ຊາວບ້ານ ໃນແຂວງຜົ້ງສາລີ ກັງວົນກັບຜົນກະທົບ ຈາກໂຄງການຂຸດຄົ້ນຖ່ານຫີນ
2024.10.10
ບໍລິສັດ ແອວບີຈີ ດີວີລົບເມັ້ນ ຈໍາກັດຜູ້ດຽວ ທີ່ເປັນບໍລິສັດເອກະຊົນລາວ ກຽມໂຄງການຂຸດຄົ້ນ ແລະປຸງແຕ່ງຖ່ານຫີນ ຢູ່ເມືອງຜົ້ງສາລີ ແຂວງຜົ້ງສາລີ ໂດຍມີແຜນ ກວມເອົາເນື້ອທີ່ 3 ບ້ານ ໃນເມືອງຜົ້ງສາລີ ປະກອບດ້ວຍ ບ້ານເປີຢີນຊ່າງເກົ່າ, ບ້ານເປີຢີນຊ່າງໃໝ່ ແລະ ບ້ານຈາຄໍາແດງ ລວມເນື້ອທີ່ທັງໝົດ 188 ເຮັກຕ້າ ເຊິ່ງເມື່ອວັນທີ 8 ກັນຍາ ທີ່ຜ່ານມານີ້ ຫາກໍ່ຈັດກອງປະຊຸມ ເຜີຍແຜ່ເນື້ອໃນຂອງໂຄງການດັ່ງກ່າວ ໃຫ້ພາກສ່ວນທີ່ກ່ຽວຂ້ອງຮັບຊາບ, ດັ່ງເຈົ້າໜ້າທີ່ ພະແນກພະລັງງານ ແລະບໍ່ແຮ່ ແຂວງຜົ້ງສາລີ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ຕຸລາ ນີ້ວ່າ:
“ປັດຈຸບັນນີ້ ຢູ່ໃນຂອດການຈັດຕັ້ງປະຕິບັດ ການປັັກຫຼັກໝາຍເຂດຢູ່ ມັນເປັນບໍລິສັດຄົນລາວ ມັນເປັນນະໂຍບາຍຂອງລັດຖະບານ ໂຄງການຢູ່ແຂວງຜົ້ງສາລີ ມັນເປັນໂຄງການ ລັດຖະບານອະນຸມັດທັງໝົດ.”
ພ້ອມດຽວກັນນີ້ ເຈົ້າໜ້າທີ່ແຂວງຜົ້ງສາລີ ອີກທ່ານໜຶ່ງ ທີ່ຂໍສະຫງວນຊື່ ແລະສຽງ ກ່າວວ່າ ໃນເບື້ອງຕົ້ນ ໂຄງການດັ່ງກ່າວ ມີແຜນຈະເຮັດການຂຸດຄົ້ນຖ່ານຫີນ ໃນເນື້ອທີ່ ທີ່ໄດ້ຮັບສໍາປະທານຈາກລັດຖະບານ ແຕ່ຄັນມີການສໍາຫຼວດແລ້ວພົບວ່າ ມີຖ່ານຫີນຢູ່ໃນເຂດເນື້ອທີ່ຂອງຊາວບ້ານນໍາດ້ວຍ ກໍ່ອາດກວມເອົາດິນຂອງຊາວບ້ານ ແລະມີການຊົດເຊີຍຕາມຂັ້ນຕອນ.
ໃນຂະນະທີ່ ຊາວບ້ານຢູ່ເທດສະບານ ເມືອງຜົ້ງສາລີ ກ່າວວ່າ ເມື່ອບໍ່ດົນມານີ້ ທ່ານເອງ ກໍ່ໄດ້ຍິນຂ່າວວ່າ ຈະມີໂຄງການຂຸດຄົ້ນຖ່ານຫີນ ຢູ່ເຂດ 3 ບ້ານດັ່ງກ່າວ ແລະກໍ່ໄດ້ມີການເຊົ່າ ແລະຊື້ເຮືອນຂອງຊາວບ້ານຈໍານວນໜຶ່ງ ເພື່ອເປັນບ່ອນພັກເຊົາ ຂອງພະນັກງານປະຈໍາໂຄງການ ແຕ່ກໍ່ບໍ່ແນ່ໃຈວ່າ ແມ່ນໂຄງການຂອງບໍລິສັດດັ່ງກ່າວນີ້ ຫຼືບໍ່:
“ເຂົາເຈົ້າຫາກໄປເຊົ່າເຮືອນຢູ່ເດ້ ເຂົາເຈົ້າໄປເຊົ່າ ໄປເຊົ່າ ໄປຊື້ເຮືອນຂອງປະຊາຊົນ ບໍ່ຮູ້ບໍລິສັດໃດ ເລື້ອງກໍາມະກອນວ່າ ເລື້ອງແຮງງານນີ້ ເຂົາເຈົ້າຢາກໄດ້ຢູ່ຕິ ເປີຢີນຊ່າງນີ້ໄກໃດ໋ອ້າຍ ໄປທາງຫາດຊາ.”
