ພະຍາດ ເຕົ້າໂຮມເລືອດ ຣະບາດຢູ່ຜົ້ງສາລີ
2023.08.15
ມີ ງົວ ແລະ ຄວາຍ ຕາຍທັງໝົດ 114 ໂຕ ຢູ່ເມືອງຜົ້ງສາລີ ແລະ ເມືອງບຸນເໜືອ ແຂວງຜົ້ງສາລີ ແຕ່ເດືອນມິຖຸນາ ເຖິງເດືອນກໍຣະກະດາ 2023 ນີ້ ຍ້ອນພະຍາດເຕົ້າໂຮມເລືອດ, ປາກເປື່ອຍລົງເລັບ. ປັດຈຸບັນ ການຣະບາດຂອງພະຍາດດັ່ງກ່າວ ສງົບລົງແລ້ວ ແຕ່ພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງ ໄດ້ອອກແຈ້ງການ ບໍ່ໃຫ້ເຈົ້າຂອງສັດເຄື່ອນຍ້າຍ ແລະ ຊື້ຂາຍສັດ ຫລື ຊິ້ນສ່ວນສັດ ລະຫວ່າງບ້ານຕໍ່ບ້ານ, ເມືອງຕໍ່ເມືອງ, ແຂວງຕໍ່ແຂວງ ແລະທັງລະດົມໃຫ້ປະຊາຊົນ ແຕ່ລະຄອບຄົວ ເຮັດຮົ້ວລ້ອມຄອກສັດຂອງໂຕເອງເອົາໄວ້ໃນໄລຍະນີ້ ເພື່ອປ້ອງກັນບໍ່ໃຫ້ພະຍາດນັ້ນ ກັບມາຣະບາດຕື່ມອີກ.
ອີງຕາມຄໍາເວົ້າ ຂອງຂອງເຈົ້າໜ້າທີ່ ແລະປະຊາຊົນຢູ່ເມືອງດັ່ງກ່າວ.
ຢູ່ເມືອງຜົ້ງສາລີ ງົວ ແລະຄວາຍຕາຍ 91 ໂຕ, ຕາຍມາຕັ້ງແຕ່ເດືອນກໍຣະກະດາ. ໃນຈໍານວນນັ້ນ ຢູ່ບ້ານບາການ້ອຍ ຕາຍ 70 ໂຕ ຄືຕາຍຫລາຍກວ່າໝູ່, ບ້ານສາມັກຄີໄຊ ຕາຍ 15 ໂຕ ແລະບ້ານສາລາເອເບ ຕາຍ 6 ໂຕ. ເຈົ້າຂອງສັດ ໄດ້ຊື້ຢາມາປິ່ນປົວ ສັດລ້ຽງທີ່ຕິດພະຍາດ ເອົາເອງ ເຮັດໃຫ້ສັດຕາຍຫລາຍ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງຜົ້ງສາລີ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ສິງຫານີ້.
“ພວກເຮົາໄປຮອດ ເຂົາກໍໄຫ້, ໄຫ້ບໍ່ອອກ ນໍ້າຕາຫັ້ນແຫລະ ເພາະວ່າການເສັຽຫາຍ ຄືບາງຄອບຄົວ ເກືອບຕາຍ ຮອດ 10 ກວ່າໂຕເນາະ ສົງໄສ ຍ້ອນການຣະບາດພະຍາດຫັ້ນແຫລະ. ໄທເຮົາກໍໄດ້ອອກຄໍາສັ່ງ ໃນນາມຂອງທ່ານເຈົ້າເມືອງ ແລ້ວກໍສົ່ງໃຫ້ທົ່ວເມືອງຫັ້ນແຫລະ ແລ້ວກໍລະງັບການນໍາເຂົ້າສົ່ງອອກ ແລ້ວກໍລະງັບການບໍຣິໂພກ. ຂຶ້ນຢູ່ເທສບານ ການແຜ່ຣະບາດ ຂອງພະຍາດດັ່ງກ່າວ ກໍຍັງຢູ່ໃນຂົງເຂດຢູ່ ຕາຍຫລາຍຫັ້ນນ່າ ໃນເບື້ອງຕົ້ນຫັ້ນ ທາງປະຊາຊົນ ເຂົາເຈົ້າບໍ່ແຈ້ງໃຫ້ພວກເຮົານະ. ປິ່ນປົວແບບຕາມລໍາພັງໃຈ ຂອງເຂົາຫັ້ນນ່າ. ໄປຊື້ຢາເອງ ມາປິ່ນປົວເອງ ຫລືວ່າ ການໃຫ້ຢານີ້ ບໍ່ເໝາະສົມຕາມອາການເຈັບ ຫລືວ່າ ນໍ້າໜັກຂອງໂຕສັດເນາະ.”
ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ຈະເກັບກໍາຂໍ້ມູນ ຄວາມເສັຍຫາຍທັງໝົດ ເພື່ອສເນີຂໍການຊ່ອຍ
ເຫລືອ ຈາກກະຊວງສາທາຣະນະສຸຂ, ແລະ ກະຊວງກະສິກັ້ມ ແລະປ່າໄມ້ ຍ້ອນທາງເມືອງ ແລະແຂວງບໍ່ມີງົບປະມານ ໃຊ້ຈ່າຍໃນການປິ່ນປົວສັດທີ່ຕິດເຊື້ອ ພະຍາດເຕົ້າໂຮມເລືອດຮວມທັງບໍ່ມີງົບປະມານ ຊື້ປູນຂາວໃຫ້ປະຊາຊົນ ໃຊ້ໃນການຝັງສັດ ທີ່ຕາຍນັ້ນ.
ປະຊາຊົນ ຢູ່ບ້ານບາການ້ອຍ ເມືອງຜົ້ງສາລີ ເວົ້າໃນມື້ດຽວກັນນັ້ນວ່າ ເຈົ້າຂອງງົວ ແລະ ເຈົ້າຂອງຄວາຍໄດ້ຊື້ຢາປິ່ນປົວ ສັດທີ່ຕິດພະຍາດນັ້ນເອົາເອງ, ສັດທີ່ຕາຍ ແມ່ນຫ້າມບໍ່ໃຫ້ເອົາມາກິນ.
“ໂຕທີ່ມັນຕາຍແລ້ວນີ້ ຖືວ່າຫ້າມບໍ່ໃຫ້ບໍຣິໂພກ ຫັ້ນແຫລະ. ມີແຕ່ເຮົາຂຸດຂຸມແລ້ວກໍຝັງ ແລ້ວກໍເຮັດຕາມເຕັກນິກເນາະ. ເອົາປູນຂາວ ກໍບໍ່ມີນ່າ ປູນຂາວຂໍນໍາຂແນງກໍບໍ່ມີ ມີແຕ່ຂີ້ເຖົ່ານີ້ໂຮຍເນາະ ແລ້ວກໍໂຕທີ່ມັນເໜົ່າ ມັນເຈັບນີ້ ພວກເຮົາກໍປິ່ນປົວ ໂດຍນໍາໃຊ້ຢາແລ້ວກໍຊື້ຢາມາປິ່ນປົວ ກໍດີຫລາຍສົມຄວນ.”
ສ່ວນຢູ່ເມືອງບຸນເໜືອ ບ້ານຫ້ວຍຍີ້ງ ເປັນບ້ານທໍາອິດ ທີ່ງົວ ແລະຄວາຍ ເປັນພະຍາດເຕົ້າໂຮມເລືອດແລ້ວຕາຍ ມາຕັ້ງແຕ່ເດືອນມິຖຸນາ ທັງໝົດ 23 ໂຕ. ຫລັງຈາກນັ້ນ ພະຍາດກໍຣະບາດ ໄປບ້ານບາການ້ອຍ, ບ້ານສາລາເອເບ ແລະບ້ານສາມັກຄີໄຊ ເມືອງຜົ້ງສາລີ ຊຶ່ງເປັນບ້ານທີ່ຢູ່ຕິດກັນ.
