ຜູ້ທີ່ດື່ມເຫຼົ້າ ປະສົມສານເມທານອລ ຢູ່ວັງວຽງ ເສຍຊີວິດເພີ່ມຂຶ້ນເປັນ 5 ຄົນ
2024.11.21
ໃນວັນທີ 21 ພະຈິກ 2024 ນີ້, ສື່ມວນຊົນອອສເຕຣເລຍ ລາຍງານວ່າ ນາຍົກລັດຖະມົນຕີ ອອສເຕຣເລຍ ໄດ້ກ່າວສະແດງຄວາມເສຍໃຈ ຕໍ່ຄອບຄົວ ພາຍຫຼັງທີ່ແມ່ຍິງ ຊາວອອສເຕຣເລຍ ອາຍຸ 19 ປີ ເສຍຊີວິດ ຫຼັງຈາກດື່ມເຫຼົ້າ ທີ່ປະສົມສານ Methanol ທີ່ເມືອງວັງວຽງ.
ຂະນະທີ່ກະຊວງການຕ່າງປະເທດ ຂອງສະຫະລັດ ອາເມລິກາ ກໍໄດ້ອອກຖະແຫລງການວ່າ ພົນລະເມືອງຕົນ ກໍເສຍຊີວິດ 1 ຄົນເຊັ່ນກັນ, ເຮັດໃຫ້ມາຮອດມື້ວັນທີ 21 ພະຈິກ ນີ້, ມີຜູ້ເສຍຊີວິດແລ້ວ ທັງໝົດ ຈຳນວນ 4 ຄົນ.
ເຖິງຢ່າງໃດກໍຕາມ, ການສືບສວນສອບສວນ ແມ່ນຍັງດຳເນີນຕໍ່ໄປຢູ່, ແຕ່ເຈົ້າໜ້າທີ່ເມືອງວັງວຽງ ແຂວງວຽງຈັນ ທ່ານໜຶ່ງ ທີ່ບໍ່ປະສົງອອກຊື່, ສຽງ ແລະ ຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ພະຈິກ 2024 ນີ້ ວ່າ ສານເມທານອລ ທີ່ຖືກຄາດການວ່າ ໃຊ້ປະສົມເຄື່ອງດື່ມ ໃນກໍລະນີດັ່ງກ່າວນັ້ນ ຕາມປົກກະຕິແລ້ວ ຖືວ່າຈະບໍ່ໃຫ້ໃສ່ໃນທາດເຫຼົ້າຢູ່ແລ້ວ ເພາະເປັນສານເຄມີ ທີ່ອັນຕະລາຍຮ້າຍແຮງເຖິງຊີວິດ ໂດຍສ່ວນໃຫຍ່ ສານເມທານອລ ມັກໃຊ້ໃນດ້ານອຸດສາຫະກຳຕ່າງໆ ແຕ່ຄັນຜູ້ໃດ ໄດ້ຮັບສານດັ່ງກ່າວນີ້ ເບື້ອງຕົ້ນກໍຈະມີອາການເປັນວິນ, ຮາກ ເຊັ່ນກັນເຊິ່ງຕ້ອງຟ້າວນຳສົ່ງໂຮງໝໍ ເທົ່ານັ້ນ ໃຫ້ໄວທັນທີ ເພື່ອປິ່ນປົວໃຫ້ຖືກວິທີ.
ຂະນະທີ່ ນັກທ່ອງທ່ຽວຕ່າງປະເທດ ທີ່ຮູ້ເຫດການດັ່ງກ່າວນີ້ ລວມເຖິງ ທາງການຕ່າງປະເທດ ບາງປະເທດ ເປັນຕົ້ນ ລັດຖະບານອອສເຕຣເລຍ, ທາງການອາເມລິກາ ກໍຄາດການວ່າ ສາເຫດທີ່ເຮັດໃຫ້ນັກທ່ອງທ່ຽວດັ່ງກ່າວເສຍຊີວິດ ອາດແມ່ນຍ້ອນ ກິນເຄື່ອງດື່ມທີ່ປະສົມສານເມທານອລ.
