ລົດບັນທຸກ ອາຊິດຊູນຟູຣິກ ຂອງຈີນຕົກເຫວ ສານເຄມີຮົ່ວໄຫລ
2024.06.04

ເກີດເຫດລົດບັນທຸກ ສານເຄມີ ອາຊິດຊູນຟູຣິກ (Sulfuric Acid) ຈໍານວນຫລາຍ ຂອງບໍລິສັດຂຸດຄົ້ນບໍ່ຄໍາຈີນ ທີ່ກໍາລັງຂົນ ຈາກເມືອງປາກແບງ ແຂວງອຸດົມໄຊ ໄປແຂວງຊຽງຂວາງ ເສຽຫລັກ ພິກຂ້ວາມຕົກເຫວ ຢູ່ເຂດບ້ານ ພູສະຫວັນ ເມືອງໄຊ ແຂວງອຸດົມໄຊ ເຮັດໃຫ້ສານເຄມີ ໄຫລລົງໃສ່ຫ້ວຍນ້ອຍ ລົງໃສ່ສາຍນໍ້າງາ ເມື່ອວັນທີ 2 ມິຖຸນານີ້ ເຮັດໃຫ້ສັດນໍ້າຫລາຍຊະນິດ ຕາຍ ຟູ ຢ່າງຫລວງຫລາຍ ທັງປາ ອ່ຽນ, ກຸ້ງ, ປູ ລວມເຖິງຄວາຍ 1 ໂຕ ທີ່ໄປກິນນໍ້ານັ້ນນໍາດ້ວຍ.
1 ມື້ ຫລັງເກີດເຫດ ທາງແຂວງອຸດົມໄຊ ກໍໄດ້ອອກແຈ້ງເຕືອນ ຫ້າມປະຊາຊົນ ບໍ່ໃຫ້ລົງອາບນໍ້າງາ, ຫ້າມນໍາສັດລ້ຽງລົງນໍ້າງາ, ຫ້າມໃຊ້ນ້ຳ ແລະກິນສັດນ້ຳ ຈາກສາຍນໍ້າງາ ຫລືນໍາໄປຂາຍ ຢ່າງເດັດຂາດ, ອີງຕາມຄໍາເວົ້າ ຂອງເລຂາພັກ ບ້ານລຽບສາຍນໍ້າງາ ເມືອງໄຊ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ມິຖຸນານີ້.
“ປູແດ່ແລ້ວກໍມີປາຕາຍແດ່ໂຕນ້ອຍໂຕໃຫຍ່ ກໍຕາຍໝົດແຫລະ ວານນີ້ຍັງຕາຍຢູ່ເດ້ ຄວາຍນ້ອຍຕາຍໂຕນຶ່ງ ກິນນໍ້າຢູ່ບ້ານພູສະຫວັນ ມີຜົນກະທົບແຫລະ ເພາະວ່າປະຊາຊົນສ່ວນນຶ່ງ ເຂົາເຈົ້າກອາໃສໃນການຫາກິນຫາຢູ່ຫ້ວຍນໍ້າ ດຽວນີ້ຄັນວ່າປູປາຕາຍ ກໍຖືວ່າການຫາກິນທາງນໍ້າ ການຊອກອາຫານທາງນໍ້າ ມັນກໍສິຫລຸດລົງ ແລ້ວກໍບັນດາສັດນໍ້າທີ່ເອົາຈາກນໍ້າງາ ຫລືວ່າໂຕທີ່ຕາຍກໍຫ້າມນໍາໄປຊື້ຂາຍ ຫ້າມນໍາໄປເປັນອາຫານ ຫ້າມນໍາໄປບໍລິໂພກ ຈົນກວ່າສິມີການກັບສູ່ສະພາບປົກກະຕິ.”
