ສປປ ລາວ ຍັງຂາດເຂີນ ບຸກຄະລາກອນ, ອຸປະກອນການແພດ ຫຼາຍ

ໄຊຍາ
2023.11.17
ສປປ ລາວ ຍັງຂາດເຂີນ ບຸກຄະລາກອນ, ອຸປະກອນການແພດ ຫຼາຍ ອຸປະກອນທາງການແພດ ທີ່ຕຣຽມໃຊ້ກັບຄົນເຈັບ ທີ່ໂຮງໝໍແຫ່ງນຶ່ງ ໃນ ສປປ ລາວ. ວັນທີ 13 ພຶສຈິກາ ປີ 2023.
ນັກຂ່າວ ພົລເມືອງ

ມາຮອດປັດຈຸບັນໂຮງໝໍແຂວງ ແລະ ໂຮງໝໍເມືອງຫຼາຍແຫ່ງ ໃນປະເທດລາວຍັງຂາດເຂີນ ອຸປະກອນທາງການແພດ ຈຳນວນຫຼາຍ ເຮັດໃຫ້ແພດໃນຂແນງການຕ່າງໆ ບົ່ງມະຕິພະຍາດ ໄດ້ແບບບໍ່ເຕັມທີ່ ເຮັດໃຫ້ເກີດຂໍ້ຜິດພາດ ຫຼາຍເທື່ອ ສົ່ງຜົລໃຫ້ຄົນເຈັບມີອາການຮຸນແຮງຂຶ້ນ ແລະ ສ່ຽງເສັຍຊີວິດ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ແຂວງທາງພາກເໜືອ ຂອງລາວ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 17 ພຶສຈິກາ 2023 ນີ້ວ່າ:

“ເຮົາເຈາະເບື້ອງຕົ້ນເຮົາກໍສົ່ງໄປໄທຍ ໄປວຽດຈັ່ງຊິນ່າແລ້ວເຮົາກໍລໍຖ້າ ຜົລເຣື່ອງການບົ່ງມະຕິ ມັນກໍໄດ້ແຕ່ວ່າສ່ວນຫຼາຍ ມັນຈະລ້າຊ້າເພາະວ່າ ເຮົາຕ້ອງໃຊ້ເວລາໃນການອິຫຍັງຕ່າງໆ ແມ່ນມັນກໍມີອັນຖືກອັນຜິດ ໄປເຮົາກໍໄດ້ອັນນີ້ແຕ່ວ່າ ສ່ວນຫຼາຍແລ້ວຫັ້ນນ່າການບົ່ງມະຕິພະຍາດ ມັນກໍຫັ້ນແຫຼະມັນກໍໄດ້ຮັບການປິ່ນປົວເບື້ອງຕົ້ນ ແລ້ວເຮົາກໍທັງບົ່ງມະຕິໄປນໍາປິ່ນປົວໄປນຳ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນປະເທດລາວພະຍາຍາມທີ່ຈະສົ່ງເສີມ ສຸຂພາບຂອງແມ່ຍິງ ແລະ ເດັກນ້ອຍ ແລະ ການຜະດຸງຄັນແຕ່ອຸປະກອນ ທາງການແພດທີ່ໃຊ້ສຳລັບກວດພະຍາດ ໃຫ້ແກ່ແມ່ຍິງທີ່ຢູ່ລະຫວ່າງຖືພາ ຍັງບໍ່ທັນພຽງພໍຈຶ່ງເຮັດໃຫ້ຈຳເປັນຕ້ອງໄດ້ສົ່ງຣາຍລະອຽດ ອາການ ຂອງແມ່ຍິງຖືພາບາງຄົນ ໄປຮັບການບົ່ງມະຕິພະຍາດຕື່ມ ຢູ່ໂຮງໝໍຂະໜາດໃຫຍ່ໃນນະຄອນຫຼວງວຽງຈັນ ຫຼື ສົ່ງຕໍ່ໄປຍັງປະເທດເພື່ອນບ້ານ ເປັນຕົ້ນປະເທດໄທຍ ແລະ ປະເທດວຽດນາມ.

ທ່ານກ່າວອີກວ່າ ໂຮງໝໍແຂວງອີກແຫ່ງນຶ່ງທາງພາກເໜືອ ຂອງປະເທດ ຈໍາເປັນຕ້ອງໄດ້ສົ່ງຄົນເຈັບອາການທາງສະໝອງ ໄປຮັບການຮັກສາ ຕໍ່ຍັງປະເທດໄທຍ ຫຼືປະເທດຈີນ ເນື່ອງຈາກໂຮງໝໍ ບໍ່ມີເຄື່ອງສະແກນສະໝອງ ແລະເຖິງແມ່ນວ່າຈະໄດ້ຮັບຜົລສະແກນ ສະໝອງແລ້ວ ແພດປະຈຳໂຮງໝໍດັ່ງກ່າວ ບໍ່ສາມາດບົ່ງມະຕິພະຍາດໄດ້ ຍ້ອນບໍ່ໄດ້ຮັບການຝຶກອົບຮົມ ຕາມຫຼັກວິຊາການ.

