ເຈົ້າໜ້າທີ່ ທໍາລາຍສວນຝິ່ນ ຂອງຊາວບ້ານ ຢູ່ແຂວງບໍ່ແກ້ວ ແລະແຂວງຫົວພັນ

ຈໍາປາທອງ
2025.02.06
ເຈົ້າໜ້າທີ່ ທໍາລາຍສວນຝິ່ນ ຂອງຊາວບ້ານ ຢູ່ແຂວງບໍ່ແກ້ວ ແລະແຂວງຫົວພັນ ເຈົ້າໜ້າທີ່ແຂວງບໍ່ແກ້ວ ທຳລາຍສວນຝິ່ນ. ວັນທີ 30 ເດືອນມັງກອນ ປີ 2025.
ກົມສື່ມວນຊົນ ປກສ " Mass Media of Public Security"

ເຈົ້າໜ້າທີ່ຕໍາຫຼວດ ແລະທະຫານ ແຂວງບໍ່ແກ້ວ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ 150 ປາຍຄົນ ໄດ້ທໍາລາຍສວນຝິ່ນ ໃນມື້ວັນທີ 30 ມັງກອນ 2025 ນີ້ ດ້ວຍການເອົາໄມ້ຟາດ, ຫຼົກຕົ້ນອ່ອນຖິ້ມ ຢູ່ເຂດບ້ານ ຫ້ວຍໜໍ່ຂົມ ເມືອງປາກທາ ແຂວງບໍ່ແກ້ວ ໃນເນື້ອທີ່ 27 ເຮັກຕາ ທີ່ຊາວບ້ານລັກປູກ ເພື່ອຂາຍ ແລະໃຊ້ປິ່ນປົວພະຍາດ ແບບດັ້ງເດີມ ຍ້ອນວ່າ ຜູ້ເຖົ້າ ຜູ້ແກ່ ໃນເຂດນັ້ນ ຍັງໃຊ້ຝິ່ນປິ່ນປົວພະຍາດ ທີ່ເຄີຍພາກັນໃຊ້ມາ ຕັ້ງແຕ່ດັ້ງເດີມ ດັ່ງນັ້ນ ຈຶ່ງເຮັດໃຫ້ຊາວບ້ານ ລັກປູກຝິ່ນຕໍ່ໆ ກັນມາ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຕໍາຫຼວດ ແຂວງບໍ່ແກ້ວ ທ່ານໜຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ກຸມພານີ້:

“ຈະເປັນລັກສະນະວ່າ ເຮົາເອົາເຈົ້າໜ້າທີ່ລົງໄປທໍາລາຍກັບສວນເລີຍນ່າ ເພາະວ່າ ເຈົ້າຂອງສວນເຂົາເຈົ້າ ຄືຊິບໍ່ຢູ່ຫັ້ນແຫຼະ ຕົ້ນອ່ອນ ເຮົາກໍຊິໄດ້ລັກ ຫຼົກຖິ້ມກັບທີ່ຫັ້ນແຫຼະ ພວມມັນດອກ ມະຫຍັງແລ້ວ ເອົາໄມ້ຟາດ ເອົາໄມ້ຫຍັງ ມັນກໍໃຊ້ການບໍ່ໄດ້ຫັ້ນແຫຼະ ຄືວ່າຢາກຊ້າຫັ້ນແຫຼະ ເຂົາເຈົ້າກໍກີດໄປຈໍານວນໜຶ່ງ ແຕ່ເຂົາເຈົ້າປູກຫຼາຍ ສ່ວນຫຼາຍເອົາເປັນຢາປິ່ນປົວສຸຂະພາບ ກໍມີຈໍານວນໜຶ່ງ ເຂົາກໍຕິດມາແຕ່ດົນແລ້ວ ຕິດມາແຕ່ດຶກດໍາບັນ ແລ້ວກໍສ່ວນຫຼາຍ ກໍສົ່ງອອກຂາຍຫັ້ນນ່າ ລັກລອບຂາຍກັນ.”    

