ເຣີ່ມມີຜູ້ຕິດເຊື້ອ ໂຄວິດ-19 ເພີ່ມສູງຂຶ້ນອີກ

ໄຊຍາ
2022.08.03
ເຣີ່ມມີຜູ້ຕິດເຊື້ອ ໂຄວິດ-19 ເພີ່ມສູງຂຶ້ນອີກ ໂຮງໝໍ ມິຕພາບ, ນະຄອນຫຼວງວຽງຈັນ.
ນັກຂ່າວ ພົລເມືອງ

ໃນວັນທີ 02 ສິງຫາ 2022 ຜ່ານມາ ມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 104 ຄົນເພີ່ມຂຶ້ນມາຮອດຫຼັກຮ້ອຍ ຈາກທີ່ບໍ່ເພີ່ມມາດົນ. ສ່ວນໃຫຍ່ປະຊາຊົນ ໃນນະຄອນຫຼວງວຽງຈັນ ຈະຕິດເຊື້ອໂຄວິດ-19 ກັນຫຼາຍ ຮອງລົງມາແມ່ນ ແຂວງສວັນເຂດ ແລະ ແຂວງບໍຣິຄຳໄຊ. ເຈົ້າໜ້າທີ່ສັນນິຖານວ່າ ສ່ວນໃຫຍ່ຕິດຈາກສາຍພັນໂອມິຄຣອນ ສາຍພັນໃໝ່ ຊຶ່ງຜູ້ທີ່ມີຄວາມສ່ຽງແລ້ວ ຕ້ອງການຄວາມໝັ້ນໃຈວ່າ ຕິດເຊື້ອຫຼືບໍ່ສາມາດໄປກວດ ຫາເຊື້ອໄດ້ທີ່ໂຮງໝໍເມືອງ ແລະ ໂຮງໝໍແຂວງໄດ້ ເພາະທາງການບໍ່ໄດ້ຕັ້ງຈຸດ ບໍຣິການກວດໃຫ້ຟຣີ ຄືແຕ່ກອ່ນ.

ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸກ ໃນນະຄອນຫຼວງວຽງຈັນ ທີ່ຂໍສງວນຊື່ ແລະຕຳແໜ່ງ ກ່າວໃນວັນທີ 03 ສິງຫາ ນີ້ວ່າ:

ເຮົາບໍ່ໄດ້ຕັ້ງເປັນຕ່າງຫາກນ່າ ຕາມໂຮງໝໍເມືອງ, ໂຮງໝໍໃຫຍ່ ເຂົາກາຍັງກວດຢູ່ ແຕ່ວ່າກວດໃນຫ້ອງວິເຄາະເລີຍ ກາມີແຕ່ໄປກັກໂຕຢູ່ເຮືອນນ່າ ວ່າຈະເປັນສາຍພັນໃໝ່ນ່າ ກາຢາກຄືຄ້າຍກັນນັ້ນແຫຼະ ເຈັບຄໍຂີ້ມູນໄຫຼບໍ່ມີກິ່ນ ມີຫຍັງຫັ້ນແຫຼະ.

ອີງຕາມການຣາຍງານ ຂອງອົງການອານາມັຍໂລກ ຫຼື WHO ໄດ້ປະກາດໃຫ້ສາຍພັນ ໂອມິຄຣອນ BA.4/BA.5 ເປັນສາຍພັນຍ່ອຍ ທີ່ຕ້ອງເຝົ້າລະວັງ ຄາດວ່າຈະກາຍ ເປັນສາຍພັນຫຼັກ ຂອງການແຜ່ຣະບາດ ທົ່ວໂລກ. ໃນສ່ວນຂອງຄວາມຮຸນແຮງ ຍັງບໍ່ສາມາດສຣຸບໄດ້ວ່າ ຮຸນແຮງຂນາດໃດ ແຕ່ມີຄຸນນະສົມບັດ ໃນການແຜ່ຣະບາດຢ່າງວ່ອງໄວ.

ນອກຈາກນີ້ ຍັງມີຄວາມສາມາດລົບຫຼີກ ພູມຄຸ້ມກັນ ເຖິງວ່າຜູ້ທີ່ເຄີຍຕິດເຊື້ອໂຄວິດ-19 ມາແລ້ວກໍສາມາດຕິດເຊື້ອຊໍ້າໄດ້ ອີກຫຼືຜູ້ໄດ້ຮັບການສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ກໍສາມາດຕິດໄດ້ເຊັ່ນກັນ.

