ມີການກວດພົບ ສານເຄມີ ອັນຕະຣາຍຮ້າຍແຮງ ປົນເປື້ອນຢາສອງຊະນິດ

ໄຊຍາ
2023.12.12
ມີການກວດພົບ ສານເຄມີ ອັນຕະຣາຍຮ້າຍແຮງ ປົນເປື້ອນຢາສອງຊະນິດ ໂຕຢ່າງຮູບປະກອບຂ່າວ: ປະຊາຊົນ ຍື່ນເອກະສານ ໃນການກວດສຸຂພາບ ທີ່ໂຮງໝໍແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, ເດືອນກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ອີງຕາມການແຈ້ງເຕືອນ ຂອງອົງການອະນາໄມໂລກ ແລະອົງການຄຸ້ມຄອງ ດ້ານຢາ ຂອງປະເທດປາກິສຖານ ພົບສານເຄມີ Ethylene Glycol ແລະ Diethylene Glycol ປົນເປື້ຶອນ ໃນປະຣິມານສູງ ຢູ່ຜລິຕພັນຢາ ສອງຊະນິດຄື Alergo Syrup ແລະ ຢາ Ulcofin ກໍ່ໃຫ້ເກີດອັນຕະຣາຍຕໍ່ສຸຂພາບ, ຕໍ່ຜູ້ບໍຣິໂພກ ຮຸນແຮງ ເຖິງຂັ້ນເສັຍຊີວິດໄດ້.

ດັ່ງນັ້ນ ທາງກະຊວງສາທາຣະນະສຸຂ, ກົມອາຫານ ແລະຢາ ຂອງລາວ ຈຶ່ງແຈ້ງການໃນວັນທີ 27 ພຶສຈິກາ 2023 ທີ່ຜ່ານມາ ເຖິງຮ້ານຂາຍຢາຍ່ອຍ ໃນທົ່ວປະເທດ ໃຫ້ຢຸດເຊົາການຊື້-ຂາຍຢາ ສອງຊະນິດດັ່ງກ່າວ ແລະໃຫ້ຫ້ອງກວດພະຍາດ ໃນຂອບເຂດທົ່ວປະເທດ ຢຸດການຈຳໜ່າຍຢາ ສອງຊະນິດດັ່ງກ່າວ ແລະຮ້ານຂາຍຢາໃດ ທີ່ມີໃນຄອບຄອງແລ້ວ ໃຫ້ເກັບສົ່ງຄືນ ແກ່ບໍຣິສັດພູນຊັບຟາມາຊີ ຈຳກັດ ແລະ ບໍຣິສັດ ຈະທົດແທນຄືນ ຕໍ່ຄວາມເສັຍຫາຍດັ່ງກ່າວ.

ດັ່ງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ຜູ້ຂໍສງວນຊື່ ແລະຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ທັນວາ ນີ້ວ່າ:

“ສອງສານນີ້ຫວາ ແມ່ນອະນາໄມໂລກເຕືອນ ພວກເຮົາ ມາມັນມີສານເຄມີ. ມັນປົນເປື້ອນເປັນຢາໂຕທີ່ເຂົາເຈົ້າແຈ້ງ ຢູ່ໃນສອງລາຍການຫັ້ນແຫຼະ. ມັນປົນຢູ່ຫັ້ນທີ່ໂຮງງານ ເຂົາເຈົ້າຜລິດມາ ເຂົາເຈົ້າກໍຮຽກເກັບຄືນແລ້ວ ດຽວນີ້ບໍຣິໂພກກິນເຂົ້າໄປ ກໍຈະມີບັນຫາເຖິງແກ່ຊີວີດ.”

ສໍາລັບຢາ Alergo Syrup ຜລິດໃນໂຮງງານ Phamix Laboratories  ແລະຢາ Ulcofin ຜລິດໃນໂຮງງານ Phamix Laboratories ປະເທດປາກິສຖານ ນຳເຂົ້າໂດຍ ບໍຣິສັດ ພູນຊັບຟາມາຊີ ຈຳກັດ ເຊິ່ງຢາທັງສອງຊະນິດນີ້ ເປັນຜລິຕພັນຢາ ໄດ້ຮັບການຂຶ້ນທະບຽນຢ່າງຖືກຕ້ອງ ແລະຈາຣະຈອນຈຳໜ່າຍໃນ ສປປ ລາວ ຢ່າງຖືກກົດໝາຍ.

