ສານເຄມີທີ່ຮົ່ວໄຫຼ ລົງຫ້ວຍນ້ຳທຳມະຊາດ ກະທົບຕໍ່ການຜະລິດກະສິກຳ
2024.06.20

ຕາງໜ້າຂອງກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ຄໍາໂສ້ ກຸໂພຄໍາ ຫົວໜ້າຫ້ອງການ ກະຊວງທັງເປັນຫົວໜ້າໂຄສົກ ປະຈຳກະຊວງ ແລະ ທ່ານ ບຸນຍົງ ສີດາວົງ ຮັກສາການແທນຫົວໜ້າ ກົມຄຸ້ມຄອງບໍ່ແຮ່ໄດ້ອອກຖະແຫຼງຢືນຢັນ ຕໍ່ສື່ມວນຊົນ ກ່ຽວກັບ ການແກ້ໄຂ ເຫດການປາຕາຍຢູ່ເມືອງຫົວເມືອງ ແລະ ເມືອງຊໍາເໜືອ ແຂວງຫົວພັນ ເມື່ອວັນທີ 13 ມິຖຸນາ 2024 ເພື່ອສ້າງຄວາມເຊື່ອໝັ້ນ ໃຫ້ແກ່ຊາວບ້ານ ທີ່ຢູ່ໃນເຂດພື້ນທີ່ ໄດ້ຮັບຜົນກະທົບໂດຍລະບຸວ່າ ປະຈຸບັນຊາວບ້ານໃນພື້ນທີ່ ສາມາດສືບຕໍ່ດຳເນີນການປູກຝັງ, ລ້ຽງສັດໄດ້ຕາມປົກກະຕິແລ້ວ ແຕ່ຍັງຫ້າມຫາປາ ແລະສັດນໍ້າຊະນິດອື່ນໆ.
ດັ່ງເຈົ້າໜ້າທີ່ພະແນກພະລັງງານ ແລະບໍ່ແຮ່ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ມິຖຸນາ 2024 ວ່າ:
“ປະຈຸບັນພື້ນທີ່ແກ້ແລ້ວ ເພິ່ນແກ້ໄຂແລ້ວມີແຕ່ວ່າ ທາງບໍລິສັດຈະຊົດເຊີຍ ຜົນເສັຍຫາຍ ໃຫ້ພໍ່-ແມ່ປະຊາຊົນເລື່ອງນໍ້າທີ່ວ່າ ປະຊາຊົນບໍ່ທຳການຜະລິດໄດ້ ກາຖືວ່າປະຈຸບັນນີ້ຜະລິດໄດ້ ແລ້ວນໍ້າໃຊ້ໄດ້ປົກກະຕິ ແລ້ວກາເລື່ອງປາຕາຍສັດຕາຍ ອີ່ຫຍັງຕ່າງໆ ເພີ່ນກາວິເຄາະຢູ່.”
ເຈົ້າໜ້າທີ່ໄດ້ກ່າວຕື່ມວ່າ ເບື້ອງຕົ້ນບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈຳກັດໄດ້ປັບປຸງຈຸດບົກຜ່ອງຕ່າງໆ ຕາມຄຳແນະນໍາ ຂອງຄະນະວິຊາການ ຕາມບົດບັນທຶກ ທີ່ໄດ້ເຊັນຮັບຮອງຮ່ວມໂດຍສະເພາະ ແມ່ນຈຸດເກີດເຫດທີ່ມີການຮົ່ວໄຫຼ ຂອງສານເຄມີ ແລະຈຸດລະບາຍນໍ້າ ຂອງທ້າຍອ່າງເກັບນໍ້າທີ 7 ເພື່ອສ້າງໃຫ້ເປັນລະບົບ ປິດຖາວອນ ບໍ່ໃຫ້ນໍ້າຈາກໂຄງການ ໄຫຼອອກສູ່ແຫຼ່ງນໍ້າ ທຳມະຊາດ.
