ນະຄອນຫຼວງວຽງຈັນ ສັ່ງໃຫ້ເຝົ້າລະວັງ ການລະບາດ ຂອງພະຍາດທາງລະບົບຫາຍໃຈ

ຈຳປາທອງ/ເພັດສະຫຍາມ
2025.02.05
ນະຄອນຫຼວງວຽງຈັນ ສັ່ງໃຫ້ເຝົ້າລະວັງ ການລະບາດ ຂອງພະຍາດທາງລະບົບຫາຍໃຈ ຮູບພາບປະກອບ: ຮູບພາບຜະລິດ ໂດຍທີມງານພະແນກພາສາລາວ. ເດືອນກຸມພາ ປີ 2025.
RFA

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ສັ່ງໃຫ້ນະຄອນຫຼວງວຽງຈັນ ເຝົ້າລະວັງການລະບາດ ຂອງພະຍາດທາງລະບົບຫາຍໃຈ ຊະນິດ ໄຂ້ຫວັດໃຫຍ່ຕາມລະດູການ, ອັກເສບປອດຈາກເຊື້ອພະຍາດ ແລະ ອະທິວາ ຫຼື ໂຣກາຮ່າ ທີ່ມີການລະບາດ ຢູ່ປະເທດອ້ອມຂ້າງ ເຊັ່ນ ປະເທດໄທ ແລະ ຈີນ.

ເພື່ອຕິດຕາມເຝົ້າລະວັງ ບໍ່ໃຫ້ພະຍາດເກີດລະບາດ ໃນນະຄອນຫຼວງວຽງຈັນ ໂດຍສະເພາະເມືອງທີ່ມີດ່ານສາກົນ ແລະ ດ່ານຊາຍແດນຕິດກັບປະເທດໄທ ກໍໄດ້ມີການເພີ່ມທະວີຄວາມເອົາໃຈໃສ່, ຕິດຕາມ, ເຝົ້າລະວັງ ແລະ ກະກຽມການໂຕ້ຕອບຕໍ່ການລະບາດຂອງພະຍາດດັ່ງກ່າວ ຈົນກວ່າຈະມີການປະກາດຍົກເລີກການເຝົ້າລະວັງ, ດັ່ງ ເຈົ້າໜ້າທີ່ກະຊວງສາທາລະນະສຸກ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ກຸມພາ ນີ້ວ່າ:

“ເຂົ້າ-ອອກໄດ້ປົກກະຕິ ແຕ່ວ່າ ພວກເຮົາໄດ້ເຝົ້າລະວັງ ອັນສາທາເມືອງຫັ້ນນ່າ ຕື່ນຕົວຊື່ໆ ເພາະວ່າ ມັນກຽມຮັບມືພະຍາດຕົວນີ້ ພະຍາດຕົວນີ້ ມັນລະບາດແຮງຫັ້ນນ່າ, ພວກເຮົາກະຄັດກອງປົກກະຕິ ສາມາດເຂົ້າ-ອອກໄດ້ ກະຄ້າຍໆ ຄືອັນໂຄວິດຫັ້ນແຫຼະເຈົ້າ ແຕ່ວ່າ ມັນຈະຮຸນແຮງຂຶ້ນມາຕື່ມຫັ້ນນ່າ ໃນລະດັບໜຶ່ງອີກ ຕ້ອງໄດ້ເຝົ້າລະວັງ ທັງນາຍແພດ-ໝໍ ເຮົາກຽມພ້ອມຮັບມື.”

ຢານາງກ່າວອີກວ່າ ໄດ້ມອບໝາຍໃຫ້ຫ້ອງການສາທາລະນະສຸກ ທັງ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ ສັງເກດການ ຫາກພົບເຫັນ ບຸກຄົນໃດ ເກີດອາການຖອກທ້ອງເປັນນ້ຳກະທັນຫັນ ແບບຜິດປົກກະຕິ ກໍໃຫ້ລາຍງານຫາທີມງານລະບາດເມືອງ ແລະເກັບຕົວຢ່າງ ເພື່ອສົ່ງກວດຫາເຊື້ອສາເຫດ, ຮັບປະກັນ ແລະ ຄວບຄຸມການລະບາດຂອງພະຍາດດັ່ງກ່າວ ບໍ່ໃຫ້ແຜ່ລາມ ອອກເປັນວົງກວ້າງ.

ນອກຈາກນີ້ ກະຊວງສາທາລະນະສຸກ ຍັງສະເໜີໃຫ້ຫົວໜ້າໂຮງໝໍເມືອງຕ່າງໆ ໃນນະຄອນຫຼວງວຽງຈັນ ກະກຽມຢາ, ອຸປະກອນການປິ່ນປົວ ແລະ ສະຖານທີ່ປິ່ນປົວ ໃຫ້ພຽງພໍ ເພື່ອຮອງຮັບຄົນເຈັບຕິດເຊື້ອພະຍາດທາງລະບົບຫາຍໃຈ ແລະ ຖອກທ້ອງເປັນນໍ້າກະທັນຫັນ ທີ່ຈະມາໃຊ້ບໍລິການ ໃຫ້ໄດ້ທັນເວລາ.

