ລາວ ເປັນອັນດັບໜຶ່ງ ທີ່ປະຊາກອນດື່ມເຫຼົ້າຫຼາຍທີ່ສຸດ

ຈໍາປາທອງ
2025.02.14
ລາວ ເປັນອັນດັບໜຶ່ງ ທີ່ປະຊາກອນດື່ມເຫຼົ້າຫຼາຍທີ່ສຸດ ຄົນຮັບຈ້າງ ສົ່ງເບຍ ໃຫ້ຮ້ານ ແຫ່ງໜຶ່ງ ຢູ່ນະຄອນຫຼວງພຣະບາງ. ເດືອນມັງກອນ ປີ 2024.
Tang Chhin Sothy/AFP

ປະເທດລາວ ເປັນປະເທດ ທີ່ປະຊາກອນດື່ມເຄື່ອງດື່ມ ທີ່ມີທາດເຫຼົ້າ ຫຼາຍທີ່ສຸດ ໃນເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ ໃນປີ 2023 ຄືມີອັດຕາສະເລ່ຍ 11.71 ລິດຕໍ່ຄົນຕໍ່ປີ, ເປັນປະເທດອັນດັບ 1 ໃນອາຊຽນ ທີ່ມີການດື່ມເຫຼົ້າຫຼາຍທີ່ສຸດ, ຮອງລົງມາກໍແມ່ນ ຫວຽດນາມ, ກໍາປູເຈຍ. ສໍາລັບປະເທດໃນອາຊຽນ ທີ່ປະຊາກອນ ດື່ມເຫຼົ້າໜ້ອຍທີ່ສຸດ ແມ່ນອິນໂດເນເຊຍ ທີ່ປະຊາກອນດື່ມພຽງ 0.11 ລິດຕໍ່ຄົນຕໍ່ປີ ຄືດື່ມບໍ່ເຖິງຮອດເຄິ່ງຈອກນໍ້າທໍາມະດາ, ອີງຕາມລາຍງານ ຂອງເວັບໄຊ Seasia Stats ທີ່ເປັນຜູ້ຈັດອັນດັບນີ້.

ສາເຫດທີ່ເຮັດໃຫ້ປະຊາຊົນລາວ ດື່ມເຫຼົ້າຫຼາຍກວ່າປະເທດອື່ນໆ ໃນອາຊຽນຄືແນວນີ້ ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ສາທາລະນະສຸກລາວ ທ່ານໜຶ່ງ ແລ້ວແມ່ນວ່າ ເປັນຍ້ອນຮ້ານຂາຍເຫຼົ້າ ມີຢູ່ທຸກບ່ອນ ແລະສາມາດຂາຍໄດ້ຢູ່ຕລອດເວລາ, ບໍ່ມີກົດໝາຍຫ້າມຄືໄທ, ມີການຕົ້ມເຫຼົ້າໃນຊຸມຊົນທົ່ວໄປ, ຕົ້ມເຫຼົ້າກິນເອງ ດັ່ງທີ່ທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ກຸມພາ 2025 ນີ້ວ່າ:

“ກິນໄດ້ທຸກເວລາເດນໍ ໝໍ້ຂາຍກໍຂາຍທົ່ວທີບເລີຍ ບໍ່ໄດ້ກໍານົດເວລາ ບໍ່ຄືຢູ່ໄທເດ ຕ້ອງມີກົດໝາຍຄືໄທ ມີແຕ່ກວດກາບບໍ່ໄດ້ຄຸນນະພາບຊື່ໆ ສ່ວນຫຼາຍກໍຕົ້ມກໍກິນໂລດ ແລ້ວບໍ່ໄດ້ຜ່ານເດນໍ ອໍຜູ້ຊາຍກໍຕະຫຼອດເວລາ.”

