ເຣື້ອງທີ່ເກັບບັນທຶກໄວ້
2025-03-18
ສາວລາວ ທີ່ຂາຍບໍລິການທາງເພດ ໄປຮັບແຂກຈີນ ຢູ່ເຂດສາມຫຼ່ຽມຄຳ ແຂວງບໍ່ແກ້ວ ແລະ ອ້ອມຂ້າງໂຄງການຂຸດຄົ້ນ ເກືອກາລີ ແຂວງຄຳມ່ວນ ຕິດເຊື້ອ HIV/ເອດ ຈຳນວນໜຶ່ງ.
2025-03-14
ນໍ້າປະປາ ຢູ່ນະຄອນຫຼວງວຽງຈັນ ບໍ່ພຽງພໍ ກັບການຊົມໃຊ້ ຂອງປະຊາຊົນ ເຮັດໃຫ້ປະຊາຊົນ ປະສົບບັນຫາ ນໍ້າປະປາບໍ່ໄຫຼ ແລະ ນໍ້າປະປາໄຫຼຄ່ອຍ.
2025-03-12
ຊາວລາວ ພະຍາຍາມຂົນ ຢາແກ້ໄອປອມ 1,500 ຂວດ ຂ້າມດ່ານສາກົນ ຂົວມິດຕະພາບ ແຫ່ງທີ 2 ແລະ ຫລົບໜີການຈັບກຸມ ໄປໄດ້.
2025-03-04
ໄຟໄໝ້ສະໜາມຂີ້ເຫຍື້ອ ຂອງນະຄອນຫຼວງພຣະບາງ ຮຸນແຮງ ຢູ່ເຂດບ້ານຫຼັກ 8 ເຮັດໃຫ້ເກີດຄວັນ ແລະກິ່ນຂິວໄປທົ່ວ, ຊາວບ້ານຫາຍໃຈຝືດ ແໜ້ນໜ້າເອິກ ນອນບໍ່ໄດ້, ມາຮອດມື້ນີ້ ກໍຍັງໄໝ້ຢູ່ ແຕ່ບໍ່ໜັກ.
2025-02-26
ເຫດການໄຟໄໝ້ ແລະ ລະເບີດ ຢູ່ຮ້ານຂາຍອາໄຫຼ່ລົດ ຂອງຊາວຈີນ ກະທົບເຮືອນປະຊາຊົນ 142 ຫຼັງຄາເຮືອນ, ມູນຄ່າ 22 ຕື້ກວ່າກີບ ແລະ 2 ລ້ານຢວນ.
2025-02-25
ກວດພົບໝູຕິດເຊື້ອອະຫິວາ ໝູອາຟຣິກາ 78 ໂຕ ຢູ່ບ້ານວັງໄຮ ເມືອງທ່າໂທມ ແຂວງໄຊສົມບູນ ພ້ອມດຳເນີນການ ທຳລາຍຖິ້ມແລ້ວ.
2025-02-19
ປະຊາຊົນ 20 ປາຍຄອບຄົວ ຢູ່ບ້ານນາໝີ ເມືອງໄຊ ແຂວງອຸດົມໄຊ ທີ່ໄດ້ຮັບຜົນກະທົບ ຈາກຮ້ານຂາຍອາໄລ່ລົດຂອງຈີນລະເບີດ ໃຊ້ເງິນຂອງຕົນເອງ ສ້ອມແປງເຮືອນ ທີ່ໄດ້ຮັບຄວາມເສຍຫາຍ.
2025-02-18
ທາງການແຂວງອຸດົມໄຊ ກຳລັງສືບຫາ ຕຳແໜ່ງທີ່ມາຂອງທາດລະເບີດ ແລະ ໝາກຟ່າ ທີ່ພົບຢູ່ຮ້ານຂາຍອາໄຫຼ່ລົດ ຂອງຊາວຈີນ ທີ່ເກີດເຫດໄຟໄໝ້ແລະລະເບີດຮຸນແຮງ ຈົນມີຜູ້ເສຍຊີວິດ 4 ຄົນ ແລະບາດເຈັບສາຫັດ 3 ຄົນ.