ສ່ວນສາເຫດທີ່ເຮັດໃຫ້ແພດບົ່ງມະຕິພະຍາດ ບໍ່ຖືກຕ້ອງອີກສ່ວນນຶ່ງເປັນຍ້ອນ ການຮຽນການສອນຫຼັກວິຊາການ ທາງການແພດ-ພະຍາບານ ພາຍໃນປະເທດລາວ ຍັງບໍ່ທັນໄດ້ມີມາຕຖານ ພໍເທົ່າໃດເນື່ອງຈາກຍັງມີຜູ້ຊ່ຽວຊານ ບໍ່ຫຼາຍ ແລະບໍ່ມີເຕັກໂນໂລຈີ ປະກອບການຮຽນການສອນ.

ດັ່ງອາຈານ ດ້ານການແພດສາທາຣະນະສຸຂ ຢູ່ແຂວງທາງພາກເໜືອ ຂອງລາວອີກທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ສ່ວນຫຼາຍກໍ່ສົ່ງໄປວຽງຈັນເນາະ ສົ່ງໄປໄທຍສ່ວນຫຼາຍຈະມີ 2 ບ່ອນເນາະ ກັບສົ່ງໄປຈີນຈະໄປໄທຍກັບໄປວຽງຈັນເນາະຫັ້ນນ່າ ສົມມຸດວ່າຖ້າມີບັນຫາເຣື່ອງສະໝອງ ຖອກທ້ອງຫຼາຍ ຂະເຈົ້າບໍ່ຢາກສົ່ງດອກສ່ວນຫຼາຍຂະເຈົ້າກໍປົວຢູ່ລາວນີ້ແຫຼະ ຄືສົ່ງໄປໄທຍ ຄືເຈົ້າເວົ້າຫັ້ນແຫຼະ ພວກ Stroke ພວກຄວາມດັນພວກອິຫຍັງແມ່ນບໍ່.”

ທ່ານກ່າວຕື່ມວ່າ ໃນໄລຍະຫຼາຍປີຜ່ານມາ ນັກຮຽນຊັ້ນ ມ.7 ທີ່ສົນໃຈຮຽນດ້ານການແພດ-ພະຍາບານ ຫຼຸດຈຳນວນລົງ ອີກທັງນັກສຶກສາ ທີ່ຮຽນຈົບດ້ານການແພດ ອີກຈຳນວນນຶ່ງ ຕັດສີນໃຈປະລະວິຊາຊີບພາຍຫຼັງ ປະຕິບັດໜ້າທີ່ ເປັນແພດອາສາ ເປັນໄລຍະເວລາດົນ ແຕ່ບໍ່ໄດ້ຮັບການບັນຈຸ ເຂົ້າເປັນຣັຖກອນເຮັດໃຫ້ຈຳນວນແພດ ປະຈຳໂຮງໝໍແຂວງ ຫຼືໂຮງໝໍເມືອງ ບໍ່ພຽງພໍສຳລັບການດຳເນີນການ ບົ່ງມະຕິພະຍາດ ໃຫ້ແກ່ຄົນເຈັບ ໃນລັກສະນະຕ່າງໆ ໄດ້ຢ່າງທົ່ວເຖິງ.

ເນື່ອງຈາກ ການສາທາຣະນະສຸຂ ໃນປະເທດລາວ ຍັງບໍ່ທັນເຂົ້າເຖິງພໍ່ແມ່ ປະຊາຊົນພໍເທົ່າໃດ ປະກອບກັບຄົນລາວ ຈຳນວນຫຼາຍໂດຍສະເພາະ ຜູ້ທີ່ອາໃສໃນພື້ນທີ່ຫ່າງໄກສອກຫຼີກ ຍັງບໍ່ທັນໄດ້ຮັບຮູ້ ຫຼືມີຄວາມເຂົ້າໃຈ ກ່ຽວກັບການພະຍາບານ ຫຼັກວິຊາການ ຍ້ອນບໍ່ຮູ້ຈັກພາສາລາວແຈ້ງ ຈຶ່ງເຮັດໃຫ້ການປິ່ນປົວສຸຂພາບ ຕາມຄວາມເຊື່ອພື້ນບ້ານ.

