດ ຂອງກົມລ້ຽງສັດ ແລະ ການປະມົງ ເລຂທີ 0293/ກລປ ເມື່ອວັນທີ 25 ມົກຣາ 2024.

ທາງດ້ານຜູ້ລ້ຽງງົວ ເປັນຟາມໃຫຍ່ ຢູ່ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ຍານາງນຶ່ງ ກ່າວວ່າ ຫາກມີການຂຶ້ນລາຄາ ຢາກັນພະຍາດສັດ ຈະເຮັດໃຫ້ຜູ້ລ້ຽງງົວ ທັງພາກທຸຣະກິຈ ແລະ ພາກປະຊາຊົນ ໄດ້ຮັບຜົລກະທົບ ຍ້ອນລາຄາຕົ້ນທຶນ ການລ້ຽງງົວ ຈະສູງຂຶ້ນ. ຂະນະດຽວກັນ, ໃນອະນາຄົດ ລາຄາຊີ້ນງົວ ທີ່ຂາຍຢູ່ຕາມທ້ອງຕລາດ ກໍຈະແພງຂຶ້ນຕາມ ຍ້ອນມັນເປັນຜົລ ມາຈາກຕົ້ນທຶນ ການລ້ຽງງົວ ສູງຂຶ້ນ.

ດັ່ງຍານາງ ກ່າວວ່າ:

“ມັນກໍກະທົບແທ້ຫັ້ນແຫຼະ, ແຕ່ວ່າ ມັນຕ້ອງປະຄັບປະຄອງ, ຫັ້ນນ່າ. ມັນກໍຕ້ອງສູ້ ເພາະວ່າ ເຮົາເຮັດມາແລ້ວ, ຫັ້ນນ່າ. ມັນກໍຕ້ອງຈຳເປັນແຫຼະ ເພາະວ່າ ຂອງເຮົາ ມັນຈຳນວນຫຼາຍ. ບາດນີ້ເນາະ ລາຄາຊີ້ນ ທີ່ວ່າເຂົາເຈົ້າ ຂ້າໄປເປັນຊີ້ນນ່າ ຢ່າງເກັ່ງກໍ 80 (ພັນກີບ) ເຖິງ 1 ແສນ (ກີບ), ບາດນີ້, ມັນມາຂຶ້ນສູງແຮງ. ເຂົາເຈົ້າເພີ່ມ ເພີ່ມຂຶ້ນ ເພີ່ມຂຶ້ນ, ຕອນນີ້ ຢູ່ສວັນນະເຂດ ນີ້, ເຂົາເຈົ້າຂາຍ 1 ແສນ 40 ພັນ (ກີບ) ແລ້ວ, ຊີ້ນສົດ, ຊີ້ນກ້ອນຕໍ່ກິໂລ. ມັນຂຶ້ນແລ້ວ ມັນກໍຕ້ອງໄດ້ຂຶ້ນໄປໝົດ, ຫັ້ນແຫຼະເນາະ.”

ຍານາງກ່າວຕື່ມວ່າ ສະພາບໂຕຈິງ ຟາມງົວ ຈຳນວນນຶ່ງ ຈະບໍ່ໄດ້ໃຊ້ ຢາກັນພະຍາດສັດ ທີ່ຖືກຈັດສັນ ໂດຍກົມລ້ຽງສັດ ແລະ ການປະມົງ, ແຕ່ເຈົ້າຂອງຟາມ ຈະສັ່ງຢາກັນພະຍາດສັດ ຈາກຄູ່ຄ້າ ຫຼື ບໍຣິສັດ ຂາຍຢາກັນພະຍາດສັດ ຂອງປະເທດເພື່ອບ້ານ ເຊັ່ນ ປະເທດໄທຍ, ໂດຍໃຊ້ບໍຣິການ ໂລຈິສຕິກຂ້າມແດນ ພາຍໃນ 24 ຊົ່ວໂມງ ກໍໄດ້ຢານັ້ນ ມາສັກໃຫ້ງົວ ຕາມລະດູການ. ໂດຍລະດູການ ທີ່ຟາມງົວ ນິຍົມສັກ ຢາກັນພະຍາດງົວ ຄື ໄລຍະອອກໜ້າໜາວ ເຂົ້າໜ້າແລ້ງ ຂອງແຕ່ລະປີ ແລະ ເດືອນມີນາ ເຖິງເດືອນພຶສພາ ຂອງແຕ່ລະປີ ຈະຢຸດການນຳເຂົ້າງົວ ຈາກບ່ອນອື່ນ.

