ເຣີ່ມມີການລັກລອບຊື້-ຂາຍ ໃບກະທ້ອມໃນລາວ ຫຼາຍຂຶ້ນ

ພອນ ພູມມີທອນ
2023.04.20
ເຣີ່ມມີການລັກລອບຊື້-ຂາຍ ໃບກະທ້ອມໃນລາວ ຫຼາຍຂຶ້ນ ເຈົ້າໜ້າທີ່ຕຳຣວດ ປກສ ຍຶດນ້ຳໃບກະທ້ອມ, ສ່ວນປະສົມໃນການປຸງແຕ່ງໃບກະທ້ອມ ແລະໃບກະທ້ອມຈຳນວນຫຼາຍ, ນະຄອນຫຼວຽງຈັນ, ເດືອນທັນວາ 2022.
ຮູບພາບ: ປກສ

ປັດຈຸບັນ ການໃຊ້ໃບກະທ້ອມ ໃນກຸ່ມໄວຣຸ້ນລາວ ໄດ້ແຜ່ຫລາຍຂຶ້ນຢ່າງຕໍ່ເນື່ອງ ໂດຍກຸ່ມດັ່ງກ່າວ ບໍ່ໄດ້ສົນໃຈວ່າ ໃບກະທ້ອມໃນລາວ ຍັງເປັນພືດທີ່ຜິດກົດໝາຍ ທັ້ງທີ່ກ່ອນໜ້ານີ້ ໃນເດືອນ ກໍຣະກະດາ ປີ 2022 ກົມອາຫານ ແລະ ຢາ, ກະຊວງ ສາທາຣະນະສຸຂ ຂອງລາວ ໄດ້ແຈ້ງການວ່າ ໃບກະທ້ອມ ເປັນພືດທີ່ຜິດກົດໝາຍ ບໍ່ອະນຸຍາດໃຫ້ປູກ, ປຸງແຕ່ງ, ຜລິດ, ຊື້-ຂາຍ, ຈໍາໜ່າຍ, ຄອບຄອງ ແລະນໍາເຂົ້າ-ສົ່ງອອກ, ແຕ່ມາຮອດປັດຈຸບັນ ກໍຍັງມີຄົນຊື້-ຂາຍ ແລະ ເສພກັນເພີ່ມຂຶ້ນຕໍ່ເນື່ອງ ໂດຍສະເພາະການຊື້ຂາຍທາງອອນລາຍນ໌ ມີການຕັ້ງເປັນກຸ່ມຊື້-ຂາຍ ໃບກະທ້ອມກັນເອງ ສ່ວນໃຫຍ່ ລັກລອບນໍາເຂົ້າ ມາຈາກປະເດໄທຍ ເພາະວ່າ ປະເທດໄທຍ ໄດ້ໃຫ້ໃບກະທ້ອມ ຖືກກົດໝາຍ ເພາະຢູ່ລາວ ຍັງມີການ ປູກໃບກະທ້ອມໜ້ອຍຫລາຍ. 

ສາເຫດ ທີ່ມີການໃຊ້ໃບກະທ້ອມກັນຫລາຍ ກໍຍ້ອນວ່າ ເຈົ້າໜ້າທີ່ຕໍາຣວດ ບໍ່ກວດກາ ດໍາເນີນຄະດີຢ່າງຈິງຈັງ ຖ້າກວດພົບເຫັນວ່າ ຜູ້ກະທໍາຜິດລັກລອບຊື້-ຂາຍໃບກະທ້ອມ ຜູ້ກະທໍາຜິດ ກໍພຽງແຕ່ຈ່າຍເງິນສິນບົນ ໃຫ້ເຈົ້າໜ້າທີ່ ແລ້ວກໍປ່ອຍໂຕໄປ ບໍ່ໄດ້ດໍາເນີນຄະດີຟ້ອງສານ ໃຫ້ສານດໍາເນີນຄະດີຕາມກົດໝາຍຢ່າງເດັດຂາດ.

