ອາຫານທະເລ ທີ່ນຳເຂົ້າຈາກຕ່າງປະເທດ ປົນເປື້ອນສານຟໍມາລິນ

ພອນ ພູມມີທອນ
2024.10.22
ອາຫານທະເລ ທີ່ນຳເຂົ້າຈາກຕ່າງປະເທດ ປົນເປື້ອນສານຟໍມາລິນ ນີ້ເປັນພຽງຮູບປະກອບເຊິ່ງເຈົ້າໜ້າທີ່ອຸດສາຫະກຳ ແລະການຄ້າ ແຂວງບໍລິຄຳໄຊ ນຳເອົາອາຫານທະເລສົດ ແລະ ແຊ່ແຂງ ທີ່ເຈືອປົນສານພິດ ໄປທໍາລາຍຖິ້ມ ເມື່ອຫຼາຍປີກ່ອນໜ້ານີ້.
ຮູບພາບຈາກພົນລະເມືອງ

ລະຫວ່າງວັນທີ 10 ຫາ 11 ຕຸລາ ທີ່ຜ່ານມານີ້, ຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ ໄດ້ລົງພື້ນທີ່ ກວດຕະຫຼາດຢູ່ເມືອງທ່າແຂກ ແລະ ເມືອງຫນອງບົກ ຊຶ່ງກວດພົບສານຟໍມາລິນ ຫຼື ນ້ຳຢາດອງສົບ ໃນອາຫານແຊ່ແຂງ ແລະ ອາຫານທະເລ ລວມທັງຫມົດຫຼາຍກວ່າ 26 ກິໂລກະຣາມ.

ອາຫານທີ່ນຳມາກວດນັ້ນ ເປັນຕົ້ນ ປາຫມຶກ, ກຸ້ງ, ໄກ່ແຊ່ແຂງ, ແລະ ເຄື່ອງໃນໄກ່ ໂດຍຈະເນັ້ນໃສ່ອາຫານທະເລ ເປັນຫຼັກ ບໍ່ໄດ້ກວດອາຫານອື່ນໆ ຢ່າງຫມາກໄມ້,

ດັ່ງ ເຈົ້າຫນ້າທີ່ພະແນກກະສິກຳ ແລະ ປ່າໄມ້ ຢູ່ແຂວງຄຳມ່ວນ ທ່ານຫນຶ່ງ ກ່າວຕໍ່ວິທະຍຸເອເຊຍເສລີ ໃນມື້ວັນທີ 21 ຕຸລາ 2024 ນີ້ວ່າ:

"ລົງຄັ້ງນີ້ ເປົ້າຫມາຍໄດ້ເຮົາກໍມີອາຫານທະເລ ຫັ້ນແຫຼະ ກວດໂດຍສະເພາະຢູ່ຕະຫຼາດເມືອງທ່າແຂກ ຫນອງບົກ ພາຍຫຼັງກວດແລ້ວກໍໄດ້ພົບສານຕົກຄ້າງ ຈຳນວນຫນຶ່ງທີ່ເກີນຄ່າມາດຕະຖານໃນການບໍລິໂພກ ຫັ້ນແຫຼະ ສ່ວນວ່າແຫຼ່ງທີ່ມາອາຫານ ຫຼື ປະຫວັດຄວາມເປັນມານີ່ ເຮົາກໍຍັງບໍ່ທັນຮູ້ວ່າຈະ ມາແຕ່ໄທຫຼືມາແຕ່ຫວຽດ.”

ຢູ່ເມືອງຫນອງບົກ ແຂວງຄຳມ່ວນ ເຈົ້າຫນ້າທີ່ໄດ້ລົງກວດກາ ຢູ່ຕະຫຼາດດົງຂວາງ ແລະ ຕະຫຼາດຕົ້ນໂພ ໂດຍກວດພົບ ສານຟອມມາລິນ ທີ່ຕົກຄ້າງເກີນກຳນົດ ຢູ່ໃນກຸ້ງ ຢູ່ຕະຫຼາດຕົ້ນໂພ.