2025-02-18
ເກີດເຫດຍິງກັນ ເສຍຊີວິດ 1 ຄົນ ຢູ່ໜ້າຮ້ານບັນເທີງ ເທັກທ່ຽນກົ່ງ ເສັ້ນທາງຖະໜົນດົງນາໂຊກ ເຂດບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນເວລາປະມານ 4 ໂມງເຊົ້າ ຂອງວັນທີ 16 ກຸມພາ 2025 ນີ້.
2025-02-14
ລາວ ເປັນປະເທດອັນດັບນຶ່ງ ທີ່ປະຊາກອນດື່ມເຫຼົ້າຫຼາຍທີ່ສຸດ ໃນເອເຊຽຕາເວັນອອກສ່ຽງໃຕ້ ຄືສະເລ່ຍ 11.71 ລິດຕໍ່ຄົນຕໍ່ປີ
2025-02-06
ເຈົ້າໜ້າທີ່ຕໍາຫຼວດ ແລະທະຫານ ທໍາລາຍສວນຝິ່ນ ຂອງຊາວບ້ານ ທີ່ລັກປູກເພື່ອເອົາເປັນຢາ ປິ່ນປົວສຸກກະພາບ ແລະຂາຍຢູ່ແຂວງບໍ່ແກ້ວ ແລະແຂວງຫົວພັນ ໃນເນື້ອທີ່ລວມກັນ 34.5 ເຮັກຕາ ແຕ່ນໍາໂຕຜູ້ປູກບໍ່ໄດ້.
2025-02-06
ທາງການ ເມືອງວັງວຽງ ແຂວງວຽງຈັນ ຍັງບໍ່ທັນເປີດເຜີຍ ຄວາມຄືບຫນ້າ ການສືບສວນ-ສອບສວນ ກໍລະນີ ເຫດການນັກທ່ອງທ່ຽວ ຊາວຕ່າງປະເທດ ເສຍຊີວິດ ຍ້ອນດື່ມເຄື່ອງດື່ມທາດເຫລົ້າ ທີ່ມີທາດເບື່ອ ປະສົມຢູ່.
2025-02-05
ນະຄອນຫຼວງວຽງຈັນ ສັ່ງໃຫ້ທຸກເມືອງເຝົ້າລະວັງ ການລະບາດ ຂອງພະຍາດທາງລະບົບຫາຍໃຈ ຊະນິດ ໄຂ້ຫວັດໃຫຍ່ຕາມລະດູການ ແລະ ປອດອັກເສບ ຍ້ອນມັນລະບາດ ຢູ່ປະເທດເພື່ອນບ້ານ ເຊັ່ນ ໄທ ແລະ ຈີນ.
2025-02-05
ຄົນບ້ານມົກກະຈອກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ອາຊີບຂັບລົດແທັກຊີ ຢູ່ເຂດເສດ ຖະກິດພິເສດ ສາມຫຼ່ຽມຄໍາ ຖືກຂ້າຊິງຊັບ ແລະ ເອົາລົດໄປ, ເຮັດໃຫ້ຜູ້ຄົນ ຢ້ານ ແລະ ລະວັງ ຂຶ້ນຕື່ມ.
2025-02-04
ທ່ານໝໍ ຈາກແຂວງຫຼວງພຣະບາງ ທ່ານໜຶ່ງ ໄດ້ແນະນໍາຊາວລາວ ໃຫ້ປ້ອງກັນໂຕເອງ ໃຫ້ປອດໄພ ຈາກຝຸ່ນລະອອງຂະໜາດນ້ອຍ PM 2.5 ໂດຍການໃສ່ໜ້າກາກອານາໄມ ປະເພດ N95, ຫຼີກຫຼ້ຽງ ກິດຈະກໍາກາງແຈ້ງ ແລະກິດຈະກໍາທີ່ກໍ່ໃຫ້ເກີດຝຸ່ນ ເປັນຕົ້ນ: ການຈູດຂີ້ເຫຍື້ອ, ການຈູດປ່າເຮັດໄຮ່ ແລະກວດສະພາບລົດຈັກ, ລົດໃຫຍ່ ບໍ່ໃຫ້ເປັນຕົ້ນຕໍ ຂອງການເກີດຄວັນດໍາ.