ຊາວບ້ານຍ້ານຜົນກະທົບ ນຳສານເຄມີ 95 ຖັງຖືກຖິ້ມຢູ່ເຂດເມືອງນາຊາຍທອງ

ພອນ ພູມມີທອນ
2024.10.17
ຊາວບ້ານຍ້ານຜົນກະທົບ ນຳສານເຄມີ 95 ຖັງຖືກຖິ້ມຢູ່ເຂດເມືອງນາຊາຍທອງ ເຈົ້າໜ້າທີ່ກວດກາຖັງສານເຄມີ ຈຳນວນ 95 ຖັງ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ວັນທີ 13 ຕຸລາ 2024.
ຮູບພາບຈາກ ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ທາງການເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກວດພົບຖັງສານເຄມີອັນຕະລາຍ ຊະນິດ Hydrogen Peroxide ຈຳນວນ 95 ຕຸກ, ຕຸກລະ 30 ລິດ ລວມທັງໝົດ 2850 ລິດ ຖືກນໍາໄປຖິ້ມຢູ່ເຂດບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຂະນະທີ່ຊາວບ້ານຮຽກຮ້ອງໃຫ້ທາງການລາວ ເຄັ່ງຮ້ອນນຳໄປທຳລາຍ ກ່ອນຈະມີຜົນກະທົບຮຸນແຮງ. ດັ່ງ ຊາວບ້ານທ່ານໜຶ່ງ ໃນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ຕຸລາ ນີ້ວ່າ:

ມັນກະບໍ່ໄກ ເປັນພື້ນທີ່ປ່ຽວ ຢູ່ໃນແຖວນັ້ນຫັ້ນກະ ກະມີແຕ່ສຳນັກງານຕຳຫຼວດຫັ້ນແຫຼະ ເປັນສ່ວນໃຫຍ່ ຜູ້ທີ່ເອົາເຂົ້າມາ ກະຕ້ອງຮັບຜິດຊອບຫັ້ນແຫຼະເນາະ ເວົ້າງ່າຍໆເນາະ ກະຢ້ານມີມີຜົນກະທົບແຕກຕື່ນໄປອີກ."

ຊາວບ້ານທ່ານນີ້ ຍັງຮຽກຮ້ອງໃຫ້ທາງການລາວ ເລັ່ງຕິດຕາມ, ກວດກາ ກຸ່ມຄົນທີ່ລັກລອບນຳເອົາສານເຄມີຈຳນວນດັ່ງກ່າວ ທີ່ເປັນອັນຕະລາຍ ມາຖິ້ມຢູ່ບໍລິເວນບ້ານດ່ານຊີ ມາດຳເນີນຄະດີ ຢ່າງເດັດຂາດ.

ຊາວບ້ານອີກທ່ານໜຶ່ງ ໃນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກ່າວວ່າ ຍັງບໍ່ທັນໄດ້ຍິນຂ່າວ ແລະ ຮັບຮູ້ລາຍລະອຽດຢ່າງຈະແຈ້ງ ແຕ່ໃນເມື່ອທາງການລາວ ເຫັນວ່າ ເປັນສານເຄມີ ທີ່ເປັນອັນຕະລາຍຕໍ່ມະນຸດ, ສັດລ້ຽງ ແລະສິ່ງແວດລ້ອມ ກໍຄວນຈະເລັ່ງດຳເນີນການ ຊອກຫາວິທີທຳລາຍ ໃຫ້ໄວທີ່ສຸດ. ດັ່ງ ຊາວບ້ານທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

"ຍັງບໍ່ທັນໄດ້ຍິນຂ່າວ ຍັງບໍ່ທັນມີບັນຫາຫຍັງ ບໍ່ທັນມີບັນຫາຫຍັງ ຄັນວ່າເຫັນແນວນັ້ນ ກະບໍ່ເປັນຕາເອົາໄວ້ແລ້ວເນາະ ຄັນວ່າເຮົາເຫັນເນາະ ເພາະວ່າ ເປັນສາເຄມີເດ້."

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ຫ້ອງການປົກຄອງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກ່າວວ່າ ໃນຕອນເຊົ້າ ຂອງວັນທີ່ 14 ຕຸລາ 2024 ທີ່ຜ່ານມາ ເຈົ້າໜ້າທີ່ເມືອງນາຊາຍທອງ ແລະ ປກສ ເມືອງນາຊາຍທອງ ແລະ ຫ້ອງການທີ່ກ່ຽວຂ້ອງ ໄດ້ລົງພື້ນທີ່ໂຕຈິງ ຢູ່ບ້ານດ່ານຊີ ຫຼັງຈາກມີຄົນແຈ້ງມາວ່າ ພົບຖັງສານເຄມີຫຼາຍກະຕຸກ ບໍ່ມີເຈົ້າຂອງ.

ເບື້ອງຕົ້ນ ພົບສານເຄມີອັນຕະລາຍ ຍີ່ປະເພດ Hydrogen Peroxide ຈຳນວນ 95 ຕຸກ ຕຸກລະ 30 ລິດ ຢາຍຢູ່ຕາມໜ້າດິນ ແຕ່ລະກະຕຸກ ຫ່າງກັນປະມານ 5-6 ແມັດ. ເຈົ້າໜ້າທີ່ໄດ້ໄຂຝາຕຸກອອກ ເພື່ອຖອກນ້ຳຢາສານເຄມີ ລົງໃສ່ໜ້າດິນ ແລະຄວ່ຳກະຕຸກ ສານເຄມີປະໄວ້ ປະກົດວ່າ ເຂດທີ່ນ້ຳຢາສານເຄມີໄຫຼຖືກນັ້ນ ດິນມີການປ່ຽນສີ, ຕົ້ນໄມ້ຢູ່ໃນບໍລິເວນນັ້ນ ກໍໃບແຫ້ງມາດ ແລະຕາຍ ພາຍໃນທີ່ເກີດເຫດ ໄດ້ພົບຮ່ອງຮອຍ ລໍ້ລົດໃຫຍ່ ແຕ່ບໍ່ຊາບປະເພດລົດ ແລະເຫັນຖົງມື ທີ່ໃຊ້ແລ້ວຖິ້ມຢູ່ໃນບໍລິເວນ ດັ່ງກ່າວ ຈຳນວນ 3 ຄູ່.

