ເດັກນ້ອຍ ໃນແຂວງຜົ້ງສາລີ ຍັງຂາດສານອາຫານ ຈຳນວນຫຼາຍ
2023.10.20
ວັນທີ 3 ຕຸລາ 2023 ທີ່ຜ່ານມາ ສູນສະຖິຕິແຫ່ງຊາຕ ຮ່ວມກັບ ສະຫະພາບຢຸໂຣບ ແລະອົງການຢູນິເຊບ ເຜີຍຜົລສໍາຣວດຄົວເຮືອນ ແຂວງຜົ້ງສາລີ ເພື່ອຊ່ອຍສ້າງນະໂຍບາຍ ວ່າດ້ວຍ ໂພຊະນາການ ທີ່ມີປະສິດທິພາບຫຼາຍກວ່າເກົ່າ ລະບຸວ່າ ແຂວງຜົ້ງສາລີ ມີອັດຕຣາເດັກນ້ອຍອາຍຸ 6-59 ເດືອນ (ຫຼື 6 ເດືອນ ຫາ 5 ປີ) ຍັງຂາດສານອາຫານຫຼາຍຢູ່ ເຮັດໃຫ້ຮ່າງກາຍ ມີພາວະຄວາມສູງ ບໍ່ໄດ້ມາຕຖານ 42.4% ແລະ ມີພາວະນໍ້າໜັກຫຼຸດ ມາຕຖານ 21%.
ສາເຫດ ທີ່ເຮັດໃຫ້ເດັກນ້ອຍ ໃນແຂວງຜົ້ງສາລີ ຂາດສານອາຫານ ໂດຍສະເພາະ ເດັກນ້ອຍຊົນເຜົ່າ ຍ້ອນວ່າ ເດັກນ້ອຍຊົນເຜົ່າ ຍັງຖືຮີດຄອງດັ້ງເດີມ ຄື ເພດຊາຍ ເປັນໃຫຍ່ ເຮັດໃຫ້ບົດບາດ ຍິງ-ຊາຍ ໃນເຂດບ້ານຊົນເຜົ່າ ບໍ່ເທົ່າທຽມກັນ ແລະມີຄວາມແຕກໂຕນກັນຫຼາຍ ຜູ້ຍິງພາຍໃນບ້ານ ບໍ່ໄດ້ຮຽນໜັງສື ອ່ານ, ເວົ້າ, ຟັງ, ຂຽນພາສາລາວບໍ່ໄດ້ ເຮັດໃຫ້ເວລາຖືພາ ແລ້ວບໍ່ໄປຝາກທ້ອງ ເພື່ອເພີ່ມຄວາມຮູ້ດ້ານໂພສະນາການ ຂອງແມ່ນໍາທ່ານໝໍ ຍ້ອນສື່ສານບໍ່ໄດ້ ແລະຜູ້ຍິງ ຫຼືຜູ້ເປັນເມັຍ ຈະເຮັດວຽກໜັກກວ່າຜູ້ຊາຍ ຈົນບໍ່ມີເວລາເບິ່ງແຍງໂຕເອງ ເຮັດໃຫ້ລູກໃນທ້ອງ ຂາດສານອາຫານແຕ່ຢູ່ໃນທ້ອງ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນເມືອງບຸນໃຕ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 9 ຕຸລາ ນີ້ວ່າ:
“ລວງສູງນີ້ ມັນກໍຂາດມາແຕ່ກໍາເນີດ ຈັ່ງຊີ້ນ່າ ແບບອັນ ເວລາແມ່ຍິງຖືພາ ກິນອາຫານ ກໍບໍ່ພຽງພໍຢູ່ແລ້ວ ຫຼັງຈາກນັ້ນແມ່ຍິງຫັ້ນ ເຮັດວຽກຫຼາຍກວ່າຜູ້ຊາຍ ຕັ້ງແຕ່ເກີດມາ ກໍບໍ່ມີເວລາຊິດູແລໂຕເອງ ແລ້ວບາງຄົນ ກໍບໍ່ໄດ້ໄປຝາກທ້ອງ ຢູ່ສະຖານທີ່ບໍຣິການ ເນື່ອງຈາກວ່າອີກຢ່າງນຶ່ງ ຜູ້ຍິງຫັ້ນບໍ່ມີຄວາມຮູ້ ທາງດ້ານການປາກເວົ້າ ກໍເວົ້າເປັນພາສາລາວ ກໍສ່ວນຫຼາຍກໍບໍ່ຮູ້.”
