ລັກລອບຖິ້ມເຄມີ ໃສ່ຫ້ວຍນ້ຳຮຸນ ທີ່ແຂວງຫຼວງພຣະບາງ
2024.07.17

ເມື່ອບໍ່ດົນມານີ້, ໄດ້ເກີດເຫດຄົນບໍ່ຫວັງດີ ຈຳນວນໜຶ່ງ ໄດ້ນຳສານເຄມີ ປະເພດ ແອມໂມເນຍ ໄບຄາບອນເນດ ຖິ້ມລົງຫ້ວຍນ້ຳຮຸນ ເຂດຂົວຫ້ວຍຊ່ວງ ບ້ານຫ້ວຍປຸງ, ເມືອງງອຍ ແຂວງຫຼວງພຣະບາງ ເຮັດໃຫ້ຝູງປາ ແລະ ສັດນ້ຳ ພາກັນຕາຍ ຈຳນວນຫຼາຍ ແລະ ເຮັດໃຫ້ຊາວບ້ານ ບໍ່ສາມາດນຳນ້ຳ ຈາກຫ້ວຍດັ່ງກ່າວ ໄປໃຊ້ຕາມປົກກະຕິ ຍ້ອນຢ້ານອັນຕະລາຍ. ຈາກນັ້ນ, ມາຮອດວັນທີ 15 ເດືອນ 7 ນີ້, ທາງຫ້ອງການກະສິກັມ ແລະ ປ່າໄມ້ ເມືອງງອຍ ຈຶ່ງໄດ້ອອກແຈ້ງການ ໄປຍັງຊາວບ້ານ ໃນ 5 ບ້ານ ປະກອບດ້ວຍ ບ້ານຫ້ວຍປຸງ, ບ້ານຫ້ວຍເຫຼັກ, ບ້ານໜອງອ່ຽນ, ບ້ານສົບຮຸນ ແລະ ບ້ານໜອງຂຽວ ເພື່ອບໍ່ໃຫ້ນຳປາ ທີ່ຕາຍໃນຫ້ວຍດັ່ງກ່າວ ນຳໄປກິນເປັນອາຫານ ແລະ ຫ້າມລົງອາບນ້ຳ ໃນຫ້ວຍນັ້ນ.
ກ່ຽວກັບເລື້ອງນີ້, ເຈົ້າໜ້າທີ່ ເມືອງງອຍ ທ່ານໜຶ່ງ ກ່າວວ່າ ປັດຈຸບັນ ຫຼາຍພາກສ່ວນທີ່ກ່ຽວຂ້ອງ ກຳລັງຕິດຕາມ ຊອກຫາຜູ້ກໍ່ເຫດ ທີ່ນຳສານເຄມີ ມາຖິ້ມຢູ່ຈຸດດັ່ງກ່າວ, ແຕ່ໃນເບື້ອງຕົ້ນ ຍັງບໍ່ສາມາດ ຈັບຄົນກໍ່ເຫດໄດ້ເທື່ອ. ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 17 ເດືອນ 7 ນີ້ວ່າ:
“ທ່ານເຈົ້າເມືອງ ແຕ່ງຕັ້ງໃຫ້ຄະນະກັມມະການ ຂຶ້ນເມືອກວດໂຕຈິງ ເພື່ອວ່າຊອກຫາ ກ່ຽວກັບຜູ້ທີ່ວ່າ ໂຮຍສານເຄມີນ່າ, ແຕ່ວ່າ ຍັງບໍ່ໄດ້ຮູ້ຄຳຕອບເທື່ອ. ເອົາມາດຳເນີນຄະດີ, ປັບໃໝ ເພາະວ່າ ເຂົາເຈົ້າກະເຮັດໃຫ້ປາຕາຍເນາະ ມັນກໍຈະສູນພັນ.”