ປະຊາຊົນ ທີ່ລ້ຽງງົວ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຍານາງນຶ່ງ ກ່າວວ່າ ປະຊາຊົນທ້ອງຖິ່ນ ຈຳນວນນຶ່ງ ລ້ຽງງົວ ແບບພື້ນເມືອງ ຈຶ່ງເຮັດໃຫ້ ເຂົາເຈົ້າບໍ່ໄດ້ເອົາງົວ ໄປສັກຢາກັນພະຍາດສັດ ແລະ ບໍ່ຮູ້ຈະມີຄວາມເຫັນ ກ່ຽວກັບການຂຶ້ນລາຄາ ຢາກັນພະຍາດສັດ.

ດັ່ງຍານາງ ກ່າວໃນມື້ດຽວກັນນີ້ວ່າ:

“ວັກຊິນ, ວັກຊິນກໍ ຖ້າວ່າຈື່ໄດ້ ຄືຊິໄດ້ສັກ ເຄີຍສັກຫຼາຍປີມາແລ້ວ, ແຕ່ວ່າ 2-3 ປີນີ້ ຄືຈະບໍ່ໄດ້ສັກ ເພາະວ່າ ງົວເຮົາ ມັນບໍ່ຕິດພະຍາດເດ້. ເຮົາຈະລ້ຽງຢູ່ປ່າ, ເຮົາລ້ຽງຢູ່ສວນ, ຢູ່ປ່າພຸ້ນ ເຮົາບໍ່ໄດ້ເອົາມາບ້ານ.”

ຂະນະທີ່ ປະຊາຊົນທ້ອງຖິ່ນ ອີກຈຳນວນນຶ່ງ ທີ່ລ້ຽງງົວ ເພື່ອຂາຍເອົາກຳລັຍ ແລະ ບາງຄົນ ກໍລ້ຽງງົວ ຕາມໂຄງການ ເຮັດໃຫ້ບໍ່ຕ້ອງຈ່າຍເງິນ ຊື້ຢາກັນພະຍາດສັດ.

ດັ່ງຜູ້ລ້ຽງງົວ ຢູ່ເມືອງແປກ ແຂວງຊຽງຂວາງ ນາງນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ສັກໝົດແລ້ວ. ເອີ່, ສັກເຕົ້າໂຮມເລືອດ ສັກຕົ້ນເດືອນແລ້ວນີ້ນ່າ. ກໍໃຫ້ເຂົາເຈົ້າ ກໍເຂັມນຶ່ງ 30 ພັນ (ກີບ). ສັກ 2, ໂຕນຶ່ງ ສັກ 2 ເຂັມ. ອັນນີ້ກໍແບບວ່າ ມັນຊື້ມາໄດ້ໂຕນຶ່ງ ສອງໂຕແລ້ວ ສັກແລ້ວກໍຂາຍ, ຫັ້ນນ່າ, ບໍ່ປະໄວ້, ຫັ້ນນ່າ. ທາງໂຄງການ ເຂົາເຈົ້າກໍຊ່ອຍເຫຼືອກໍ ເຂົາເຈົ້າກໍສັກໃຫ້ລ້າ.”

ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຈຳປາສັກ ທ່ານນຶ່ງ ກ່າວວ່າ ປະຊາຊົນ ໃນເຂດທ້ອງຖິ່ນ ຈະບໍ່ມີບັນຫາ ກ່ຽວກັບການຂຶ້ນລາຄາ ຢາກັນພະຍາດສັດ ເນື່ອງຈາກ 1 ປີ ປະຊາຊົນເສັຽເງິນ ຄ່າສັກວັກຊິນ ໃຫ້ສັດລ້ຽງໂຕເອງ ພຽງ 2 ເທື່ອເທົ່ານັ້ນ. ຂະນະທີ່ ສະພາບໂຕຈິງ ປະຊາຊົນ ຜູ້ທີ່ເປັນເຈົ້າຂອງສັດລ້ຽງ ຈຳນວນນຶ່ງ ຍັງຄົງບໍ່ມີຄວາມເຂົ້າໃຈ ຕໍ່ປໂຍດ ຂອງການສັກວັກຊິນ ໃຫ້ສັດລ້ຽງ ໂຕເອງເທື່ອ ຈຶ່ງເຮັດໃຫ້ ເຂົາເຈົ້າບໍ່ເອົາສັດລ້ຽງ ໄປສັກວັກຊິນ.

ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:

“ມັນກໍບໍ່ມີບັນຫາດອກ ເພາະວ່າ ຂອງປີນຶ່ງ ສັກ 2 ເທື່ອເທົ່ານັ້ນເດ້, ບໍ່ແມ່ນຊິສັກເລີຍໆ. ເພາະວ່າ ເຂົາກໍຜູ້ບາງຄົນ ເອົາໃຈໃສ່ ໃນການສັກ, ຜູ້ບາງຄົນ ກໍປ່ອຍສັດ ອາຈເວົ້າວ່າ ຄວາມເວົ້າເຣື່ອງ ບໍ່ທັນເຂົ້າໃຈ ເອີ້ນວ່າ ການສື່ສານ ດ້ານການປ້ອງກັນ ຂອງສັດ ເພິ່ນຍັງບໍ່ທັນເຂົ້າໃຈ.”

ເມື່ອຕົ້ນເດືອນມີນາ ນີ້, ໄດ້ເກີດພະຍາດ ໄຂ້ເລືອດດຳ ໃນຄົນ ທີ່ຕິດຕໍ່ມາ ຈາກສັດລ້ຽງ, ເຊິ່ງມີຄົນເຈັບ ຈາກການກິນຊີ້ນງົວທີ່ຕາຍ ທັງໝົດ 3 ຄົນ. ໃນນັ້ນ, ຄົນທີ 1 ເຂົ້າຫ້ອງ ICU ໂຮງໝໍແຂວງຈຳປາສັກ, ຄົນທີ 2 ນອນຢູ່ ໂຮງໝໍດອນຕະລາດ, ຄົນທີ 3 ນອນຢູ່ ໂຮງໝໍເມືອງສຸຂຸມາ, ອີງຕາມແຈ້ງການ ເຣື່ອງການປະກາດ ເຂດຄວບຄຸມພະຍາດສັດ ປະເພດ ງົວ-ຄວາຍ ຂອງຫ້ອງການກະສິກັມ ແລະ ປ່າໄມ້ ເມືອງສຸຂຸມາ ເມື່ອວັນທີ 4 ມີນາ ທີ່ຜ່ານມາ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງກະສິກັມ ແລະ ປ່າໄມ້ ຜູ້ດຽວກັບຂ້າງເທິງ ກໍຍັງໃຫ້ຄວາມຮູ້ ກ່ຽວກັບການປ້ອງກັນ ບໍ່ໃຫ້ ງົວ-ຄວາຍ ຕາຍແບບບຮູ້ສາເຫດ ຄືກັນກັບ ກໍຣະນີ ຂອງແຂວງຈຳປາສັກ ວ່າ ຕ້ອງສັກວັກຊິນ ເຕົ້າໂຮມເລືອດ ງົວ-ຄວາຍ.

ດັ່ງຍານາງ ກ່າວວ່າ:

“ຕາມປົກກະຕິເນາະ ເຈົ້າຕ້ອງສັກງົວ ນີ້ນ່າ ສັກທຸກປີແຫຼະ, ແຕ່ຕົ້ນປີເນາະ, ສັກເດືອນ 10 ຫາ 11 ເນາະ. ອັນນີ້, ພະຍາດເກີດແລ້ວ ຈຶ່ງມາສັກນີ້ ບໍ່ໄດ້ເຕັມຮ້ອຍເດ້ ເພາະວ່າ ລະດູເຂົາໃຫ້ສັກ ແລ້ວເຈົ້າບໍ່ສັກ. ຄັນບໍ່ສັກເອງ ກໍໃຫ້ສັດຕະວະແພດບ້ານ ໄປສັກ, ແຕ່ລະຄອກ ແຕ່ລະຄອກ, ຫັ້ນນ່າ. ມີແຕ່ມັນເກີດພະຍາດ ແລ້ວບາດນີ້ ກໍເອີ້ນວ່າ ສັກກໍຕາຍ ບໍ່ສັກກໍຕາຍ.”

