ປະຊາຊົນຫົກບ້ານ ໃນນະຄອນຫຼວງວຽງຈັນ ຮ້ອງທຸກເລື່ອງ ໂຮງງານອາຫານສັດ ສົ່ງກິ່ນເໝັນ
2024.07.12

ປະຊາຊົນ 6 ບ້ານ ໃນເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບ ຈາກກິ່ນເໝັນ ກິ່ນຂິວ ຂອງໂຮງງານຫົວອາຫານສັດ ຂອງນາງ ຈັນເພັງ ທີ່ຕັ້ງຢູ່ບ້ານດົງຫຼວງ ເມືອງນາຊາຍທອງ ຍ້ອນໂຮງງານດັ່ງກ່າວ ໄດ້ ນໍາເອົາຂີ້ເບຍໝັກ ມາຕາກຢູ່ກາງແຈ້ງ ແລ້ວນໍາໄປອົບແຫ້ງ ເພື່ອອັດເມັດເປັນຫົວອາຫານສັດນັ້ນ ໄດ້ສົ່ງກິ່ນເໝັນ ກິ່ນຂິວ ໄປທົ່ວບໍລິເວນ 6 ບ້ານ ຄື ບ້ານດົງຫຼວງ, ບ້ານໂພນສະຫວັນ, ບ້ານນາຊາຍທອງໃຕ້, ນາຊາຍທອງກາງ, ນາຊາຍທອງເໜືອ ແລະບ້ານນາຄູນ ເຮັດໃຫ້ການດໍາລົງຊີວິດຂອງປະຊາຊົນ ລໍາບາກ, ຫາຍໃຈຍາກ, ວິນຫົວ ແລະປວດຮາກ ສົ່ງຜົນກະທົບອັນບໍ່ດີ ຕໍ່ສຸກຂະ ພາບຂອງປະຊາຊົນ.
ກິ່ນບໍ່ດີທີ່ວ່ານີ້ ຈະເລີ້ມມີຕັ້ງແຕ່ຕອນແລງ ໄປຈົນໝົດຄືນ ເຮັດໃຫ້ຊາວບ້ານ ບໍ່ສາມາດນອນ ແລະໃຊ້ຊີວິດປະຈໍາວັນໄດ້ ຕາມປົກກະຕິ. ຫາກມື້ໃດອາກາດຮ້ອນ, ມີລົມ ກໍຈະມີກິ່ນເໝັນ ກິ່ນຂິວໄປທົ່ວ, ອີງຕາມຄໍາເວົ້າຂອງຊາວບ້ານບ້ານໂພນສະຫວັນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ກໍລະກົດນີ້.
“ກິ່ນໄດກີ່ນຮອດໄດ໋ ຫວ່າງແລ້ວຫວ່າງຮ້ອນໆຫັ້ນນ່າ ມັນກິ່ນສີສົ້ມໆ ກິ່ນແບບຢາງພາລານີ້ຫັ້ນນ່າ ເປັນເບື່ອໆຫັ້ນນ່າ ໂອ໋ ພວກເຂົາຢູ່ມໍ່ຫັ້ນພວກເຂົາວິນຫົວວິນຫາງພຸ້ນແຫລະ ສ່ວນຫລາຍມັນຈະເປັນຕົວຫົວຄໍ່າ ຍາມຮ້ອນຕອນຫົວຄໍ່າ 5-6 ໂມງ ເອີ້ນວ່າລົມສີໂຊຍໆມາຫັ້ນນ່າ ມັນຈະມີກິ່ນຫັ້ນນ່າ.”
ໃນຂະນະດຽວກັນ ຊາວບ້ານດົງຫຼວງ ນາງນຶ່ງ ກໍເວົ້າເຖິງສະພາບກິ່ນໃນເຂດທີ່ນາງຢູ່ວ່າ ກິ່ນເໝັນ ບໍ່ແຮງປານໃດ ຖ້າທຽບໃສ່ເຂດອື່ນຂອງບ້ານດົງຫຼວງ ຊຶ່ງ ປະຊາຊົນພາກັນຈົ່ມວ່າ:
“ເຫັນເຂົາເຈົ້າຈົ່ມຢູ່ໄດ໋ ແຕ່ຢູ່ແຖວເຮືອນຫັ້ນບາງເທື່ອ ກໍໄດ້ກິ່ນຢູ່ ແຕ່ບໍ່ແຮງປານໃດ ສ່ວນຫລາຍຈະຢູ່ແຕ່ຕອນແລງ ຕອນແລງເຂົ້າໄປ ບາງມື້ກໍໄດ້ກິ່ນບາງມື້ກໍບໍ່ໄດ້ກິ່ນ ຈົ່ມໄດ້ປະມານເດືອນສອງເດືອນນີ້ແຫລະ ແມ່ນໆ ເໝັນຢາງເໜົ່າຫັ້ນນ່າ ສ່ວນຫລາຍຢູ່ແຖວນາຄູນ ມັນຂຶ້ນກັບດົງຫລວງ ຮ່ອມ 12 ມັນເຂົ້າໄປໃນໆຫ່ອມ 12 ຫັ້ນແຫລະຂະເຈົ້າວ່າກິ່ນແຮງ ແຕ່ມັນສົ່ງໄປທາງນາຄູນຫັ້ນນ່າ.”
