ຊາວນະຄອນຫຼວງວຽງຈັນ ເດືອດຮ້ອນ ຍ້ອນນ້ຳປະປາ ບໍ່ໄຫຼ

ໄຊຍາ
2023.12.29
ຊາວນະຄອນຫຼວງວຽງຈັນ ເດືອດຮ້ອນ ຍ້ອນນ້ຳປະປາ ບໍ່ໄຫຼ ກ໋ອກນ້ຳປະປາ ຂອງຊາວບ້ານ ໃນເຂດນະຄອນຫຼວງວຽງຈັນ
RFA

ໃນໄລຍະສັປດານີ້, ຊາວບ້ານ ຢູ່ບ້ານຈັນສະຫວ່າງ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຮ້ອງຮຽນ ຜ່ານສື່ມວນຊົນ ຂອງທາງການລາວ ວ່າ ພວກເຂົາເຈົ້າ ກໍາລັງເດືອດຮ້ອນ ຈາກບັນຫາ ນ້ຳປະປາບໍ່ໄຫຼ ຕາມປົກກະຕິ ມາແຕ່ເດືອນສິງຫາ ປີ 2023 ຈົນຮອດປັດຈຸບັນ, ໂດຍສະເພາະ ໃນໄລຍະເວລາ 06:00 ໂມງ ຫາ 22:00 ໂມງ ຂອງທຸກໆມື້, ເຊິ່ງເປັນໄລຍະເວລາ ທີ່ຊາວບ້ານ ມີຄວາມຕ້ອງການໃຊ້ນ້ຳ ໃນການດຳຣົງຊີວິຕ ປະຈຳວັນ ຢ່າງຫຼວງຫຼາຍ.

ທັງນີ້, ຊາວບ້ານ ຈຳນວນນຶ່ງ ຕ້ອງໄດ້ຊອກຫາ ວິທີການ ໃນການໃຊ້ນ້ຳ ກັນເອງ ເປັນຕົ້ນ ການໂຕ່ງນ້ຳໃສ່ຖັງ ຍາມກາງຄືນ, ການຊື້ນ້ຳຕຸກໃຫຍ່ ຫຼື ການເຈາະນ້ຳບາດານ ມາໃຊ້ ແທນນ້ຳປະປາ. ແຕ່ເຈົ້າໜ້າທີ່ ນ້ຳປະປາ ກໍບໍ່ໄດ້ຊີ້ແຈງຫຍັງ ແກ່ຊາວບ້ານ ແລະ ຍັງຄົງມາເກັບເງິນ ຄ່ານ້ຳປະປາ ຄືເກົ່າ. ດັ່ງທີ່ຊາວບ້ານ ບ້ານຈັນສະຫວ່າງ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ທັນວາ 2023 ນີ້ວ່າ:

“ບາງມື້ ກໍບໍ່ມາຮອດ 3 ມື້. ຈົນວ່າໄດ້ໄປຂໍ ໃຊ້ນ້ຳບາດານນຳເຂົາ, ເຂົາເອົານ້ຳບາດານ ຂຶ້ນມາໃຊ້. ບໍ່, ເຮົາກໍເຈາະເອງ ຢູ່ເຮືອນໃຜ ເຮືອນມັນຫັ້ນລະ. ດົນເຕີບລະໄດ໋ ຊ່ວງເດືອນ 8 ເດືອນ 9 ນີ້ຫັ້ນ. ກໍຍ້ອນນ້ໍາປະປາ ບໍ່ມາແຫຼະ ຈັ່ງໄດ້ເຈາະ ນ້ຳບາດານຊ່ອຍ, 4-5 ປີ ຫຼັງ. ເກັບເງິນປົກກະຕິ ຄືເກົ່າ ຮອດເດືອນລະມາຈົດ ຕາມນັ້ນນ່າ.”

ທ່ານໄດ້ກ່າວຕື່ມວ່າ ຊາວບ້ານ ກໍຕ້ອງຕ່າງພາກັນ ຊື້ເອົາຖັງເກັບນໍ້າ ຫຼືອ່າງເກັບນໍ້າໄວ້ ສຳລັບໂຕ່ງນ້ຳ ທັງຈາກນ້ຳປະປາ ໃນຍາມກາງຄືນ, ນ້ຳຝົນ ແລະ ນ້ຳບາດານ ເພື່ອຈະເກັບໄວ້ຊົມໃຊ້ ພາຍໃນຄອບຄົວ ແລະ ແບ່ງປັນ ກັບເພື່ອນບ້ານໃກ້ຄຽງ. ລວມທັງຕ້ອງໄດ້ ຊື້ນ້ຳຕຸກມາໃຊ້ ໃນຍາມສຸກເສີນ ທີ່ບໍ່ສາມາດ ໂຕ່ງນ້ຳເກັບໄວ້ໄດ້.