ສຳລັບອາການ ຈະມີຄວາມອ່ອນເພັຽ, ເມື່ອຍລ້າ, ໄອ ແລະ ມີໄຂ້ ຮອງລົງມາຄືອາການເຈັບຄໍ ມີນໍ້າມູກ ເຈັບຫົວ, ປວດເມື່ອຍຕາມຕົນໂຕ, ສູນເສັຽການຮັບຣົສຊາດ ອາຫານ ຫຼືກິ່ນໄດ້ ແລະລະບົບທາງເດີນອາຫານ ຜິດປົກກະຕິ ທັງລະບົບທາງເດີນຫາຍໃຈລຳບາກ ແລະມີແນວໂນ້ມ ຂອງຜູ້ຕິດເຊື້ອສາຍພັນຍ່ອຍ BA.4/BA.5 ທົ່ວໂລກ ຍັງຄົງມີເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ຂະນະທີ່ ເຈົ້າໜ້າທີ່ສາທາຣະນະສຸຂ ໃນແຂວງສວັນນະເຂດ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງ ກໍໄດ້ກ່່າວວ່າ ປັດຈຸບັນຜູ້ທີ່ຈະເຂົ້າມາ ກວດໃນໂຮງໝໍ ສ່ວນຫຼາຍຈະເດີນທາງ ໄປຕ່າງປະເທດ ເພາະຈະໄດ້ໃບຢັ້ງຢືນ ຖ້າເປັນບຸກຄົນທົ່ວໄປ ຖ້າມີຄວາມສ່ຽງ ຈະຊື້ເຄື່ອງແບບກວດໄວ ຕາມຮ້ານຂາຍຢາ ໄປກວດເອງ ແລະປິ່ນປົວຕາມອາການ ຢູ່ເຮືອນ ຍ້ອນໄປໂຮງໝໍ ຈະມີລາຄາແພງ ຊຶ່ງທາງການກໍບໍ່ໄດ້ ມີການກວດໃຫ້ຟຣີ ຄືໄລຍະ ຣະບາດ (ທຳອິດ).

ເພິ່ນກວດໃຫ້ຢູ່ໂຮງໝໍແຂວງເລີຍ ໂຕນີ້ສະມັກໃຈກວດ ນອກຈາກເດີນທາງ ໄປຕ່າງປະເທດ ເພິ່ນໃຫ້ກວດເພາະວ່າ ຖ້າເຮົາກວດຢູ່ໂຮງໝໍ ເຮົາໄດ້ໃບຢັ້ງຢືນປະມານ 6 ແສນເບາະ. ຖ້າເຮົາຢູ່ທົ່ວໄປ ເຮົາກາບໍ່ກວດກາໄດ້ ເຮົາກວດທັມມະດາກາໄດ້ ຊື້ຕາມຮ້ານຂາຍຢາ ກາໄດ້ມັນຈະຖືກກ່ວາ.

ກ່ຽວກັບເຣື່ອງນີ້ ຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງກໍໄດ້ກ່າວວ່າ ປັດຈຸບັນຫຼາຍຄົນ ກໍບໍ່ໄດ້ຢ້ານເຊື້ອໂຄວິດ-19 ພາກັນໃຊ້ຊີວິຕ ປົກກະຕິ ບາງຄົນກໍບໍ່ໄດ້ໃສ່ຜ້າປິດປາກ-ປິດດັງ ກໍມີໃຊ້ຊີວິຕ ຄືບໍ່ເຄີຍເກີດເຊື້ອໂຄວິດ-19 ຣະບາດ ບາງຮ້ານອາຫານ, ຮ້ານບັນເທີງ ກໍບໍ່ເຫັນມີມາຕການປ້ອງກັນ ເຊື້ອໂຄວິດ-19.

ດຽວນີ້ ໃຊ້ຊີວິຕປົກກະຕິແລ້ວ ໄປຕລາດແຖວຕລາດຫົວຂົວ ກາບໍ່ຄ່ອຍເຫັນຄົນໃສ່ເດ້. ບາງຄົນຮູ້ໃສ່, ບາງຄົນກາບໍ່ໃສ່ ແຕ່ຄົງຈະບໍ່ມີໃຜຢ້ານແລ້ວລະ ຖ້າແມ່ນໄປກິນເຫຼົ້າ ກິນເບັຽບໍ່ມີໃຜໃສ່ເລີຍ.

ດັ່ງຊາວລາວ ໃນແຂວງສວັນນະເຂດ ທ່ານນຶ່ງກໍໄດ້ກ່າວວ່າ ປັດຈຸບັນນີ້ກໍບໍ່ໄດ້ມີຄວາມກັງວົນໃຈ ເຣື່ອງໂຄວິດ-19 ຫຼາຍ ຄົນໄປມາຫາສູ່ກັນປົກກະຕິ ແລະຮ້ານອາຫານຕ່າງໆ ບໍ່ມີມາຕການປ້ອງກັນແລ້ວ.