ກ່ອນໜ້ານີ້ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ກວດກາ ແລະປະຊຸມກັນກ່ຽວກັບບັນຫານີ້ຢູ່ ແຕ່ຮອດປັດຈຸບັນຍັງບໍ່ທັນໄດ້ມີການຊີ້ແຈງ ຜົນການກວດກາດັ່ງກ່າວເທື່ອ, ແຕ່ຮັບຮູ້ວ່າ ນັກທ່ອງທ່ຽວຕ່າງຊາດ ບາງກຸ່ມ ແມ່ນມີການນຳໃຊ້ສານເສບຕິດ ເພື່ອປະສົມລົງໃນເຄື່ອງດື່ມ ເຮັດໃຫ້ມີການອາການມຶນເມົາ ຂະນະທີ່ ບາງຄົນເຖິງຂັ້ນຊ໊ອກ ແລະເສຍຊີວິດ.
ແຕ່ເເລື້ອງນີ້ ກໍບໍ່ສາມາດຄວບຄຸມໄດ້ເທື່ອ, ດັ່ງ ເຈົ້າໜ້າທີ່ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ ອີກທ່ານໜຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ວ່າ:
"ຢາເສບຕິດທຸກມື້ນີ້ ທີ່ຈິງພື້ນຖານມັນກໍເປັນພວກຢາມ້າ ຢາຫຍັງຄືເກົ່າ ແຕ່ວ່າກຸ່ມໄວລຸ້ນ ເຂົາເຈົ້ານີ້ກະ ຕັ້ງຊື່ມາໃໝ່ຕະຫຼອດ. ມັນສ່ວນຫຼາຍແລ້ວ ເລື່ອງເຫຼົ້າຫັ້ນ ມັນກະເຫຼົ້າທ້ອງຖິ່ນກໍບໍ່ບັນຫາຫຍັງ ແລ້ວບາດນີ້ການປະສົມທາດເຄມີ ເຂົ້າໄປ ມັນກໍເປັນທາດໃໝ່ຂຶ້ນມາ ເປັນການຄາດເດົາ. ແລ້ວກະເກີນການຄວບຄຸມ ສາທາລະນະສຸກ ແລະອັນນັ້ນເຂົາເຈົ້າກໍລົງຊຸກຢູ່ ແລະຕິດຕາມຢູ່ຕະຫຼອດ."
ເຖິງແມ່ນວ່າ ມີນັກທ່ອງທ່ຽວຫຼາຍຄົນ ມີອາການຜິດປົກກະຕິ ຈາກການດື່ມສິ່ງມຶນເມົາ ທີ່ປົນເປື້ອນທາດເບື່ອ ຈົນມີການປ່ວຍໜັກ ແລະເສຍຊີວິດກໍຕາມ ແຕ່ບັນດາເຈົ້າຂອງຮ້ານອາຫານ, ຜັບ, ບາ ແລະເຮືອນພັກ ໃນພື້ນທີ່ເມືອງວັງວຽງ ກໍຄາດການວ່າ ອາດເປັນຍ້ອນທາດເບື່ອ ທີ່ນັກທ່ອງທ່ຽວສະແຫວງຫາມາດ້ວຍໂຕເອງ ບໍ່ແມ່ນທາງຮ້ານເປັນຜູ້ຈັດຫາໃຫ້, ດັ່ງ ເຈົ້າຂອງບາ ແຫ່ງໜຶ່ງ ຢູ່ເມືອງວັງວຽງ ແຂວງວຽງຈັນ ທ່ານໜຶ່ງ ກ່າວວ່າ:
"ຖ້າໄດ້ຍິນເຂົາເຈົ້າເວົ້າກໍວ່າ ເຫຼົ້າມີສານເມທານອລ ຂ້ອຍກະບໍ່ຮູ້ວ່າມັນແມ່ນຫຍັງ. ເຮົາກະບໍ່ເຂົ້າໃຈຮ້ານອື່ນເຂົາເຮັດຈັ່ງໃດ ແຕ່ວ່າຮ້ານຈຸເຮົາມັນບໍ່ມີ. ມັນບໍ່ໄດ້ເຮັດ ສາຄວາມເຫັນຂ້ອຍເອງເນາະ. ນອກຈາກວ່າເຂົາເຈົ້າສອກສະແຫວງຫາ ມາໃສ່ເອງ ມາປົນເອງ, ມາປຸງ ມາມິກເອົາເອງຫັ້ນນ່າ."