ຍານາງຂຍາຍຄວາມກ່ຽວຂ້ອງ ເດັກນ້ອຍຂາດສານອາຫານ ຕັ້ງແຕ່ຢູ່ໃນທ້ອງ ແມ່ນວ່າ ສ່ວນໃຫຍ່ ທັງແມ່ ແລະລູກໃນທ້ອງ ຈະກິນແຕ່ອາຫານປະເພດແປ້ງ ຫຼື ຄາໂບໄຮເດດ ສ່ວນອາຫານ ປະເພດຊີ້ນ, ໄຂມັນ ແລະທາດເຫຼັກ ຈະບໍ່ໄດ້ກິນເລີຍ ຍ້ອນທຸກຍາກ ບໍ່ມີເງິນໄປຊື້ກິນ ເຮັດໃຫ້ທັງແມ່ແລະລູກ ພາກັນຂາດສານອາຫານ ຕັ້ງແຕ່ເຣີ່ມຖືພາມື້ທໍາອິດ ຈົນເຖິງ ມື້ລູກເຕີບໃຫຍ່ ອາຍຸ 5 ປີ ໂດຍສະເພາະ ບ້ານໄອໂຈນໍ້າປ໋ອກ, ບ້ານມູຈີນໍ້າປ໋ອກ, ບ້ານອີເປີຈິງ, ບ້ານເຈີຢາ, ບ້ານຈໍຫໍ ຫ້ວຍອໍ, ບ້ານຈາແມ້ ແລະບ້ານຫາດງາມ.
ດັ່ງຍານາງ ກ່າວຕື່ມວ່າ:
“ແຂນຂາ ກໍຈ່ອຍ, ຫົວໃຫຍ່, ທ້ອງເບັງ ບາງເທື່ອນີ້ ກິນນົມແມ່ພຽງຢ່າງໃດ ແລ້ວບາດນີ້ ຊິບໍ່ມີງົປມານຊິຊື້ນົມເສີມໃຫ້ກິນ ອາຫານເສີມ ອີ່ຫຍັງນີ້ ປະເພດໂປຣຕີນ ໄຂມັນ ທາດເຫຼັກອີ່ຫຍັງ ເຂົາເຈົ້າກໍບໍ່ໄດ້ກິນ ອັນເຮັດໃຫ້ຂາດສານອາຫານ ຕັ້ງແຕ່ຕອນຖືພາ ແມ່ກໍຂາດສານອາຫານຢູ່ແລ້ວຫັ້ນນ່າ ແລ້ວບາດນີ້ ກິນນົມແມ່ ແມ່ເວລາລ້ຽງລູກດ້ວຍນໍ້ານົມແມ່ ແມ່ກໍບໍ່ມີອີ່ຫຍັງກິນຈັ່ງຊີ້ ແລ້ວມັນກໍແຫ່ງຂາດໄປ.”
ຂະນະທີ່ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງໃໝ່ ແຂວງຜົ້ງສາລີ ກ່າວວ່າ ພາຍຫຼັງ ທີ່ເດັກນ້ອຍເກີດມາໄດ້ ປະມານ 5-6 ເດືອນແລ້ວ ຜູ້ເປັນພໍ່ແມ່ ກໍຈະປະແອນ້ອຍນັ້ນ ໄວ້ນໍາເອື້ອຍອ້າຍ ທີ່ອາຍຸພຽງ 5-6 ປີ ໃຫ້ເບິ່ງແຍງນ້ອງ ແລ້ວຜູ້ເປັນພໍ່ແມ່ ກໍຈະໄປເຮັດວຽກ ເພື່ອຫາຣາຍໄດ້ເຂົ້າຄອບຄົວ ແຕ່ພໍໄດ້ເງິນມາ ກໍບໍ່ໄດ້ເອົາເງິນໄປຊື້ນົມ, ຊື້ຊີ້ນ, ຊື້ນໍ້າມັນມາປຸງແຕ່ງອາຫານໃຫ້ລູກກິນ ຍ້ອນເອົາເງິນ ທີ່ຫາມາໄດ້ນັ້ນ ເກັບໄວ້ຊື້ຢ່າງອື່ນທີ່ຈໍາເປັນ ແລະໄວ້ໃຊ້ໃນຍາມສຸກເສີນ ຂະນະທີ່ ສະພາບໂຕຈິງ ການປ່ຽນຂອງສະພາບດິນຟ້າອາກາດ ກໍເຮັດໃຫ້ການຫາເຄື່ອງປ່າຂອງດົງ ຫຼືສັດນໍ້າ ຫາຍາກຂຶ້ນ ຈຶ່ງເຮັດໃຫ້ບາງມື້ ທັງແອນ້ອຍ ແລະຜູ້ເປັນເອື້ອຍອ້າຍ ອາຍຸ 5-6 ປີນັ້ນ ກິນເຂົ້າລ້າໆກໍມີ.
