ເຈົ້າໜ້າທີກຳລັງສືບສວນ-ສອບສວນ ນັກທ່ອງທ່ຽວທີ່ເສຍຊີວິດ ຢູ່ເມືອງວັງວຽງ
2024.11.20
ໃນຮອບສັບປະດາທີ່ຜ່ານມາ, ມີຊາວຕ່າງປະເທດຈໍານວນໜຶ່ງ ດື່ມເຄື່ອງດື່ມມຶນເມົາ ປະສົມທາດເບື່ອ ຢູ່ເມືອງວັງວຽງ ແຂວງວຽງຈັນ ເຮັດໃຫ້ມີອາການປ່ວຍໜັກ ແລະເສຍຊີວິດກ່ຽວກັບເລື່ອງນີ້, ພາຍຫຼັງທີ່ໂຮງໝໍວັງວຽງ ສົ່ງໂຕນັກທ່ອງທ່ຽວຊາວຕ່າງປະເທດຫຼາຍຄົນ ໄປຮັກສາໂຕຕໍ່ ຢູ່ໂຮງໝໍໃນນະຄອນຫຼວງວຽງຈັນ ຍ້ອນມີອາການໂຄມ່າ ຈາກການຖືກທາດເບື່ອທີ່ປະສົມທາດເຫຼົ້າ ໃນນັ້ນ ແມ່ນມີຊາວເດນມາກ ເພດຍິງ 2 ຄົນ ເສຍຊີວິດ, ດັ່ງ ເຈົ້າໜ້າທີ່ ໂຮງໝໍສູນກາງ 103 ກອງທັບ ປະຊາຊົນລາວ ຢູ່ນະຄອນຫຼວງວຽງຈັນ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ພະຈິກ 2024 ນີ້ວ່າ:
"ເພິ່ນເສຍຊີວິດແຕ່ມື້ມາ ເພາະວ່າມື້ມາ ເຂົ້າໂຄມ່າມາແຕ່ວັງວຽງ ແລ້ວແຍ່ລະບົບຫາຍໃຈມາ ຜູ້ໜຶ່ງ ໂຄມ່າມາແຕ່ວັງວຽງ. ເພິ່ນແຍ່, ແຍ່ມາແລ້ວ ແຕ່ວ່າຜູ້ທີ່ສອງຫັ້ນ ນັ່ງລົດມາໄດ້ ແຕ່ວ່າມາຮອດເຮົາ ກໍມີອາການຊຶມເບື່ອ ບາດສຸດທ້າຍມາ ເພິ່ນກໍເສຍຊີວິດ. ໂຕນີ້ ພວກເຮົາຈະໃຫ້ຄໍາຕອບທ່ານບໍ່ໄດ້ ວ່າຫຼັງຈາກນັ້ນແລ້ວ ຈະມີໜ່ວຍງານຊັນນະສູດ ຂອງອັນນາ ກົມຕໍາຫຼວດ ເພິ່ນເອົາໄປແລ້ວ. ຜູ້ຍິງ, ຜູ້ຍິງໝົດສອງ. ບໍ່ໆ ມີແຕ່ 2 ຄົນນີ້ມາໂຮງໝໍເຮົາ ເຫຼືອຫັ້ນ ເພິ່ນໄປໂຮງໝໍອື່ນ ເພິ່ນໄປກະເສມລາດ ເຮົາບໍ່ຮູ້ຂໍ້ມູນ"
ຂະນະດຽວກັນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ໂຮງໝໍກະເສມລາດ ອິນເຕີເນຊັ່ນແນລ ນະຄອນຫຼວງວຽງຈັນ (Kasemrad International Hospital Vientiane) ເພື່ອສອບຖາມກ່ຽວກັບ ນັກທ່ອງທ່ຽວລາຍອື່ນ ເຊິ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່າວວ່າ ມີຮັບຊາວຕ່າງປະເທດ ທີ່ຖືກທາດເບື່ອ ຕໍ່ຈາກໂຮງໝໍວັງວຽງຈໍານວນໜຶ່ງ ໃນນີ້ ເປັນຄົນສັນຊາດອັງກິດ 1 ຄົນ ເຂົ້າຮັບການຮັກສາ ຢູ່ຫ້ອງໄອຊີຢູ ສ່ວນຄົນສັນຊາດອອສເຕຣເລຍ (ບໍ່ຮູ້ຈໍານວນ/ບໍ່ຮູ້ເພດ) ແມ່ນຖືກສົ່ງໂຕມາຍັງໂຮງໝໍກຸງເທບ (Bangkok Hospital) ຢູ່ປະເທດໄທ (ບໍ່ຮູ້ວ່າ ໂຮງໝໍກຸງເທບ ສາຂາໃດ) ກ່ຽວກັບເລຶ້ອງນີ້, ເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ຜູ້ຂໍສະຫງວນຊື່ແລະສຽງ ທ່ານໜຶ່ງ ກ່າວວ່າ ທາງໜ່ວຍງານຂອງທ່ານ ໄດ້ຮັບຮູ້ກ່ຽວກັບເຫດການ ນັກທ່ອງທ່ຽວຊາວຕ່າງປະເທດ ຈໍານວນໜຶ່ງຖືກທາດເບື່ອ ຈົນມີອາການໂຄມ່າ ແລະເສຍຊີວິດ ແຕ່ຍັງບໍ່ທັນສະຫຼຸບ ຜົນການສືບສວນ-ສອບສວນ ເທື່ອ.
ຂະນະທີ່ ຜູ້ທີ່ຮັບຮູ້ກ່ຽວກັບເຫດການນີ້ ກໍຢາກໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ເລັ່ງສືບສວນ-ສອບສວນ, ດັ່ງ ຊາວຕ່າງປະເທດ ທີ່ເຂົ້າມາເຮັດທຸລະກິດ ດ້ານການທ່ອງທ່ຽວ ຢູ່ເມືອງວັງວຽງ ແຂວງວຽງຈັນ ຜູ້ຂໍສະຫງວນຊື່ແລະສຽງ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ວ່າ:
“ຂ້າພະເຈົ້າຮູ້ສຶກເສຍໃຈຢ່າງສຸດຊຶ້ງ ຕໍ່ອຸບັດຕິເຫດອັນຮ້າຍແຮງທີ່ເກີດຂຶ້ນ ຢູ່ວັງວຽງ. ມາຮອດປັດຈຸບັນຍັງບໍ່ທັນມີເຫດການທີ່ພວກເຮົາໄດ້ຮັບຮູ້. ຕາມຄວາມຄິດເຫັນຂອງຂ້າພະເຈົ້າ, ເລຶ້ອງນີ້ຕ້ອງມີການສືບສວນ ຈາກເຈົ້າໜ້າທີ່ພາຍໃນ ແລະ ຕ່າງປະເທດ ແລະພາກສ່ວນ ທີ່ຮັບຜິດຊອບ ຄວນສືບສວນ-ສອບສວນ ຢ່າງຮີບດ່ວນ ແລະໃຫ້ຂໍ້ມູນທີ່ຈະແຈ້ງ ໄປຍັງຮ້ານກິນດື່ມ, ເທັກ, ບາຣ໌ ແລະເຮືອນພັກ ໃຫ້ມີຄວາມຮັບຜິດຊອບຕໍ່ຄວາມປອດໄພ ຂອງນັກທ່ອງທ່ຽວ ຫຼາຍກວ່ານີ້. ຊື້ເຄື່ອງດື່ມທາດເຫຼົ້າທີ່ມີຄຸນນະພາບ ແລະບໍ່ປະສົມທາດຜິດກົດຫມາຍ ແລະມີລາຄາຖືກ ໃນເຄື່ອງດື່ມ.”