ເຈົ້າໜ້າທີ່ ຮ້ານຂາຍຢາແຫ່ງນຶ່ງ ກ່າວວ່າ ຫຼາຍຮ້ານກໍຍັງມີຂາຍຢູ່ ແລະຫາກໍເຫັນມີແຈ້ງການ ອອກບໍ່ຈັກມື້ນີ້ເອງ. ສ່ວນສັບພະຄຸນໃນການປິ່ນປົວ ຂອງຢາ Alergo Syrup ເປັນຢານໍ້າເຊື່ອມ ແກ້ແພ້, ແກ້ຄັນ, ແກ້ໄອ. ສ່ວນຢາ Ulcofin ກໍເປັນຢານໍ້າເຊື່ອມ ເຊິ່ງເປັນຢາລົດກົດ ພາຍໃນກະເພາະ ອາຫານ.

Alergo ຫວາສັບພະຄຸນ ໂຕນີ້ມັນເປັນຢາພູມແພ້. ແກ້ແພ້, ຄັນຄໍ, ນໍ້າມູກ. ແພ້ອາຫານໄດ້. Ulcofin ມັນເປັນຢາລົດກົດ ກະເພາະ.”

ຮ້ານຂາຍຢາອີກແຫ່ງນຶ່ງ ກ່າວວ່າ ຮ້ານທ່ານເອງມີແຕ່ຢາ Alergo Syrup ລັກສະນະ ເປັນຢານໍ້າເຊື່ອມ ສ່ວນຢາ Ulcofin ບໍ່ໄດ້ນຳມາຂາຍ ເບື້ອງຕົ້ນກໍເຫັນແຈ້ງການດັ່ງກ່າວແລ້ວ ກໍຕ້ອງປະຕິບັດຕາມແຈ້ງການ ຖ້າຮ້ານໃດມີໄວ້ໃນຄອບຄອງ ຈຳນວນຫຼາຍກໍຕ້ອງສົ່ງຄືນ ໃຫ້ໝົດຖ້າຈະຖີ້ມ ກໍຫຼຸບທຶນແນ່ນອນ.

“ໂຕຢານີ້ກໍຂຶ້ນທະບຽນຮຽບຮ້ອຍ ໂຕຢານີ້ຂ້ອຍກໍບໍ່ຮູ້ວ່າ ມີສານເຄມີປົນເປື້ອນ ຄືເພິ່ນວ່າ ຄືໃຫ້ເກັບຄືນໝົດ ຖ້າມັນເປັນມາເຖິງແກ່ຊີວິດ ຮ້ານເຮົາພັດຮັບຜິດຊອບເອງຫັ້ນນ່າ ມີແຕ່ສົ່ງຄືນ ຖ້າເຂົາຈະໄປຖີ້ມກໍຫຼຸບທຶນຫຼາຍ. ເຮົາຕ້ອງສົ່ງຄືນຂອງບໍຣິສັດ ທີ່ນຳເຂົ້າຫັ້ນ.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ຊາວລາວກ່າວວ່າ ກໍຍັງບໍ່ຮູ້ແຈ້ງການດັ່ງກ່າວ ກໍຮູ້ສຶກຢ້ານຢູ່ ທີ່ຜ່ານມາລູກບໍ່ສະບາຍ ມີນໍ້າມູກ ເປັນຫວັດ ກໍໄປຊື້ຢາຢູ່ຄລີນິກ ໃຫ້ລູກກິນ ທ່ານເອງກໍບໍ່ຮູ້ວ່າ ເປັນຢາທາງການແຈ້ງການຫຼືບໍ່ ເພາະລູກກໍເຊົາແລ້ວ ແລະຜ່ານມາ ເປັນເດືອນແລ້ວ ເຊິ່ງກໍຈື່ຊື່ຢາບໍ່ໄດ້.