ດັ່ງຍານາງກ່າວ ໃນມື້ດຽວກັນນີ້ວ່າ:
“ສ່ວນຫຼາຍເຂົາໄປເຮັດວຽກ ກໍມີແຕ່ເຂົາໄປເຮັດໄຮ່ ເຮັດສວນ ເຮັດເຂົ້າເຮັດນັ້ນໄປ ບໍ່ໄປ ກໍບໍ່ໄດ້ກິນແທ້ໆເນາະ ບໍ່ມີເວລາທີ່ເບິ່ງແຍງ ມາ ກໍມີແຕ່ວ່າ ກິນເຂົ້າລ້າໆ ກໍມີເນາະ ບໍ່ມີຊີ້ນມີປາຫຍັງ ໃຫ້ລູກກິນຈະນັ້ນນ່າ ໄປຊອກຕາມທັມມະຊາຕ ມາຊອກປູ ຊອກປາ ຕາມຫ້ວຍ ຕາມຮ່ອງ ຖ້າບໍ່ໄດ້ ກໍບໍ່ໄດ້ກິນລະ ຊິໄດ້ເງິນ ເຂົາກໍໄປຫາໜໍ່ ຫາຫຍັງມາຂາຍຫັ້ນ ກໍໄດ້ມື້ 40-50 ພັນ (ກີບ) ເຂົາກໍເກັບເງິນໂຕນັ້ນໄວ້ ແລ້ວບໍ່ໄດ້ຊື້ນົມໃຫ້ລູກກິນ ສົມມຸດເຮົາໄປຊື້ນົມໃຫ້ລູກກິນຊະເນາະ ມັນກະແພງ ເປັນແສນ ສອງແສນ ອີກຢ່າງເຂົາກໍບໍ່ມີ ກໍບໍ່ໄດ້ຊື້ໃຫ້ລູກກິນ ແບບນັ້ນເດ້.”
ດ້ານອົງການຈັດຕັ້ງພາກປະຊາສັງຄົມ ຫຼື ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ທີ່ເຮັດວຽກກ່ຽວກັບການປະເມີນ ເດັກນ້ອຍຂາດໂພສະນາການ ຢູ່ແຂວງຜົ້ງສາລີ ກ່າວວ່າ ຢູ່ຂັ້ນສຸຂສາລາ ຈະມີການມອບອາຫານເສີມ ພ້ອມກິນ ເພື່ອປິ່ນປົວ ທີ່ມີສ່ວນປະສົມກັບຖົ່ວດິນ, ນົມຜົງ, ວິຕາມິນ ແລະເກືອແຮ່ ຫຼືເອີ້ນວ່າ ອາຫານເສີມ RUTF (Ready-to-Use Therapeutic Food) ໃຫ້ແກ່ແມ່ຂອງເດັກນ້ອຍທີ່ຂາດສານອາຫານ ເພື່ອເອົາໃຫ້ລູກກິນ ແຕ່່ວ່າ ພໍໄປຮອດເຮືອນ ພໍ່ແມ່ຂອງເດັກນ້ອຍ ກໍບໍ່ໄດ້ເອົາໃຈໃສ່ ທີ່ຈະໃຫ້ລູກກິນອາຫານເສີມດັ່ງກ່າວ.
ດັ່ງຍານາງ ກ່າວໃນມື້ດຽວກັນນີ້ວ່າ:
“ກໍໃຫ້ລ້າໆ ແລ້ວກໍແນະນໍາໃຫ້ ປ້ອນລູກ ແຕ່ພໍ່ແມ່ບໍ່ໃສ່ໃຈ ມານີ້ ກໍລະດົມໃຫ້ຢູ່ວ່າ ເອົາໃຫ້ ບາງທີນີ້ ເອົາໄປນີ້ ເອົາໄປໃຫ້ອ້າຍເອື້ອຍກິນ ບາງຄົນກະບໍ່ມັກ ເຮົາບໍ່ໄດ້ຕິດຕາມ ເຮົາບໍ່ໄດ້ຢູ່ນໍາເຂົາ.”