ແຕ່ເຖິງຢ່າງໃດກໍ່ຕາມ ກ່ຽວກັບການລົງທຶນ ປະເພດຂຸດຄົ້ນແຮ່ທາດຕ່າງໆ ໃນແຂວງຜົ້ງສາລີ ກໍ່ເຮັດໃຫ້ຊາວບ້ານຈໍານວນໜຶ່ງ ຢ້ານວ່າ ຈະເຮັດໃຫ້ເກີດຜົນກະທົບໃນຫຼາຍດ້ານ ໂດຍສະເພາະ ດ້ານທໍາມະຊາດ ຍ້ອນຈໍາເປັນ ຕ້ອງໄດ້ຕັດຕົ້ນໄມ້ຈໍານວນຫຼາຍ ເພື່ອເຮັດການຂຸດຄົ້ນແຮ່ທາດ ແລະກໍ່ຈະກະທົບຕໍ່ການທໍາມາຫາກິນ ຂອງຊາວບ້ານໃນເຂດນັ້ນນໍາດ້ວຍ ເຊິ່ງສ່ວນໃຫຍ່ ເປັນເຂດບ້ານຊົນເຜົ່າອາຂ່າ, ດັ່ງທ່ານກ່າວວ່າ:
“ກະທົບຢູ່ທໍາມະຊາດຫັ້ນ ດ້ານທໍາມະຊາດ ປ່່າໄມ້ຖືກທໍາລາຍເນາະ ແຖວນັ້ນກະມີການ ມີບໍລິສັດໄປຂຸດຄົ້ນຢູ່ ແມ່ນໆ ເປັນບ້ານຊົນເຜົ່າອາຄາ.”
ສ່ວນນັກວິຊາການ ດ້ານການທ່ອງທ່ຽວ ຢູ່ແຂວງຜົ້ງສາລີ ທ່ານໜຶ່ງ ກໍ່ເປັນຫ່ວງວ່າ ການເຂົ້າມາເຮັດການຂຸດຄົ້ນຖ່ານຫີນ ຢູ່ເຂດ 3 ບ້ານດັ່ງກ່າວ ກໍ່ຈະເປັນການທໍາລາຍ ເລື່ອງການທ່ອງທ່ຽວໄປນໍາດ້ວຍ ເນື່ອງຈາກວ່າ 3 ບ້ານດັ່ງກ່າວ ເປັນບ້ານ ຂອງຊົນເຜົ່າອາຂ່າ ທີ່ມີນັກທ່ອງທ່ຽວໃຫ້ຄວາມສົນໃຈ ແລະເດີນທາງໄປທ່ຽວຊົມຢູ່ເລື້ອຍໆ ເຊິ່ງການເຂົ້າມາ ຂອງໂຄງການດັ່ງກ່າວ ກໍ່ແນ່ນອນວ່າ ຈະເຮັດໃຫ້ເສັ້ນທາງເຂົ້າບ້ານ ເປ່ເພນໍາດ້ວຍ, ດັ່ງທ່ານກ່າວວ່າ:
“ເປິີຢີນຊ່າງນີ້ ເຂົາເຈົ້າໃຫ້ຂຸດທາງໄປແລ້ວ ໂຄງານບໍ່ແຮ່ ມັນກະບໍ່ທັນເປັນໂຄງການໃຫຍ່ເທື່ອ ຍັງເປັນໂຄງການຂະໜາດນ້ອຍ ໂດຍລວມເວົ້າເລື້ອງ ການພັດທະນາເນາະ ເສັ້ນທາງເພາະວ່າໄລຍະຜ່ານມາ ມັນເປັນການຍ່າງເສັ້ນທາງທໍາມະດາ.”
ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ ໄປຫາຊາວບ້ານ ທີ່ຢູ່ໃນ 3 ບ້ານທີ່ວ່ານັ້ນ ເພື່ອສອບຖາມລາຍລະອຽດ ແລະຄວາມກັງວົນເພີ່ມຕື່ມ ແຕ່ບໍ່ສາມາດຕິດຕໍ່ຫາຊາວບ້ານ ຜູ້ໃດໄດ້ເທື່ອ.
