ໂຮງໝໍທົ່ວປະເທດ ບໍ່ມີໝໍຜ່າຕັດພຽງພໍ ຕໍ່ຄວາມຕ້ອງການ
2023.11.08

ດຣ. ສະໜອງ ທອງຊະນະ ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ ກ່າວຕໍ່ກອງປະຊຸຸມ ປະຈຳປີ ຄັ້ງທີ 7 ຂອງສມາຄົມໝໍຜ່າຕັດ ແຫ່ງປະເທດລາວວ່າ ທົ່ວປະເທດຂາດແຄນໝໍຜ່າຕັດ ຈຳເປັນຕ້ອງໄດ້ຝຶກອົບຮົມ ໝໍຜ່າຕັດເພີ່ມຕື່ມ ຂະນະທີ່ໃນສະພາບໂຕຈິງ ໂຮງໝໍຫຼາຍແຫ່ງ ຍັງຂາດອຸປະກອນການແພດ ເພື່ອໃຊ້ໃນການຜ່າຕັດ ເຮັດໃຫ້ນາຍແພດ ບໍ່ຢາກຜ່າຕັດຄົນເຈັບ ຍ້ອນສົ່ງຜົລກະທົບ ຕໍ່ມາຕຖານການປິ່ນປົວຕ່ຳ.
ກ່ຽວກັບເຮື່ອງນີ້ ເຈົ້າໜ້າທີ່ຣັຖ ທ່ານນຶ່ງເວົ້າວ່າ ບັນຫາຂາດແຄນໝໍຜ່າຕັດ ແລະຂາດອຸປະກອນການແພດສຳລັບການຜ່າຕັດ ເປັນບັນຫາທີ່ໜ້າທີ່ເປັນຫວ່ງ ຍ້ອນຄົນເຈັບຜູ້ທີ່ຕ້ອງການຜ່າຕັດ ຕ້ອງໄດ້ໄປປິ່ນປົວຢູ່ຄລີນິກ ນອກ ຫລື ປະເທດໄທຍແທນ ແຕ່ຖ້າຈຳເປັນ ຕ້ອງໄດ້ຜ່າຕັດໃນລາວ, ຄົນເຈັບໃຊ້ອຸປະກອນການແພດແບບ ບໍ່ໄດ້ມາຕຖານ ເຮັດໃຫ້ໃນໄລຍະພັກຟືນໂຕ ຫຼັງຈາກຜ່າຕັດເປັນເວລາດົນ 1 ເຖິງ 3 ເດືອນ, ສຽ່ງຕໍ່ການຕິດເຊື້ອແຊກຊ້ອນ ແລະບໍ່ທັນສໄມຄືປະເທດເພື່ອນບ້ານ.
ເຈົ້າໜ້າທີ່ ຈາກແຂວງຈຳປາສັກ ຊຶ່ງເປັນ 1 ໃນແຂວງພາກໃຕ້ ທີ່ມີໂຮງຮຽນສ້າງແພດ ກ່າວວ່າ ແຂວງຈຳປາສັກ ຍັງຂາດແຄນພັນຕະແພດ (ໝໍແຂ້ວ), ຫູ, ດັງ ແລະຄໍ ຊຶ່ງສາເຫດທີ່ເຮັດໃຫ້ຂາດ ໝໍຜ່າຕັດນັ້ນ ກໍຍ້ອນວ່າ ທ່ານໝໍຜ່າຕັດລຸ້ນເກົ່າ ໃກ້ມີອາຍຸກະສຽນແລ້ວ ເຮັດໃຫ້ແຂວງຕອ້ງເລັ່ງ ຕຣຽມທ່ານໝໍຜ່າຕັດລຸ້ນໃໝ່ ຊຶ່ງຕ້ອງໃຊ້ເວລາ 1 ເຖິງ 2 ປີ ທີ່ຈະສາມາດທົດແທນ ນາຍໝໍຜ່າຕັດໄດ້.
ໃນຂະນະດຽວກັນ ງົບປະມານ ໃນການຊື້ອຸປະກອນການແພດ ດ້ານການຜ່າຕັດ ກໍບໍ່ມີ ເຮັດໃຫ້ໂຮງໝໍທ້ອງຖິ່ນ, ສຸຂສາລາ ແລະໂຮງໝໍເມືອງຫຼາຍແຫ່ງ ມີການຜ່າຕັດໄດ້ພຽງເລັກນ້ອຍ ເປັນຕົ້ນການຫຍິບບາດແຜ 20-30 ເຂັມເທົ່ານັ້ນ.