ສ່ວນຊາວບ້ານ ຢູ່ບ້ານເພັຍລໍ ເມືອງໃໝ່ ແຂວງຜົ້ງສາລີ ກ່າວວ່າ ພາຍໃນບ້ານ ມີການແຜ່ຣະບາດຂອງຢາເສບຕິດຫຼາຍ ເຮັດໃຫ້ປະຊາຊົນພາຍໃນບ້ານ ມົ້ວສຸມຢາເສບຕິດ ລວມເຖິງ ປະຊາຊົນທີ່ມີຄອບຄົວ ມີລູກ ກໍຕິດຢາເສບຕິດ ເອົາເງິນທີ່ຫາໄດ້ ໄປຊື້ຢາເສບຕິດ ບໍ່ໄດ້ເອົາເງິນຊື້ຊີ້ນ ແລະໝາກໄມ້ ໃຫ້ລູກກິນ ຂະນະທີ່ ສະພາບໂຕຈິງ ໄລຍະຜ່ານມາ ສວນມັນຕົ້ນ ສວນສາລີ ຂອງປະຊາຊົນ ພະເຊີນກັບພັຍແຫ້ງແລ້ງ ເຮັດໃຫ້ໄດ້ຜົລຜລິດໜ້ອຍລົງ ຣາຍຮັບກໍໜ້ອຍລົງຕາມ ຈຶ່ບໍ່ມີເງິນໄວ້ຊື້ອາຫານການກິນຄືແຕ່ກ່ອນ.
ດັ່ງທ່ານກ່າວໃນມື້ດຽວກັນນີ້ວ່າ:
“ອັນກິນອັນຢູ່ ສ່ວນຫຼາຍເຂົາບໍ່ເອົາໃຈໃສ່ນ່າ ສ່ວນຫຼາຍ ເຂົາກໍມີຄ່າພາຣະໃຊ້ຈ່າຍຫຼາຍ ບາງຄົນກໍຕັ້ງບໍ່ມີແທ້ໆ ຄັນພໍ່ແມ່ກິນຢາ (ຢາເສບຕິດ) ກໍຍາກແລ້ວ ເຣື່ອງເງິນຄໍານີ້ຍາກແທ້ໆ ເຂົ້າກິນກໍຍັງບໍ່ມີແລ້ວ ບາດນີ້ ລູກນີ້ ຖືວ່າ ໂອ້..ມັນຢາກແລ້ວ ເຂົ້າລ້າໆມັນກໍກິນຈັ່ງຊີ້ນ່າ ບາດນີ້ທຸກມື້ນີ້ ດິນຟ້າອາກາດມີການປ່ຽນແປງ ມັນກໍເຮັດໃຫ້ການເຮັດໄຮ່ ຜົລໄດ້ຮັບນີ້ມັນໜ້ອຍລົງ ໜ້ອຍລົງ ມັນຮ້ອນຫຼາຍ ບ່ອນຢູ່ຮາກຂອງມັນ ມັນບໍ່ສາມາດດູດຊຶມທາດນໍ້າມາລ້ຽງ ບໍ່ຝົນເດ້ເນາະ.”
ແຂວງຜົ້ງສາລີ ຍັງເປັນນຶ່ງໃນແຂວງ ທີ່ມີອັດຕຣາ ການຂາດສານອາຫານ ໃນເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ທີ່ສູງທີ່ສຸດໃນປະເທດລາວ ແລະມີອັດຕຣາສ່ວນເດັກນ້ອຍ ໜ້ອຍກວ່າເຄິ່ງ ຂອງຈໍານວນທັງໝົດ ທີ່ໄດ້ກິນນົມແມ່ພຽງຢ່າງດຽວ ໃນໄລຍະ 6 ເດືອນທໍາອິດ ແລະມີພຽງແຕ່ 28% ຂອງເດັກນ້ອຍອາຍຸຕໍ່າກວ່າ 5 ປີ ທີ່ໄດ້ກິນອາຫານຄົບໝູ່ ຕາມມາຕຖານຂັ້ນຕໍ່າສຸດ ທີ່ອົງການອະນາມັຍໂລກ ໄດ້ແນະນໍາ, ອີງຕາມຂໍ້ມູນ ຂອງກະຊວງສາທາຣະນະສຸຂ, ອົງການອາຫານໂລກ ແລະອົງການຢູນິເຊບ ໃນວັນທີ 23 ພຶສພາ 2022.