ດັ່ງເຈົ້າໜ້າທີ່ ປົກຄອງທ້ອງ ຖິ່ນທ່ານນຶ່ງກ່າວ ໃນມື້ວັນທີ 15 ສິງຫານີ້ວ່າ:
“ງົວຄວາຍຫັ້ນນ່າ ຕາຍຫລາຍໂຕເດ້ ເກືອບ 20 ໂຕ ຕາຍແລ້ວນີ້ ເຮົາກໍເອົາຂຸດຖົມດິນ ຊ່ວງນີ້ດີແລ້ວ ງົວຄວາຍທີ່ເຈັບເປັນ ຫລາຍໂຕ ຂແນງການທີ່ກ່ຽວຂ້ອງ ບໍ່ໄດ້ຊ່ວຍຫຍັງເຮົາ ເຮົາອອກເອງ ເຮົາກໍຊື້ເອງ ຢູ່ຈຸກະສິກັມຫັ້ນນ່າ ຈັກພະຍາດຫຍັງບໍ່ຮູ້ນີ້ ອາການຫັ້ນນ່າ ອົດນໍ້ານີ້ ກໍກິນຫຍ້າແລ້ວກໍຕາຍຫັ້ນນ່າ ລ້ອມຮົ້ວ ບໍ່ໃຫ້ໄປບ່ອນອື່ນ ບ່ອນນີ້ບ່ອນນັ້ນຫັ້ນນ່າ.”
ພາຍຫລັງທີ່ຢູ່ເມືອງຜົ້ງສາລີ ແລະເມືອງບຸນເໜືອ ມີງົວ ແລະຄວາຍ ຕາຍຍ້ອນພະຍາດເຕົ້າໂຮມເລືອດແລ້ວ ທາງຫ້ອງວ່າການແຂວງຜົ້ງສາລີ ກໍໄດ້ອອກແຈ້ງການໃນມື້ວັນທີ 9 ສິງຫາ 2023 ໃຫ້ໂຈະການນໍາເອົາງົວ ແລະຄວາຍຈາກຕ່າງແຂວງເຂົ້າມາ ແລະໃຫ້ໂຈະການເຄື່ອນຍ້າຍສັດນັ້ນ ຢູ່ພາຍໃນແຂວງ ເພື່ອຄວບຄຸມການຣະບາດ ຂອງພະຍາດ ໄປຈົນກວ່າ ສະພາບຈະກັບສູ່ປົກກະຕິ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຜົ້ງສາລີ ເວົ້າໃນມື້ດຽວກັນນີ້ວ່າ:
“ເພາະວ່າມັນຢູ່ 2 ຈຸດຫັ້ນນ່າ ເມືອງຜົ້ງສາລີ ເມືອງບຸນເໜືອ ເປັນກໍຣະນີສົງໄສ ເພາະວ່າມັນມີການຕາຍ ເກັບໂຕຢ່າງສົ່ງແລ້ວ ວິໃຈກໍ ການສັນນິຖານເບື້ອງຕົ້ນ ແມ່ນພະຍາດເຕົ້າໂຮມເລືອດ ເປັນພະຍາດປະຈໍາຖິ່ນ ທີ່ມັນມັກເກີດ ໄທເຮົາໄດ້ຄວບຄຸມ ຫລື ໄດ້ປະກາດກັນຢູ່ພາຍໃນ ຕັ້ງແຕ່ເດືອນ 6 ເດືອນ 7 ແລ້ວ.
ບາດນີ້ ໄທເຮົາກໍຢ້ານມັນແຜ່ ກະຈາຍໄປສູ່ວົງກວ້າງ. ເຮົາກໍໄດ້ຢຸດແລ້ວຂັ້ນແຂວງ ກໍໄດ້ໂຈະຊົ່ວຄາວກ່ອນ ມັນປົກກະຕິແລ້ວ ເຮົາກໍຈະປ່ອຍໃຫ້ປະຊາຊົນ ຄ້າຂາຍຕາມປົກກະຕິຫັ້ນແຫລະ.”