ຫຼ້າສຸດນີ້, ຕັ້ງແຕ່ວັນທີ 8 ເຖິງ 10 ມີນາ ທີ່ຜ່ານມາ, ເຈົ້າໜ້າທີ່ ຈາກກະຊວງກະສິກັມ ແລະ ປ່າໄມ້ ໄດ້ລົງມາຕິດຕາມ ກໍຣະນີເກີດພະຍາດ ໄຂ້ເລືອດດຳໃນຄົນ ທີ່ຕິດຕໍ່ມາ ຈາກສັດລ້ຽງ, ເຊິ່ງມີຄົນເຈັບ ຈາກການກິນຊີ້ນງົວ ທີ່ຕາຍ ນັ້ນ, ເຊິ່ງຄະນະຜູ້ແທນ ຈາກກະຊວງດັ່ງກ່າວ ໄດ້ເນັ້ນຢ້ຳ ໃຫ້ຂແນງການ ທີ່ກ່ຽວຂ້ອງ ແຈ້ງການໄປຍັງເຂດ ທີ່ເກີດເຫດ ແລະ ທົ່ວເມືອງ ໃຫ້ສືບຕໍ່ຍຸຕິ ຄົວສັດລ້ຽງ ທີ່ຕາຍໂດຍບໍ່ຮູ້ສາເຫດ, ຫ້າມຊື້-ຂາຍສັດ ແລະ ເຄື່ອນຍ້າຍສັດເຂົ້າ-ອອກ ແລະ ຫ້າມໂຮງຂ້າສັດ ນຳງົວ-ຄວາຍ ມາຂ້າຊົ່ວຄາວກ່ອນ.

ຂະນະທີ່ປັດຈຸບັນ, ທັງເມືອງສຸຂຸມາ ແລະ ເມືອງຈຳປາສັກ ແຂວງຈຳປາສັກ ຍັງບໍ່ມີຣາຍງານ ມີຄົນເຈັບ ຈາກການກິນຊີ້ນງົວທີ່ຕາຍ ເພີ່ມຕື່ມເທື່ອ, ອີງຕາມຂໍ້ມູນ ຈາກຜແນກການ ແລະ ຂແນງການ ທີ່ກ່ຽວຂ້ອງ ພາຍໃນແຂວງຈຳປາສັກ ໃນວັນທີ 12 ມີນາ 2023.

ແລະ ໃນສັປດານີ້ ຄືວັນທີ 12 ມີນາ 2024, ຜແນກກະສິກັມ ແລະ ປ່າໄມ້ ແຂວງຈຳປາສັກ ກໍໄດ້ຣາຍງານວ່າ ມີງົວຊາວບ້ານ ຕາຍບໍ່ຮູ້ສາເຫດແລ້ວ ສະສົມທັງໝົດ ຈຳນວນ 91 ໂຕ ແລະ ເມືອງທີ່ມີການພົບສັດລ້ຽງ ປະເພດ ງົວ ແລະ ຄວາຍ ຕາຍຫຼາຍກວ່າໝູ່ ແມ່ນເກີດຂຶ້ນ ໃນເຂດເມືອງຈຳປາສັກ ທີ່ມີງົວ ແລະ ຄວາຍ ຕາຍ 70 ປາຍໂຕ, ຈົນເຮັດໃຫ້ທາງການທ້ອງຖິ່ນ ລົງກວດກາ ຢ່າງຮອບດ້ານທັນທີ ແລະ ສັ່ງຫ້າມເຄື່ອນຍ້າຍສັດ ປະເພດ ງົວ, ຄວາຍ ແລະ ແບ້ ຢ່າງເດັດຂາດ.

ນອກຈາກນີ້, ບັນດາແຂວງຊາຍແດນ ໃນປະເທດໄທຍ, ໂດຍສະເພາະ ແຂວງອຸບົນຣາຊທານີ, ແຂວງສະກົນນະຄອນ ແລະ ແຂວງບຶງການ ກໍໄດ້ອອກແຈ້ງເຕືອນດ່ວນ ໃຫ້ປ້ອງກັນ ແລະ ເຝົ້າລະວັງ ການຣະບາດດັ່ງກ່າວ ທີ່ເຮັດໃຫ້ມີສັດລ້ຽງ ປະເພດ ງົວ ແລະ ຄວາຍ ຕາຍໂດຍທີ່ຍັງບໍ່ຮູ້ສາເຫດ ໃນຝັ່ງປະເທດລາວ ພ້ອມທັງແຈ້ງການ ຫ້າມເຄື່ອນຍ້າຍສັດໃຫຍ່ ປະເພດ ງົວ, ຄວາຍ, ແລະ ແບ້ ຈາກປະເທດລາວ ຂ້າມມາປະເທດໄທຍ ຢ່າງເດັດຂາດ. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.