ດັ່ງທ່ານເວົ້າວ່າ:
“ຖືກແຫລະ ກອງປະຊຸມເພິ່ນຄົ້ນຄົ້ວ ຍົກໂຕຢ່າງ ຄື ໝໍທີ່ຜ່າຕັດ ໄດ້ ຢູ່ໃນ 4 ແຫ່ງ ຂອງພວກເຮົານີ້ນ່າ. ບໍ່ມີຄົບທຸກສາຂາ ຍົກໂຕຢ່າງຄື ທັນຕະ, ຫູ, ດັງ, ຄໍ, ເຮົາມີສ່ວນນຶ່ງ. ອາຍຸກະສຽນຮອດແລ້ວຫັ້ນນ່າ ບາດນີ້ມັນຕ້ອງໄດ້ສ້າງໃໝ່ ເວົ້າເຮື່ອງບຸກຄະລາກອນ ຜ່າຕັດນີ້ ຢ່າງຂີ້ຮ້າຍ ໄປອົບຮົມ ມັນກໍຕ້ອງມີ ປີນຶ່ງ, ສອງປີ. ແມ່ນຕິ ແຕ່ລະໄລຍະ ໄປທຽບໃສ່ ຄື ສະພາບທຸກມື້ນີ້ ເຣື່ອງເຄື່ອງມືທັນສໄມຫັ້ນນ່າ ຈິງໆແລ້ວ ເຮັດກໍຍາກ, ກໍຢາກໄດ້ ແຕ່ວ່າງົບປະມານມັນກໍມີຄ່າສູງ ຫັ້ນນ່າ. ເຄື່ອງມືຜ່າຕັດ ກໍມີຜ່າຕັດໜ້ອຍ ພວກເຮົາປົວແຜ, ຝີໜອງ, ຫຍິບບາດແຜ 20-30 ເຂັມລົງມາ.”
ສ່ວນຢູ່ແຂວງຜົ້ງສາລີ ທັງໂຮງໝໍ ແລະສຸຂສາລາ ບໍ່ມີອຸປະກອນການແພດ ເພື່ອການຜ່າຕັດ ເຮັດໃຫ້ຕ້ອງໄດ້ຜ່າຕັດ ແບບບໍ່ໄດ້ຄຸນນະພາບ ຕ້ອງໄດ້ສົ່ງຄົນເຈັບໄປສູນກາງ ໂດຍສະເພາະ ໂຮງໝໍມະຫາໂຫສົດ ຢູ່ ນະຄອນຫລວງວຽງຈັນ ຊຶ່ງອຸປະກອນການແພດ ໃນການຜ່າຕັດຢູ່ສູນກາງກໍເພໝົດ ໃຊ້ການບໍ່ໄດ້.
ດັ່ງນາຍແພດ ຈາກໂຮງໝໍມະໂຫສົດ ທີ່ຖືກສົ່ງໄປເຮັດວຽກຢູ່ ແຂວງຜົ້ງສາລີ ທ່ານນຶ່ງເວົ້າວ່າ:
“ໄປຮຽນຢູ່ໄທຍ ກໍໄປ ໄປຮຽນຢູ່ຝຣັ່ງກໍໄປ ໄປວຽດນາມ ໄປຈີນ ກໍໄປໝົດ, ແຕ່ອຸປະກອນຕອບສນອງມັນບໍ່ມີ. ເຄື່ອງຜ່າຕັດທໍ່ເຮົານີ້ ໂຕທີ່ໃຊ້ ຢູ່ໃນໂຮງໝໍແທ້ ກໍມີ 2-3 ເຄື່ອງ. ແຕ່ໃຊ້ໄດ້ແຕ່ເຄື່ອງດຽວ ຈັ່ງຊີ້ນ່າ ບາງເທື່ອກ້ອງມັນກໍບໍ່ໄດ້. ເຮົາກະຊື້ມາແທນບໍ່ໄດ້ ຢູ່ຜົ້ງສາລີນີ້ ຕອນອ້າຍໄປຮຽນຢູ່ໂຮງໝໍເມືອງລະແມ່ນເຮັດໄສ້ຕິ່ງນີ້ ແລ້ວກໍເຮັດໝັນ ແຕ່ເຄື່ອງມືກໍບໍ່ຄົບດອກ. ເຮັດແບບປະຖົມປະຖານ ຫັ້ນນ່າ ສ່ວນຫຼາຍຢູ່ ແຂວງ ເຂົາກໍສົ່ງມາສູນກາງ. ມີເງິນ ເຂົາກໍໄປຄລີນິກ ນອກແຫລະ.”