ຜ່ານມາ ແມ່ນມີນັກທ່ອງທ່ຽວຊາວຕ່າງປະເທດ ບາງຄົນ ແມ່ນມີການຈັດປາຕີ້ ແລະນຳໃຊ້ຢາທາດເບື່ອໃສ່ລົງໃນທາດເຫຼົ້າເກີນຂະໜາດ ເຊິ່ງສົ່ງຜົນໂດຍກົງ ຕໍ່ສຸຂະພາບຂອງພວກເຂົາເຈົ້າ, ດັ່ງ ພະນັກງານທ່ອງທ່ຽວ ຢູ່ເມືອງວັງວຽງ ແຂວງວຽງຈັນ ທ່ານໜຶ່ງ ກ່າວວ່າ:
"ອ່າ ເພິ່ນແບບກິນເບຍເມົາ ແລ້ວບາດນີ້ ສຸຂະພາບບໍ່ແຂງແຮງ ກໍອາດຈະຊ໊ອກ ກິນທັງເຫຼົ້າ ທັງເບຍຈັ່ງຊ໊ອກ ພວກເຄື່ອງຂອງມຶນເມົາຈັ່ງຊີ້ເນາະ ທາງຮ້ານເບຍ ຫຼືຮ້ານເຫຼົ້າແມ່ນຫຍັງຕ່າງໆ ຢູ່ໃນວຽງຈັນ ຫຼືວ່າວັງວຽງ ຫຼືຫຼວງພະບາງ ເພິ່ນກໍເຄັ່ງຄັດໃນການກວດສອບຄືກັນ ໜຶ່ງມາຂະເຈົ້າ ບາງຄັ້ງ ມັນກໍເປັນລະຫວ່າງຂອງຄົນ ດ້ວຍໂຕເອງດ້ວຍ ເພາະວ່າບາງທີ ເຂົາຫຼິ້ນຢາເກີນຂະໜາດຂອງເຂົາເອງ ບາງທີເຂົາ ເອົາເຂົ້າມາຂອງເຂົາເອງ."
ປັດຈຸບັນ ເຄື່ອງດື່ມມຶນເມົາ ຢູ່ພາຍໃນເມືອງວັງວຽງ ແຂວງວຽງຈັນ ມີທັງແບບປອດໄພ ແລະບໍ່ປອດໄພ ເຊິ່ງນັກທ່ອງທ່ຽວຈະຕ້ອງຄອຍລະວັງ ແລະເບິ່ງແຍງໂຕເອງ, ດັ່ງ ຜູ້ຈັດການບາຣ໌ ຢູ່ເມືອງວັງວຽງ ແຂວງວຽງຈັນ ນາງໜຶ່ງ ກ່າວວ່າ:
"ອໍ້ ເຫັນຂ່າວຢູ່ເຈົ້າ ແຕ່ເຮົາກໍບໍ່ຮູ້ໄດ້ວ່າ ແມ່ນບາຣ໌ໂຕໃດຫັ້ນນ່າ ເຮົາເວົ້າໄດ້ເລີຍວ່າ ໂຕນີ້ ເຮົາບໍ່ສາມາດຄວບຄຸມໄດ້ດອກ ເພາະວ່າບາງເທື່ອແຂກໄປຈັ່ງຊີ້ນ່າ ເຮົາກໍບໍ່ຮູ້ວ່າມີແຂກປະເພດໃດແນ່ຫັ້ນແນ່ ໃນວັງວຽງນີ້ແຫຼະ ມີແຕ່ວ່າເຮົາໄປຫຼິ້ນບາຣ໌ອີ່ຫຍັງຈັ່ງຊີ້ ມີແຕ່ວ່າຄືຄົນແປກໜ້າ ເອົາເຄື່ອງດື່ມມາໃຫ້ເຮົາກິນ ກໍມີແຕ່ເຮົາບໍ່ຕ້ອງກິນ ມັນມີຫຼາຍປະເທດຫັ້ນນ່າເຈົ້າ ຄືມີຈີນ ມີເກົາຫຼີ ມີອາເມລິກາ ຈັ່ງຊີ້ ເຮົາບໍ່ຮູ້ ຂະເຈົ້າມາລົມກັນ ແລ້ວຕຳຈອກກັນ."
