ຊາວລາວ ຕິດເຊື້ອ HIV/ເອດສ໌ ຫຼາຍເຖິງ 1,757 ຄົນ ໃນປີນີ້
2023.12.04
ອີງຕາມຂໍ້ມູນ ຈາກສູນຕ້ານເອດສ໌ ຫຼື ພຕພ ຂອງປະເທດລາວ ພົບວ່າ ປີ 2023 ຕັ້ງແຕ່ເດືອນມົກກະຣາ ຫາ ເດືອນຕຸລາ ມີຜູ້ຕິດເຊື້ອ HIV ຫຼື ເອດສ໌ ໃນປະເທດລາວ ຣາຍໃໝ່ 1,757 ຄົນ ສ່ວນໃຫຍ່ເປັນກຸ່ມວັຍໜຸ່ມ ມີທັງເພດຍິງ ແລະເພດຊາຍ ແລະປັດຈຸບັນ ກຸ່ມທີ່ຍັງສ່ຽງທີ່ສຸດ ກໍຍັງເປັນຊາຍຮັກຊາຍ.
ສາເຫດ ທີ່ຍັງມີການຕິດເຊື້ອ HIV ເພີ່ມຂຶ້ນໃນແຕ່ລະປີ ກໍຍ້ອນວ່າ ບາງຄົນ ຍັງບໍ່ເຂົ້າໃຈຂໍ້ມູນ ແລະການປ້ອງກັນ ການຕິດເຊື້ອ HIV, ຫຼາຍຄົນຍັງຄິດວ່າ ເຊື້ອ HIV ເປັນເຣື່ອງທີ່ໄກໂຕ ແລະບາງຄົນ ເມື່ອຕິດເຊື້ອ HIV ແລ້ວ ກໍບໍ່ຮູ້ໂຕ ບໍ່ໄກກວດເລືອດ ແລ້ວຍັງປ່ຽນຄູ່ນອນຫຼາຍຄົນໄປອີກ ໂດຍບໍ່ໃຊ້ຖົງຢາງອະນາໄມ ກໍເຮັດໃຫ້ສາມາດຕິດເຊື້ອທາງເພດສັມພາດກັບຄູ່ນອນໄດ້ ຈຶ່ງເປັນປັດຈັຍນຶ່ງ ທີ່ເຮັດໃຫ້ປະເທດລາວ ຍັງມີຜູ້ຕິດເຊື້ອ HIV ຣາຍໃໝ່ເພີ່ມຂຶ້ນໃນແຕ່ລະປີ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບຕ້ານເອດສ໌ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ທັນວາ ນີ້ວ່າ:
“ຜູ້ທີ່ວ່າ ຕິດເຊື້ອ HIV ຣາຍໃໝ່ ຈະບໍ່ແມ່ນແຕ່ ເພດຊາຍຮັກຊາຍເນາະ ບຸກຄົນທົ່ວໄປ ບໍ່ວ່າຈະເປັນຜູ້ຍິງ ຫຼືວ່າ ຜູ້ຊາຍ ໂຣຄເອສ ເຂົາເຈົ້າຄິດວ່າ ມັນເປັນໂຣຄທີ່ໄກໂຕ ບາງຄົນ ອາຈຍັງບໍ່ເຂົ້າໃຈ ແລ້ວກໍຍັງຮັບຮູ້ຂໍ້ມູນໂຕນີ້ບໍ່ທົ່ວເຖິງ ຫຼາຍຄົນກະບໍ່ຮູ້ ສະຖານະໂຕເອງ ປ່ຽນຄູ່ນອນຫຼາຍໆຄົນ ໂດຍທີ່ບໍ່ໃສ່ຖົງຢາງອະນາໄມ ດຽວນີ້ຫັ້ນວັຍໜຸ່ມໂຕເລຂຂອງເຮົາ ຍັງເພີ່ມຂຶ້ນທຸກປີ.”
ເຈົ້າໜ້າທີ່ ເຮັດວຽກກ່ຽວກັບຕ້ານເອດສ໌ ທ່ານນີ້ ກ່າວເພີ່ມຕື່ມອີກວ່າ ປີນີ້ ທາງການ ກໍມີການຣົນນະຣົງ ໃນລັກສະນະ ບໍ່ຢາກໃຫ້ສັງຄົມຈໍາແນກ ຫຼື ລັງກຽດຜູ້ຕິດເຊື້ອ HIV ເພາະ HIV ຈະຕິດຕໍ່ໄດ້ 3 ທາງຄື ທາງສັມພັນ, ທາງເລືອດ ແລະ ຈາກການຖືພາ ແມ່ສູ່ລູກ.