ພະຍາດເຕົ້າໂຮມເລືອດງົວ-ຄວາຍ ເກີດຈາກລະບົບການໄຫລວຽນຂອງເລືອດ ຜິດປົກກະຕິ ເຮັດໃຫ້ເລືອດເປັນສີດໍາ ຈົນເຮັດໃຫ້ອະໄວຍະວະພາຍໃນມີຄວາມຮ້ອນ ແລະສະແດງອອກມາ ໃຫ້ເຫັນທາງນອກ ເຊິ່ງມີອາການຄື ສັດບໍ່ກິນຫຍ້າ, ບໍ່ກິນນໍ້າ ແລ້ວລົງໄປແຊ່ນໍ້າ ເພື່ອຫລຸດຜ່ອນຄວາມຮ້ອນ ແລະຕາຍ ໃນເວລາຕໍ່ມາ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຜົ້ງສາລີກ່າວວ່າ:
“ເຕົ້າໂຮມເລືອດນີ້ ບໍ່ຕ່າງຫຍັງກັບຄືຄົນເຮົານີ້ ມີໄຂ້ເລືອດອອກ. ໄຂ້ເລືອດດໍາ ເຮັດໃຫ້ໂຕສັດນີ້ ມັນຮ້ອນຮ້ອນທາງໃນ ແລ້ວກໍເລືອດຫັ້ນ ມັນບໍ່ປົກກະຕິເນາະ. ການເປັນເລືອດດໍາ ເລືອດອິສັງ ການລໍາລຽງເລືອດຫັ້ນ ຫລອດເລືອດຫັ້ນ ມັນບໍ່ປົກກະຕິ ແລ້ວຫລັງຈາກນັ້ນ ໂຕສັດຫັ້ນ ມັນຈະໄປຫາບວກ ຫາໜອງ ບາງເທື່ອ ສ່ວນຫລາຍນີ້ຕາຍໃສ່ນໍ້າຫັ້ນແຫລະ. ຕາຍຢູ່ໜອງຫັ້ນ.”
ທ່ານກ່າວຕື່ມວ່າ ພະຍາດເຕົ້າໂຮມເລືອດ ເປັນພະຍາດຕິດທີ່ຕໍ່ ລະຫວ່າງສັດຕໍ່ສັດ ທີ່ສາມາດຕິດ ຕໍ່ຈາກສັດ ທີ່ນໍາເຂົ້າ ແລະ ສົ່ງອອກໄປຕ່າງແຂວງ ທີ່ມີການກັກຂັງຊົ່ວຄາວ ຕາມທາງ ຊຶ່ງບໍ່ມີການກວດສຸຂພາບດີ ແລະເກີດຈາກຄົນກິນຊິ້ນສັດທີ່ຕາຍ ຍ້ອນເຊື້ອພະຍາດນັ້ນ ແລ້ວໄປຖ່າຍຊະຊາຍ ເມື່ອເວລາສັດໂຕອື່ນໄປກິນຫຍ້າ ຫຼື ດົມກິ່ນ ແລ້ວຕິດເຊື້ອ ຫລືສັດທີ່ຕິດເຊື້ອ ແລ້ວໄປຢູ່ໃກ້ກັບໂຕອື່ນ ກໍສາມາດຕິດຕໍ່ກັນໄດ້. ສະນັ້ນເຈົ້າຂອງສັດ ຄວນຮີບຮ້ອນນໍາສັດຂອງຕົນ ໄປສັກຢາກັນພະຍາດ ແລະຂັງໄວ້ໃນຄອກ ໃນໄລຍະທີ່ມີການຣະບາດ ຂອງພະຍາດເຕົ້າໂຮມເລືອດ, ປາກເປື່ອຍລົງເລັບ ແລະອະຫິວາໝູ.