ດັ່ງຄຣູອາສາ ໃນເຂດພູດອຍ ຢູ່ແຂວງທາງພາກເໜືອ ຂອງລາວທ່ານນຶ່ງກ່າວວ່າ:

“ເພິ່ນມີອາການເຈັບທ້ອງນ້ອຍເນາະ ມືເລືອດຊືມຫັ້ນນ່າແນະນຳເພິ່ນວ່າ ໂຕນີ້ແມ່ນຕ້ອງໄດ້ບົ່ງມະຕິພະຍາດ ທາງກຸ່ມເລືອດຕື່ມ ຕ້ອງໄປຫາທ່ານໝໍໃຫຍ່ ທາງກະຊວງຕື່ມ ແຕ່ເພິ່ນກໍບໍ່ເຂົ້າໃຈໂຕນີ້. ເຮົາຕ້ອງໄດ້ໃຊ້ເວລາເນາະ ຕ້ອງໄດ້ໃຊ້ເວລາໃນການປິ່ນປົວ ແຕ່ວ່າເພິ່ນກໍບໍ່ເຂົ້າໃຈ ເພິ່ນມາປົວນຳເຮົາອາການ ເພິ່ນກໍບໍ່ດີຫັ້ນນ່າປິ່ນປົວທາງພື້ນເມືອງຫັ້ນເນາະ ປິ່ນປົວຕາມຄວາມເຊື່ອ.”

ນອກຈາກບັນຫາດັ່ງກ່າວແລ້ວ ຍັງມີບັນຈັນຍາບັນທາງການແພດ ແລະທ່ານໝໍ ທີ່ບໍຣິການພໍ່ແມ່ປະຊາຊົນບໍ່ເປັນໄປຕາມຈັນຍາບັນແພດ.

ດັ່ງ ຍານາງຂັນກາບ ໄຊຍະກຸມມານ ສະມາຊິກສະພາແຫ່ງຊາຕ ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນກ່າວ ໃນກອງປະຊຸມສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕຊຸດ ທີ 9 ໃນວັນທີ 10 ພຶສຈິກາ 2023 ນີ້ວ່າ:

“ມາອ່ານແລ້ວຕ້ອງຮູ້ເລີຍວ່າ ໂອ້ແພດໝໍນີ້ຕ້ອງມີຈັນຍາບັນມີຈັນຍາທັມ ຕໍ່ໜ້າທີ່ວຽກງານຂອງຕົວເອງຄືແນວນີ້ເນາະ ວຽກບໍຣິການຍີ້ມແຍ້ມແຈ່ມໃສ ມາກ່ອນ ຄືເຮົາເຫັນນຳກັນນີ້ຄົນເຈັບ ບໍ່ຢາກໄປໂຮງໝໍໃດ ອັນນຶ່ງບໍ່ມີເງິນອັນທີ 2 ມາແພດໝໍບໍ່ເວົ້າບໍ່ມ່ວນນຳອີກທຸກຄົນກໍຖືກຂ້າພະເຈົ້າ ກໍຖືກບໍ່ໝາຍຄວາມວ່າບໍ່ຖືກ.”

ອີງຕາມຄໍາກ່າວຂອງ ດຣ. ຄໍາແສນ ສິລິວົງ ສະມາຊິກສະພາແຫ່ງຊາຕເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ປະກອບຄຳເຫັນໃສ່ກົດໝາຍ ວ່າດ້ວຍການປິ່ນປົວສະບັບປັບປຸງ ທີ່ກອງປະຊຸມສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕຊຸດທີ 9 ໃນວັນທີ 15 ພຶສຈິກາ 2023 ນີວ່າ ປັດຈຸບັນການປິ່ນປົວຮັກສາສຸຂພາບ ຢູ່ໃນສະຖານທີ່ບໍຣິການສາທາຣະນະສຸຂ ເປັນບັນຫາທີ່ສຳຄັນ ແລະມີຫາງສຽງຈາກສັງຄົມ ໃຫ້ຄວາມສົນໃຈ ເປັນຕົ້ນການບໍຣິການບໍ່ດີ, ສະຖານບໍຣິການບໍ່ສະອາດ, ການວາງຢາ, ການວິເຄາະ, ວິໄຈແລະການບົ່ງມະຕິພະຍາດ ຍັງມີລັກສະນະບໍ່ຊັດເຈັນເປັນຕົ້ນໄປກວດສຸຂພາບ ຢູ່ໂຮງໝໍແຫ່ງນຶ່ງ ບົ່ງມະຕິພະຍາດແນວນຶ່ງ ແຕ່ເມື່ອໄປກວດໂຮງໝໍອີກແຫ່ງນຶ່ງ ແພດພັດບົ່ງມະຕິພະຍາດອີກແນວນຶ່ງ ເຮັດໃຫ້ຄົນເຈັບ ແລະຍາດພີ່ນ້ອງ ມີຄວາມສັບສົນ ແລະບໍ່ໝັ້ນໃຈໃນການປິ່ນປົວ ເຮັດໃຫ້ຈຳເປັນຕ້ອງໄດ້ໄປຮັກສາ ຢູ່ໂຮງໝໍ ຂອງປະເທດເພື່ອນບ້ານແທນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.