ກ່ຽວກັບເລື່ອງນີ້, ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຂັ້ນທ້ອງຖິ່ນ ພະຍາຍາມຊອກຫາແນວທາງແກ້ໄຂບັນຫານີ້ ຢູ່ເລື້ອຍໆ ແຕ່ຍັງບໍ່ທັນສຳເລັດເທື່ອ, ດັ່ງ ເຈົ້າໜ້າທີ່ ດ້ານການທ່ອງທ່ຽວ ຢູ່ເມືອງວັງວຽງ ແຂວງວຽງຈັນ ທ່ານໜຶ່ງ ກ່າວວ່າ:
"ກໍໂດຍລວມ ພາກລັດພວກເຮົາກໍບໍ່ໄດ້ອະນຸຍາດແບບນັ້ນຫັ້ນແຫຼະເນາະ ແຕ່ວ່າບາງເທື່ອມັນກໍອາດຈະມີ ເລັດລອດເຂົ້າມາຫັ້ນນ່າ ພວກຢູ່ໃນບາຣ໌ແມ່ນຫຍັງຫັ້ນນ່າ ແລ້ວມີກຸ່ມຄົນຕ່າງປະເທດ ຂະເຈົ້າເປັນດີເຈ ເປັນ ຄັນຊິເວົ້າ ເປັນ organizers ເອງຫັ້ນນ່າ ຄັນເວົ້າພາສາສາກົນເນາະ ກໍເອີ້ນວ່າ ຄອກເທລເນາະ ໜຶ່ງມາຫັ້ນນ່າ ສອງມາກໍເປັນການສູບໜ່ວຍປຸມເບົ້າ ເຂົາເອີ້ນໃນທ້ອງຖິ່ນຫັ້ນນ່າ ເຂົາເອີ້ນແນວນັ້ນ ເກີດໃຫ້ເປັນທາດເບື່ອ ຫຼືວ່າທາດເຄມີໜ້ອຍໜຶ່ງ ຈັ່ງຊີ້ນ່າ"
ຫຼ້າສຸດນີ້, ໃນວັນທີ 19 ພະຈິກ 2024, ເວັບໄຊດ໌ທີ່ໃຫ້ຄຳແນະນຳກ່ຽວກັບການທ່ອງທ່ຽວ ຂອງລັດຖະບານອອສເຕຣເລຍ (smartraveller.gov.au) ໄດ້ອອກຄຳເຕືອນໃຫ້ນັກທ່ອງທ່ຽວຊາວອອສເຕຣເລຍ ໃຫ້ລະວັງການດື່ມເຄື່ອງດື່ມ ທີ່ມີທາດເມົາໃນປະເທດລາວ ພາຍຫຼັງ ມີຊາວອອສເຕຣເລຍ 2 ຄົນ ມີອາການປ່ວຍໜັກ ເມື່ອດື່ມຄ໊ອກເທລ ທີ່ສົງໄສວ່າປົນເປື້ອນເມທານອລ (methanol) ຢູ່ເມືອງວັງວຽງ ແຂວງວຽງຈັນ.
ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ກ່າວໃນລາຍການຮອບບ້ານຜ່ານເມືອງ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ວ່າ ໃນຮອບ 10 ເດືອນທີ່ຜ່ານມາ ມີນັກທ່ອງທ່ຽວ ເດີນທາງມາຍັງເມືອງວັງວຽງ ແຂວງວຽງຈັນ ປະມານ 9 ແສນກວ່າຄົນ ໃນນີ້ ມີນັກທ່ອງທ່ຽວຕ່າງປະເທດ 4 ແສນກວ່າຄົນ ພ້ອມຄາດການວ່າ ໝົດປີນີ້ ຈະມີນັກທ່ອງທ່ຽວເດີນທາງໄປເພີ່ມອີກຈຳນວນຫຼາຍ ຍ້ອນການເດີນທາງສະດວກສະບາຍ ເນື່ອງຈາກມີທັງລົດໄຟ ແລະທາງດ່ວນ.