ດັ່ງ ຊາວລາວ ໃນນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 20 ເມສາ ນີ້ວ່າ: 

“ເຣຶ່ອງແຜ່ຫລາຍ ມັນແຜ່ຫລາຍ ແຕ່ມັນຜິດກົດໝາຍ ກະພວກໄວຣຸ້ນນ່າ ຫລາຍກວ່າເກົ່າຕິ້ ປູກຄືກັນ ແຕ່ສ່ວນໜ້ອຍ ຈະຢູ່ພາກໃຕ້ເບາະ ສ່ວນຫລາຍສັ່ງໃບມາແຕ່ໄທຍນ່າ ເພາະຢູ່ລາວມັນຍັງບໍ່ໄດ້ເປິດກວ້າງກັບໃບກະທ້ອມ ບໍ່ຄືຢູ່ໄທຍ ມັນຂາຍແຄມທາງກໍໄດ້ ກະກວດປົກຕິແຫລະ ແຕ່ເຂົາເຈົ້າກະລັກຂາຍກັນ ຄືລາຍໃຫຍ່ຢູ່ລາວນ່າ ເຄີຍຖືກຈັບເນາະ ຍອມຈ່າຍເງິນ ໄດ້ອອກມາຂາຍຄືນ ແຕ່ເວລາທີ່ເຂົາໄປຫາເຈົ້າຍາມໃດ ເຈົ້າກໍຕ້ອງມີເງິນໃຫ້ເຂົາ.”

ຫລ້າສຸດວັນທີ 30 ມີນາ 2023 ທີ່ຜ່ານມາ ຫົວໜ້າອົງການອັຍການປະຊາຊົນສູງສຸດ ໄດ້ມີຄໍາສັ່ງ ເຣຶ່ອງການດໍາເນີນຄະດີ ຕໍ່ຜູ້ທີ່ປູກ ຜລິຕ ປຸງແຕ່ງ ຄ້າຂາຍ ຈໍາໜ່າຍ ຂົນສົ່ງ ແລະ ຜູ້ທີ່ມີໄວ້ຄອບຄອງ ນໍາເຂົ້າ-ສົ່ງອອກ ຍ້ອນໃບກະທ້ອມ ຍັງເປັນພືດ ທີ່ຜິດກົດໝາຍຢູ່ລາວ ລວມເຖິງມີ ສານຣະເຫີຍ ທີ່ມີສານເສພຕິດອື່ນ ປຸມເປົ້າອັດແກ້ສ ສານໄນຕັດອອ໋ກໄຊ ຢາສູບໄຟຟ້າ ບາຣາກຸ ແລະ ອື່ນໆ. ໂດຍໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາ ເພີ່ມທະວີ ແກ້ໄຂບັນຫາເຂັ້ມງວດ ໂດຍສະເພາະ ແມ່ນການປະຕິບັດ ກົດໝາຍຂອງເຈົ້າໜ້າທີ່ ອົງການສືບສວນ-ສອບສວນ ຕ້ອງໄດ້ຮັບປະກັນເຮັດໃຫ້ທຸກຂັ້ນຕອນ ຂອງການດໍາເນີນຄະດີຢາເສພຕິດ ແລະ ໃຫ້ມີຄວາມໂປ່ງໃສ ຖ້າພົບເຫັນໃຫ້ດໍາເນີນຄະດີທັນທີ ແລະ ເດັດຂາດ.

ແຕ່ມາຮອດປັດຈຸບັນນີ້ ຫລາຍຄົນກໍຍັງລອບຊື້-ຂາຍຄືເກົ່າ ບໍ່ໄດ້ຢ້ານກົດໝາຍ ໂດຍສະເພາະ ການຂາຍທາງອອນລ່າຍ ສັ່ງມາຈາກປະເທດໄທຍ ແລ້ວສົ່ງຜ່ານຂົນສົ່ງ ເຊິ່ງກໍແປກໃຈວ່າ ສົ່ງຜ່ານມາໄດ້ແນວໃດ ເຈົ້າໜ້າທີ່ບໍ່ໄດ້ກວດກາບໍ່? ທັງທີ່ໃບກະທ້ອມໃນປະເທດລາວຜິດກົດໝາຍຢູ່.

