ໄວລຸ້ນ ແຂວງຜົ້ງສາລີ ທີ່ມົ້ວສຸມດື່ມນ້ຳກະທ້ອມ ຖືກສຶກສາອົບຮົມ
2024.05.30

ເຈົ້າໜ້າທີ່ຕຳຫຼວດ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ,ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຜົ້ງສາລີໄດ້ສຶກສາອົບຮົມໄວລຸ້ນ ຈຳນວນ 8 ຄົນ. ໃນນັ້ນ, ເປັນເພດຍິງ 2 ຄົນທີ່ໄດ້ຖືກກັກຕົວ ຍ້ອນກິນຫຼືດື່ມນ້ຳຕົ້ມໃບກະທ້ອມ. ພືດກະທ້ອມໄດ້ຖືກກຳນົດໃຫ້ ເປັນພືດເສບຕິດຫຼືຢາເສບຕິດຊະນິດນຶ່ງ ຕາມປະມວນກົດໝາຍອາຍາ ມາດຕາທີ່ 320ວັກ 7 ແລະຕາມແຈ້ງການຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແລະໜັງສືຂອງກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ກ່ຽວກັບເລື່ອງຫ້າມນຳເຂົ້າພືດກະທ້ອມ, ເຄື່ອງດື່ມ ແລະ ຜະລິດຕະພັນອາຫານທີ່ປຸງແຕ່ງຈາກພືດກະທ້ອມ ເຂົ້າມາຈຳໜ່າຍໃນ ສປປ ລາວນັບແຕ່ກາງປີ 2022 ເປັນຕົ້ນມາ. ກ່ຽວກັບເລື່ອງນີ້, ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ
ຢູ່ແຂວງຜົ້ງສາລີ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງໄດ້ກ່າວກັບວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ພຶດສະພາ 2024 ນີ້ວ່າທາງພາກສ່ວນກ່ຽວຂ້ອງ ໄດ້ລົງມາສຶກສາອົບຮົມພວກກ່ຽວແລ້ວ. ແຕ່ສຳລັບຂໍ້ມູນລາຍລະອຽດນັ້ນຍັງບໍ່ທັນສະດວກໃຫ້ການເປີດເຜີຍ ດັ່ງທ່ານໄດ້ກ່າວສັ້ນໆຕອນນຶ່ງວ່າ:
“ເຈົ້າ. ອໍອັ່ນນ່າ ຈັກໜ້ອຍໆ ພວກເຮົາໄດ້ລວມຢູ່.”
ມາດຕະການສຶກສາອົບຮົມ ຜູ້ດື່ມນ້ຳກະທ້ອມ ໃນຄັ້ງນີ້ຖືເປັນມາດຕະການປະຕິບັດໂທດຂັ້ນທຳອິດ ຕໍ່ພວກກ່ຽວ.ຖ້າມີການກະທຳຜິດຊ້ຳອີກ ຈະຖືກດຳເນີນຄະດີຕາມກົດໝາຍໂດຍມີໂທດຕັດອິດສະຫຼະພາບ ແລະ ປັບໃໝ ຕາມລະບຽບກົດໝາຍທີ່ກຳນົດໄວ້. ພືດກະທ້ອມ ມີສານເສບຕິດ ທີ່ເອີ້ນວ່າ ໄມຕຣາຈີນິນ (Mitragynine)ຊຶ່ງມີຄຸນສົມບັດ ໃນການກະຕຸ້ນຮ່າງກາຍ ໃຫ້ມີຄວາມຕື່ນໂຕຜ່ອນຄາຍຄວາມອິດເມື່ອຍ,
ແຕ່ຖ້າເສບພືດກະທ້ອມໃນປະລິມານຫຼາຍຈົນເກີນໄປ, ຜູ້ເສບ ຈະມີອາການລົງແດງ ແລະຈະເຮັດໃຫ້ເກີດມີບັນຫາທາງສຸຂະພາບທັງທາງດ້ານຮ່າງກາຍແລະຈິດໃຈ ເຊັ່ນເປັນປະສາດຫຼອນດັ່ງນີ້ເປັນຕົ້ນ.
ຊາວຜົ້ງສາລີ ຜູ້ນຶ່ງ ກ່າວວ່າ ໃນໄລຍະປັດຈຸບັນມີໄວລຸ້ນມົ້ວສຸມດື່ມນ້ຳກະທ້ອມ ເປັນຈຳນວນຫຼາຍ ຢູ່ທົ່ວໄປບໍ່ວ່າຈະເປັນບ່ອນໃດຂອງປະເທດລາວ ທັງໆທີ່ນ້ຳກະທ້ອມຖືເປັນເຄື່ອງດື່ມ ທີ່ເປັນສິ່ງເສບຕິດ ທີ່ຜິດກົດໝາຍຂອງລາວ ແລະທຳລາຍສຸຂະພາບຮ່າງກາຍຂອງຜູ້ດື່ມຜູ້ເສບ ດັ່ງຊາວບ້ານຄົນນີ້ ໄດ້ກ່າວອີກວ່າ:
“ຜູ້ໃດທີ່ວ່າຕິດນ້ຳກະທ້ອມ ເປັນສິ່ງທີ່ວ່າເສບຕິດເວລາເຮົາກິນແດ່ ມັນຈະທຳຮ້າຍຮ່າງກາຍເຮົາຫັ້ນນ່າ.
ຢູ່ປະເທດລາວເຮົານ່າ ຢາສູບ ກັບ ນ້ຳກະທ້ອມອັ່ນນີ້ຫຼາຍທີ່ສຸດເດີ້ ຂ້ອຍວ່າເຊົາສາ.”
ສ່ວນຊາວບ້ານ ອີກຜູ້ນຶ່ງ ກ່າວວ່າ ໃນຄອບຄົວຂອງລາວກໍມີຜູ້ທີ່ເສບຕິດນ້ຳກະທ້ອມ ມາຫຼາຍປີ ຍ້ອນໝູ່ຄູ່ຊັກຊວນຊຶ່ງຜົນຈາກການເສບຕິດນ້ຳກະທ້ອມ ເຮັດໃຫ້ເຂົາເຈົ້າບໍ່ມີເງິນຄຳເຫຼືອ ຈາກການເຮັດວຽກຍ້ອນຕ້ອງເອົາເງິນໄປຊື້ເອົານ້ຳກະທ້ອມມາກິນແລະກໍໄດ້ສ້າງຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ການຫາຢູ່ຫາກິນຂອງຕົນເອງ ແລະ ຄອບຄົວ ຢ່າງຫຼວງຫຼາຍ.
“ອັ່ນນ່າມັນມີພີ່ນ້ອງລະເນາະເຂົາເຈົ້າກະຫຼົງຜິດໃນສັງຄົມແມ່ນຫຍັງ ຕິດໝູ່ຕິດຄູ່ຫັ້ນແລະ. ກິນຫຼາຍປີແລ້ວ ຖາມເບິ່ງຫັ້ນເນາະ 2-3 ປີແຫຼະ. ສັງເກດເພິ່ນໄປຫາເງິນຫາຄຳ ກະບໍ່ມາຮອດພີ່ຮອດນ້ອງ ຫຼືຮອດພໍ່ຮອດແມ່.”
ນອກຈາກແຂວງຜົ້ງສາລີແລ້ວ, ຢູ່ແຂວງອື່ນໆ ກໍພົບກັບບັນຫາມີຜູ້ເສບຕິດນ້ຳກະທ້ອມ ເປັນຈຳນວນຫຼາຍສົມຄວນ. ຫຼາຍບ່ອນຫຼາຍສະຖານທີ່ມີການຄ້າຂາຍໃບກະທ້ອມສົດ ພ້ອມເຄື່ອງປະສົມ ແລະນ້ຳກະທ້ອມສຳເລັດຮູບ ໃສ່ກະຕຸກຂາຍ ດັ່ງທີ່ເຈົ້າໜ້າທີ່ຕ້ານຢາເສບຕິດ ຢູ່ແຂວງສາລະວັນກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໃບກະທ້ອມນີ້ ໄທເຮົາກະໄດ້ຢູ່ຈຳນວນນຶ່ງ ກະບໍ່ໄດ້ເນາະມັນສະເລ່ຍຄືທາງແຂວງໃຫຍ່ ກະບໍ່ທຽບກັນປານນັ້ນແຫຼະ, ເຮົາກໍໄດ້ຢູ່ ມັນກະບໍ່ໄດ້. ກະມີເນາະ ສ່ວນຫຼາຍກະມີຢູ່ເຮົາກະໄດ້ຢູ່ ເປັນກະຊ່ວງບາງຄັ້ງ ກະຕົ້ມເປັນນ້ຳແລ້ວເປັນກະຕຸກນັ້ນນ່າ.”
