ຄົນລາວເສັຍຊີວິດ 6,700 ຄົນ ຍ້ອນຢາສູບ ໃນປີ 2023

ອຸ່ນແກ້ວ
2024.05.21
ຄົນລາວເສັຍຊີວິດ 6,700 ຄົນ ຍ້ອນຢາສູບ ໃນປີ 2023 ຄົນເຈັບນອນໂຮງໝໍແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ ເດືອນທັນວາ 2023.
ນັກຂ່າວພົນລະເມືອງ

ຄົນລາວເສັຍຊີວິດຍ້ອນຢາສູບ ເຖິງ 6,700 ຄົນ ໃນປີ 2023 ທີ່ຜ່ານມາ ໂດຍສະເລັ່ຍແລ້ວ ມີ 18 ຄົນ ເສັຍຊີວິດຕໍ່ມື້ ສະເພາະຍ້ອນການສູບຢາ.

ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານຂໍ້ມູນດັ່ງກ່າວ ໃນກາງເດືອນພຶດສະພາ 2024, ແລະ ຍັງມີການລາຍງານອີກວ່າ ຈໍານວນຜູ້ເສັຍຊີວິດຈາກການສູບຢາ ກວມເອົາ 15 ເປີເຊັນ ຂອງການເສັຍຊີວິດທັງໝົດໃນປະເທດລາວ.

ເຈົ້າໜ້າທີ່ສາທາລະນະສຸກ ຍັງເຫັນວ່າ ໂຕເລກເສັຍຊີວິດຈາກການສູບຢາສູງພໍສົມຄວນ. ຜູ້ເສັຍຊີວິດວສ່ວນຫຼາຍຈະເປັນຜູ້ເຖົ້າ ແລະ ໄວໜຸ່ມຂຶ້ນໄປ ຊຶ່ງສ່ວນຫຼາຍຈະເປັນມະເຮັງປອດ ພະຍາດຊໍາເຮື້ອທາງລະບົບທາງເດີນຫາຍໃຈ ແລະ ພະຍາດອື່ນໆ ເພາະທຸກຄົນທີ່ເສັຍຊີວິດລ້ວນແຕ່ມີປະຫວັດການສູບຢາເປັນເວລາຍາວນານ. 

ເຖິງວ່າ ຈະມີກົດໝາຍຄຸ້ມຄອງ ຫ້າມເຍົາວະຊົນອາຍຸຕໍ່າກວ່າ 18 ປີ ຊື້ຢາສູບ ແຕ່ ກໍຍັງປະຕິບັດບໍ່ໄດ້ ຍ້ອນວ່າ ພາກລັດ ກໍຍັງບໍ່ທັນມີມາດຕະການຢ່າງຈິງຈັງ ໃນການບັງຄັບໃຊ້ ກັບ ເດັກນ້ອຍອາຍຸຕໍ່າກວ່າ 18 ປີ.

ເຈົ້າໜ້າທີ່ສາທາລະນະສຸກ ນະຄອນຫລວງວຽງຈັນ ທ່ານໜຶ່ງ ໄດ້ກ່າວວ່າ:

ສ່ວນໃຫຍ່ ກໍຈະເປັນຜູ້ສູງອາຍຸ ກໍມີແຕ່ເປັນມະເຮັງປອດ ພວກນີ້ແຫຼະ ສູບແຕ່ໄວລຸ້ນມາແຕເຖົ້າ ຂອດປະຕິບັດຢູ່ລາວ ກໍບໍ່ໄດ້ເຄັ່ງຄັດ ເພາະວ່າ ເປັນຢາເສບຕິດທີ່ຖືກກົດໝາຍເດ້ ຢາກ ມີກົດໝາຍຄຸ້ມຄອງຢູ່ໂຕນີ້ ກໍານົດກະ 18 ປີ ມັນກໍບໍ່ມີເຈົ້າໜ້າທີ່ຈະໄປເຖິງຂັ້ນວ່າ ຈັບກຸມ ເຂົາເຈົ້າຈະບໍ່ໄດ້ຫ້າມສູບ ເຂົາເຈົ້າຈະເວົ້າເຖິງຜົນຮ້າຍຂອງການສູບຢາ.

