ເຈົ້າໜ້າທີ່ກວດເຫັນ ການລັກລອບປູກຝິ່ນ 2 ເຮັກຕ້າຣ໌ ຢູ່ຜົ້ງສາລີ

ອຸ່ນແກ້ວ
2024.07.26
ເຈົ້າໜ້າທີ່ກວດເຫັນ ການລັກລອບປູກຝິ່ນ 2 ເຮັກຕ້າຣ໌ ຢູ່ຜົ້ງສາລີ ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນການທຳລາຍສວນຝິ່ນ ແຫ່ງໜຶ່ງຂອງເຈົ້າໜ້າທີ່ ປກຊ-ປກສ ໃນເມືອງລອງ ເດືອນກຸມພາ-ມີນາ 2024.
ຮູບພາບຈາກເພຈ ຄວາມສະຫງົບ Lao Security News

ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ຫຼື ປກສ ເມືອງໃໝ່ ແຂວງຜົ້ງສາລີ ໄດ້ລົງກວດກາທໍາລາຍສວນຝິ່ນ 2 ເຮັກຕ້າຣ໌ປາຍ ທີ່ມີປະຊາຊົນ 21 ຄອບຄົວພາກັນລັກລອບປູກ. ເຈົ້າໜ້າທີ່ໄດ້ດໍາເນີນຄັ້ງນີ້ ໃນໄລຍະ 6 ເດືອນຕົ້ນປີ 2023 ໂດຍ ທີ່ເຈົ້າໜ້າທີ່ໄດ້ລົງກວດກາ ຢູ່ 9 ບ້ານ ທີ່ຂຶ້ນກັບເມືອງໃໝ່ ແຂວງຜົ້ງສາລີ ແລະ ໄດ້ປັບ ໃໝຜູ້ທີ່ລັກລອບປູກຝິ່ນເປັນເງິນເກືອບ 200 ລ້ານກີບ.​ 

ການລັກລອບປູກຝິ່ນ ຈະຢູ່ເຂດຫ່າງໄກສອກຫຼີກ ຫ່າງຈາກເຂດເທດສະບານ ແຕ່ກໍເປັນການຍາກທີ່ເຈົ້າໜ້າທີ່ຈະລົງກວດກາໄດ້ທັງໝົດ ແລະ ເຈົ້າໜ້າທີ່ບໍ່ສາມາດກວດກາໄດ້ວ່າ ເນື້ອທີ່ປູກຝິ່ນເພີີ່ມຂຶ້ນຫຼືຫຼຸດລົງ.

ເຈົ້າໜ້າທີ່ຕໍາຫຼວດເມືອງໃໝ່ ແຂວງຜົ້ງສາລີ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 26 ກໍລະກົດ ວ່າ:

ເອີ! ອັນມີນີ້ມີ ແຕ່ວ່າ ເລື່ອງຫຼາຍບໍ່ຫຼາຍ ອັນນີ້ກໍບໍ່ຮູ້ ເພາະວ່າ ບໍ່ແມ່ນໜ່ວຍງານທີ່ກ່ຽວຂ້ອງ ເຂດນອກໆ ເຂດເທດສະບານບໍ່ມີ ມີແຕ່ເຂດນອກຫັ້ນແຫຼະ ຊົນເຜົ່າສ່ວນຫຼາຍ 2 ຊົນເຜົ່າເຂົາມັກເຮັດຫັ້ນນ່າ ຊົນເຜົ່າຫຼັກ.

ປັດຈຸບັນ ການລັກລອບປູກຝິ່ນຂອງຊາວບ້ານ ຢູ່ເຂດພູດດອຍ ທີ່ມີເສັ້ນທາງເຂົ້າເຖິງບ້ານຍາກ ແຕ່ເນື້ອທີ່ການລັກລອບປູກກໍຈະຢູ່ໄກອອກໄປຕື່ມອີກ ໂດຍຊາວບ້ານຈະປູກຝິ່ນ ປະສົບກັບການປູກເຂົ້າໄຮ່ ໃນເນື້ອທີ່ດຽວກັນ ແລະ ບາງກໍລະນີກໍມີການຂາຍຝິ່ນນໍາອີກ.

