ເຣື້ອງທີ່ເກັບບັນທຶກໄວ້
2023-12-30
ມີຮ້ານອາຫານ ບາງແຫ່ງ ຢູ່ນະຄອນຫຼວງວຽງຈັນ ໄດ້ລັກລອບນໍາເຂົ້າ ນໍ້າໝາກໄມ້ ທີ່ມີສ່ວນປະສົມ ຂອງກັນຊາ ຈາກປະເທດໄທຍ ມາວາງຂາຍ
2023-12-29
ຊາວນະຄອນຫຼວງວຽງຈັນ ໃນເຂດບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ເດືອດຮ້ອນ ຍ້ອນນ້ຳປະປາ ບໍ່ໄຫຼ ຫຼືມາຄ່ອຍ ເປັນເວລາຫຼາຍກວ່າ 3 ເດືອນແລ້ວ
2023-12-20
ໃນ 3 ປີມານີ້ ຕໍາຣວດແຂວງຈໍາປາສັກ ຍຶດຢາບ້າ ໄດ້ເກືອບ 2 ລ້ານເມັດ ແລະ ສາມາດຈັບຜູ້ຕ້ອງສົງໄສໄດ້ 5,764 ຄົນ ໃນຈໍານວນ 8,303 ຄົນ, ໃນນັ້ນ ເປັນຜູ້ຄ້າ-ຂາຍ ຣາຍໃຫຍ່ 117 ຄົນ, ຣາຍຍ່ອຍ 1,016 ຄົນ ແລະ ຜູ້ເສບອີກ 4,631 ຄົນ.
2023-12-19
ໂຮງງານບົດຫິນ ແລະການຂຸດຄົ້ນບໍ່ແຮ່ ຢູ່ເຂດບ້ານຫ້ວຍຄໍາ ເມືອງສັງທອງ ນະຄອນ ຫລວງວຽງຈັນ ເຮັດໃຫ້ມີຂີ້ຝຸ່ນຫລາຍ ແລະກະຈາຍປົກຄຸມທົ່ວບ້ານ ເຊິ່ງຊາວບ້ານຫລາຍຄົນ ຢ້ານກໍ່ໃຫ້ເກີດບັນຫາສຸຂພາບຕາມມາພາຍຫຼັງ ຈຶ່ງຮຽກຮ້ອງໃຫ້ທາງການທີ່ກ່ຽວຂ້ອງ ແກ້ໄຂດ່ວນ.
2023-12-18
ສະຖານນະການ ຜູ້ຕິດເຊື້ອ HIV/AIDS ຢູ່ປະເທດລາວ ຍັງມີທ່າອ່ຽງເພີ່ມຂຶ້ນສູງ ຢ່າງຕໍ່ເນື່ອງ ເຊິ່ງໃນບົດຣາຍງານຫຼ້າສຸດ ພົບວ່າເພດຊາຍ ຕິດເຊື້ອຫຼາຍກວ່າເພດຍິງ.
2023-12-18
ແຕ່ປີ 2021 ຫາ 2023 ທາງການລາວ ປະຕິບັດວາລະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດບໍ່ໄດ້, ຢາບ້າຍັງຣະບາດຫລາຍ ຈົນເຮັດໃຫ້ຕ້ອງໄດ້ຍືດເວລາ ອອກໄປຕື່ມອີກເຖິງປີ 2025 ເຊິ່ງການຣະບາດ ຂອງຢາເສບຕິດເພີ່ມຫຼາຍຂຶ້ນ ເຮັດໃຫ້ມີຜູ້ຕິດຢາເສບຕິດ ເພີ່ມຂຶ້ນເຊັ່ນກັນ.
2023-12-13
ປກສ ເມືອງເມິງ ແຂວງບໍ່ແກ້ວ ໄດ້ກວດພົບຢາບ້າ ຈໍານວນ 1,600,000 ເມັດ ຢູ່ເຂດບ້ານມອນແຫຼມ ແລະບ້ານຊຽງດາວ ແລະຈັບໂຕຜູ້ຕ້ອງສົງສັຍ ໄດ້ 1 ຄົນ ເພື່ອດໍາເນີນການສືບ ສວນ-ສອບສວນ ຂຍາຍຜົລ ຫາກຸ່ມແກ້ງ ມາດໍາເນີນຄະດີ ຕາມກົດໝາຍ.
2023-12-13
ອົງການສະຫະປະຊາຊາຕ ເພື່ອຕ້ານຢາເສບຕິດ ແລະ ອາຊຍາກັມ ຫຼື UNODC ອອກບົດຣາຍງານ ປະຈຳປີ 2023 ວ່າ ມີການສຳຣວດເຫັນ ເນື້ອທີ່ປູກຝິ່ນໃນລາວ ປະມານ 5,000 ເຮັກຕ້າຣ໌ ທີ່ສ່ວນໃຫຍ່ ຢູ່ໃນແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ.