ເຈົ້າໜ້າທີ່ສາທາລະນະສຸກ ທ່ານນີ້ ຍັງໄດ້ກ່າວຕື່ມອີກວ່າ ນອກຈາກມີກົດໝາຍ ຫ້າມເດັກນ້ອຍຕໍ່າກວ່າ 18 ປີ ຊື້ ແລະ ສູບຢາແລ້ວ ແຕ່ລະປີ ເນື່ອງໃນວັນງົດສູບຢາໂລກ ທີ່ກົງກັບວັນທີ 31 ພຶດສະພາຂອງທຸກໆປີ ພາກສ່ວນກ່ຽວຂ້ອງ ກໍຈະມີການໂຄສະນາເຖິງຜົນຮ້າຍຂອງການສູບຢາເທົ່ານັ້ນ ໂດຍສະເພາະ ໂຄສະນາທາງສື່ອອນລາຍ ກໍຈະຫຼາຍຂຶ້ນ, ແຕ່ຫຼາຍຄົນ ກໍຍັງສູບ ຄືເກົ່າ ຍ້ອນເປັນພຶດຕິດທີ່ເສບຕິດໄປແລ້ວ.

ປັດຈຸບັນ ຍັງພົບວ່າ ເຍົາວະຊົນ ແລະ ໄວລຸ້ນ ມີທ່າອຽງສູບຢາຫຼາຍຂຶ້ນ ໂດຍສະເພາະ ຢາສູບໄຟຟ້າ ຊຶ່ງກາຍເປັນທີ່ນິຍົມກັນໃນລາວ ເຖິງວ່າ ທາງການ ກໍມີກົດໝາຍຄຸ້ມຄອງ ຫ້າມຊື້-ຂາຍ ກໍຕາມ.  

ຢູ່ນະຄອນຫລວງວຽງຈັນ ກໍມີຊາວສວນປູກຢາສູບ ເພື່ອສົ່ງຂາຍເຂົ້າໂຮງງານ.

ປະຊາຊົນ ທ່ານໜຶ່ງ ໄດ້ກ່າວວ່າ:   

ກະຍັງມີຢູ່່ສ່ວນໜຶ່ງ ເພິ່ນກໍບໍ່ໄດ້ວ່າ ຫ້າມ ບໍ່ໃຫ້ປູກເດ້ ສ່ວນໃຫຍ່ປູກປ້ອນໂຮງງານຢາສູບ ສ່ວນໃຫຍ່ກໍຈະແມ່ນຊາວບ້ານຫຼາຍກວ່າ ເພິ່ນຢູ່ນະຄອນຫລວງເຮົາ ກໍມີຄືກັນ ມັນກໍຢູ່ເຂດກະສິກໍາ ກະບໍ່ແມ່ນວ່າສົ່ງເສີມ ຄ້າຍໆວ່າ ຄອບຄົວມີແຕ່ເຂົາເຈົ້າເຄີຍປູກມາ ຄືຈັ່ງປູກຂາຍໄປຈັ່ງຊັ້ນ.

ບັນຫາອີກຢ່າງໜຶ່ງ ກໍຄື ຢູ່ເຂດຊົນນະບົດ ເດັກນ້ອຍອາຍຸ 5-6 ປີ ບາງ ບ້ານກໍມີການສູບຢາກັນແລ້ວ ແລະ ມັນກໍກາຍເປັນພຶດຕິກໍາໄປໃນໂຕ. ນັກວິຊາການທີ່ກ່ຽວຂ້ອງທ່ານໜຶ່ງ ໄດ້ກ່າວວ່າ:

ເວົ້າເລື່ອງຢາສູບແກ້ຍາກທີ່ສຸດ ເພາະວ່າ ມັນເປັນພຶດຕະກໍາ ຄົນຕິດແລ້ວ ມັນອອກຍາກເນາະ ຄັນຊິເວົ້າໄປບໍ່ຫຼຸດນ່າ ຍັງຄືເກົ່ານ່າ ຄື ພວກຊົນເຜົ່າ ບາງເທື່ອ 5-6 ປີ ກໍໃຫ້ກັນສູບ ຜູ້ຍິງກະສູບນ່າ ສູບໜັກແລ້ວ ຢາກກອກ ຢາພັນເພິ່ນແລ້ວ ເຂົາເຈົ້າປູກເອົານ່າ ເຂົາເຈົ້າມາພັນ ພວກຊົນເຜົ່າ ເປັນປະເພນີເລີຍ ພໍ່ແມ່ພັນໃຫ້ກະຍື່ນໃຫ້ ບໍ່ຮູ້ຜົນກະທົບຢາສູບເປັນແນວໃດ ເຂົາເຈົ້າບໍ່ໄດ້ຮຽນ. 

ທີ່ຜ່ານມາການແກ້ໄຂຂອງທາງການ ກໍມີພຽງແຕ່ ລະດົມໂຄສະນາ ເຖິງຜົນຮ້າຍຂອງຢາສູບເທົ່ານັ້ນ ແຕ່ ກໍບໍ່ໄດ້ໂຄສະນາທົ່ວເຖິງເທົ່າທີ່ຄວນ ແລະ ຢູ່ເຂດຊົນນະບົດ ຍິ່ງເປັນການຍາກ.   