ຂະນະດຽວກັນ ພະນັກງານ ຮ້ານບັນເທີງ ອີກແຫ່ງໜຶ່ງ ຢູ່ເມືອງວັງວຽງ ກ່າວວ່າ ສຳລັບການຂາຍເຄື່ອງດື່ມທາດເຫຼົ້າ ທີ່ບໍ່ປອດໄພນີ້ ກໍບໍ່ຮູ້ຄືກັນວ່າມີແທ້ ຫຼື ບໍ່. ແຕ່ທີ່ຜ່ານມາຍັງບໍ່ເຄີຍໄດ້ຍິນເທື່ອ ໄດ້ຍິນພຽງແຕ່ຄໍາເວົ້າຈາກໝູ່ ນັກທ່ອງທ່ຽວຕ່າງຊາດ ທີ່ເສຍຊີວິດນັ້ນ ເວົ້າວ່າ ເຄື່ອງດື່ມອາດຖືກປະສົມດ້ວຍ ສານເມທານອລ ຈຶ່ງເຮັດໃຫ້ບາງຄົນເຈັບປ່ວຍໜັກ ແລະເສຍຊີວິດ.
"ໂຕນີ້ເຮົາກະບໍ່ຮູ້ ຕາມທີ່ເຫັນຢູ່ໃນຕົ້ນສະບັບຂອງເຈົ້າຂອງເພິ່ນຫັ້ນນ່າ ຂອງໝູ່ຄົນຕ່າງປະເທດເອງ ຄວາມຄິດ ຄິວ່າເພິ່ນອາດຈະຮັບເຫຼົ້າມາແບບບໍ່ໄດ້ມາດຕະຖານ. ເຫຼົ້າທີ່ແບບບໍ່ມີແຫຼ່ງທີ່ມາຫັ້ນນ່າ. ເອົາສານເມທານອລປະສົມ ແລ້ວມາປະສົມເຄື່ອງດື່ມ ໃຫ້ພວກເພິ່ນນ່າ."
ເຖິງຢ່າງໃດກໍຕາມ ໃນຮອບສັບປະດານີ້, ມີນັກທ່ອງທ່ຽວຊາວຕ່າງປະເທດ 5 ຄົນ ເສຍຊີວິດ ຈາກການດື່ມສິ່ງມຶນເມົາ ທີ່ມີທາດເບື່ອປົນເປື້ອນ ໃນນີ້ ເປັນເພດຍິງຊາວເດນມາກ 2 ຄົນ, ເປັນເພດຊາຍຊາວອະເມຣິກັນ 1 ຄົນ, ເປັນເພດຍິງຊາວອັງກິດ 1 ຄົນ ແລະ ເປັນເພດຍິງຊາວອອສເຕຣເລຍ 1 ຄົນ ທີ່ໄດ້ຮັບການຢັ້ງຢືນ ຢ່າງເປັນທາງການ.
ຂະນະດຽວກັນ ກໍມີນັກທ່ອງທ່ຽວຊາວຕ່າງປະເທດ ທີ່ມີອາການປ່ວຍຮຸນແຮງ ຫຼື ໂຄມ່າ ແລະເສຍຊີວິດຈຳນວນໜຶ່ງ ໃນນີ້ ມີຊາວອອສເຕຣເລຍ, ສະວີເດນ ແຕ່ຍັງບໍ່ໄດ້ຮັບການຢືນຢັນ ຢ່າງເປັນທາງການເທື່ອ.
ຂໍ້ມູນທາງການແພດ ລະບຸວ່າ ການດື່ມເຫຼົ້າທີ່ປະສົມສານເມທານອລ ຈະເຮັດໃຫ້ມີຜົນຕໍ່ລະບົບເລືອດເປັນກົດ, ໄຕວາຍ ຢ່າງກະທັນຫັນ (ໄວວາ) ແລະ ເປັນພິດຕໍ່ດວງຕາ ເຊິ່ງອາດເຮັດໃຫ້ຕາບອດໄດ້ ໂດຍມັກພົບວ່າ ເຫຼົ້າເຖື່ອນ ຫຼື ເຫຼົ້າທີ່ບໍ່ໄດ້ມາດຕະຖານ ມັກມີສານເມທານອລ ເປັນສ່ວນປະສົມ ແບບບໍ່ຄຳນຶງເຖິງຄວາມປອດໄພຂອງຜູ້ບໍລິໂພກ ແລະຜູ້ເມົາຈາກສານດັ່ງກ່າວນີ້ ຕ້ອງໄດ້ໄປປິ່ນປົວກັບໂຮງໝໍເທົ່ານັ້ນ.