ແລະທາງການ ກໍຍັງມີການລົງໂຄສະນາ ໃຫ້ຂໍ້ມູນກ່ຽວກັບການຕິດເຊື້ອ HIV ຕາມເຂດບ້ານ ແລະຕາມເຂດໂຮງຮຽນ ແລະສື່ສັງຄົມອ໋ອນລາຍນ໌ ເພື່ອໃຫ້ວັຍໜຸ່ມໄດ້ເຂົ້າໃຈ ແລະຮູ້ຈັກປ້ອງກັນ ການຕິດເຊື້ອ HIV ໂດຍສະເພາະ ເມື່ອມີເພດສັມພັນ ຄວນໃສ່ຖົງຢາງອະນາໄມ ແຕ່ທີ່ຜ່ານມາ ພົບວ່າຊາວໜຸ່ມເຂົາເຈົ້າ ບໍ່ມີຄວາມເຂົ້າໃຈໃນຂໍ້ມູນ ໃນການປ້ອງກັນເຊື້ອ HIV ແລະບໍ່ໄດ້ສົນໃຈໃນຂໍ້ມູນ ແຕ່ເຈົ້າໜ້າທີ່ກໍຍັງລົງໃຫ້ຂໍ້ມູນ ທີ່ຖືກຕ້ອງຄືເກົ່າທຸກປີ.
“ປີນີ້ ຄໍາຂວັນ ມັນກ່ຽວກັບອັນນ່າ ເຮົາຣົນນະຣົງ ບໍ່ໃຫ້ມີການຈໍາແນກ ລັງກຽດ ອີ່ຫຍັງປະມານນີ້ແຫຼະ ຄືພວກເຮົາເນາະ ໃນນາມທີ່ເຮັດວຽກກັບຊຸມຊົນ ພວກເຮົາໄປລົງໂຄສະນາຈັ່ງຊີ້ ຕາມໂຮງຮຽນ ຫຼືວ່າ ຕາມບ້ານຈັ່ງຊີ້ ເຂົາເຈົ້າຈະບອກວ່າ ຂ້ອຍບໍ່ໃຊ້ ຖົງຢາງອະນາໄມ ເອົາມາເຮັດຫຍັງ ເຂົາເຈົ້າຈະປະຕິເສດ ແບບນີ້ຕລອດ.”
ນອກຈາກນີ້ ທ່ານ ດຣ. ບຸນແຝງ ພູມມະໄລສິດ ຣັຖມົນຕຣີກະຊວງສາທາຣະນະສຸຂ ຂອງລາວ ກໍໄດ້ຖແລງຂ່າວ ກ່ຽວກັບເຣື່ອງ ການຕິດເຊື້ອ HIV ຫຼື ເອດສ໌ ໃນວັນທີ 2 ທັນວາ 2023 ທີ່ຜ່ານມານີ້ ວ່າ ໃນການຍຸຕິ ຂອງການແຜ່ຣະບາດ ຂອງເຊື້ອ HIV ຂອງປະເທດລາວ ທີ່ທາງການລາວ ຕັ້ງເປົ້າໝາຍໄວ້ ຮອດປີ 2023 ຍັງເປັນເຣື່ອງທີ່ທ້າທາຍຫຼາຍ ເຊິ່ງທາງລາວ ກໍຍັງຕ້ອງເນັ້ນໃຫ້ໃສ່ຖົງຢາງອະນາໄມ ເມື່ອມີເພດສັມພັນຢູ່ ແລະພວກກຸ່ມສ່ຽງ ຄວນໄປກວດກາ ໃຫ້ຮູ້ສະຖານະໂຕເອງວ່າຕິດເຊື້ອຫຼືບໍ່ ເພື່ອຈະໄດ້ກິນຢາປ້ອງກັນ ຈຶ່ງຈະຫຼຸດຜ່ອນການຕິດເຊື້ອໄດ້.