ນອກຈາກສັດນໍ້າໃນແມ່ນໍ້າງາ ໄດ້ຮັບຜົນກະທົບແລ້ວ ຮ່ອງນໍ້າເໝືອງ ທີ່ປະຊາ ຊົນພາກັນຂຸດ ເພື່ອເອົານໍ້າຈາກສາຍນໍ້າງາ ໄປໃສ່ໜອງປາ ຫລືນາ ກໍໄດ້ຮັບຜົນກະທົບເຊັ່ນກັນ ເປັນຕົ້ນ ປາໃນໜອງຂອງຊາວບ້ານ ອາດຈະບໍ່ມີນໍ້າພຽງພໍ ຍ້ອນເຈົ້າຂອງໜອງປາ ຈໍານວນນຶ່ງ ໄດ້ອັດທາງນໍ້າ ເພື່ອປ້ອງກັນບໍ່ໃຫ້ປາຕາຍຈາກສານເຄມີ ທີ່ໄຫລລົງໃສ່ສາຍນໍ້າງານັ້ນ.
ດັ່ງຊາວບ້ານພູສະຫວັນ ຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:
“ອັນນີ້ແມ່ນລົດເສັຽຫລັກເດ້ ນໍ້າມັນເປັນຟອງແລ້ວມັນປ່ຽນສີເພາະວ່າ ເຄມີມັນເຂັ້ມຂຸ້ນແລ້ວນໍ້າ ມັນຂຸ່ນເນາະ ຢູ່ກາງບ້ານແຫລະ ແຕ່ວ່າມັນມັນມີຫ້ວຍນ້ອຍລົງໄປ ມີຫ້ວຍນ້ອຍລົງໄປປ່ອງນໍ້າງານ່າ ແລ້ວມັນໄຫລໄປພຸ້ນແຫລະ ດຽວນີ້ປາກໍຕາຍໝົດແຫລະ ໄປຮອດຫລັກ 32 ໄປຮອດຢູ່ ປຸງຫລົງຫັ້ນ ເບິ່ງຢູ່ນີ້ ຢູ່ເທິງບ້ານນີ້ ຢູ່ກາງບ້ານນີ້ນ່າ ແຕ່ຜົນກະທົບແທ້ຈະຢູ່ກ້ອງພຸ້ນ ເຂົາເອົານໍ້າໃສ່ໜອງປາ ແລ້ວເຂົາກໍອັດແລ້ວ.”
ເມື່ອກ່ອນໜ້ານີ້ ຄືປີທີ່ຜ່ານມາ ໂຮງງານມັນຕົ້ນຈີນ ກໍໄດ້ປ່ອຍນໍ້າເປື້ອນ ນໍ້າເສຍເປັນພິດ ລົງໃສ່ຫ້ວຍນ້ອຍ ໃນເຂດບ້ານພູສະຫວັນ ເຮັດໃຫ້ສັດນໍ້າຕາຍຢ່າງຫລວງຫລາຍ. ຫລັງຈາກນັ້ນ ທາງການກໍໄດ້ສັ່ງໃຫ້ບໍລິສັດມັນຕົ້ນ ປ່ອຍປາໃສ່ສາຍນໍ້າດັ່ງກ່າວ. ແລະມາປີນີ້ ລົດຂົນສານເຄມີ ຂອງບໍລິສັດຂຸດຄົ້ນບໍ່ຄໍາຈີນ ກໍພິກຂ້ວາມຕົກລົງເຫວ ເຮັດໃຫ້ສານເຄມີ ໄຫລລົງໃສ່ຫ້ວຍນ້ອຍ, ລົງໃສ່ສາຍ ນໍ້າງາ ຕື່ມອີກ. ຊາວບ້ານ ຢາກໃຫ້ທາງບໍລິສັດຈີນ ທີ່ຂຸດບໍ່ແຮ່ ປ່ອຍປາທົດແທນປາທີ່ຕາຍນັ້ນ ເໝືອນກັນ.