ສຳລັບອາຫານທະເລ ທີ່ວາງຂາຍ ຢູ່ໃນຕະຫຼາດເມືອງຫນອງບົກນັ້ນ ສ່ວນຫຼາຍນຳເຂົ້າມາຈາກໄທ ສ່ວນໄກ່ແຊ່ແຂງ, ຫົວໃຈ, ຕີນໄກ່, ເຄື່ອງໃນ ຈະນຳເຂົ້າມາຈາກຫວຽດນາມ.

ດັ່ງ ພະນັກງານຕະລາດຕົ້ນໂພ ເມືອງໜອງບົກ ແຂວງຄໍາມ່ວນ ທ່ານນຶ່ງ ກ່າວຕໍ່ ວິທະຍຸເອເຊັຍເສຣີ ໃນວັນທີ 21 ຕຸລາ 2024 ນີ້ວ່າ:

“ພວກຟອມມາລິນ ອີ່ຫຍັງຕ່າງໆ ນາໆນີ້ມີຫຼາຍ ແມ່ນ ປະມານ 90% ມາແຕ່ຈາກໄທຢູ່ເມືອງຫນອງບົກ ບາດນີ້ສ່ວນຫຼາຍທີ່ມາແຕ່ໄທ ຈະມີແຕ່ຄາງປາຫມຶກ ກັບຫນວດປາຫມຶກຍັກຫັ້ນນາ ແລ້ວກໍມີກຸ້ງຂາວ ຫັ້ນນາ.”

ຢູ່ເມືອງທ່າແຂກ ແຂວງຄຳມ່ວນ ມີການກວດກາຕະຫຼາດທັງຫມົດ 3 ແຫ່ງ ຄື ຕະຫຼາດຫຼັກ 2, ຕະຫຼາດຫຼັກ 3, ແລະ ຕະຫຼາດນາໂບ ລວມເຖິງໄດ້ລົງກວດຮ້ານຄ້າ ຕາມແຄມທາງອີກ 5 ຈຸດ ຈາກການລົງກວດກາທັງຫມົດ ພົບສານຟອມມາລິນ ເກີນກຳນົດໃນປາຫມຶກ ແລະ ກຸ້ງ.

ໃນການນຳເຂົ້າອາຫານທະເລ ແລະ ຜະລິດຕະພັນ ສັດນ້ຳອື່ນໆ ມາຂາຍຢູ່ປະເທດລາວນັ້ນ ຕ້ອງໄດ້ມີການກວດກາຂັ້ນທໍາອິດ ຢູ່ບໍລິເວນດ່ານພາສີກ່ອນ.

ເຖິງຍ່າງໃດກໍຕາມ ການກວດກາອາດເປັນການສຸ່ມ ບໍ່ໄດ້ກວດທຸກລາຍ ຂະນະດຽວກັນກໍຍັງມີພໍ່ຄ້າແມ່ຄ້າ ທີ່ລັກລອບອາຫານທະເລ ເຂົ້າມາຢ່າງຜິດຫມາຍຢູ່ນຳ ເຮັດໃຫ້ມີອາຫານທະເລອີກຈຳນວນຫນຶ່ງ ທີ່ມີສານຟອມມາລິນ ເກີນກຳນົດ ຫຼຸດເຂົ້າໄປວາງຂາຍຢູ່ຕະຫຼາດທ້ອງຖິ່ນໄດ້.