ສໍລັບໂຄງການດັ່ງກ່າວ ມີອາຍຸສໍາປະທານ ທັງໝົດ 13 ປີ ໃນນັ້ນ ແມ່ນໄລຍະກໍ່ສ້າງ 1 ປີ, ໄລຍະຂຸດຄົ້ນ 11 ປີ ແລະຟື້ນຟູເນື້ອທີ່ ອີກ 1 ປີ, ຕາມການລາຍງານ ຂອງທ່ານ ອາຄົມ ໄຊລາດ ຮອງຫົວໜ້າພະແນກຂຸດຄົ້ນບໍ່ແຮ່, ກົມຄຸ້ມຄອງບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່.
ຢ່າງໃດກໍ່ຕາມ ໂຄງການດ້ານການຂຸດຄົ້ນແຮ່ທາດ ຈໍານວນຫຼາຍໂຄງການໃນລາວ ກໍ່ເຄີຍເຮັດໃຫ້ເກີດຜົນກະທົບຕໍ່ທໍາມະຊາດ, ສິ່ງແວດລ້ອມ ແລະຊີວິການເປັນຢູ່ ຂອງຊາວບ້ານຢູ່ເລື້ອຍໆ ໜຶ່ງໃນນັ້ນແມ່ນ ຜົນກະທົບທີ່ເກີດຂຶ້ນ ຈາກການເຮັດອ່າງເກັບນໍ້າ ໝູນວຽນແຕກ ຂອງໂຄງການຂຸດຄົ້ນແຮ່ຫາຍາກ ຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈໍາກັດ ທີ່ເຮັດໃຫ້ນໍ້າເສຍໄຫຼລົງຫ້ວຍສາຂາ ຂອງນໍ້າແວ່ນ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ຈົນເຮັດໃຫ້ນໍ້າເປື້ອນ ແລະມີປາຕາຍ ເມື່ອເດືອນກຸມພາ ທີ່ຜ່ານມາ ເຖິງແມ່ນວ່າ ປັດຈຸບັນ ໄດ້ມີການສ້ອມແປງອ່າງເກັບນໍ້າຄືນ ພ້ອມທັງ ມີການຊົດເຊິີຍຜົນເສຍຫາຍແກ່ຊາວບ້ານກໍ່ຕາມ ແຕ່ຊາວບ້ານຈໍານວນໜຶ່ງ ກໍ່ເຫັນວ່າ ບໍ່ຄຸ້ມຄ່າ ກັບຄວາມເສຍຫາຍທີ່ເກີດຂຶ້ນ.
ນອກຈາກນີ້ ໃນວາລະກອງປະຊຸມ ສະໄໝສາມັນເທື່ອທີ່ 7 ຂອງສະພາແຫ່ງຊາດ ຊຸດທີ 9 ເມື່ອວັນທີ 12 ເດືອນມິຖຸນາ ທີ່ຜ່ານມາ ສະມາຊິກສະພາແຫ່ງຊາດຫຼາຍທ່ານ ກໍ່ໄດ້ສະເໜີໃຫ້ລັດຖະບານ ກວດກາເບິ່ງຄືນນິຕິກໍາ ກ່ຽວກັບບັນຫາ ການຊົດເຊີຍທີ່ມີຜົນກະທົບ ແລະສະເໜີໃຫ້ລັດຖະບານ ໂຈະ ຫຼື ຍຸຕິ ທຸກໂຄງການຂຸດຄົ້ນແຮ່ທາດ, ແຮ່ທົດລອງ ໂດຍສະເພາະ ແຮ່ຫາຍາກ ໃຫ້ຜູ້ລົງທຶນ ປະຕິບັດຕາມກົດໝາຍ ຢ່າງເຂັ້ມງວດ ເພື່ອຮັບປະກັນ ການດໍາເນີນກິດຈະການທີ່ສອດຄ່ອງ ຖືກຕ້ອງຕາມລະບຽບກົດໝາຍ.
ມາຮອດປັດຈຸບັນ ລັດຖະບານລາວ ໄດ້ອະນຸຍາດການລົງທຶນດ້ານແຮ່ທາດ ໃນທົ່ວປະເທດ ໃນໂຄງການປົກກະຕິ ລວມທັງໝົດປະມານ 968 ບໍລິສັດ ແລະ ຍັງມີໂຄງການ ພັດທະນາບໍ່ແຮ່ ໃນຮູບແບບທົດລອງ ຈໍານວນປະມານ 93 ບໍລິສັດ.