ເຈົ້າໜ້າທີ່ ຈາກກະຊວງສາທາຣະນະສຸຂ ຍອມຮັບວ່າ ໂຮງໝໍແຕ່ລະແຂວງ, ແຕ່ລະເມືອງ ແລະສຸຂສາລາທົ່ວປະເທດ ບໍ່ມີງົບປະມານທີ່ຈະຝຶກອົບຮົມນາຍແພດ ສະເພາະກິຈ ໄປຮຽນຕໍ່ ເປັນໝໍຜ່າຕັດໄດ້ ຈຶ່ງເຮັດໃຫ້ໂຮງໝໍທ້ອງຖິ່ນ ສົ່ງຄົນເຈັບທີ່ຕ້ອງການຜ່າຕັດ ໄປໂຮງໝໍສູນກາງ ຈຳນວນຫຼາຍ ຍ້ອນຂາດໝໍຜ່າຕັດແລະອຸປະກອນການແພດ.
“ພວກເຮົາມີເປົ້າໝາຍ ໂຕຢ່າງຄັນໂຮງໝໍໃດ ຊິສາມາດຜ່າຕັດໄດ້ຫັ້ນນ່າ ແມ່ນພວກເຮົາຈະເລັ່ງໃສ່ມີໝໍຜ່າຕັດ ໂດຍສະພາະແກ້ໄຂ ວຽກສຸຂເສີນຢູ່ໂຮງໝໍເມືອງຫັ້ນ ໂຕຢ່າງຄືຜ່າຕັດເອົາລູກອອກບໍ, ຜ່າຕັດໄສ້ຕິ່ງ. ສ່ວນຫຼາຍໂຮງໝໍແຂວງ ແມ່ນໃຫ້ລົງເລິກ ໂຕຢ່າງຜ່າຕັດກະດູກ ໃນປັດຈຸບັນນີ້ ກໍຖືວ່າ ພຽງພໍໝົດທຸກຢ່າງຫັ້ນ. ດຽວນີ້ ກໍຍັງບໍ່ທັນຄົບ ແຕ່ບັນຫາເຮື່ອງງົບປະມານທີ່ຈະມາໃຊ້ ໃນການໄປຮຽນເລິກຕ່າງຫາກອີກຫັ້ນ ທາງແຂວງບໍ່ສາມາດຂຶ້ນງົບປະມານໄດ້.”
ນັກສຶກສາແພດທ່ານນຶ່ງ ກ່າວວ່າ ສາເຫດທີ່ນັກສຶກສາແພດ ບໍ່ນິຍົມຮຽນໝໍຜ່າຕັດ ຍ້ອນວ່າເຮັດວຽກໜັກ ບໍ່ມີເວລາພັກຜອ່ນ ຈະພົບກັບເລືອດທີ່ເໝັນ, ອາຈົມ ແລະອື່ນໆ ຈາກຄົນໄຂ້, ສ່ຽງຕໍ່ການຕິດເຊື້ອໄວຣັສ ແລະອື່ນໆ.
