ນາຍບ້ານ ຢູ່ເມືອງຊະນະຄາມ ຜູ້ໜຶ່ງ ຖືກຍິງເສຍຊີວິດ

ຈຳປາທອງ
2024.07.30
ນາຍບ້ານ ຢູ່ເມືອງຊະນະຄາມ ຜູ້ໜຶ່ງ ຖືກຍິງເສຍຊີວິດ ເຫດການ ນາຍບ້ານ ບ້ານປາກພາງ ເມືອງຊະນະຄາມ ແຂວງວຽງຈັນ ຖືກຍິງ. ວັນທີ 29 ກໍລະກົດ 2024.
ຮູບພາບຈາກພົນລະເມືອງ ໂດຍເພຈເຟສບຸກ ຂອງ Joseph Akaravong

ທ່ານ ວັນສີ ພັນທະຈັກ ອາຍຸ 59 ປີ, ນາຍບ້ານບ້ານປາກພາງ ເມືອງຊະນະຄາມ ແຂວງວຽງຈັນ ໄດ້ຖືກຄົນຮ້າຍໃຊ້ປືນຍິງ 4 ນັດ, ເສຍຊີວິດຄາທີ່ ຢູ່ໜ້າຫ້ອງການບ້ານປາກພາງ ໃນມື້ວັນທີ 29 ກໍລະກົດນີ້ ໃນຕອນເຊົ້າ 9 ໂມງເຄິ່ງ ແລ້ວພວກເຂົາກໍຂີ່ລົດກະບະໜີໄປ. ມາເຖິງປັດຈຸບັນ ເຈົ້າໜ້າທີ່ກໍຍັງບໍ່ສາ ມາດ ຈັບຕົວຄົນຮ້າຍນັ້ນໄດ້, ອີງຕາມລາຍງານ ຜ່ານສື່ສັງຄົມອອນລາຍໃນລາວ.

ກ່ຽວກັບເລື່ອງທີ່ວ່ານີ້ ທ່ານ ໂຈເຊບ ອັກຄະລະວົງ ໄດ້ເປີດເຜີຍທາງເຟສບຸກ ວ່າ ກ່ອນທີ່ທ່ານ ວັນສີ ຈະຖືກຍິງເສຍຊີວິດ ເມື່ອອາທິດກ່ອນນັ້ນ ທ່ານໄດ້ນໍາຊາວບ້ານຈໍານວນໜຶ່ງ ໄປໄລ່ກຸ່ມຄົນ ທີ່ມາລັກຂຸດຄໍາ ຢູ່ເຂດບ້ານປາກພາງ ເພື່ອປົກປັກຮັກສາຊັບພະຍາກອນທໍາມະຊາດ. ດັ່ງນັ້ນຈຶ່ງຄາດວ່າ ອາດຈະແມ່ນ ກຸ່ມຄົນ ທີ່ເສຍຜົນປະໂຍດນັ້ນ ບໍ່ພໍໃຈ ຈຶ່ງມາລອບຍິງທ່ານ ເພື່ອລະບາຍຄວາມແຄ້ນ.

ເພື່ອຂໍຮູ້ລາຍລະອຽດກ່ຽວກັບເລື່ອງທີ່ວ່ານີ້ຕື່ມ ວິທະຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາຫ້ອງການ ປກສ ເມືອງຊະນະຄາມ ແລະກອງບັນຊາການ ປກສ ແຂວງວຽງຈັນ, ແຕ່ເຈົ້າໜ້າທີ່ທີ່ຮັບຜິດຊອບເລື່ອງນີ້ ຍັງບໍ່ສາມາດເປີດ ເຜີຍຂໍ້ມູນ ໃຫ້ຮູ້ໄດ້ເທື່ອ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຕໍາຣວດ ຢູ່ກະຊວງປ້ອງກັນຄວາມສະຫງົບ ທ່ານໜຶ່ງ ທີ່ຕິດຕາມຂ່າວດັ່ງຂ່າວ ເວົ້າວ່າ ມາຮອດປັດຈຸບັນ ຍັງບໍ່ທັນຈັບຕົວຄົນຮ້າຍໄດ້ເທື່ອ, ມີແຕ່ຊາວບ້ານ ທີ່ເຫັນເຫດການໃຫ້ຂໍ້ມູນວ່າ ຄົນຮ້າຍ ຂີ່ລົດກະບະ ຍີ່ຫໍ້ໂຕໂຢຕາ ລຸ້ນຣີໂວ້ ຫຼົບໜີໄປ, ສ່ວນສາເຫດການລອບສັງຫານນັ້ນ ຍັງຢູ່ໃນລະຫວ່າງການສືບສວນ ສອບສວນ ດັ່ງທີ່ທ່ານກ່າວຕໍ່ວິທະຍຸເອເຊັຽເສຣີ ໃນມື້ວັນທີ 30 ກໍລະກົດນີ້ວ່າ:

ຍັງເທື່ອ ເພາະວ່າມື້ວານນີ້ ເພິ່ນຫາກໍ່ໄດ້ເບາະແສຈາກປະຊາຊົນວ່າ ເຫັນລົດໂວນໂວ້ ຈື່ແຕ່ປ້າຍທະບຽນແຕ່ບໍ່ຈື່ຕົວອັກສອນ ໂຕນີ້ກະບໍ່ແນ່ໃຈຄືກັນ ເພາະວ່າປັດຈຸບັນນີ້ ກະມີທາງພວກຂຸດຄົ້ນບໍ່ຄໍາ ຢູ່ທາງເມືອງຫັ້ນພໍດີເລີຍນ່າ.

ແລະເຈົ້າໜ້າທີ່ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ແຂວງວຽງຈັນທ່ານໜຶ່ງກໍເວົ້າວ່າ ເຫດການທີ່ເກີດຂຶ້ນນັ້ນ ທາງເຈົ້າໜ້າທີ່ຕໍາຫຼວດທີ່ກ່ຽວຂ້ອງ ຍັງບໍ່ທັນສົ່ງຂໍ້ມູນ ກ່ຽວກັບຄວາມຄືບໜ້າ ມາໃຫ້ຮູ້ເທື່ອ ແລະວ່າ ເມື່ອຈັບຄົນຮ້າຍໄດ້ແລ້ວ ຄາດວ່າ ຈະມີການຖະແຫຼງຂ່າວຕາມພາຍຫຼັງ ຍ້ອນເປັນຄະດີ ທີ່ສ້າງຄວາມຢ້ານກົວໃຫ້ສັງຄົມ ດັ່ງທີ່ທ່ານກ່າວວ່າ:

ລາຍລະອຽດເຂົາເຈົ້າສົ່ງມາ ຍັງບໍ່ແຈ້ງເທື່ອເດ້ ຍັງບໍ່ຮູ້ສາເຫດເທື່ອ ໃຫ້ມາແຕ່ສໍ່ານັ້ນເດ້ ຍັງນໍາດໍາເນີນຄະດີຢູ່ ກະຄິດວ່າຖ້າຈັບໄດ້ ເພິ່ນຈະມາຖະແຫລງຂ່າວ ຮ້າຍແຮງຫລາຍ."

ສ່ວນຊາວບ້ານ ຢູ່ບ້ານປາກພາງ ນາງໜຶ່ງເວົ້າວ່າ ພາຍຫຼັງເກີດເຫດນັ້ນແລ້ວ ຊາວບ້ານກໍພາກັນເສົ້າສະຫຼົດໃຈ ທີ່ເສຍນາຍບ້ານໄປ ແລະສາເຫດການລອບສັງຫານນັ້ນ ຍັງບໍ່ຮູ້ຄັກແນ່ເທື່ອ, ມີແຕ່ພາກັນຄາດວ່າ ອາດຈະແມ່ນສີມື ຂອງຄົນກຸ່ມໜຶ່ງ ທີ່ເສຍຜົນປະໂຫຍດ ຈາກການປະຕິບັດໜ້າທີ່ຂອງນາຍບ້ານນັ້ນ.