“ຢ້ານກໍບໍ່ຮູ້ໄປຫາໝໍຢູ່ຄລີນິກ ໄດ້ຮອດເດືອນແລ້ວ ຕິເບາະ. ມັນກໍມີຢາດີຫວັດຫັ້ນນ່າ ຢາກິນແລ້ວໃຫ້ນໍ້າມູກຢຸດຫັ້ນນ່າ. ນໍ້າມູກເດັກນ້ອຍ ແລ້ວຢຸດຫັ້ນນ່າ ເປັນນໍ້າເຊື່ອມ ກໍຣະນີຢາ ຖ້າວ່າໄອແມ່ນນໍ້າສີຂຽວ. ເອີໂລໂກ້ເປັນສີຂຽວ, ບໍ່ຈື່.”

ສ່ວນຊາວລາວອີກທ່ານນຶ່ງ ກ່າວວ່າ ການແຈ້ງການດັ່ງກ່າວ ທ່ານເອງກໍບໍ່ຮູ້ທີ່ຜ່ານມາ ກໍບໍ່ໄດ້ເຂົ້າຄລີນິກຊື້ຢາກິນ ແລ້ວປັດຈຸບັນເວລາເຈັບປ່ວຍ ກໍໄປຫາໝໍ ຢູ່ໂຮງໝໍໃຫຍ່ ເທື່ອດຽວ ເພື່ອໃຫ້ເພິ່ນຈ່າຍຢາໃຫ້ກິນ.

“ໂອອັນນີ້ເຮົາບໍ່ຮູ້ເດີ້. ເຮົາບໍ່ໄດ້ຊື້ກີນແລ້ວຄັນເຮົາປ່ວຍ ເຮົາກໍໄປຊື້ຢານໍາໂຮງໝໍ. ເຮົາໄປຫາໂຮງໝໍໃຫຍ່ ເຮົາໄປກວດເລີຍ ເພິ່ນວາງຢາເຮົາຈັ່ງຄ່ອຍກິນ.”

ສານເຄມີ Ethylene Glycol ເປັນສານທີ່ບໍ່ມີກິ່ນ ເປັນນໍ້າໃສ ສ່ວນໃຫຍ່ໃຊ້ເປັນສານຕັ້ງຕົ້ນ ໃນອຸດສາຫະກັມ ພໍລີເອສເຕີ້ ເຊັ່ນໃຊ້ຜລິດເສັ້ນໃຍ ໂພລີເອສເຕີ້ ອຸດສາຫະກັມຜ້າ ຫຼື ຜລິຕພັນເມັດພລາສຕິກ ໃນການບັນຈຸຂວດ ຫຼື ອາຫານ ແລະໃຊ້ເປັນສານປ້ອງກັນ ນໍ້າແຂງໂຕ ແລະ ສານລໍ່ເຢັນ ເຊັ່ນໃນສານລໍ່ເຢັນໝໍ້ນໍ້າຣົຖຍົນ, ນໍ້າຢາຄັດເງົາ, ນໍ້າຢາຊັກຟອກ.

ສ່ວນສານ Diethylene Glycol ເປັນສານເຄມີ ບໍ່ມີສີ, ບໍ່ມີກິ່ນ. ມີນໍ້າໃສ ນິຍົມໃຊ້ ໃນອຸດສາຫະກັມຜລິດຜ້າ ແລະພລາສຕິກ, ອຸດສາຫະກຳເຟີນີເຈີ້, ຂອງຕົບແຕ່ງ ເຊັ່ນຕູ້ອາບນໍ້າ ຫຼື ໂຕະ ທີ່ເຮັດຈາກພລາສຕິກ ໂພລີເອສເຕີ້ ລວມເຖິງນິຍົມໃຊ້ ໃນອຸດສາຫະກັມກໍ່ສ້າງ ແລະນິຍົມໃຊ້ ໃນອຸດສາຫະກັມ ປີໂຕຣເຄມີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.