ນອກຈາກກິ່ນເໝັນຂິວ ທີ່ເກີດຈາກຂີ້ເບຽ ຊຶ່ງທາງໂຮງງານນໍາມາໝັກ ເປັນອາຫານສັດແລ້ວ ໂຮງງານນີ້ ຍັງໄດ້ປ່ອຍນໍ້າເປື້ອນ-ນໍ້າເສຽ ຈາກຂະບວນການຜະລິດ ລົງໃສ່ໜ້າດິນ ແລະຕາມຄອງຮ່ອງນໍ້າ ເຮັດໃຫ້ນໍ້ານັ້ນ ໄຫຼໃສ່ພື້ນທີ່ການຜະລິດ ແລະເຂດເຮືອນຂອງປະຊາຊົນ ແລະໄຫລລົງໃສ່ແຫຼ່ງນໍ້າທໍາມະຊາດ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມນໍາດ້ວຍ.
ເມື່ອເດືອນ ພຶດສະພາ ທີ່ຜ່ານມາ ຊາວບ້ານທີ່ໄດ້ຮັບຜົນກະທົບທັງ 6 ບ້ານນັ້ນ ໄດ້ຮວມຕົວກັນ ຮ້ອງທຸກ ໄປຍັງພາກສ່ວນທີ່ກ່ຽວຂ້ອງ ຂໍໃຫ້ມາຊ່ວຍແກ້ໄຂບັນຫາດັ່ງກ່າວ ແລະກໍໄດ້ມີການເຮັດບົດບັນທຶກໃຫ້ໂຈະການຜະລິດແລ້ວ ແຕ່ທາງໂຮງງານ ກໍຍັງດໍາເນີນການຜະລິດຢູ່ຄືເກົ່າ ດັ່ງເຈົ້າໜ້າທີ່ຢູ່ບ້ານໂພນສະ ຫວັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:
“ສັກ 4-5 ເດືອນມາແລ້ວເນາະ ທາງເທິງກໍແກ້ແຕ່ວ່າແກ້ລາວກໍບໍ່ຍອມ ລາວກໍຍັງເຮັດຢູ່ຄືເກົ່າ ຂະເຈົ້າກໍລົງຂະເຈົ້າລົງມາຊ່ວຍເຫລືອ ມາແກ້ໄຂເຮັດບົດບັນທຶກຫລາຍຄັ້ງຫລາຍຄາວຢູ່ ແບບວ່າໃຫ້ສັ່ງຢຸດ ສັ່ງໂຈະກ່ອນຫັ້ນແຫລະ ແຕ່ວ່າຜູ້ກ່ຽວຫັ້ນຍັງປະຕິບັດຢູ່ຄືເກົ່າ.”
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ຜະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດ ລ້ອມ ຢູ່ນະຄອນຫຼວງວຽງຈັນທ່ານນຶ່ງ ເວົ້າວ່າ ທາງອໍານາດການປົກຄອງເມືອງ ໄດ້ສັ່ງໃຫ້ໂຮງງານ ໂຈະການຜະລິດໄປແລ້ວ ແຕ່ກໍຍັງບໍ່ແນ່ໃຈວ່າ ທາງໂຮງ ງານ ຍັງດໍາເນີນການຜະລິດຢູ່ ຫລືແນວໃດ. ແລະວ່າ ຕອນນີ້ ທາງພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ຜະແນກອຸດສາຫະກໍາ ແລະການຄ້າ, ຜະແນກຊັບພະຍາ ກອນທໍາມະຊາດ ແລະສິ່ງແວດລ້ອມ, ເຈົ້າຂອງໂຮງງານ ຈະມາປະຊຸມກັນອີກເທື່ອນຶ່ງໃນມໍ່ໆນີ້ ເພື່ອຫາທາງແກ້ໄຂບັນຫາດັ່ງກ່າວ.
“ເລື້ອງຕົວ ນີ້ຫັ້ນແມ່ນເມືອງເພິ່ນ ໃຫ້ສັ່ງໂຈະແລ້ວ ແຕ່ບໍ່ແນ່ໃຈວ່າທາງບໍລິສັດຫັ້ນ ໄດ້ໂຈະແລ້ວບໍ່ຫລືບໍ່ທັນໄດ້ໂຈະ ແມ່ນໆ ຕ້ອງໄດ້ລົງໄປກວດອີກເທື່ອນຶ່ງ ເພາະວ່າທາງຫົວໜ້າຜະແນກຫລືຮອງຫົວໜ້າຜະແນກ ເພິ່ນສິເຂົ້າຮ່ວມນໍາຊຸດນີ້ ຄວາມໝາຍນີ້ແມ່ນເຮົາກໍາລັງອອກບັດເຊີນ ເຊີນພາກສ່ວນທີ່ກ່ຽວຂ້ອງປະມານ 10 ປາຍຂະແໜງການທີ່ຈະເຂົ້າຮ່ວມນີ້ແຫລະ.”
ເມື່ອກ່ອນໜ້ານີ້ ຄືໃນອເດືອນ ພຶດສະພາ ທີ່ຜ່ານມາ ໂຮງງານຜະລິດແປ້ງມັນ ຕົ້ນ ຂອງບໍລິສັດ ກ້າວໜ້າລາວ ຈໍາກັດ ຂອງນັກລົງທຶນຈີນ ໄດ້ສົ່ງກິ່ນເໝັນ ໃສ່ຊາວບ້ານ ບ້ານນາຊໍ່າ ແລະບ້ານຜາຊ້າງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ເຮັດໃຫ້ການດໍາລົງຊີວິດ ຂອງປະຊາຊົນ ບໍ່ເປັນປົກກະຕິ ຍ້ອນມີກິ່ນເໝັນໜັກໜ່ວງ ຕລອດມື້ ທັງໃນລະດູແລ້ງ ແລະລະດູຝົນ.