ຊາວເມືອງໃໝ່ ທ່ານໜຶ່ງ ໄດ້ກ່າວວ່າ:

ມີຢູ່ ມີຢູ່ ເຂົາລັກປູກ ລັກຊື້ຂາຍກໍມີ ແຕ່ບໍ່ຮູ້ ບໍ່ວ່າຫຼາຍຫຼືໜ້ອຍ ເຂົ້າເຮັດໄຮ່ເຮັດສວນໃນພູດອຍ ເຂົາກໍປູກ ແອບປູກ ແລ້ວປູກເຂົ້າແລ້ວກໍປູກພ້ອມກັນຫັ້ນນ່າ ເສັ້ນທາງເຂົາເຖິງໝູ່ບ້ານ ແຕ່ທາງເຂົ້າໄປໃນສວນຫັ້ນຕ້ອງໃຊ້ລົດຈັກ ຢາກຍາກໜ້ອຍໜຶ່ງ.

ປັດຈຸບັນ ການປູກຝິ່ນຍັງມີຢູ່ແທ້ ແຕ່ຊາວບ້ານ ກໍເຫັນວ່າ ມັນບໍ່ຫຼາຍຢູ່ແຕ່ກ່ອນ. ສ່ວນຫຼາຍ ຊາວບ້ານໃນເຂດພູດອຍ ບໍ່ໄດ້ປູກເພື່ອສ້າງລາຍຮັບ ຫຼື ເຮັດເປັນເສດຖະກິດ ແຕ່ປູກເປັນຢາ ໃຫ້ແກ່ຜູ້ເຖົ້າ ຄົນແກ່ ທີ່ສູບຝິ່ນມາແຕ່ດົນແລ້ວ ແລະ ຕ້ອງໄດ້ສືບຕໍ່ສູບຕໍ່ໄປ.

ເມື່ອທຽບໃສ່ເມືອງອື່ນໆ ໃນແຂວງຜົ້ງສາລີແລ້ວ ເຂດເມືອງໃໝ່ ຖືເປັນເມືອງທີ່ມີການປູກຝິ່ນຫຼາຍກວ່າເມືອງອື່ນໆ.

ຊາວເມືອງໃໝ່ ແຂວງຜົ້ງສາລີ ອີກທ່ານໜຶ່ງ ກ່າວວ່າ:

ກໍມີນີ້ກໍມີຢູ່ ແຕ່່ວ່າ ບໍ່ຫຼາຍແລ້ວ ພວກຂະເຈົ້າກິນມາແຕ່ເລັກແຕ່ນ້ອຍ ແລ້ວມັນຕິດເນາະ ຕິດແລ້ວມັນອອກບໍ່ໄດ້ ມັນເປັນຢາເສບຕິດແນ້ ຄັນຂາດແລ້ວມັນຕາຍ ເຖົ້າແກ່ມາ 50, 60, 70 ປີ ແລ້ວ ຫັ້ນເນ້ ປູກລັກຫຍັງພໍໄດ້ສູບໄດ້ຫຍັງ ຂະເຈົ້າຫັ້ນແຫຼະ ເປັນເສດຖະກິດ ຫັ້ນບໍ່ ຂະເຈົ້າບໍ່ເຮັດແລ້ວ ສະເພາະຜົ້ງສາລີເຮົານີ້ກໍ ຕາມຂໍ້ມູນກໍແມ່ນ ຫຼັກທ ກໍແມ່ນເມືອງໃໝ່ເຮົານີ້ແຫຼະ ກວດເປີເຊັນຫຼາຍຫັ້ນນ່າ.

ໜຶ່ງໃນມາດຕະການ ໃນການປາບປາມ ການລັກລອບປູກຝິ່ນ ໃນແຂວງຜົ້ງສາລີ ກໍແມ່ນການສົ່ງເສີມ ໃຫ້ຊາວບ້ານ ໃນເຂດພູດອຍ ປູກພືດອື່ນໆທົດແທນການປູກຝິ່ນເປັນຕົ້ນ, ປູກອ້ອຍ ແລະ ປູກຊາ. ສະເພາະໃນເມືອງໃໝ່ ນັ້ນ ກໍມີການສົ່ງເສີມໃຫ້ປູກກາເຟນໍາ.