“ໃນການຍຸຕິ ການແຜ່ຣະບາດ ຂອງເຊື້ອ HIV ທີ່ຕັ້ງເປົ້າໝາຍ ຮອດປີ 2030 ຍັງເປັນບັນຫາທ້າທາຍຂອງ ສປປລາວ ຕ້ອງໄດ້ເນັ້ນ ໂດຍການນໍາໃຊ້ ຖົງຢາງອະນາໄມ ໃນເວລາມີເພດສັມພັນ, ການກິນຢາປ້ອງກັນ ໃຫ້ກຸ່ມປະຊາກອນສ່ຽງ ເຂົ້າເຖິງການກວດເລືອດ, ໃຫ້ຮູ້ສະຖານະພາບ ການຕິດເຊື້ອ HIV.”
ທ່ານ ດຣ. ບຸນແຝງ ພູມມະໄລສິດ ຍັງກ່າວຕື່ມວ່າ ອີງໃສ່ຜົນການຄິດໄລ່ ຄາດຄະເນ ທາງດ້ານການຣະບາດວິທະຍາ ຂອງ AEM ODO ຂອງ UNA ປະຈໍາປີ 2023 ເຫັນວ່າ ສປປລາວ ກໍຍັງມີລະດັບການຕິດເຊື້ອ HIV ຢູ່ 0.39% ຂອງກຸ່ມປະຊາກອນທົ່ວໄປ ເຊິ່ງມີອາຍຸ ລະຫວ່າງ 15-49 ປີ ແລະອົງການດັ່ງກ່າວ ຄາດຄະເນ ຜູ້ຕິດເຊື້ອ HIV ແມ່ນ 17,927 ຄົນ ໃນແຕ່ລະປີ ພົບຜູ້ຕິດເຊື້ອ HIV ເພີ່ມຂຶ້ນ ແລະມີຈໍານວນສະສົມ ແລະ ມີຜູູ້ປິ່ນປົວ ໃຊ້ຢາຕ້ານເຊື້ອ HIV ຈໍານວນ 10,130 ຄົນ ຢູ່ໃນສະຖານທີ່ປິ່ນປົວ 22 ແຫ່ງ ໃນ 18 ແຂວງ ທົ່ວປະເທດລາວ.
ກ່ຽວກັບເຣື່ອງດັ່ງກ່າວນີ້ ວັຍໜຸ່ມຫຼາຍຄົນ ກໍບໍ່ໄດ້ໃຫ້ຄວາມສົນໃຈ ຍັງຄິດວ່າ ເຊື້ອ HIV ເປັນເຣື່ອງໄກໂຕ ແລະບາງຄົນ ກໍພໍຮູ້ຂໍ້ມູນໃນການປ້ອງກັນ ດັ່ງຊາຍຮັກຊາຍ ທ່ານນຶ່ງ ກໍກ່າວວ່າ ເຣື່ອງການຕິດເຊື້ອ HIV ນີ້ ໂຕເອງ ກໍບໍ່ໄດ້ສົນໃຈ ຮູ້ແຕ່ວ່າ ຕິດຕໍ່ໄດ້ທາງເພດສັມພັນ ແລະໂຕເອງ ບໍ່ໄດ້ໄປຢູ່ໃນກຸ່ມສ່ຽງ ກໍບໍ່ຮູ້ສຶກວ່າຢ້ານ ວ່າຈະຕິດເຊື້ອ HIV ແລະຖ້າມີເພດສັມພັນ ກໍຈະມີກັບຄົນຮັກຂອງໂຕເອງ ແລະກໍປ້ອງກັນ ໃສ່ຖົງຢາງອະນາໄມທຸກຄັ້ງ.
“ເຮົາກະບໍ່ຄ່ອຍໃສ່ໃຈ ເຣື່ອງຈໍາພວກນີ້ປານໃດ ເຂົາເຈົ້າກໍວ່າ ເອີ່ ຕິດຕໍ່ທາງເພດສັມພັນເນາະ ແຕ່່ວ່າ ການໃຊ້ຊີວິດປະຈໍາວັນ ສໍາລັບເຮົາ ກໍບໍ່ໄດ້ມີກຸ່ມສ່ຽງແບບຫັ້ນນ່າ ສ່ວນຫຼາຍ ກໍໃສ່ຖົງ.”