ພ້ອມກັນນັ້ນ ທ່ານກໍຍັງເວົ້າເຖິງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມ ທີ່ມີທາດເຫຼົ້າ, ເວົ້າເຖິງໜ້າທີ່ ແລະວິທີການກະທໍາ ຂອງຄົນໃນສັງຄົມ ເພື່ອຫວັງເຮັດໃຫ້ຜູ້ດື່ມເຫຼົ້າ ຫຼຸດຜ່ອນ ແລະເຊົາດື່ມເຫຼົ້າ ຊຶ່ງມາດຕາ 49 ລະບຸວ່າ ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ຕ້ອງເອົາໃຈໃສ່ປຸກລະດົມ, ໂຄສະນາຊວນເຊື່ອ ແນະນໍາວິທີໃຫ້ຜູ້ໄດ້ຮັບຜົນຮ້າຍ ຈາກເຄື່ອງດື່ມ ທີ່ມີທາດເຫຼົ້າ ໃຫ້ຮັບຮູ້ ແລະເຂົ້າໃຈເຖິງຜົນຮ້າຍ ຕໍ່ສຸຂະພາບ, ຄອບຄົວ, ເສດຖະກິດ-ສັງຄົມ ເພື່ອໃຫ້ມີຄວາມຕື່ນຄົວ, ຫຼຸດຜ່ອນ ແລະກ້າວໄປເຖິງການຢຸດເຊົາ. ແຕ່ໃນໄລຍະທີ່ຜ່ານມາ ວຽກງານທີ່ວ່ານີ້ ຖືວ່າຍັງເຮັດໄດ້ໜ້ອຍຫຼາຍ.


ຂ່າວກ່ຽວກັນ

ບຸນປີໃໝ່ສາກົນ 2025, ເກີດອຸບັດຕິເຫດ 170 ຄັ້ງ, ເສຍຊີວິດ 17 ຄົນ

ອັງກິດ ເຕືອນພົນລະເມືອງຕົນ ໃນການດື່ມເຫຼົ້າ ເມື່ອໄປທ່ຽວວັງວຽງ

ທາງການແຂວງຈໍາປາສັກ ແລະ ຊຽງຂວາງ ອອກແຈ້ງການ ຫ້າມຮ້ານອາຫານ ແລະ ສະຖານບັນເທີງ ຈໍາໜ່າຍ ຫຼື ນໍາໃຊ້ສານເສບຕິດ ຢ່າງເດັດຂາດ


ທ່ານເວົ້າວ່າ ສໍາລັບຜູ້ດື່ມເຫຼົ້າຫຼາຍ ຈະເກີດມີຜົນຮ້າຍ ຕໍ່ສຸຂະພາບຕາມມາ, ຈະເປັນພະຍາດຕັບ, ພະຍາດຫົວໃຈ ແລະຄວາມດັນເລືອດສູງ ແລະຍັງຈະສົ່ງຜົນຮ້າຍຕໍ່ສະຕິ, ການຕັດສິນໃຈ, ການເກີດອຸບັດຕິເຫດ, ເກີດຄວາມຂັດແຍ່ງໃນຄອບຄົວ ຮວມໄປເຖິງ ການເສຍຊີວິດນໍາດ້ວຍ:

“ກະມີຂໍ້ລົງໃນແຕ່ລະບ້ານ ແຕ່ຫາກບໍ່ເຊົາ ກິນເຫຼົ້າຫຼາຍ ກະຕັບແຂງ ແລ້ວກໍຕາຍ ຫົວໃຈ ລະບົບປະສາດພຸ້ນແຫຼະ ປົວກະບໍ່ເຊົາແຫຼະ ໂຕນີ້ກໍບໍ່ເຫັນລາຍງານ.”

ໃນຂະນະດຽວກັນ ປະຊາຊົນຜູ້ໜຶ່ງ ກໍເວົ້າວ່າ ຢູ່ຕາມທ້ອງຖິ່ນຕ່າງໆ ໃນທົ່ວປະເທດ ຍັງມີຊາວບ້ານຕົ້ມເຫຼົ້າຂາຍ ແລະເອົາໄວ້ກິນເອງ ຫຼາຍຢູ່, ຕົ້ມກັນຢູ່ຕະຫຼອດ ເຖິງທາງການ ຈະຫ້າມບໍ່ໃຫ້ຕົ້ມເຫຼົ້າ, ຫ້າມບໍ່ໃຫ້ກິນເຫຼົ້າຫຼາຍ ມັນຈະເຈັບຕັບ ແຕ່ກໍຫ້າມໄປຊື່ໆ, ບໍ່ມີການຄວບຄຸມທາງກົດໝາຍ ດັ່ງນັ້ນຈຶ່ງເຮັດໃຫ້ ມີຄົນກິນເຫຼ້າ ກິນເບຍ ແລະດື່ມເຄື່ອງດື່ມ ທີ່ມີທາດເຫຼົ້າ ໃນແຕ່ລະມື້ ຫຼາຍຢູ່:

“ບໍ່ມີກົດໝາຍອັນນີ້ດອກ ມີຕົ້ມຢູ່ຕະຫຼອດ ມັນໄດ້ໝົດຢູ່ເມືອງ ຢູ່ບ້ານເຮົາ ຢູ່ນີ້ມັນແນວນັ້ນເດ ເຂົາກໍຫ້າມໄປ ຫ້າມຊື່ໆ ໂອຍ ເຂົາກໍວ່າເປັນຕັບ ຢ່າກິນເຫຼົ້າຫຼາຍ ເຂົາກໍວ່າໄປຊັ້ນແຫຼະ ບໍ່ແມ່ນຈະຫ້າມກັນ ອີ່ຫຼີອີ່ຫຼໍຫັ້ນນ່າ.”

