ຊາວບ້ານ 154 ຄອບຄົວ ຢູ່ບ້ານຢູ່ເມືອງສິງ ລັກປູກຝິ່ນ ຖືກເຮັດບົດບັນທຶກ

ຈຳປາທອງ
2024.10.29
ຊາວບ້ານ 154 ຄອບຄົວ ຢູ່ບ້ານຢູ່ເມືອງສິງ ລັກປູກຝິ່ນ ຖືກເຮັດບົດບັນທຶກ ເຈົ້າໜ້າທີ່ ປກສ ເມືອງສິງ ແຂວງນ້ຳທາເຮັດບົດບັນທຶກໃຫ້ຊາວບ້ານ 154 ຄອບຄົວ ຫ້າມປູກຝິ່ນ.
ຂ່າວ ປກສ ແຂວງຫຼວງນ້ຳທາ

ຕໍາຫຼວດປ້ອງກັນຄວາມສະຫງົບ ເມືອງສິງ ແລະພາກສ່ວນທີ່ກ່ຽວ ຂ້ອງ ແຂວງຫຼວງນໍ້າທາ ໄປໂຄສະນາໃນກາງເດືອນຕຸລານີ້ ກ່ຽວກັບຜົນຮ້າຍຂອງຢາເສບຕິດ ແລະເຮັດບົດບັນທຶກ ຢຸດຕິການລັກປູກຝິ່ນ ກັບຊາວບ້ານ 154 ຄອບຄົວ ຊຶ່ງຢູ່ຫ່າງໄກ ສອກຫຼີກ ທີ່ເຄີຍລັກປູກຢູ່ເມືອງນີ້, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຕໍາຫຼວດປ້ອງກັນຄວາມສະຫງົບ ແຂວງຫຼວງ ນໍ້າທາ ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 29 ຕຸລານີ້.

ອັນນີ້ແມ່ນບ້ານເປົ້າໝາຍ ຍ້ອນວ່າເຂົາເຮັດຜ່ານມາ ແລ້ວເຂົາຢູ່ກຸ່ມຫ່າງໄກ ສອກຫລີກຫັ້ນນ່າ ຢ້ານເຂົາເຈົ້າເຮັດແລ້ວກໍສ້າງບົດບັນທຶກນໍາເຂົາ ບໍ່ໃຫ້ເຂົາເຮັດ ເຂົາບໍ່ທັນປູກ ຫ້າມບໍ່ໃຫ້ເຂົາປູກເດ້ ຖ້າວ່າໄດ້ປູກກໍໃຫ້ທໍາລາຍຖິ້ມ ເຊັນແຕ່ລະຄອບຄົວເຂົານ່າ ບ້ານເປົ້າໝາຍເຄີຍມີປະຫວັດຫັ້ນແຫລະ ມີປະຫວັດຜ່ານມາຫັ້ນແຫລະ.

ທ່ານກ່າວຕື່ມວ່າ ຊາວບ້ານ 154 ຄອບຄົວທີ່ວ່ານັ້ນ ຢູ່ໃນ 5 ບ້ານ ທີ່ເຄີຍປູກຝິ່ນ ເພື່ອໃຊ້ປິ່ນປົວເວລາເຈັບທ້ອງ, ເຈັບຕາມຮ່າງກາຍ ແລະເປັນຢາແກ້ປວດ ແລະວ່າ ຊາວບ້ານຍັງທຸກຍາກຢູ່ ຢ້ານພວກເຂົາເຈົ້າ ຈະກັບໄປປູກຝິ່ນຄືນອີກ.

ສ່ວນຫລາຍເພິ່ນກະວ່າ ຢາດີເຈັບທ້ອງອີ່ສັງກິນແລ້ວ ໃນດ້ານການແພດເຮົາບໍ່ຮັບຮອງເດ້ ກໍບໍ່ໃຫ້ປູກຫັ້ນແຫລະ ແກ້ປວດທໍາມະດາ ແກ້ປວດຄືຢາພາລາແຫລະ ຄືແກ້ປວດຊົ່ວຄາວຊື່ໆນ່າ ເຈັບທ້ອງເຈັບຫຍັງ ເຂົາກິນກໍດີເນາະ ເຂົາເຄີຍກິນຫັ້ນນ່າ ທາງຢາຊາດ ບໍ່ຮັບຮອງເປັນຢາ ເປັນຢາເສບຕິດດູ້.

ເຈົ້າໜ້າທີ່ ທີ່ເຮັດວຽກສົ່ງເສີມການປູກພືດທົດແທນການປູກຝິ່ນ ຢູ່ແຂວງຫຼວງ ນໍ້າທາກ່າວວ່າ ແຕ່ກີ້ ບໍ່ມີໂຮງໝໍ ແລະບໍ່ມີສຸກສາລາ ປະຊາຊົນໄດ້ປູກຝິ່ນ ທັງເພື່ອໃຊ້ເປັນຢາປິ່ນປົວພະຍາດ ຢາແກ້ປວດ ແລະທັງສູບ ທັງຕິດຝິ່ນ.