ສຳລັບການເສບນ້ຳກະທ້ອມ ມີທັງກິນສົດ ປະສົມກັບນ້ຳຫວານ ຫຼື ເຄື່ອງປະສົມ ປະເພດຕ່າງໆ ເປັນຕົ້ນ
ນ້ຳອັດລົມ, ຢາແກ້ໄອ ຫຼື ຄໍລາເຈນ. ຊຶ່ງຜູ້ດື່ມນ້ຳກະທ້ອມຫຼາຍຈົນເກີນໄປ ຈະເຮັດໃຫ້ເສບ ຕິດ, ມຶນເມົາ, ທ້ອງຜູກ ແລະ ຜິວໜັງດຳຄ້ຳ. ຄັນຖ້າຜູ້ເສບຕິດນ້ຳກະທ້ອມ ບໍ່ໄດ້ດື່ມກໍຈະມີອາການລົງແດງ, ປະສາດຫຼອນ, ງ່ວມເຫງົາ, ເວົ້າບໍ່ຮູ້ຄວາມ ແລະເຈັບປວດກ້າມຊີ້ນ. ໃນເດືອນຕຸລາ ປີ 2023 ທີ່ຜ່ານມາ, ທ່ານໝໍຈາກໂຮງໝໍມິດຕະພາບ 150 ຕຽງ ນະຄອນຫຼວງວຽງຈັນ ກໍໄດ້ເປີດເຜີຍຕໍ່ສື່ມວນຊົນຂອງທາງການລາວວ່າ ນັບແຕ່ກາງປີ 2023 ເປັນຕົ້ນມາມີຄົນເຈັບຍ້ອນເສບນ້ຳໃບກະທ້ອມເຂົ້າມາປິ່ນປົວຢູ່ໃນໂຮງໝໍດັ່ງກ່າວ ເປັນຈຳນວນຫຼາຍທຸກວັນຈຶ່ງຮຽກຮ້ອງໃຫ້ປະຊາຊົນ ທັງກຸ່ມໄວລຸ້ນ ແລະ ຜູ້ສູງອາຍຸຢຸດເຊົາການເສບນ້ຳຕົ້ມໃບກະທ້ອມ. ນອກຈາກນີ້ແລ້ວ, ທາງເຈົ້າໜ້າທີ່ຕຳຫຼວດ ແຂວງຜົ້ງສາລີກໍໄດ້ມິການຈັບກຸມ ຜູ້ຄ້າຂາຍຢາເສບຕິດ ປະເພດຕ່າງໆໄດ້ອີກຈຳນວນນຶ່ງ ເປັນຕົ້ນ ໃນໄລຍະທ້າຍເດືອນກຸມພາ ປີ 2024 ນີ້, ເຈົ້າໜ້າທີ່ຕຳຫຼວດ ເມືອງບຸນເໜືອ ແຂວງຜົ້ງສາລີ ໄດ້ຈັບກຸມ ທ້າວ ຢາລູ ອາຍຸ 33 ປີ ພ້ອມຂອງກາງປະເພດຢາຝິ່ນ ຈໍານວນ 4 ກິໂລກຣາມມູນຄ່າ 10,400,000 ກີບ, ລົດຈັກ 1 ຄັນ, ໂທລະສັບ 1 ໜ່ວຍ, ແຫວນຄຳ 1 ວົງ ແລະ ເງິນສົດ 130,000 ກີບ.