ແລະຕາມຂ່າວ ວັນທີ 3 ກຸມພານີ້ ຢູ່ແຂວງຫົວພັນ ພະແນກກວດກາ ແລະຄວບຄຸມຢາເສບຕິດ ປກສ ແຂວງຫົວພັນ ກໍໄດ້ສົມທົບກັບເຈົ້າໜ້າທີ່ຕໍາຫຼວດ ປ້ອງກັນຄວາມສະຫງົບເມືອງ ແລະທະຫານເມືອງຊໍາເໜືອ ທໍາລາຍໄຮ່ຝິ່ນ ໃນເນື້ອທີ່ 7.5 ເຮັກຕາ ຢູ່ເຂດບ້ານກໍໄຮ່ ໃນກຸ່ມບ້ານຫ້ວຍມ້າ ເມືອງຊໍາເໜືອ ທີ່ຊາວບ້ານລັກປູກ ເພື່ອໃຊ້ປິ່ນປົວພະຍາດ ທີ່ເຄີຍໃຊ້ກັນມາ ຕັ້ງແຕ່ດົນນານ ຍ້ອນຢູ່ຫ່າງໄກຈາກຕົວເມືອງ, ບໍ່ມີລົດ ບໍ່ມີລາງ, ຖ້າຍ່າງໄປ ກໍ 2-3 ມື້ ຈຶ່ງຮອດຕົວເມືອງ, ພວກເຂົາເຈົ້າທຸກຍາກ ບໍ່ມີເງິນ ບໍ່ມີຄໍາ ແລະຢູ່ເຂດນັ້ນ ກໍບໍ່ມີຮ້ານຂາຍຢາ, ບໍ່ມີໂຮງໝໍ ຫຼື ສຸກສາລາ ດັ່ງນັ້ນ ຈຶ່ງຈໍາເປັນຕ້ອງໄດ້ໃຊ້ຝິ່ນ ເປັນຢາປິ່ນປົວພະຍາດ ເວລາເຈັບເປັນມາ ດັ່ງຊາວບ້ານ ບ້ານກໍໄຮ່ ເມືອງຊໍາເໜືອ ຜູ້ໜຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:

“30 ກວ່າປີຜ່ານມານີ້ ໃນຕົວເມືອງໃຫຍ່ໆ ຫັ້ນແຫຼະ  ເພີ່ນຈັ່ງມີຮ້ານຂາຍຢາ ແລ້ວກໍມີໂຮງໝໍ ຢູ່ເຂດຊົນນະບົດແລ້ວ ພວກເຮົາບໍ່ມີ ຈັ່ງຊັ້ນ ການຊື້ຢຸກຊື້ຢາ ບໍ່ມີລົດ ບໍ່ມີລາງ ບໍ່ມີເງິນມີຄໍາ ເຂົ້າໄປ ຍ່າງໄປລ້າໆ ໂດຍສະເພາະ 2-3 ມື້ຈັ່ງຮອດໂຕເມືອງ ມັນພົບຄວາມຫຍຸ້ງຍາກຫຼາຍອັນ ເຂົາເຈົ້າມີແຕ່ວ່າ ເອົາຢາໂຕນີ້ມາແກ້ ຖ້າວ່າ ຫາກເຈັບເປັນ.” 

ຊາວບ້ານຜູ້ດຽວກັນນີ້ ເວົ້າວ່າ ຍາມໄປເຮັດວຽກ ເຮັດງານ ເກີດເຈັບປວດຂຶ້ນມາ ເຊັ່ນເຈັບຫົວ ເຈັບແອວ ເຈັບທ້ອງ ປະຊາຊົນໃນບ້ານ ກໍໃຊ້ຝິ່ນປິ່ນປົວ ແລະກໍກິນເທື່ອລະໜ້ອຍ ກິນນານໆ ໄປກໍຕິດ ດັ່ງນັ້ນ ຈຶ່ງເຮັດໃຫ້ມີຄົນຕິດຝິ່ນ ສືບຕໍ່ກັນມາເລື້ອຍໆ ຈາກພໍ່ແມ່ກໍຕິດໃສ່ລູກຕໍ່ໆ ກັນມາ:

“ແຕ່ກ່ອນ ມານີ້ ມັນໄປວຽກໄປງານ ເຈັບຫົວ ເຈັບແອວ ເຈັບທ້ອງ ຈັ່ງຊັ້ນ ດຽວນີ້ ກິນໜ້ອຍໜຶ່ງ ເທື່ອໜ້າອິດ ເມື່ອຍມາ ກິນໜ້ອຍໜຶ່ງ ຈັ່ງຊັ້ນເຮັດຕໍ່ມາ ແລ້ວແມ່ນວ່າ ຈັ່ງແມ່ນ (ຕິດຝິ່ນ) ແມ່ນແລ້ວ ຕ້ອງໄດ້ກິນທຸກມື້  ເຈັບ ທ້ອງ ເຈັບໃດຕ່າງໆ ມັນເປັນໄຂ້ບໍ່ ຈັ່ງຊັ້ນແຫຼະ ມັນກໍພັດເອົາຢາປົວ ເອົາຢາມາໃຫ້ກິນ ສະນັ້ນ ຈາກພໍ່ແມ່ມາ ກໍຕິດໃສ່ລູກ ລູກກໍຕິດຕໍ່.” 