ດັ່ງ ຊາວລາວ ໃນນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ:

“ຜິດໆກົດໝາຍ ເຂົາເຈົ້າກໍລັກຂາຍ ມີແຕ່ວ່າປູກໜ້ອຍດຽວ ບໍ່ປູກຫລາຍ ຄືຢູ່ໄທຍ ເພາະຢູ່ໄທຍມັນຖືກກົດໝາຍ ຄັນຄົນທີ່ຂາຍ ໃບກະທ້ອມຢູ່ໄທຍ ເຂົາເຈົ້າກໍນ່າຈະຮູ້ວ່າ ມື້ນຶ່ງຄົນລາວສັ່ງ ປະມານຈັກໂລຈັກໂລ ກະຝາກຂົນສົ່ງ ບໍ່ຮູ້ວ່າເຂົາເຈົ້າຝາກມາຈັ່ງໃດ ແຕ່ວ່າກະບໍ່ຖືກ.”

ດ້ານໄວຣຸ້ນລາວ ທ່ານນຶ່ງ ກໍກ່າວວ່າ ປັດຈຸບັນນີ້ກໍເຫັນຫລາຍຄົນ ມັກກິນແຕ່ນ້ໍາກະທ້ອມ ກັນຫລາຍຢູ່ ບາງຄົນກໍຊື້ກິນແບບຕຸກທີ່ປຸງແຕ່ງສໍາເຣັດ ເພາະ ຕຸກນຶ່ງກໍລາຄາບໍ່ແພງ ປະມານ 50 ບາດໄທຍ ເຊິ່ງຕົນເອງກໍເປັນນຶ່ງໃນນັ້ນ ກໍກິນເຊັ່ນກັນ ແຕ່ບໍ່ໄດ້ກິນປະຣິມານທີ່ຫລາຍ ກິນພໍໃຫ້ມີແຮງເທົ່ານັ້ນ ຈື່ງບໍ່ມີລິດອັນໃດ ທີ່ເປັນອັນຕຣາຍຕໍ່ຊີວິດ.

“ກະເຫັນເຂົາກິນຫລາຍຄົນຢູ່ ຕຸກນຶ່ງກະປະມານ 50 ບາທນີ້ແຫລະ ນ້ອງກໍກິນ ກໍກິນປົກຕິຢູ່ເດ້ ບໍ່ໄດ້ມີລິດແນວໃດ ກໍທັມດາ ຕົ້ມກິນນີ້ແຫລະ ເປັນນ້ໍາຢາ ໃສ່ມັນເລີຍເດ້ ໃຫ້ມັນຫວານຂຶ້ນ ມັນໆຂົມເດ້.” 

ເຖິງຢ່າງໃດກໍຕາມ ຣັຖບານ ຍັງບໍ່ມີຈໍານວນ ຜູ້ເສພຕິດໃບກະທ້ອມທົ່ວປະເທດເທື່ອ ຂະນະທີ່ເຈົ້າໜ້າທີ່ ສາທາຣນະສຸຂ ທ່ານນຶ່ງ ກ່າວວ່າ ພືດໃບກະທ້ອມນີ້ ກໍເປັນພືດທີ່ຜິດກົດໝາຍໃນລາວ ເຊິ່ງທາງການລາວ ກໍແຈ້ງການອອກມາແລ້ວ ຫ້າມປູກ ຫ້າມຈໍາໜ່າຍ ຫ້າມຊື້-ຂາຍ ເພາະມັນຄື ຢາເສພຕິດຊະນິດນຶ່ງ ບໍ່ແຕກຕ່າງຈາກກັນຊາ ທີ່ເປັນປະເພດຢາເສພຕິດ ຖ້າເສພຫລາຍກໍມີຜົລຂ້າງຄຽງ ບາງເທື່ອ ກໍອາດໃຈຮ້າຍ ຫງຸດຫງິດ ວິຕົກກັງວົນໃຈ. 

“ໂຕນີ້ມັນກໍເຮັດໃຫ້ຄົນເຮົາມັນຕິດນ່າ ມັນຕ້ອງໄດ້ເສພຕລອດເດ້ ກະຄືກັນ ກັບກັນຊາ ຜົລກະທົບ ກໍຕ້ອງມີແນ່ນອນແລ້ວ ເຫັນແຈ້ງການອອກມາ ເພິ່ນບໍ່ໃຫ້ນໍາໃຊ້ ບໍ່ໃຫ້ຂາຍ ບໍ່ໃຫ້ເສພ ປະເພດຢາເສພຕິດນ່າພວກນີ້ ຕິດກໍຕ້ອງໄດ້ສູບຕລອດດອກ ຄັນບໍ່ໄດ້ສູບມັນກໍໃນຫາຍບໍ່ ຫລືວ່າມັນງຸດງິດໃຈຫັ້ນນ່າ.” 