ໃນກໍລະນີຈໍາເປັນ ຕ້ອງເຮັດການບໍາບັດ ໃຫ້ໄດ້ຄ່າມາດຕະຖານ ບໍ່ມີການປົນເປື້ອນ ຂອງສານເຄມີ ມີຄວາມປອດໄພ ໂດຍໄດ້ຮັບການຢັ້ງຢືນ ຈາກພາກສ່ວນທີກ່ຽວຂ້ອງ ກ່ອນຈຶ່ງສາມາດລະບາຍອອກ ສູ່ນໍ້າທໍາມະຊາດໄດ້. ນອກຈາກນີ້ບໍລິສັດ ໄດ້ມີການສຸ່ມກວດສຸຂະພາບ ຂອງຊາວບ້ານ ທີ່ບໍລິເວນໃກ້ຄຽງລວມທັງພະນັກງານທີ່ເຮັດວຽກ ຢູ່ໃນໂຄງການຈຳນວນໜຶ່ງ ເຊິ່ງເຫັນວ່າທຸກຄົນມີສຸຂະພາບແຂງແຮງ ບໍ່ພົບສານເຄມີ ຫຼືໂລຫະໜັກ ທີ່ສະສົມຕາມອາໄວຍະວະ ໃນຮ່າງກາຍ ແລະ ໃນເລືອດ, ບໍລິສັດຍັງຈະມີແຜນສຸ່ມກວດສຸຂະພາບ ໃຫ້ຊາວບ້ານ ແລະ ພະນັກງານ ຕື່ມອີກ.
ຊາວບ້ານຢູ່ບ້ານເມືອງແວ່ນ ເມືອງຊໍາເໜືອ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ພາຍຫຼັງທີ່ໄດ້ຮັບການຕິດຕາມ-ກວດກາ ຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ບໍລິສັດ ຜູ້ລົງທຶນ ກໍ່ໄດ້ປັບປຸງຈຸດບົກຜ່ອງຕາມຄຳແນະນໍາ ຂອງຄະນະວິຊາການ ຈຶ່ງອະນຸຍາດໃຫ້ຊາວບ້ານໃນພື້ນທີ່ທົດລອງ ທຳການຜະລິດປູກພືດ, ເຮັດນາ ແລະ ລ້ຽງສັດ. ສ່ວນການຫາປາ ແລະ ສັດນໍ້າອື່ນ ຕາມແຫຼ່ງນໍ້າ ໂດຍສະເພາະຫ້ວຍແວ່ນແມ່ນຍັງບໍ່ອະນຸຍາດ ຈົນກ່ວາຜົນວິໄຈທີ່ທາງສູນກາງຢັ້ງຢືນວ່າ ປອດໄພ.
“ບໍ່ໄດ້ຕ້ອງການເງິນຄໍາ ອັນໃດແກ້ໄຂເປັນບາງສ່ວນເນາະ ກາຍັງບາງສ່ວນເລັກໆ ນ້ອຍໆ ກະທົບແທ້ກາຈຳເປັນໄດ້ເຮັດເນາະ. ປີນີ້ກາຍັງບໍ່ໄດ້ມີໃຜລົງບໍ່ມີໃຜກ້າລົງປູປານີ້ ກາບໍ່ມີໃຜກິນ. ເອີ ໄທບ້ານເຮົາເຫັນຢ້ານ, ຢ້ານແທ້ ໃຫ້ເຮັດໄຮ່ເຮັດນານີ້ ເບິ່ງສາກ່ອນວ່າຊິນ່າ.”
ຊາວບ້ານຢູ່ເມືອງຫົວເມືອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ເຖິງຈະຍັງມີຄວາມກັງວົນເລື່ອງສານເຄມີ ຕົກຄ້າງໃນດິນ ແລະນໍ້າແຕ່ກໍ່ບໍ່ສາມາດ ທີ່ຈະປະຖີ້ມການເຮັດນາໄດ້ ຖືວ່າເປັນຄວາມຈຳເປັນ ຂອງຊາວບ້ານບໍ່ເຮັດນາ ກາບໍ່ໄດ້ກິນເຂົ້າ. ສ່ວນປາ ແລະສັດນໍ້າອື່ນໆ ຊາວບ້ານໃນເຂດນີ້ ຍັງບໍ່ມີໃຜກ້າຫາມາກິນເພາະຢ້ານສານເຄມີ ປົນເປື້ອນ.