ດັ່ງທ່ານເວົ້າວ່າ:
“ໂຕນີ້ເຮັດວຽກໜັກແທ້ ເພາະວ່າ ເຮັດວຽກຜ່າຕັດ. ຂໍໂທດເນາະ ອັນໄດ້ງົມ ອັນເປື້ອນ ຍົກໂຕຢ່າງ ໄສ້ແຕກ ບາງທີຂີ້ເໝັນບໍ. ບາງຄົນກໍບໍ່ມັກ ຄັນສົມມຸດ ບາດມະເຣັງ, ໄສ້ຕິ່ງນີ້ ມັນກໍບຶດດຽວ 20-30 ນາທີກໍແລ້ວ ຄັນມະເຣັງ ບໍ່ແມ່ນມະເຣັງລຳໄສ້, ມະເຣັງກະເພາະ, ມະເຣັງມຸດລູກ ຊົ່ວເຮົາຊິລອກ ຊິຫຍັງ ມັນກໍໃຊ້ເວາລາ 3 ຊົ່ວໂມງ ບາງເທື່ອຄົນເຈັບມີເຊື້ອໄວຣັສ B, ເຊື່ອໄວຣັສ C ກໍສາມາດຕິດໝໍໄດ້ ຖ້າເຂັມປັກມືເຮົາ ເລືອດຖືກຕາເຮົາ ຄວາມສ່ຽງກໍມີ.”
ໝໍອີກທ່ານນຶ່ງເວົ້າວ່າ ໂຕເອງເປັນໝໍຜ່າຕັດ ຢູ່ໂຮງໝໍຣັຖ ໃນນະຄອນຫຼວງວຽງຈັນ ສາມາດເວົ້າໄດ້ວ່າ ໝໍຜ່າຕັດ ເຮັດວຽກໜັກແທ້ ຍ້ອນສຸຂສາລາຂັ້ນເມືອງ ແລະຂັ້ນແຂວງ ຈະສົ່ງຄົນເຈັບມາຜ່າຕັດ ຢູ່ໂຮງໝໍສູນກາງ ຢ່າງຕໍ່ເນື່ອງ. ໂຮງໝໍແຂວງ ແລະ ໂຮງໝໍເມືອງ ບໍ່ມີອຸປະກອນການແພດ ແລະໝໍຜ່າຕັດກໍບໍ່ພຽງພໍ.
“ມັນເວົ້າເຣື່ອງລະບົບເຮົານີ້ແຫຼະ. ໂອ້ ສຸຂສາລາ ລະດັບ ມີແຕ່ຜ່າຕັດນ້ອຍເທົ່ານັ້ນແຫລະ ແຕ່ເວົ້າແລ້ວພໍແກ້ໄຂອາການເບື້ອງຕົ້ນ. ກໍຣະນີເຈັບເປັນ ຕອ້ງໄດ້ສົ່ງຕໍ່ໂຮງໝໍຊຸມຊົນ ປະເພດ ຂ ເນາະ ທີ່ບໍ່ສາມາດຜ່າຕັດໄດ້. ເຮົານີ້ ເຮັດນີ້ເຮັດການບໍ່ແມ່ນ 12 ຊົ່ວໂມງຊ້ຳນ່າ ບາງທີ່ຮອດ 24 ຊົ່ວໂມງ ມື້ໃດເຮົາປະຈຳການ ໝາຍຄວາມວ່າ ເຮົາບໍ່ໄດ້ອອກ ບ້ານໃກ້ເຮືອນຄຽງເຮົານີ້ ເພິ່ນກໍເຮັດລະບົບ 8 ຊົ່ວໂມງໝົດ 8 ຊົ່ວໂມງ ຕ້ອງໄດ້ປ່ຽນ ມັນກໍມີເວລາພັກຜ່ອນ. ຜູ້ທີ່ມີເງື່ອນໄຂ ມີເງີນຫຼາຍ ໄປໄທຍ ຜ່ານມາ ກໍເຫັນຫຼາຍຫັ້ນແຫລະ.”
ເຖິງຢ່າງໃດກໍຕາມ ໃນກອງປະຊຸຸມ ປະຈຳປີ ຄັ້ງທີື 7 ຂອງສມາຄົມຜ່າຕັດແຫ່ງຊາຕ ໄດ້ອອກຄວາມເຫັນຕຣົງກັນວ່າ ຄວນຈັດອຸປະກອນທາງດ້ານການແພດ ທີ່ຈຳເປັນຢ່າງຮີບດ່ວນ ແລະຈັດໃຫ້ມີການຝຶກອົບຮົມເພີີ່ມຕື່ມ ແກ່ນາຍແພດ ແລະນາງພະຍາບານ ເພື່ອໃຫ້ການຜ່າຕັດ ມີປະສິດທິພາບສູງ ໃນໄລຍະຍາວ ໂດຍສະເພາະ ໃນຕ່າງແຂວງ.