ຂະນະທີ່ ວັຍໜຸ່ມລາວ ອີກທ່ານນຶ່ງ ກໍກ່າວວ່າ ກໍຮູ້ສຶກຢ້ານການຕິດເຊື້ອ HIV ຢູ່ ແຕ່ເຮົາກໍບໍ່ໄດ້ໄປມີເພດສັມພັນມົ້ວ ກໍຈະບໍ່ສ່ຽງ ແລະຖ້າຮູ້ວ່າ ຄົນນັ້ນຕິດເຊື້ອ ໂຕເອງກໍຮູ້ສຶກ ບໍ່ໄດ້ລັງກຽດ ເຊິ່ງກໍຂຶ້ນຢູ່ກັບທີ່ບຸກຄົນ ທີ່ຜ່ານມາ ຂໍ້ມູນຂອງທາງການ ກໍຍັງບໍ່ທົ່ວເຖິງ ເພາະວັນທີ 1 ທັນວາ ທີ່ຜ່ານມານີ້ ກໍບໍ່ເຫັນເຈົ້າໜ້າທີ່ທາງພາກຣັຖ ລົງໃຫ້ຂໍ້ມູນ.
“ຖາມວ່າ ເປັນຕາຢ້ານບໍ່ ກະເປັນຕາຢ້ານ ແຕ່ເຮົາກໍບໍ່ໄດ້ໄປມົ້ວນໍາເຂົາ ມັນກໍໃກ້ໄດ້ ຫຼີ້ນນໍາໄດ້ແຫຼະ ບໍ່ຢ້ານບໍ່ລັງກຽດດອກ ຄັນວ່າ ວັນທີ 1 ຜ່ານມາ ບໍ່ເຫັນເຂົາ ເອົາຫຍັງລົງເດ້ລະ.”
ຢ່າງໃດກໍຕາມ ກະຊວງສາທາຣະນະສຸຂ ກໍໄດ້ມີແຜນຍຸດທະສາດ ການຕອບໂຕ້ ການຫຼຸດຜ່ອນການຕິດເຊື້ອ HIV ຕັ້ງແຕ່ປີ 2021 ຫາ 2030 ໃນນັ້ນ ມີກົດໝາຍວ່າດ້ວຍ ການສະກັດກັ້ນ ແລະຕ້ານເຊື້ອ HIV ຫຼື ເອດສ໌, ມີສະຖານທີ່ ບໍຣິການກວດເລືອດ ຊອກຫາການຕິດເຊື້ອ HIV ທາງພາກຣັຖ ແລະເອກກະຊົນ ຈໍານວນ 191 ແຫ່ງ ລວມທັງໝົດ 123 ເມືອງ ມີການຂຍາຍການບໍຣິການ, ການປິ່ນປົວດ້ວຍຢາຕ້ານເຊື້ອ ເພື່ອອໍານວຍຄວາມສະດວກ ໃນການເຂົ້າເຖິງການບໍຣິການ, ມີການຂຍາຍ ການກວດກາເຊື້ອ HIV ໂດຍສນອງອຸປະກອນກວດກາເຊື້ອ HIV ດ້ວຍໂຕເອງ ແລະການບໍຣິການ ໃຫ້ຢາປ້ອງກັນ ກ່ອນການສັມຜັດເຊື້ອ HIV ໃນກຸ່ມປະຊາກອນສ່ຽງ, ມີການຊັກຊວນຄູ່ຂອງຂອງຜູ້ຕິດເຊື້ອ HIV ມາກວດກາຫາເຊື້ອ, ມີລະບົບການເຝົ້າລະວັງ ການຕິດເຊື້ອໃໝ່ ຮ່ວມກັບຄູ່ຮ່ວມງານສາກົລ ແລະພາຍໃນປະເທດ ນໍາໃຊ້ສື່ສັງຄົມອ໋ອນລາຍນ໌, ໂຄສະນາ ແລະເຜີຍແຜ່ຂໍ້ມູນຂ່າວສານ ແລະມີການລົງຕິດຕາມຢ້ຽມຢາມຜູ້ຕິດເຊື້ອ ເພື່ອຫຼຸດຜ່ອນການລັງກຽດຂອງສັງຄົມ.
ສ່ວນໃນປີ 2022 ມີຜູ້ຕິດເຊື້ອ HIV 1,748 ຄົນ ເພີ່ມຂຶ້ນຈາກປີ 2021 ປະມານ 13% ສ່ວນໃຫຍ່ ແມ່ນເພດຊາຍ ກວມເອົາ 64% ຂອງຈໍານວນຜູ້ຕິດເຊື້ອທັງໝົດ ໂດຍມີອາຍຸລະຫວ່າງ 29 ຫາ 39 ປີ.