ແມ່ຄ້າບາງຮ້ານ, ເມື່ອຮູ້ວ່າມີເຈົ້າໜ້າທີ່ລົງມາກວດກາຕະຫຼາດ ກໍໄດ້ນໍາເຄື່ອງໄປເກັບໄວ້ສ່ວນໜຶ່ງ ເພື່ອບໍ່ໃຫ້ເຈົ້າໜ້າທີ່ຍຶດເຄື່ອງທັງໝົດໄປ. ດັ່ງເຈົ້າຂອງຮ້ານນໍາເຂົ້າອາຫານທະເລ ແຊ່ແຂງ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ນາງໜຶ່ງ ກ່າວວ່າ:

"ສ່ວນຫຼາຍກໍຝັ່ງໄທຫັ້ນແຫຼະ ສ່ວນຫຼາຍ ເພາະວ່າປາໝຶກກັບກຸ້ງຫວຽດມັນຊິແພງ ຖ້າສົມມຸດວ່າພາສີດັກໄດ້ຢູ່ບ່ອນໃດ ເຂົາກໍກັກຢູ່ບ່ອນນັ້ນ ພວກສານຍານີ່ຫັ້ນນາ ຂ້າເຈົ້າຈະດັກໄວ້ແຕ່ລະຈຸດທີ່ ແມ່ຄ້າຊາວຂາຍເອົາລົງ ຊິນາ ສຸ່ມຕວດໆ."

ນອກຈາກຕະຫຼາດສົດ ແລະ ຮ້ານຄ້າແຄມທາງແລ້ວ, ຮ້ານອາຫານທົ່ວໄປ ໂດຍສະເພາະ ຮ້ານຊີ້ນດາດ ທີ່ມີອາຫານສົດໃຫ້ລູກຄ້າເລືອກ ກໍຖືກກວດຄືກັນ.

ໂດຍວັດຖຸດິບ ຢ່າງ ຫຍໍ້ຂາວ ແລະ ໝີກອບ ຈະຖືກກວດກາເປັນພິເສດ ຍ້ອນມີການໃຊ້ສານຟອມາລິນ ແພ່ຫຼາຍ, ດັ່ງເຈົ້າຂອງຮ້ານຊີ້ນດາດແຫ່ງນຶ່ງ ຢູ່ເມືອງທ່າແຂກ ທ່ານນຶ່ງ ກ່າວວ່າ:

ຖ້າຜ່ານມາເຂົາກໍກວດບ່ອຍໆ ກວດຕະຫຼອດເດີ້ ຢູ່ຮ້ານເຮົາເຂົາກໍມາກວດຕະຫຼອດ ຟອມາລິນຫັ້ນ ເພິ່ນຊິມາກວດທຸກເດືອນ ຕົວທີ່ວ່າເພິ່ນໃຊ້ສານນີ້ມັນສ່ວນຫຼາຍຈະເປັນປະເພດຕົວຫຍໍ້ຂາວຫັ້ນນາ ຕົວສະໄບນາງ ຕົວໝຶກກອບ ໝຶກຫຍັງ ນີ້ແຫຼະສ່ວນຫຼາຍ.

ເມື່ອວັນທີ 9 ຕຸລາ 2024 ທີ່ຜ່ານມາ ເຈົ້າໜ້າທີ່ຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ຮ່ວມກັບຂະແໜງອາຫານ ແລະ ຢາ ພະແນກສາທາລະນະສຸກ ກໍໄດ້ລົງກວດກາອາຫານທະເລ ແຊ່ແຂງ ລູກຊີ້ນ ຊີ້ນສັດແຊ່ແຂງຈາກຕ່າງປະເທດ ຢູ່ຕະຫຼາດໃໝ່ປາກເຊ ແຂວງຈໍາປາສັກ ພົບສານຟອມາລິນ ໃນຫາງປາໝຶກໃຫຍ່ 11 ກິໂລກະຣາມ, ເຈົ້າໜ້າທີ່ໄດ້ຍຶດທໍາລາຍຊີ້ນສ່ວນ ແລະ ກ່າວເຕືອນໃຫ້ຜູ້ຄ້າຂາຍເອົາໃຈໃສ່ສິນຄ້າ ແລະ ຢ່າເອົາອາຫານບໍ່ສະອາດ ມາວາງຂາຍຢ່າງເດັດຂາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.