ບາງຮ້ານເວົ້າວ່າ ສ່ວນໜ້ອຍຍັງປ້ອງກັນຢູ່ ກາບໍ່ຄ່ອຍກັງວົນ ຕ້ອງແບບຢ້ານ ແບບໜັກ ແບບໜ່ວງອີ່ຫຼີບໍ່ມີແລ້ວດຽວນີ້ ມັນກໍມີແຕ່ ລະວັງເອົາ ກາສ່ວນຫຼາຍເຂົາກາກິນຢາຕາມອາການ ຫຼືວ່າໃຊ້ຢູ່ເຮືອນແລ້ວກາແລ້ວ.

ຊາວລາວ ໃນແຂວງບໍຣິຄຳໄຊ ກໍໄດ້ກ່າວວ່າປັດຈຸບັນ ຫຼາຍຄົນກໍບໍ່ໄດ້ຢ້ານເຊື້ອ ໂຄວິດ-19 ຄືແຕ່ກ່ອນແລ້ວ ແຕ່ກໍຍັງຮູ້ຈັກປ້ອງກັນຕົນເອງ ແລະໃຊ້ຊີວິຕປົກກະຕິ ສ່ວນຕາມຮ້ານອາຫານຕ່າງໆ ຖ້າເປັນຮ້ານໃຫຍ່ໆ ກໍເຫັນວ່າ ມີອ່າງລ້າງມືມີເຈລ ໃນການປ້ອງກັນເຊື້ອໂຄວິດ-19 ແຕ່ຮ້ານນ້ອຍໆ ບໍ່ມີມາຕການປ້ອງກັນ ເຊື້ອໂຄວິດ-19 ກັນແລ້ວ.

ປົກກະຕິແລ້ວ ບໍ່ໄດ້ກັງວົນອີ່ຫຍັງແລ້ວ ປ້ອງກັນໂຕເອງຄື ກັນຕາມຮ້ານອາຫານ ບາງຮ້ານໃຫຍ່ ກໍຍັງຈະມີເພິ່ນ ຈະຕັ້ງອ່າງລ້າງມື ມັນຈະມີເຈລລ້າງມືຢູ່ຫັ້ນ ແຕ່ວ່າຮ້ານນ້ອຍທົ່ວໄປ ກາບໍ່ຄ່ອຍມີແລ້ວ.

ມາຮອດວັນທີ 3 ສິງຫາ 2022 ອີງຕາມການຣາຍງານ ຂອງສູນກາງ ກະຊວງສາທາຣະນະສຸຂ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ 66 ຄົນ ມີຜູ້ຕິດເຊື້ອສະສົມ 211,411 ຄົນ. ຂະນະທີ່ທາງການ ກໍໄດ້ແຈ້ງເຕືອນໃຫ້ປະຊາຊົນ ເອົາໃຈໃສ່ໃນການປ້ອງກັນ ເຊື້ອໂຄວິດ-19 ຢ່າງເຂັ້ມງວດຄືເກົ່າ ໂດຍໃຫ້ໃສ່ຜ້າປິດປາກ-ປິດດັງ ລ້າງມືເຣື້ອຍໆ ຮັກສາໄລຍະຫ່າງທາງສັງຄົມ ແລະ ໄປຮັບການສັກວັກຊິນ ປ້ອງກັນເຊື້ອໂຄວິດ-19.

ປັດຈຸບັນອາຈມີຜູ້ຕິດເຊື້ອໂຄວິດ-19 ຫຼາຍກ່ວາໂຕເລຂ ທີ່ທາງສູນກາງຣາຍງານ ຍ້ອນຫຼາຍຄົນເມື່ອມີຄວາມສ່ຽງ ບໍ່ໄດ້ໄປກວດຫາເຊື້ອໂຄວິດ-19 ຕາມໂຮງໝໍ ຈະມັກກວດເອງຢູ່ເຮືອນ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ ເກັບໂຕເລຂຜູ້ຕິດເຊື້ອໂຄວິດ-19 ຍາກຂຶ້ນ. ທາງການຈຶ່ງມີແຜນ ໄດ້ແຈ້ງເຕືອນຜ່ານເພຈ ສູນຂ່າວສານການແພດ ສຸຂສຶກສາວ່າ ໄດ້ເປີດໃຫ້ຜູ້ຕິດເຊື້ອໂຄວິດ-19 ທີ່ກວດຫາເຊື້ອດ້ວຍຕົນເອງ ສາມາດລົງທະບຽນ ທາງອ໋ອນລາຍນ໌ໄດ້ ເພືື່ອຈະໄດ້ມີເຈົ້າໜ້າທີ່ ໂທໄປໃຫ້ຄຳປຶກສາ ແລະຕິດຕາມອາການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.