ຂະນະທີ່ ເຈົ້າໜ້າທີ່ຕໍາຣວດໃນລາວ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວໃນວັນທີ 20 ເມສາ ນີ້ວ່າ ສ່ວນຫລາຍກໍຍັງມີຢູ່ ກຸ່ມໄວຣຸ້ນທີ່ລັກລອບ ຊື້-ຂາຍ ໃບກະທ້ອມ ແລະ ເສພ ຕົ້ມ ປຸງແຕ່ງຈໍາໜ່າຍເອງ, ແຕ່ ຣັຖບານລາວ ກໍໄດ້ອອກກົດໝາຍໄປທົ່ວປະເທດແລ້ວ ຖ້າຜູ້ໃດຄອບຄອງໃບກະທ້ອມ ເສພ ຄ້າຂາຍ ນໍາເຂົ້າ-ອອກ ກໍຖືວ່າຜິດກົດໝາຍ ຖ້າຫາກເຈົ້າໜ້າທີ່ພົບເຫັນ ກໍຈະຖືກອົບຮົມສືກສາ ແລະ ຖ້າບໍ່ຟັງ ຫລື ບໍ່ຢຸດເຊົາ ເຈົ້າໜ້າທີ່ພົບເຫັນອີກ ກໍຈະດໍາເນີນຄະດີຕາມກົດໝາຍທັນທີ.

ດັ່ງ ທ່ານກ່າວວ່າ: 

“ເອີ ສ່ວນຫລາຍມັນກໍມີຢູ່ຫັ້ນແຫລະ ຍັງມີສ່ວນຫລາຍກຸ່ມໄວຣຸ້ນ ເພາະວ່າເຮົາແຈ້ງການນີ້ມັນລົງເຖິງໝົດ ແຕ່ລະບ່ອນ ຄັນເຫັນ ຄັນມັນຕົ້ມ ມັນຂາຍ ມັນຈໍາໜ່າຍ ເຂົາກໍຈັບຫັ້ນແລ້ວ ກວດໄດ້ ມັນຫ້າມແລ້ວເດ້ ສືກສາອົບຮົມ ກ່າວເຕືອນ ມັນບໍ່ເຊົາ ກໍຕ້ອງໄດ້ດໍາເນີນຕາມກົດໝາຍແຫລະ.”

ສໍາລັບການເສພຕິດໃນ ໃບກະທ້ອມມີຫລາຍຕົວ ນຶ່ງໃນນັ້ນ ຄືສານ Mitragynine ອອກລິດຄ້າຍກັບຢາກຸ່ມ Opioids ເຊັ່ນ ມໍຟີນ ຫລື ຢາໂຄເຄອີນ ຫາກໃຊ້ພຽງເລັກນ້ອຍບໍ່ເກີນ 5 ກຣັມ ຈະກະຕຸ້ນໃຫ້ຮ່າງກາຍມີແຮງ ໃນການເຮັດວຽກເຮັດການ ຮູ້ສຶກມີກໍາລັງຂຶ້ນມາ ແລະ ຫລຸດຄວາມເມື່ອຍລ້າ ລະຫວ່າງວັນໄດ້. ຖ້າຫາກເສພໃບກະທ້ອມ ໃນປະຣິມານ 5-15 ກຣັມ ອາຈຈະເຮັດໃຫ້ຫລຸດອາການປວດ ມີຄວາມສຸຂ ງ່ວງນອນ ຫລື ມືນເມົາ ແລະ ຖ້າຫາກເສພໃບກະທ້ອມ ໃນປະມານທີ່ສູງກວ່າ 15 ກຣັມ ອາຈສົ່ງຜົລຂ້າງຄຽງທີ່ຮຸ່ນແຮງ ນໍາໄປສູ່ພາວະ ໂຄມ່າ ແລະ ເສັຍຊີວິດໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.