2023-12-12
ອົງການອະນາໄມໂລກ ແລະອົງການຄຸ້ມຄອງ ດ້ານຢາ ຂອງປະເທດປາກິສຖານ ພົບສານເຄມີ Ethylene Glycol ແລະ Diethylene Glycol ປົນເປື້ຶອນ ໃນປະຣິມານສູງ ຢູ່ຜລິຕພັນຢາ ສອງຊະນິດຄື Alergo Syrup ແລະ ຢາ Ulcofin ກໍ່ໃຫ້ເກີດອັນຕະຣາຍຕໍ່ຊີວິດ.
2023-12-07
ຄົນຈີນຂັບຣົຖກະບະ ຕໍາຣົຖຂອງຊາວບ້ານ ຢູ່ລະຫວ່າງສີ່ແຍກດົງໂດກ ໄປຫາວົງວຽນດອນໜູນ ເມືອງໄຊທານີ ນະຄອນຫລວງວຽງຈັນ ແລ້ວໄດ້ພະຍາຍາມຫລົບໜີ ແຕ່ເຈົ້າໜ້າທີ່ ໄລ່ນໍາຈັບໄດ້ ໃນທີ່ສຸດ ສ້າງຄວາມບໍ່ພໍໃຈ ທີ່ຄົນຈີນເຂົ້າມາໃນລາວ ແລ້ວບໍ່ເຄົາຣົບຕໍ່ກົດໝາຍ ຂອງລາວ.
2023-12-07
ປະມານວັນອາທິດ 3 ທັນວາ ທີ່ຜ່ານມາ ປາໜອງ ຂອງຊາວບ້ານ ຢູ່ເຂດບ້ານນາຍາງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ລ້ຽງໄວ້ກິນ ແລະໄວ້ຂາຍ ເຊິ່ງຢູ່ຫ່າງຈາກສວນກ້ວຍຈີນ ປະມານ 100-400 ແມັດ ຟູຕາຍຈໍານວນຫຼາຍ ຈຶ່ງສັນນິຖານວ່າ ເປັນຍ້ອນສານເຄມີຈາກ ສວນກ້ວຍຈີນ.
2023-12-04
ອີງຕາມຂໍ້ມູນ ຈາກສູນຕ້ານເອດສ໌ ຫຼື ພຕພ ຂອງປະເທດລາວ ພົບວ່າ ປີ 2023 ຕັ້ງແຕ່ເດືອນມົກກະຣາ ຫາ ເດືອນຕຸລາ ມີຜູ້ຕິດເຊື້ອ HIV ຫຼື ເອດສ໌ ໃນປະເທດລາວ ຣາຍໃໝ່ 1,757 ຄົນ ສ່ວນໃຫຍ່ເປັນກຸ່ມວັຍໜຸ່ມ ມີທັງເພດຍິງ ແລະເພດຊາຍ ແລະປັດຈຸບັນ ກຸ່ມທີ່ຍັງສ່ຽງທີ່ສຸດ ກໍຍັງເປັນຊາຍຮັກຊາຍ.
2023-12-01
ການລ້ວງກະເປົ໋າ, ລັກຊັບ ໃນງານບຸນທາດຫລວງວຽງຈັນ ຍັງມີຢູ່ທຸກປີ. ປີນີ້ມີ 19 ເຣື່ອງ, ເສັຍຫາຍຫລາຍສິບລ້ານກີບ ຄືຫລາຍກວ່າປີກາຍ ທີ່ມີການແຫກກະເປົ໋າ 3 ຄັ້ງ, ເສັຍຫາຍພຽງ 4 ລ້ານປາຍກີບ.
2023-11-29
ຫລາຍໜ່ວຍງານ ເກັບກູ້ລະເບີດບໍ່ທັນແຕກ ທີ່ຂຶ້ນກັບອົງການ ເກັບກູ້ລະເບີດ ບໍ່ທັນແຕກແຫ່ງ ສປປ ລາວ ຫຼື UXO Lao ຂາດເຂີນອຸປະກອນ ເຄື່ອງມື ແລະງົບປະມານຫລາຍ ເຮັດໃຫ້ການປະຕິ ບັດວຽກງານ ບໍ່ເປັນໄປຕາມແຜນ.
2023-11-21
ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ເປັນປະທານ ໃນພິທີມອບ-ຮັບ ແລະ ເປີດນໍາໃຊ້ ສູນບໍາບັດ, ຟື້ນຟູສຸຂພາບ ຜູ້ຕິດຢາເສບຕິດ ຢູ່ບ້ານທົ່ງຫວາຍ ເມືອງທ່າແຕງ ແຂວງເຊກອງ ເຊິ່ງຄາດວ່າ ຈະສາມາດຮອງຮັບ ຜູ້ຕິດຢາເສບຕິດໄດ້ 500 ຄົນ.