ແລະປະຊາຊົນລາວ ອີກຜູ້ໜຶ່ງກໍເວົ້າຄືກັນວ່າ ຢູ່ປະເທດລາວ ມີຄົນດື່ມເຫຼົ້າ ແລະດື່ມເບຍຫຼາຍ ຈົນຕິດ, ຖ້າບໍ່ໄດ້ດື່ມ ກໍມັກຈະສັ່ນ, ຫງຸດຫງິດ, ອາລົມບໍ່ດີ, ຢູ່ບໍ່ໄດ້, ແຕ່ເມື່ອໄດ້ດື່ມແລ້ວ ອາການທີ່ວ່ານັ້ນກໍດີຂຶ້ນ ແລະວ່າ ຢູ່ລາວ ປະຊາຊົນສາມາດຕົ້ມເຫຼົ້າກິນເອງ ແລະຂາຍໄດ້ ໂດຍທີ່ທາງການ ບໍ່ໄດ້ແກ້ໄຂບັນຫາຢ່າງຈິງຈັງ ເຖິງແມ່ນວ່າ ເຈົ້າໜ້າທີ່ສາທາລະນະສຸກ ຈະແນະນໍາ ແລະບອກໃຫ້ຮູ້ ເຖິງຜົນຮ້າຍຕໍ່ສຸຂະພາບ ຈາກການດື່ມເຫຼົ້າ ຫຼາຍກໍຕາມ ແຕ່ນັກດື່ມເຫຼົ້າທຸກຄົນ ກໍບໍ່ປະຕິບັດຕາມ ດັ່ງທີ່ທ່ານກ່າວວ່າ:

“ຮ້ວຍ ມັນກະກິນກັນຫຼາຍນໍ ເຂົາເຈົ້າເຮັດເອງເດ ເຈົ້າໜ້າທີ່ພວກຫ້ອງການ ສາທາລະນະສຸກ ເຂົາເຈົ້າກໍລົງມາ ເຂົາເຈົ້າກໍແນະນໍາ ແຕ່ວ່າຄົນເຮົາ ມັນບໍ່ຟັງຄວາມເຂົາເຈົ້າ ລະເມີດ ບໍ່ກິນແລ້ວຢູ່ບໍ່ໄດ້ ບໍ່ໄດ້ກິນກໍສັ່ນເດ ແບບຫງຸດໆ ຫງິດໆ ຫັ້ນນ່າ.”

ອີງໃສ່ຂໍ້ມູນ ຂອງກະຊວງສາທາລະນະສຸກ ທີ່ໜັງສືພິມລາວພັດທະນາ ລາຍງານ ກ່ອນທີ່ສະພາແຫ່ງຊາດ ຈະຮັບຮອງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມ ທີ່ມີທາດເຫຼົ້າ ໃນເດືອນທັນວາ 2014 ນັ້ນ ພົບວ່າ ມີຊາວລາວເຖິງ 75% ບໍລິໂພກເຄື່ອງດື່ມ ທີ່ມີທາດເຫຼົ້າ ແລະໃນນັ້ນ 32% ດື່ມເປັນປະຈໍາ, 68% ດື່ມບາງໂອກາດ ແລະ 6% ດື່ມຢ່າງໜ້ອຍ ອາທິດລະ 5 ເທື່ອ. ຄົນລາວ ອາຍຸ ຕັ້ງແຕ່ 15 ປີ ຂຶ້ນໄປ ດື່ມສິ່ງທີ່ມີທາດເຫຼົ້າ ສະເລ່ຍຫຼາຍກວ່າ 15 ລິດ ຕໍ່ຄົນຕໍ່ປີ, ມີຜູ້ປ່ວຍ ເປັນພະຍາດຕັບແຂງ ຫຼາຍກວ່າ 2,000 ຄົນ ແລະເສຍຊີວິດ ປີລະຫຼາຍຮ້ອຍຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.