ເຈົ້າໜ້າທີ່ພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ ໄດ້ກ່າວວ່າ:

ມັນກໍມີຫຼາຍໂຄງການທີ່ວ່າ ທົດແທນປູກຝິ່ນຫັ້ນ ແມ່ນ ມັນມີໂຄງການປູກອ້ອຍເດ້ ປູກຊາເດ້ ມັນກໍມີຫຼາຍໂຄງການຢູ່ ເມືອງໃໝ່ຈະມີກາເຟ.

ບົດລາຍງານ ການສຳຫຼວດການປູກຝິ່ນ ໃນເຂດເອເຊຍຕາເວັນອອກສຽງໃຕ້ ປະຈຳປີ 2023, ການປູກຝັງ, ການຜະລິດ ແລະ ຜົນກະທົບ” ຂອງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາດຊະຍາກໍາ ຫຼື UNODC ໄດ້ລະບຸວ່າ ໃນປະເທດລາວ ມີເນື້ອທີ່ການປູກຝິ່ນທັງໝົດ ປະມານ 5,000 ເຮັກຕ້າຣ໌ ສ່ວນແຂວງທີ່ຍັງມີການປູກຝິ່ນ ຫຼາຍກວ່າໝູ່ ຍັງເປັນແຂວງຜົ້ງສາລີ, ເຊິ່ງເປັນແຂວງ ທີ່ສຳຄັນ ໃນການປູກຝິ່ນ ມາດົນແລ້ວ.

ໃນເດືອນມິຖຸນາ ທີ່ຜ່ານມາ, ກໍາລັງປ້ອງກັນ ແລະ ຕ້ານຢາເສບຕິດ ລາວ-ຈີນ ໄດ້ສ້າງກົນໄກ ປະສານງານຮ່ວມກັນ ລະຫວ່າງຊາຍແດນ ແຂວງຜົ້ງສາລີ ແລະນະຄອນພູເອີ ແລະນະຄອນຊຽງຮຸ່ງ ມົນທົນຢຸນນານ ຂອງຈີນ ເພື່ອສະກັດກັ້ນ ການລັກລອບປູກຝິ່ນ ແລະ ການລັກຂົນສົ່ງຢາເສບຕິດ ຜ່ານເຂດຊາຍແດນ.

ພ້ອມດຽວກັນນັ້ນ ລັດຖະບານລາວ ກໍສະໜັບສະໜູນໃຫ້ 8 ບໍລິສັດຈີນ ສົ່ງເສີມ​ໃຫ້ປະຊາຊົນແຂວງຜົ້ງສາລີ ປູກພືດທົດແທນການປູກຝິ່ນ ເປັນຕົ້ນ ຢາງພາລາ ແລະພືດຕາມລະດູການ, ອີງຕາມຄໍາເວົ້າ ຂອງ ພົນຈັດຕະວາ ຄໍາຈັນ ແສງດາວົງ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ.

ແຂວງຜົ້ງສາລີ ເປັນແຂວງ ໜຶ່ງທີ່ມີຊາຍແດນຕິດກັບ 2 ປະເທດ ຄື ຈີນ ແລະຫວຽດນາມ. ບາງເຂດ ເສັ້ນທາງໄປບໍ່ຮອດ, ປະຊາຊົນ ຍັງບໍ່ມີອາຊີບ ໝັ້ນຄົງ. ຈາກສະພາບດັ່ງກ່າວ ປະຊາຊົນຈໍານວນໜຶ່ງ ຈຶ່ງໄດ້ລັກລອບປູກຝິ່ນ ໃນເຂດຊາຍແດນຫ່າງໄກ ສອກຫລີກ, ອີງຕາມຄໍາເວົ້າ ຂອງຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.