ສໍາລັບຜົລສໍາຣວດຄົວເຮືອນ ແຂວງຜົ້ງສາລີ ເພື່ອຊ່ອຍສ້າງນະໂຍບາຍ ວ່າດ້ວຍ ໂພຊະນາການ ທີ່ມີປະສິດທິພາບຫຼາຍກວ່າເກົ່າ ດັ່ງກ່າວຂ້າງຕົ້ນນັ້ນ ແມ່ນໄດ້ລົງສໍາຣວດ ທັງໝົດ 7 ເມືອງຂອງແຂວງ ແລະໄດ້ເກັບໂຕຢ່າງທັງໝົດ ຈາກ 1,539 ຄົວເຮືອນ ໃນທົ່ວ 76 ບ້ານ, ອີງຕາມການຣາຍງານ ຂອງເຟສບຸກເພຈ ໜັງສືພິມລາວພັທນາ ວັນທີ 8 ຕຸລາ 2023 ທີ່ຜ່ານມາ.
ເຖິງຢ່າງໃດກໍຕາມ ວັນທີ 23 ພຶສພາ 2022 ທີ່ຜ່ານມາ ໂຄງການຊ່ອຍເຫຼືອດ້ານອາຫານ ຂອງປະເທດຝຣັ່ງເສດ ຫຼື French Alimentary Aid Programme ໄດ້ໃຫ້ເງິນສນັບສນູນ ຈໍານວນ 500,000 ຢູໂຣ ເພື່ອປັບປຸງໂພຊະນາການຂອງເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ຢູ່ແຂວງຜົ້ງສາລີ ໂດຍເງິນຈໍານວນດັ່ງກ່າວ ຈະນໍາໄປໃຊ້ໃນວຽກສົ່ງເສີມການລ້ຽງດູ, ໃຫ້ອາຫານເດັກອ່ອນ ແລະເພີ່ມຄວາມຮູ້ ດ້ານໂພຊະນາການຂອງແມ່ ແລະປັບປຸງຂບວນການປະເມີນ ແລະປິ່ນປົວເດັກນ້ອຍ ທີ່ຂາດສານອາຫານ ແບບຈ່ອຍຜອມ ເຊິ່ງມຈະມີປະຊາຊົນປະມານ 23,000 ຄົນ ແລະເດັກນ້ອຍ 5,000 ຄົນ ຈະໄດ້ຮັບການປະເມີນສະພາບໂພຊະນາການ ພ້ອມດຽວກັນນັ້ນ ເດັກນ້ອຍທີ່ຂາດສານອາຫານກະທັນຫັນ ຈໍານວນ 500 ຄົນ ຈະໄດ້ຮັບການປິ່ນປົວ ແລະອາຫານສໍາລັບປິ່ນປົວ ພາວະຂາດສານອາຫານ.
ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງໃໝ່ ແລະເມືອງບຸນໃຕ້ ກ່າວມ້ວນທ້າຍຄືກັນວ່າ ເຈົ້າໜ້າທີ່ ຂແນງສາທາລະນະສຸຂ ຈະສືບຕໍ່ວຽກງານ ສົ່ງເສີມໂພຊະນະການໃຫ້ແກ່ເດັກນ້ອຍຕໍ່ໄປ ໂດຍຈະສົມທົບກັບຂແນງການ ທີ່ກ່ຽວຂ້ອງນໍາດ້ວຍ ແຕ່ວ່າ ວຽກງານນີ້ ບໍ່ໄດ້ງ່າຍ ແລະຕ້ອງໃຊ້ເວລາ ຂະນະທີ່ຜ່ານມາ ອົງການສາກົລ ໄດ້ເຂົ້າມາສນັບສນູນ ແຂວງຜົ້ງສາລີ ໃຫ້ມີງົປມານຂັບເຄື່ອນວຽກງານໂພຊະນາການ ແຕ່ວ່າ ງົບດັ່ງກ່າວ ກໍຍັງບໍ່ພຽງພໍເທື່ອ.