ປັດຈຸບັນ ທາງການເມືອງນາຊາຍທອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂັ້ນນະຄອນຫຼວງວຽງຈັນ ພວມເລັ່ງດຳເນີນການສືບສວນສອບສວນ ແລະເບິ່ງກ້ອງວົງຈອນປິດ ຕາມເສັ້ນທາງຕ່າງໆ ວ່າແມ່ນພາກສ່ວນໃດ ລັກລອບນຳມາປະຖິ້ມ.

ສ່ວນວິທີການທຳລາຍ ຖັງສານເຄມີດັ່ງກ່າວນັ້ນ ຍັງຕ້ອງປຶກສາກັບກົມສິ່ງແວດລ້ອມ ແລະ ວິຊາການກ່ຽວຂ້ອງ ເນື່ອງຈາກ ເປັນສານເຄມີທີ່ອັນຕະລາຍ. ດັ່ງ ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

"ໂຕນີ້ເຮົາກະບໍ່ທັນໄດ້ຮູ້ວ່າ ແມ່ນພາກສ່ວນໃດຫັ້ນນາ ເພາະວ່າ ປັດຈຸບັນນີ້ ເຈົ້າໜ້າທີ່ຂອງໄທເຮົາກະກຳລັງຕິດຕາມຢູ່ຫັ້ນແຫຼະ ວ່າຊິແມ່ນພາກສ່ວນໃດເນາະ ທີ່ວ່າໄດ້ນຳເອົາສານເຄເມີໄປຖິ້ມ ກະຍັງບໍ່ໄດ້ຂໍ້ມູນລະອຽດເນາະ (ວິທີການທຳລາຍ) ເພິ່ນກະຍັງປຶກສາກັນວ່າ ເຮົາຊິໃຫ້ພາກສ່ວນໃດໄປເກັບມ້ຽນຫັ້ນນາ ເຮົາບໍ່ປ້ອງກັນດີໆ ໄປເຮັດແລ້ວມັນຖືກມື ຖືກຫຍັງມັນກະເປື່ອຍ."

ຂະນະທີ່ເຈົ້າໜ້າທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ ກຳລັງເລັ່ງສືບສວນສອບສວນ ວ່າບໍລິສັດໃດ ທີ່ນຳເຂົ້າສານເຄມີຊະນິດດັ່ງກ່າວ ເຂົ້າມາໃນລາວ ປັດຈຸບັນ ຍັງບໍ່ທັນໄດ້ສະຫຼຸບຜົນເທື່ອ ໂດຍກະຊວງ ກະຊວງອຸດສາຫະກຳ ແລະ ການຄ້າ ໃນຖານະພາກສ່ວນຮັບຜິດຊອບ ວຽກງານການນໍາເຂົ້າ-ສົ່ງອອກ ແລະ ກວດກາ ຫົວໜ່ວຍອຸດສະຫະກໍາ ກໍຈະໄດ້ເຂັ້ມງວດ ຂຶ້ນຕື່ມ. ດັ່ງ ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທະຍຸ ເອເຊຍເສລີ ໃນມື້ດຽວກັນນີ້ວ່າ:

"ເຈົ້າໜ້າທີ່ຍັງອັນນາ ບໍ່ທັນໄດ້ສະຫຼຸບ ເຕືອນແຫຼະ ເຕືອນບາດນີ້ ຕ້ອງໄດ້ເວົ້າກັບຂະແໜງການທີ່ກ່ຽວຂ້ອງຫັ້ນຕື່ມ ໄທເຮົາລົງໄປ (ກະຊວງອຸດສາຫະກຳ ແລະ ການຄ້າ) ກໍຕ້ອງໄດ້ມີການມາດຕະການຕື່ມອີກ."

ສຳລັບ ສານເຄມີອັນຕະລາຍ ຊະນິດ Hydrogen peroxide ຈະມີລັກສະນະເປັນສານລະລາຍ ມັກຈະໃຊ້ເປັນສ່ວນປະສົມ ໃນການຟອກສີອາຫານ, ສານທຳຄວາມສະອາດ, ນ້ຳຢາຂ້າເຊື້ອ ລວມໄປເຖິງ ນ້ຳຢາບ້ວນປາກ ແລະ ລ້າງແຜ.

ທີ່ຜ່ານມາ ມີການພົບເຫັນ ການນຳເຂົ້າສານເຄມີແບບຜິດກົດໝາຍ ເປັນຈຳນວນຫຼາຍຄັ້ງ ເຊິ່ງທາງການລາວ ກໍເຄີຍສັ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງ ກວດກາການນຳເຂົ້າສານເຄມີຢ່າງເຂັ້ມງວດ ຫາກຈະນຳເຂົ້າ ຕ້ອງໄດ້ຮັບອະນຸຍາດ ຈາກທາງການເທົ່ານັ້ນ ເນື່ອງຈາກ ສານເຄມີອັນຕະລາຍ ເປັນການທຳລາຍສິ່ງແວດລ້ອມ ແລະ ສຸຂະພາບຂອງປະຊາຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.