ນັກວິຊາການ ທ່ານນີ້ ກ່າວຕື່ມອີກວ່າ:

ເພິ່ນບໍ່ຫ້າມທາງການເພິ່ນຫັ້ນ ແຕ່ເພິ່ນກະໂຄສະນາ ແຕ່ວ່າ ຄົນມັນກະບໍ່ຟັງ ເຂົາເຈົ້າມັກ ເຂົາເຈົ້າຕິດ ແລ້ວອອກຍາກຫັ້ນແຫຼະ ຊວນໝູ່ຄູ່ ເປັນໄວ້ລຸ້ນນີ້ແຫຼະ ພາກັນສູບ ບໍ່ຄືຢາສູບໄຟຟ້າເດ້ຫ້າມ ຢາບ້າ ກັນຊາບໍ່ ໃບກະຖ້ອມເພິ່ນຫ້າມ. 

ສ່ວນໂຕເລກຄົນສູບຢາຢູ່ປະເທດລາວ ຍັງບໍ່ທັນມີບົດລາຍງານອອກມາ, ແຕ່ ຄົນອາຍຸ 35 ປີ ຂຶ້ນໄປ ຈົນຮອດຜູ້ສູງອາຍຸ ຈະມີພະຍາດລະບົບຫາຍໃຈ ແລະ ເຂົ້າມາປິ່ນປົວຢູ່ໂຮງໝໍ.​

ເຈົ້າໜ້າທີ່ໂຮງໝໍມະໂຫສົດ ໄດ້ກ່າວວ່າ:    

ບັນຫານີ້ເຂົາເຈົ້າມາ ຍ້ອນເປັນພະຍາດ ຈັ່ງຄ່ອຍມີປະຫວັດສູບຢາ ແມ່ນຜູ້ອາຍຸສູງແຫຼະ ອາຍຸ 35 ຂຶ້ນໄປນີ້ແຫຼະ ກໍມີຫຼາຍຢູ່ ຄົນເຈັບທີ່ວ່າ ສູບຢາມີຜົນຂ້າງຄຽງ ກໍມີບັນຫາ ມະເຮັງປອດຫຍັງຕ່າງໆ ຍັງມີບັນຫາເລື່ອງຫົວໃຈແດ່ ໄລຍະເຂົາເຈົ້າສູບ ໄລຍະສັ້ນນີ້ ມັນກໍບໍ່ໄດ້ກາຍເປັນພະຍາດ ກໍຕ້ອງຢ່າໜ້ອຍ 5-10-20 ປີ ມັນຈັ່ງຄ່ອຍກາຍເປັນພະຍາດໄດ້.

ບາງກໍລະນີ ພໍ່ ແມ່ ຜູ້ປົກຄອງ ກໍໃຫ້ລູກ ຫຼານຂອງຕົນເອງໄປຊື້ຢາສູບກໍມີ, ບາງກໍລະນີ ເດັກນ້ອຍກໍໄປຊື້ມາສູບເອງກໍມີ. ພໍ່ແມ່ຜູ້ປົກຄອງ ທ່ານໜຶ່ງ ໄດ້ກ່າວວ່າ:  

ມັນມີ ຫຼາຍເດ້ ເດັກນ້ອຍນັກຮຽນນ່າ 11-12 ປີິນີ້ ຮຽບຮ້ອຍໝົດແລ້ວ ຄືວ່າແຫຼະ ມັນກໍຂຶ້ນຢູ່ກັບຜູ້ປົກຄອງແດ່ ສູບຢາສູບທົ່ວໄປຫັ້ນແຫຼະ ພວກຢາສູບເຂົ້າເຈົ້າຂາຍຫັ້ນແຫຼະ ບາງເທື່ອເຂົາກະເຕາະວ່າ ຊື້ໄປໃຫ້ພໍ່ແມ່ ໃຫ້ອ້າຍ ໃຫ້ນ້ອງຈັ່ງຊີ້ ເຂົາກໍຂາຍໝົດແຫຼະເນາະ ແນວຂອງຂາຍເນາະ.     