ດັ່ງຊາວບ້ານພູສະຫວັນ ຜູ້ດຽວກັນນີ້ ເວົ້າຕື່ມວ່າ:
“ຜ່ານມາກໍບໍ່ເຄີຍເກີດ ປີກາຍນີ້ກໍເທື່ອນຶ່ງ ເພາະວ່າເຂົາປ່ອຍນໍ້າເປື້ອນຈາກໂຮງງານສວນມັນ ລົງກໍຕາຍເຂົາລະບໍ່ໃຫ້ປ່ອຍເລີຍ ທີ່ຜ່ານມາ ຈີນປ່ອຍນໍ້າເປື້ອນຫັ້ນເຂົາກໍເອົາປາມາປ່ອຍຄືນ.”
ໃນການແກ້ໄຂ ບັນຫາຜົນກະທົບ ຕໍ່ສິ່ງແວດລ້ອມ ທີ່ເກີດຂື້ນນັ້ນ ເລຂາພັກບ້ານລຽບສາຍນໍ້າງາ ກ່າວຕື່ມວ່າ ບໍລິສັດຂຸດຄົ້ນບໍ່ຄໍາຈີນ ຈາກເມືອງປາກແບງ ໄດ້ໃຫ້ປູນຂາວ ເພື່ອໂຮຍໃສ່ຈຸດ ທີ່ສານເຄມີ ຮົ່ວໄຫລ ແລະບໍລິເວນໃກ້ຄຽງ:
“ມື້ວານນີ້ທາງຜະແນກຊັບ ແລ້ວກໍທາງອັນນ່າ... ບໍລິສັດຈີນ ເຂົາເຈົ້າກໍເອົາປູນມາຖອກລົງສູ່ແມ່ນໍ້າເພື່ອເຮັດໃຫ້ສານກົດ ສານເຄມີຫັ້ນ ເຈືອຈາງລົງເນາະ ວານນີ້ເຂົາເຈົ້າກໍເອົາມາອີກ ປະມານ 40 ກວ່າເປົ໋າ ແລ້ວກໍຍັງສິເອົາລົງໄປໃສ່ ຖຶກໃສ່ນໍ້າງານຕື່ມອີກ.”
ສ່ວນລົດຂົນສົ່ງສິນຄ້າ ຂອງຈີນທີ່ຂົນສານເຄມີ ອາຊິດຊູນຟູຣິກ ຈໍານວນຫລາຍສິບໂຕນ ພິກຂ້ວມຕົກເຫວນັ້ນ ເຈົ້າໜ້າທີ່ ທີ່ໄປກວດກາ ສະຖານທີ່ເກີດເຫດນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ເຖິງສານເຄມີ ຈໍານວນຫລາຍສິຍໂຕນນັ້ນວ່າ ບໍ່ໄດ້ໄຫລລົງໃສ່ນໍ້າງາທັງໝົດ. ແລະການແກ້ໄຂບັນຫາ ທີ່ວ່ານັ້ນ ທາງບໍລິສັດຂົນສົ່ງສິນຄ້າຂອງຈີນ ແລະບໍລິສັດຂຸດຄົ້ນບໍ່ຄໍາຂອງຈີນ ກໍໃຫ້ຄວາມຮ່ວມມື ແກ້ໄຂຢ່າງເຕັມທີ່. ສ່ວນເລື່ອງທີ່ວ່າ ບໍລິສັດທັງ 2 ຈະຟື້ນຟູທໍາມະຊາດ ແນວໃດ ເປັນຕົ້ນ ຈະປ່ອຍປາ ຫລືບໍ່ນັ້ນ ນາງບອກວ່າ ໃຫ້ຕິດຕາມການຖະແຫລງຂ່າວ ຕໍ່ສື່ມວນຊົນ.