“ອັນນໍ້າໃຊ້ໄດ້ກາຍັງບໍ່ທັນໃຊ້ໄດ້ປານໃດ ແຕ່ວ່າມັນມີຄວາມຈໍາເປັນຫັ້ນນ່າເນາະ ຮອດຍາມລະດູເຮັດນາແຫຼະ ເລີຍວ່າຈຳເປັນເຮັດນາລອງໄປເບິ່ງເນາະ ແຕ່ວ່າເລື່ອງຕົວປູຕົວປາຍັງບໍ່ທັນໄດ້ກິນເທື່ອ ເພາະວ່າເພິ່ນຍັງຢ້ານຫັ້ນນ່າ ຍັງບໍ່ໄດ້ຮັບປະກັນດີຫັ້ນນ່າເນາະ.”
ເຈົ້າໜ້າທີ່ພະແນກກະສິກໍາ ແລະ ປ່າໄມ້ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ຕອນນີ້ຍັງຫ້າມຊາວບ້ານ ໃນເຂດດັ່ງກ່າວຫາປາ ແລະສັດນໍ້າຊະນິດອື່ນໆ ມາບໍລິໂພກ ຈົນກ່ວາຜົນວິໄຈ ຈາກສູນກາງຈະອອກມາ ຢ່າງເປັນທາງການ. ປະຈຸບັນກຳລັງຢູ່ລະຫວ່າງ ການຄົ້ນຄ້ວາວິໄຈ.
“ສົ່ງໄປວິເຄາະແລ້ວແຕ່ວ່າ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນຢັ້ງຢືນເນາະ ຊີ້ແຈງໃຫ້ປະຊາຊົນຮູ້ໄດ້ວ່າ ຜົນກະທົບມັນຮ້າຍແຮງຢູ່ເນາະ.”
ສຳລັບຜົນກະທົບທີ່ເກີດຂຶ້ນ ທ່ານ ບຸນຍົງ ສີດາວົງ ຮັກສາການຫົວໜ້າ ກົມຄຸ້ມຄອງບໍ່ແຮ່ ໄດ້ກ່າວວ່າ ໃນຄືນຂອງວັນທີ 21 ຕໍ່ໃສ່ວັນທີ 22 ເດືອນກຸມພາ 2024 ໄດ້ເກີດເຫດການອ່າງເກັບນໍ້າ ໝູນວຽນຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈຳກັດ ຢູ່ແຂວງຫົວພັນ ແຕກຫັກ ແລະ ມີຕະກອນດິນ ຈຳນວນຫຼາຍໄຫຼ ລົງສູ່ຫ້ວຍຕະບູນ ແລ້ວໄຫຼປ່ອງໃສ່ນໍ້າຫ້ວຍມັນ ເຊິ່ງເປັນຫ້ວຍນໍ້າສາຂາຂອງນໍ້າແວ່ນ ເຮັດໃຫ້ປາຕາຍຈຳນວນໜຶ່ງ.
ຈາກເຫດການດັ່ງກ່າວ ເຮັດໃຫ້ບ້ານທີ່ໄດ້ຮັບຜົນກະທົບ ໂດຍກົງ ແລະ ທາງອ້ອມ ຫຼາຍກ່ວາ 30 ບ້ານເປັນຕົ້ນບ້ານຫ້ວຍມັນ, ທັບເຜິ້ງ ແລະ ບ້ານເມືອງແວ່ນ ຈົນນໍາໄປສູ່ການສັ່ງຫ້າມ ປະຊາຊົນນໍາໃຊ້ນໍ້າຢູ່ໃນເຂດດັ່ງກ່າວ ຈົນກ່ວາຄຸນນະພາບນໍ້າ ຈະກັບມາເປັນປົກກະຕິ.
ສໍາລັບໂຄງການຂຸດຄົ້ນແຮ່ຫາຍາກ ຕັ້ງຢູ່ບ້ານອຸໄທ ເມືອງຫົວເມືອງ, ບ້ານສົບຊາຍ ແລະ ບ້ານທັບເຜິ້ງເມືອງຊໍາເໜືອ ແຂວງຫົວພັນໂດຍບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈຳກັດໄດ້ຮັບການເຊັນສັນຍາສຳປະທານ ຄັ້ງວັນທີ 28 ມັງກອນ 2022 ເປັນໂຄງການທີ່ສູນກາງ ອະນຸຍາດປະເພດຂຸດຄົ້ນແຮ່ທົດລອງ ເນື້ອທີ່ລວມ 5 ກິໂລຕາແມັດ ປະມານ 500 ເຮັກຕ້າຣ໌, ອາຍຸສັນຍາ 3 ປີ, ມູນຄ່າການລົງທຶນ 300 ລ້ານຢວນ.