ຂ່າວ ກ່ຽວກັນ

ປະຊາຊົນ ລັກປູກຝິ່ນ ເກືອບ 10 ເຮັກຕ້າ ຢູ່ ແຂວງຫຼວງນໍ້າທາ

ຊາວບ້ານ 154 ຄອບຄົວ ຢູ່ບ້ານຢູ່ເມືອງສິງ ລັກປູກຝິ່ນ ຖືກເຮັດບົດບັນທຶກ

ທາງການລາວ-ຈີນ ຮ່ວມກັນຕ້ານການປູກຝິ່ນ ຕາມຊາຍແດນ


ການປູກຝິ່ນ ນອກຈາກຢູ່ບ້ານກໍໄຮ່ ແລະບ້ານໜໍ່ຂົມ ທີ່ວ່ານັ້ນແລ້ວ ອີງຕາມຂໍ້ມູນຈາກ ພະແນກກວດກາ ແລະຄວບຄຸມຢາເສບຕິດ ປກສ ແຂວງຫົວພັນ ແລ້ວແມ່ນວ່າ ຍັງມີອີກຫຼາຍບ່ອນ ທີ່ຕໍາຫຼວດ ແລະທະຫານ ເມືອງຊໍາເໜືອ ບໍ່ສາມາດທໍາລາຍສວນຝິ່ນ ຢູ່ເຂດບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ທີ່ຊາວບ້ານລັກປູກນັ້ນໄດ້ ຍ້ອນມັນຢູ່ເຂດຫ່າງໄກ ສອກຫຼີກ, ເຂົ້າໄປເຖິງໄດ້ຍາກ. 

ເຊັ່ນຕົວຢ່າງ ແຕ່ບ້ານຫ້ວຍມາ ທີ່ມີການລັກປູກຝິ່ນ ກໍໄກຈາກຕົວເມືອງຊໍາເໜືອເຖິງ 50 ກິໂລແມັດ ເຊິ່ງຊາວບ້ານ ຢູ່ເມືອງຊໍາເໜືອ ນາງໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ກຸມພານີ້ວ່າ ຖ້າຈະໄປຮອດສວນຝິ່ນ ທີ່ປະຊາຊົນລັກປູກນັ້ນ ບາງທີ ລົດຈັກກໍອາດຈະໄປໄດ້ ຫຼືຕ້ອງໄດ້ຍ່າງໄປ ເຊິ່ງຕ້ອງໄດ້ໃຊ້ເວລາເດີນທາງດົນ ກວ່າຈະໄປຮອດ ດັ່ງທີ່ນາງເວົ້າວ່າ:

”ຈາກໂຕເມືອງກໍໄກແຫຼະ ແຕ່ວ່າ ທາງຫັ້ນ ທາງອັນເຂົ້າໄປບ້ານນີ້ ເອົາລົດຈັກໄປ ແຕ່ວ່າ ຈາກບ້ານເຂົ້າໄປຫາບ່ອນເຂົາປູກ ລົດຈັກນ່າ ບາງທີກໍໄດ້ ບາງທີກໍອາດຈະໄດ້ຍ່າງ ມັນເປັນເຂດໄກຫັ້ນນ່າ.”

ການທໍາລາຍສວນຝິ່ນ ໃນເທື່ອນີ້ ເຈົ້າໜ້າທີ່ຕໍາຫຼວດ ແລະທະຫານ ບໍ່ສາມາດ ນໍາໂຕເຈົ້າຂອງສວນຝິ່ນ ມາເຮັດບົດບັນທຶກຕັກເຕືອນ ບໍ່ໃຫ້ລັກປູກຝິ່ນຕື່ມອີກ ນັ້ນໄດ້. ແລະເມື່ອກ່ອນໜ້ານີ້ ກໍມີລາຍງານວ່າ ມີຊາວບ້ານລັກປູກຝິ່ນ ເກືອບເຖິງ 10 ເຮັກຕາ ຢູ່ໃນເຂດເມືອງວຽງພູຄາ ແຂວງຫຼວງນໍ້າທາ ຍ້ອນປູກພືດແນວອື່ນ ບໍ່ໄດ້ຜົນດີ ແລະປູກເພື່ອເອົາຝິ່ນ ເປັນຢາປິ່ນປົວພະຍາດ ແລະໃຊ້ເປັນຄ່າຈ້າງແຮງງານ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.