“ບໍລິສັດອັນນັ້ນ ຈະເປັນຂອງອັນນ່າເອີ້ນວ່າ ແມ່ນບໍລິສັດຂຸດຄົ້ນບໍ່ຄໍາ ຢູ່ປາກແບງຫັ້ນເດ້ ເຂົາເຈົ້າມີການກັບ ຢູ່ໃນສາງປາກແບງ ຈະຂົນສົ່ງໄປແຂວງຊຽງຂວາງ ແລ້ວຈ້າງບໍລິສັດຂົນສົ່ງ ຂົນສົ່ງຈັ່ງຊີ້ນ່າ ເພິ່ນກໍໃຫ້ຄວາມຮ່ວມມື ເພິ່ນກໍເຂົ້າມາສົບທົບພວກເຮົາຕາມເຫດການ ເຈົ້າ ສະພາບເສັ້ນທາງມັນຄົດລ້ຽວຫລາຍເນາະ ມັນກໍມີຄວາມສ່ຽງໃນການໃຊ້ລົດໃຫຍ່. ເອີ ປ່ອຍປາຕື່ມຫລືຜນກະທົບຮ້າຍແຮງແນວໃດ ໂຕນີນິພວກເຮົາຍັງຖ້າຜົນວິໃຈຂອງທາງກະຊວງຊັບຫັ້ນ ຍັງບໍ່ທັນໃຫ້ຄໍາຕອບຊັດເຈນໄດ້ເທື່ອເດີ້ ເພາະວາຕອນແລງນີ້ ກະຊວງເພິ່ນເດີນທາງມາແຕ່ສູນກາງຫັ້ນເນາະ ແລ້ວກໍພວກເຮົາສິປະຊຸມກັນ ຈັ່ງຊັ້ນຈຶ່ງບໍ່ໄດ້ຂໍ້ສະຫລຸບເພື່ອຢັ້ງຢືນຕໍ່ສື່ມວນຊົນໄດ້.”
ນອກຈາກລົດບັນທຸກ ສານເຄມີ ອາຊິດຊູນຟູຣິກ ຈໍານວນຫລວງຫລາຍ ຂອງບໍລິສັດຂຸດຄົ້ນບໍ່ຄໍາຈີນ ເສຍຫລັກ ພິກຂ້ວາມຕົກເຫວ ຢູ່ເຂດບ້ານ ພູສະຫວັນ ເມືອງໄຊ ແຂວງອຸດົມໄຊ ເມື່ອວັນທີ 2 ມິຖຸນາ ທີ່ວ່ານີ້ແລ້ວ, ໃນວັນທີ 3 ເມສາທີ່ຜ່ານມາ ກໍເກີດເຫດລົດຂົນສານເຄມີ ຊະໜິດດຽວກັນນີ້ ຂອງບໍລິສັດຄົນລາວ ທີ່ກໍາລັງຂົນ ຈາກເມືອງປາກແບງ ແຂວງອຸດົມໄຊ ໄປໃຫ້ບໍລິສັດຂຸດຄົ້ນ ສໍາລວດແຮ່ຫາຍາກ ຂອງນັກລົງທຶນຈີນ ຢູ່ບ້ານປຸງ ເມືອງຜາໄຊ ແຂວງຊຽງຂວາງ ເກີດອຸບັດຕິເຫດ ເສຽຫລັກ ປີ້ນ ຢູ່ຂົວບ້ານພູຊ້າງຄໍາ ນະຄອນ ຫລວງພະບາງ ແຂວງຫລວງພະບາງ ເຮັດໃຫ້ສານເຄມີ ໄຫລລົງຫ້ວຍນ້ອຍ ແປະໜ້າປໍ້ານໍ້າມັນພູສີ ຊຶ່ງຄົນທ້ອງຖິ່ນເອີ້ນວ່າ ປໍ້ານໍ້າມັນພູຊ້າງ ແລ້ວເກີດປາຕາຍຫລາຍ. ພາຍຫລັງເກີດເຫດ ນາຍບ້ານແຕ່ລະບ້ານ ທີ່ຢູ່ລຽບສາຍນໍ້າຄານ ປະກາດທາງໂທລະໂຄ່ງຂອງບ້ານ ຫ້າມປະຊາຊົນ ບໍ່ໃຫ້ເກັບປາຕາຍ, ຫ້າມລົງນໍ້າ ແລະເອົານໍ້າມາໃຊ້ເດັດຂາດ.