ຕາມການສັງເກດຂອງປະຊາຊົນກໍເປັນເຫັນວ່າ ຜູ້ສູບຢາມີທ່າອຽງເພີ່ມຂຶ້ນ. ຊາວລາວທ່ານໜຶ່ງ ໄດ້ກ່າວວ່າ:  

ຢາສູບນີ້ນ່າ ກະມີທ່າອຽງເພີ່ມຂຶ້ນອີກເດ້ ສ່ວນຫຼາຍ ຄົນມີຄອບຄົວນີ້ແຫຼະ ໄວລຸ້ນກໍມີຢູ່ ນ້ອຍໆ ກໍສູບ ກໍມີດຽວນີ້ ຜູ້ໃຫຍ່ພາເຮັດ ເຂົາກໍເຮັດເລີຍ ລາວເຮົາມີແຕ່ ວ່າ ນ້ອຍກໍສູບໄດ້ ໃຫຍ່ກໍສູບໄດ້ ເຂົາບໍ່ຈັບ ບໍ່ເຄີຍມີ ບໍ່ເຄີິຍໄດ້ຍິນໃຜວ່າ ເອີຕ້ານເດີຢາສູບ ຫຼຸດຜ່ອນຈັ່ງຊີ້ເປັນມະເຮັງ.  

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ເຈົ້າໜ້າທີ່ສາທາລະນະສຸກ ເພື່ອຖາມກ່ຽວກັບຂໍ້ມູນເລື່ອງຄົນສູບຢາ, ແຕ່ ເຈົ້າໜ້າທີ່ບໍ່ສະດວກໃຫ້ຂໍ້ມູນ.

ຂໍ້ມູນທາງການແພດໄດ້ລະບຸວ່າ ການສູບຢາກໍ່ໃຫ້ເກີດມະເຮັງປອດ ມະເຮັງເສັ້ນເລືອດ ອຸດດັນຫົວໃຈ-ສະໝອງ ພະຍາດນໍາເຮື້ອທາງລະບົບຫາຍໃຈ, ລະບົບລະລາຍ, ລະບົບປະສາດ, ຄວາມດັນສູງ, ການເປັນອໍາມະພຶກ ອໍາມະພາດ ແລະ ພະຍາດອື່ນໆ. ນອກຈາກນີ້ ຄວັນຢາສູບຍັງສົ່ງຜົນຕໍ່ຄົນອ້ອມຂ້າງນໍາອີກດ້ວຍ ເຖິງວ່າ ເຂົາເຈົ້າຈະບໍ່ສູບຢາກໍຕາມ.

ນອກຈາກນີ້ ຍັງມີຢາສູບໄຟຟ້າທີ່ມີການຈໍາໜ່າຍກັນ ຊຶ່ງໃນຢາສູບດັ່ງກ່າວ ຈະມີສານນິໂຄຕີນ ເຮັດໃຫ້ເສບຕິດການສູບ, ສານໄພຼພິລິນໄກລ ສົ່ງຜົນເຮັດໃຫ້ເຄື່ອງຕາ ມີບັນຫາລະບົບທາເດີນຫາຍໃຈ ເຮັດໃຫ້ມີອາການເຈັບຫົວປວດຮາກ, ສິນກິເຊີລີນ ເມື່ອປະສົບກັບສານໂພຼຟິລິນໄກລ ສົ່ງຜົນເຮັດໃຫ້ເກີດອາການໄອ ຫຼອດລົມຕີບ ຫອບຫີດ ແລະ ຍັງມີສານອັນຕະລາຍອື່ນໆອີກ ອີງຕາມຂໍ້ມູນທາງການແພດ.​

ຂໍ້ມູນຈາກ ການສໍາຫລວດ ການສູບຢາໃນໄວໜຸ່ມທົ່ວໂລກ ຫຼື  Global Youth Tobacco Survey  (GYTS)  ປີ 2016 ໄດ້ສະແດງໃຫ້ເຫັນວ່າ ໄວລຸ້ນລາວ ອາຍຸ 13-15 ປີ ຖືວ່າ ສູບຢາໄຟຟ້າເພີ່ມຂຶ້ນ ໂດຍ ຜູ້ຊາຍເພີ່ມຂຶ້ນອັດຕາສ່ວນ 5 ເປີເຊັນ ສ່ວນວ່າຜູ້ຍິງ 3.7 ເປີເຊັນ ແລະ ການສໍາຫຼວດຍັງລະບຸວ່າ ຜູ້ທີ່ສູບຢາໄຟຟ້າ ມີຄວາມສ່ຽງເປັນມະເຮັງ ສູງກວ່າຢາສູບທໍາມະດາປະມານ 2 ເທົ່າ.

ອີງຕາມບົດລາຍງານ ຂອງອົງການສະຫະປະຊາຊາດ ແລະ ອົງການອະນາໄມໂລກ, ປີ 2017 ຢາສູບສ້າງຄວາມເສັຍຫາຍໃຫ້ເສດຖະກິດລາວ ໂດຍ ຄິດເປັນມູນຄ່າ 3,600 ຕື້ກີບ ເທົ່າກັບ 1.3 ເປີເຊັນຂອງ ມູນຄ່າລວມຍອດຜະລິດຕະພັນພາຍໃນ ຫຼື GDP.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.