ບໍ່ໄກປາໃດ ຈັບບໍ່ໄດ້ເທື່ອ ແລ້ວກະບໍ່ຮູ້ເບາະແສຫຍັງຢູ່ ບໍ່ຮູ້ແນ່ຊັດເດີ ບໍ່ຮູ້ແນ່ນອນ ຖືວ່າເຂົາກະເດົາໆໄປຫັ້ນລະ ປັດຈຸບັນນີ້ສົບເພິ່ນຢູ່ວັດ ຢູ່ບ່ອນຊິຈູດເພິ່ນຫັ້ນລະ.

ແລະຊາວບ້ານນີ້ອີກນາງໜຶ່ງ ທີ່ຢູ່ບໍ່ໄກຈາກບ່ອນເກີດເຫດ ເວົ້າວ່າ ນາງໄດ້ຍິນສຽງປືນ ແຕ່ບໍ່ໄດ້ສົນໃຈຫຍັງ, ຈົນມາຮູ້ຂ່າວພາຍຫຼັງວ່າ ມີຄົນຮ້າຍລອບຍິງນາຍບ້ານ. ສ່ວນສາເຫດ ຍັງບໍ່ຮູ້ ແລະບໍ່ສາມາດຄາດຄະເນໄດ້.

ໄດ້ຍິນຂ່າວຢູ່ ແຕ່ບໍ່ຮູ້ສາເຫດວ່າເປັນຫຍັງ ບໍ່ຮູ້ສາເຫດວ່າແມ່ນໂຕນີ້ບໍ່ ຫລືວ່າໂຕໃດອິຫຍັງບໍ່ທັນໄດ້ເທື່ອ.

ກ່ຽວກັບເລື່ອງນີ້ ຊາວບ້ານອີກຜູ້ໜຶ່ງ ກໍເວົ້າວ່າ ມາຮອດວັນທີ 30 ກໍລະກົດນີ້ ກໍຍັງເຫັນເຈົ້າໜ້າທີ່ຕໍາຫຼວດ ກວດກາຢູ່ສະຖານທີ່ເກີດເຫດ ເພື່ອເກັບກໍາຂໍ້ມູນ ຫຼັກຖານ ຂອງຄົນຮ້າຍຢູ່ ໃນຂະນະທີ່ຊາວບ້ານຫຼາຍຄົນ ໄປຮ່ວມງານສົບຂອງນາຍບ້ານ ເພື່ອໄວ້ອາໄລນໍາທ່ານ ທີ່ໄດ້ຈາກໄປ.

ເຫັນແຕ່ຕໍາຫລວດມາກວດຊື່ໆ ບໍ່ໄດ້ຮູ້ຫຍັງບໍ່ໄດ້ຢູ່ບ້ານເນາະ ໄປລ້ຽງງົວບໍ່ໄດ້ຮູ້ຫຍັງ ໄດ້ຍິນແຕ່ເຂາເວົ້າກັນຊື່ໆ ຍໍ່ໄດ້ຮູ້ຫຍັງແລ້ວ ເປັນປະຊາຊົນຊິໄປຮູ້ຫຍັງ.

ກ່ຽວກັບເລື່ອງການຄາດຕະກໍານີ້ ເມື່ອອາທິດທີ່ຜ່ານມາ ກໍເກີດເຫດຄົນຮ້າຍ 2 ຄົນ ຢ່າງເຂົ້າໄປເຮືອນ ແລ້ວຍິງອາຈານ ທອງຄໍາ ພິລາວັນ ຄູສອນສາດສະໜາຄຣິສຕຽນ ຢູ່ບ້ານແຈງ ເມືອງໄຊ ແຂວງອຸດົມໄຊ ໃນມື້ວັນທີ 23 ກໍລະກົດ 2024 ເວລາ 20 ໂມງ 15 ນາທີ ແລ້ວຫຼົບໜີໄປ ເຮັດໃຫ້ອາຈານບາດເຈັບສາຫັດ ແລະໄດ້ເສຍຊີວິດຢູ່ໂຮງໝໍແຂວງອຸດົມໄຊ ໃນເວລາຕໍ່ມາ. ທາງຄອບຄົວ ຂອງອາຈານເຊື່ອວ່າ ໜ້າຈະເກີດຍ້ອນສີມື ຂອງຜູ້ບໍ່ພໍໃຈ ໃນການເຄື່ອນໄຫວ ທາງສາດສະໜາຄຣິສຕຽນຂອງເພິ່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.