ແລະ ໃນຕອນເຊົ້າ ຂອງວັນທີ 17 ເດືອນ 7 ນີ້, ຄະນະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ປະຈຳເມືອງງອຍ ກໍໄດ້ນຳເປົ໋າ ບັນຈຸສານເຄມີ ທີ່ຍັງລອຍນ້ຳ ຢູ່ບ່ອນເກີດເຫດ ພ້ອມທັງນຳໂຕຢ່າງປາຕາຍ ແລະ ນ້ຳຈາກຫ້ວຍນ້ຳຮຸນ ໄປວິໄຈ ເພື່ອຊອກຫາສານເຄມີ ຢ່າງລະອຽດອີກເທື່ອໜຶ່ງ. ດັ່ງເຈົ້າໜ້າທີ່ ຫ້ອງວ່າການເມືອງງອຍ ນາງໜຶ່ງ ກ່າວວ່າ:
“ຄະນະກັມມະການ ເພິ່ນໄດ້ໄປກວດແລ້ວ ແລ້ວກະເອົາເປົ໋າຖົງທີ່ວ່າ ເຂົາເຈົ້າເອົາໄປຖິ້ມໃສ່ ໄປກວດ, ແຕ່ຍັງບໍ່ຮູ້ຜົນເທື່ອວ່າ ແມ່ນສານໂຕໃດແທ້. ໄປມື້ເຊົ້ານີ້ເດ, ເພິ່ນສົ່ງໄປກວດແລ້ວ.”
ພ້ອມດຽວກັນນີ້, ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເມືອງງອຍ ເພື່ອສອບຖາມ ລາຍລະອຽດເພີ່ມຕື່ມ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍຍັງບໍ່ສະດວກ ໃຫ້ຮູ້ຂໍ້ມູນເພີ່ມຕື່ມໄດ້ເທື່ອ.
ຂະນະທີ່ຊາວບ້ານ ຢູ່ເມືອງງອຍ ທ່ານໜຶ່ງ ກໍເຫັນວ່າ ການເຮັດແນວດັ່ງກ່າວ ໄດ້ສົ່ງຜົນກະທົບ ຕໍ່ສັດນ້ຳ ແລະ ການດຳລົງຊີວິດ ຂອງຊາວບ້ານ ທີ່ອາໄສປາ ໃນຫ້ວຍດັ່ງກ່າວ ເປັນອາຫານ ຈຶ່ງຢາກໃຫ້ເຈົ້າໜ້າທີ່ ຈັບໂຕຜູ້ກໍ່ເຫດ ມາດຳເນີນຄະດີໃຫ້ໄດ້ ພ້ອມທັງມີການຖະແຫຼງຂ່າວ ຢ່າງຄັກແນ່ ເພື່ອໃຫ້ຊາວບ້ານ ໄດ້ຮູ້ລາຍລະອຽດ. ດັ່ງທ່ານກ່າວວ່າ:
“ກະຢາກຮູ້ຫັ້ນແຫຼະວ່າ ຜູ້ໃດໄປໂຍນ. ກະວ່າກະທົບ, ກໍກະທົບ ເພາະວ່າ ເຂົາກະບໍ່ກ້າໃຊ້ນ້ຳ, ໄປຫາປາຫັ້ນ. ເຂົາບໍ່ຫາແລ້ວຕິ ທີ່ຮູ້ແນວນັ້ນນ່າ. ເປັນເຄມີເປົ໋າຫຍັງບໍ່ຮູ້, ເຂົາເຈົ້າໂຍນໃສ່ເທິງ. ອັນນີ້ກະບໍ່ຮູ້ຄືກັນ ເຫັນແຕ່ເຂົາໄປເຫັນເປົ໋າ, ລະເຂົາໄປກວດສອບແລ້ວ, ແຕ່ຍັງບໍ່ຮູ້.”