ອີ່ສັງກໍບໍ່ມີ ກໍແມ່ນປະຊາຊົນຫັ້ນແຫລະປູກ ຄົນເຖົ້າຄົນແກ່ເຂົາເຈົ້າປູກ ເຂົາເຈົ້າສູບເຂົາເຈົ້າຫັ້ນແຫລະ ແຕ່ກີ້ໂຮງໝໍ ອີ່ສັງກໍບໍ່ມີ ເຂົາເຈົ້າກໍສູບ ມັນດີກໍຕິດ ເປັນຢາເສບຕິດດູ້ເນາະ.

ແຕ່ເຈົ້າໜ້າທີ່ເມືອງສິງ ເວົ້າວ່າ ຫຼາຍປີຜ່ານມາ ທົ່ວເມືອງສິງ ມີປະຊາຊົນປູກຝິ່ນ ທັງເພື່ອຂາຍເປັນສິນຄ້າ ແລະເພື່ອປິ່ນປົວພະຍາດ ແຕ່ມາຮອດປັດຈຸບັນ ທົ່ວເມືອງນີ້ ໄດ້ຍຸຕິການລັກປູກຝິ່ນແລ້ວ ຍ້ອນຝິ່ນເປັນຢາເສບຕິດຜິດກົດໝາຍ.

ຫລາຍໆປີຜ່ານມາ ເຂົາເຈົ້າກໍປູກເພື່ອ ອັນທີ 1 ເພື່ອເປັນສິນຄ້າ ອັນທີ 2 ເວົ້າເລື້ອງປິ່ນປົວ ສຸກຂະພາບຫັ້ນແຫລະ ປັດຈຸບັນເຂົາເຈົເາກໍຍຸຕິແລ້ວແຫລະ ປັດຈຸບັນບາງເທື່ອເຂົາເຈົ້າກໍນໍາມາແຕ່ບ່ອນອື່ນ ເອົ່ມາເປັນຢຸກເປັນຢາ ສ່ວນຫລາຍແມ່ນຄົນເຖົ້າແກ່ກິນເພາະວ່າ ມັນດີໄປຫັ້ນນ່າ ປຸງແຕ່ງເຮັດເປັນຢາຫັ້ນ.

ແຕ່ມາເຖິງປັດຈຸບັນ ຕໍາຫຼວດປ້ອງກັນຄວາມສະຫງົບ ແລະອໍານາດການປົກ ຄອງເມືອງສິງ ແລະແຂວງຫຼວງນໍ້າທາ ຍັງບໍ່ມີຂໍ້ມູນວ່າ ໃນປີ 2024 ນີ້ປະຊາຊົນຢູ່ເມືອງສິງ ຍັງລັກປູກຝິ່ນຢູ່ ຫຼືບໍ່ ມີແຕ່ຮູ້ວ່າ ໂດຍທົ່ວໄປ ແຕ່ເດືອນຕຸລາຫາເດືອນພະຈິກຂອງແຕ່ລະປີ ຈະເປັນໄລຍະທີ່ເລີ່ມປູກຝິ່ນ ແລະແຕ່ທ້າຍເດືອນທັນວາ ຫາເດືອນມັງກອນ ຕົ້ນຝິ່ນຈະເປັນໝາກ. ເຈົ້າໜ້າທີ່ຕ້ອງໄດ້ໃຊ້ໂດຣນ ບິນກວດກາ ຈຶ່ງຈະຮູ້ໄດ້ວ່າ ມີການລັກປູກຝິ່ນຫຼາຍໜ້ອຍສໍ່າໃດ. ຖ້າຊາວບ້ານຍັງລັກປູກຝິ່ນຢູ່ ກໍຈະໄດ້ປະຕິບັດຕາມລະບຽບກົດໝາຍ ເພາະມີບັນ ທຶກບໍ່ໃຫ້ປູກຝິ່ນແລ້ວ.

ປະຊາຊົນ 5 ບ້ານ 154 ຄອບຄົວທີ່ວ່ານັ້ນ ຄື ບ້ານນ້ຳມະອຸ່ນ, ບ້ານຊາຍ, ບ້ານຫຼັງຜາ, ບ້ານເອີຫຼ້າ ແລະບ້ານຈ່າເຄື່ອນ.

ເວົ້າເຖິງການປູກຝິ່ນຢູ່ລາວ ອົງການສະຫະປະຊາຊາດ ຕ້ານຢາເສບຕິດ ແລະອາດຊະຍາກໍາ ຫຼື UNODC ໄດ້ລາຍງານເມື່ອປີ 2023 ວ່າ ໃນປະເທດລາວ ມີເນື້ອທີ່ປູກຝິ່ນທັງໝົດ ປະມານ 5,700 ເຮັກຕ້າຣ໌, ແລະແຂວງທີ່ຍັງມີການປູກຝິ່ນຫຼາຍກວ່າໝູ່ ກໍຍັງແມ່ນແຂວງຜົ້ງສາລີ ທີ່ໄດ້ມີການປູກມາດົນແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.