ຂະນະທີ່ປະຊາຊົນລາວທ່ານໜຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ພາຍຫຼັງທີ່ເຫັນແຈ້ງການອອກມາແລ້ວ ກໍຮູ້ສຶກເປັນກັງວົນຄືກັນ ຢ້ານພະຍາດເຫຼົ່ານັ້ນ ເກີດການລະບາດ ຄ້າຍກັບການລະບາດຂອງໂຄວິດ-19 ແລ້ວສົ່ງຜົນກະທົບຕໍ່ການທຳມາຫາກິນ ແຕ່ບໍ່ເຫັນທາງການລາວ ບອກວິທີການປ້ອງກັນເທື່ອ, ດັ່ງ ຊາວລາວທ່ານນີ້ ກ່າວວ່າ:

“ໂອ້ ກະກັງວົນໝົດຫັ້ນແຫຼະ ຍັງວ່າແຫຼະ ຜ້າປິດປາກຍັງບໍ່ໄດ້ໃສ່ເທື່ອເດ້ ຢ້ານເພິ່ນປິດຢູ່ ແລ່ນຕຸ໊ກຕຸ໊ກ ຈັມໂບ້ນີ້ແລ່ນ ມັນກະຈັ່ງວ່າແຫຼະ ຖ່າເບິ່ງເພິ່ນຖະແລງການພຸ້ນແຫຼະ ຄັນຄຸມບໍ່ໄດ້ແລ້ວກະສ່ຽງຢ່າງດຽວຫັ້ນແຫຼະ.”

ສ່ວນແຂວງອື່ນໆ ທີ່ມີການຕິດຈອດກັບປະເທດເພື່ອນບ້ານ ເຊັ່ນ ແຂວງບໍ່ແກ້ວ ທີ່ມີທັງ ຄົນລາວ ແລະ ຄົນຕ່າງປະເທດ ເດີນທາງເຂົ້າ-ອອກ ຜ່ານດ່ານສາກົນ ແລະ ທ່າເຮືອ ເປັນຈຳນວນຫຼາຍໃນແຕ່ລະມື້ ກໍບໍ່ໄດ້ມີການເຂັ້ມງວດ ແລະຄັດກອງພະຍາດດັ່ງກ່າວ ແຕ່ທາງການແຂວງ ກໍໄດ້ແຈ້ງໃຫ້ປະຊາຊົນລາວ ບັນດາເຜົ່າ ປ້ອງກັນຕົວເອງຊື່ໆ, ດັ່ງ ເຈົ້າໜ້າທີ່ພະແນກສາທາລະນະສຸກ ແຂວງບໍ່ແກ້ວ ນາງໜຶ່ງ ກ່າວວ່າ:

“ບໍ່ໆ ບໍ່ເຫັນເທື່ອ (ກວດກາ-ເຝົ້າລະວັງ) ບໍ່ໄດ້ເຂັ້ມງວດ ມີແຕ່ເພິ່ນແຈ້ງມາອັນວ່າໄຂ້ ໂຣກຫຍັງລະບາດຢູ່ໄທນ່າ ແຈ້ງລົງເມືອງທຳມະດາຊື່ໆ ເພິ່ນໃຫ້ປ້ອງກັນແມ່ນຫຍັງໄປຊື່ໆ ນ່າ.”

ເຈົ້າໜ້າທີ່ພະແນກສາທາລະນະສຸກ ແຂວງຫຼວງນ້ຳທາ ກ່າວວ່າ ສຳລັບດ່ານສາກົນບໍ່ເຕັນ ກໍບໍ່ໄດ້ມີການເຝົ້າລະວັງພະຍາດແຕ່ຢ່າງໃດ ເຖິງວ່າ ຈະມີການລະບາດຂອງເຊື້ອພະຍາດ HMPV ຢູ່ປະເທດຈີນເປັນຈຳນວນຫຼາຍ, ດັ່ງ ຢານາງກ່າວວ່າ:

“ກະຍັງເຂົ້າ-ອອກປົກກະຕິຢູ່ໄດ໋ອ້າຍ (ມາດຕະການ) ເຂົາຈະແຈ້ງການມານ່າ ໃຫ້ເຝົ້າລະວັງ ແຕ່ດຽວນີ້ ບໍ່ເຫັນແຈ້ງການໄດ໋.”

ໃນໄລຍະຜ່ານມາ ທາງການລາວ ໄດ້ມີການຕິດຕາມ ເຝົ້າລະວັງໝວດອາການ ພະຍາດທາງລະບົບຫາຍໃຈ ຕາມລະບົບເຝົ້າລະວັງແຫ່ງຊາດ ແລະ ການເຝົ້າລະວັງພະຍາດທາງລະບົບຫາຍໃຈ ສະເພາະໃນແຂວງທີ່ມີຄວາມສ່ຽງ ແຕ່ຍັງບໍ່ທັນມີການລາຍງານຄົນຕິດເຊື້ອພະຍາດເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.