ທາງດ້ານຜູ້ປະກອບການ ຮ້ານອາຫານ ຢູ່ເມືອງງອຍ ທ່ານໜຶ່ງ ກ່າວວ່າ ສຳລັບຫ້ວຍນ້ຳຮຸນ ກໍເປັນພຽງແຕ່ຫ້ວຍນ້ອຍ ທີ່ສາຍນ້ຳອູ ໄຫຼມາໃສ່ ອີກເທື່ອໜຶ່ງ ແລະ ກ່ອນຈະເກີດເຫດດັ່ງກ່າວ ຊາວບ້ານ ກໍບໍ່ຄ່ອຍໄປຫາປາ ໃນຫ້ວຍດັ່ງກ່າວ ຫຼາຍປານໃດ. ດັ່ງນັ້ນ, ຈຶ່ງຍັງບໍ່ມີຊາວບ້ານຄົນໃດ ໄດ້ຮັບອັນຕະລາຍ ຈາກການກິນປາ ຈາກຫ້ວຍດັ່ງກ່າວ. ດັ່ງທ່ານກ່າວວ່າ:
“ໂຕເຂົາເຈົ້າຖິ້ມ ມີສານເຄມີຫັ້ນ ແມ່ນຢູ່ນ້ຳນ້ອຍ, ກ້ອງຮ້ານເຮົາແຫຼະ. ຫາປາ ກະບໍ່ໄດ້ຫາຫຼາຍ ເພາະວ່າ ມັນຫ້ວຍນ້ອຍ ບໍ່ຄ່ອຍມີປາພໍເທົ່າໃດ ເພາະວ່າມັນເປັນແງ່ນ້ອຍເດ້ ເພາະວ່ານ້ຳອູ, ມັນສາຍນ້ຳອູຕ່າງຫາກ.”
ຢ່າງໃດກໍຕາມ ກ່ອນໜ້ານີ້, ກໍເຄີຍເກີດເຫດການ ສານເຄມີຮົ່ວໄຫຼ ລົງໃສ່ນ້ຳ ແລະ ລຳຫ້ວຍ ຢູ່ແຂວງຫຼວງພຣະບາງ ເປັນຕົ້ນ ເມື່ອວັນທີ 3 ເມສາ 2024 ທີ່ຜ່ານມາ ເກີດເຫດສານເຄມີ Sulfuric Acid ຂອງບໍລິສັດລາວ ທີ່ກຳລັງຖືກຂົນສົ່ງ ຈາກເມືອງປາກແບງ ແຂວງອຸດົມໄຊ ໄປໃຫ້ໂຄງການຂຸດຄົ້ນ, ສຳຫຼວດແຮ່ຫາຍາກ ຂອງນັກລົງທຶນຈີນ ຢູ່ເມືອງຜາໄຊ ແຂວງຊຽງຂວາງ ໄດ້ເກີດອຸບັດຕິເຫດ ລົດເສຍຫຼັກ ແລ້ວປີ້ນ ຢູ່ຂົວບ້ານພູຊ້າງຄຳ, ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ເຮັດໃຫ້ສານເຄມີ ໄຫຼລົງຫ້ວຍນ້ອຍ ແລ້ວເຮັດໃຫ້ຝູງປາຕາຍ. ຕໍ່ມາ, ໄດ້ມີແຈ້ງການ ຫ້າມປະຊາຊົນ ເອົາປາມາກິນ ແລະ ຫ້າມລົງນ້ຳ ແລະ ເອົານ້ຳມາຊົມໃຊ້ ເດັດຂາດ.
ແລະ ຫຼັງຈາກນັ້ນ, ໃນວັນທີ 2 ມິຖຸນາ ທີ່ຜ່ານມາ, ກໍເກີດເຫດ ລົດຂົນສົ່ງສິນຄ້າ ຂອງຈີນ ໄດ້ບັນທຸກສານເຄມີ Sulfuric Acid ຈຳນວນຫຼາຍ ເກີດອຸບັດຕິເຫດ ເສຍຫຼັກ ແລ້ວພິກຂວ້ຳ ຕົກລົງເຫວ ທີ່ບ້ານພູສະຫວັນ, ເມືອງໄຊ ແຂວງອຸດົມໄຊ ເຮັດໃຫ້ສານເຄມີ ໄຫຼລົງຫ້ວຍນ້ອຍ ແລະ ປ່ອງໃສ່ສາຍນ້ຳງາ ແລ້ວເກີດສັດນ້ຳຕາຍ ຈຳນວນຫຼາຍ.