ທາງດ້ານຊາວບ້ານ ອີກຍານາງນຶ່ງ ຢູ່ບ້ານຈັນສະຫວ່າງ ເຊັ່ນດຽວກັນ ກ່າວວ່າ ຍານາງຕ້ອງໄດ້ຕິດຕັ້ງ ລະບົບປ້ຳນ້ຳ ແລະ ຖັງເກັບນ້ຳຄົບຊຸດ ເພື່ອທີ່ຈະໃຫ້ ມີນ້ຳປະປາ ໃຊ້ໄດ້ຕລອດ, ເຊິ່ງກໍມີຄ່າໃຊ້ຈ່າຍ ທີ່ແພງ ຫຼາຍສົມຄວນ. ດັ່ງທີ່ຍານາງກ່າວວ່າ:

“ນ້ໍາປະປາບໍ່ໄຫຼຊັ້ນຫວາ? ອັນເຮືອນຂ້ອຍນີ້ ຂ້ອຍໃຊ້ແບບ ຂ້ອຍໃຊ້ແຮງນ່າ ຂ້ອຍໃສ່ນ້ໍາແຮງ ແລ້ວທັງນ້ຳ ທັງໄຟນີ້ ຂ້ອຍເອົາອັນລາຄາສູງຫັ້ນໃສ່ ໃຫ້ມັນແຮງ ດ້ວຍລະບົບ, ບໍ່ຄ່ອຍມີຫຍັງເລີຍໄດ໋. ບໍ່, ຂ້ອຍຫັ້ນໃຊ້ ແບບທໍ່ໃຫຍ່, ວ່າຊັ້ນສາ. ລະເວລາເຮົາເປີດ ແລະ ມັນທັ່ງມາແຮງ, ຫັ້ນນ່າ. ມັນບໍ່ຄ່ອຍຂາດນ່າ ນ້ຳນ່າ.”

ບໍ່ສະເພາະ ແຕ່ຊາວບ້ານ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ຈະຜະເຊີນບັນຫາ ນ້ຳປະປາບໍ່ໄຫຼ ຕາມປົກກະຕິແລ້ວ, ຊາວບ້ານ ຢູ່ເຂດບ້ານອື່ນໆ ໃນນະຄອນຫຼວງວຽງຈັນ ກໍກຳລັງ ປະສົບກັບບັນຫາດັ່ງກ່າວ ເຊັ່ນດຽວກັນ ເປັນຕົ້ນ ຢູ່ບ້ານຫ້ວຍຫົງ, ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ກໍ່ມີບັນຫາ ນ້ຳປະປາບໍ່ໄຫຼ ໂດຍສະເພາະ ໃນໄລຍະເວລາກາງເວັນ. ດັ່ງທ່ານໄດ້ກ່າວວ່າ:

“ໂອ້ຍ! ກາງເວັນນັ້ນ ມາແຕ່ຊົ່ວໂມງດຽວ, ຕອນສວາຍ 12 ໂມງຫັ້ນ. ກາງຄືນ ແມ່ນມາເດິກໆພຸ້ນແຫຼະ. ເອີ້! ຄັນວ່າມີອ່າງ ເຮົາກະໄດ້ໂຕ່ງໄວ້ ບໍ່ມີອ່າງ ກະໃສ່ຄຸນີ້ແຫຼະ. ໂອ້! ນີ້ກະບໍ່ຮູ້ດີ ໂຕນີ້ໆ ເພາະວ່າ ໄດ້ຍິນເຂົາວ່າ. ໂອ້ຍ! ນ້ຳມັນບໍ່ພໍ. ມີແຕ່ (ເຈົ້າໜ້າທີ່) ນ້ຳປະປາ ມາເວົ້າວ່າ ນ້ຳບໍ່ມາ ແລະ ກະມີແຕ່ໂຕ່ງໄວ້ເດີ້, ທໍ່ນັ້ນແຫຼະ.”

ຂະນະທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່າວວ່າ ການຜລິຕນ້ຳປະປາ ຂອງຣັຖວິສາຫະກິຈ ນ້ຳປະປາ ນະຄອນຫຼວງວຽງຈັນ ຢູ່ໂຮງງານເກົ້າລ້ຽວ, ເມືອງສີໂຄດຕະບອງ ແມ່ນຍັງດຳເນີນການ ຕາມປົກກະຕິ, ເຊິ່ງທາງໂຮງງານ ກໍພະຍາຍາມ ປະສານໃຫ້ສາຂາ ແຕ່ລະພື້ນທີ່ ກວດເບິ່ງ ແລະ ແກ້ໄຂຢູ່. ດັ່ງຍານາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ບໍ່ສາມາດທີ່ວ່າ ອະທິບາຍ ໃຫ້ຟັງໄດ້ເນາະ. ມີແຕ່ຜລິຕນ້ໍາ ສົ່ງອອກ. ແມ່ນໆ, ປົກກະຕິ ມີແຕ່ວ່າ ອັນໃຫ້ສາຂາ ເພິ່ນກວດເບິ່ງຄືນໃຫ້ເນາະ ຖ້າເພິ່ນຮູ້ຈັກລະບົບ.”

ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ ໄປຫາເຈົ້າໜ້າທີ່ ຣັຖວິສາຫະກິຈ ນ້ຳປະປາ ນະຄອນຫຼວງວຽງຈັນ ສາຂາເມືອງສີໂຄດຕະບອງ ເພື່ອສອບຖາມ ເຖິງສາເຫດ ແລະ ວິທີການ ແກ້ໄຂບັນຫາ ນ້ຳປະປາບໍ່ໄຫຼ, ແຕ່ບໍ່ມີຜູ້ໃດຮັບສາຍ.

ທີ່ຜ່ານມາ, ກໍເກີດເຫດ ມີນ້ຳປະປາບໍ່ໄຫຼ ຕາມປົກກະຕິ ເກິີດຂຶ້ນຢູ່ ເປັນປະຈຳ ລວມທັງໃນເຂດ 4 ໂຕເມືອງຊັ້ນໃນ ຂອງນະຄອນຫຼວງວຽງຈັນ. ໂດຍໃນເດືອນພຶສພາ ປີ 2023, ທາງຣັຖວິສາຫະກິຈ ນ້ຳປະປາ ນະຄອນຫຼວງວຽງຈັນ ກໍໄດ້ອອກແຈ້ງການ ແນະນຳໃຫ້ປະຊາຊົນ ໃຊ້ນ້ຳປະປາ ຢ່າງປະຢັດ ແລະ ໂຕ່ງນ້ຳໃສ່ຖັງໄວ້ໃຊ້ ໃນຍາມນ້ຳບໍ່ມາ ຫຼືມາຄ່ອຍ ຍ້ອນບໍ່ມີ ກະແສໄຟຟ້າພຽງພໍ ຈາກສະພາບອາກາດ ຮ້ອນອົບເອົ້າ ເຮັດໃຫ້ການແລ່ນປ້ຳນ້ຳ ຂັດຂ້ອງ.

ໃນເດືອນສິງຫາ ປີ 2023, ທາງຣັຖວິສາຫະກິຈ ນໍ້າປະປາ ນະຄອນຫຼວງວຽງຈັນ ກໍມີແຜນ ສເນີປັບຂຶ້ນລາຄາ ນ້ຳປະປາ ຍ້ອນສະພາບເງິນເຟີ້ ແລະ ພາລະໜີ້ສິນ ທີ່ສູງຫຼາຍ ຈາກການທີ່ ຣັຖວິສາຫະກິຈ ນ້ຳປະປາ ນະຄອນຫຼວງວຽງຈັນ ບໍ່ສາມາດ ເກັບຄ່າຊົມໃຊ້ ນ້ຳປະປາ ຈາກອົງການພາກຣັຖ ແລະ ພາກທຸຣະກິຈ, ໂດຍສະເພາະ ອົງການປົກຄອງ ນະຄອນຫຼວງວຽງຈັນ ທີ່ຍັງຕິດໜີ້ຄ່ານໍ້າ ກັບຣັຖວິສາຫະກິຈ ນ້ຳປະປາ ນະຄອນຫຼວງວຽງຈັນ ຫຼາຍກວ່າ 245 ຕື້ກີບ, ເຊິ່ງສົ່ງຜົລກະທົບ ເປັນຕ່ອງໂສ້ ເຮັດໃຫ້ຣັຖວິສາຫະກິຈ ນ້ຳປະປາ ນະຄອນຫຼວງວຽງຈັນ ບໍ່ສາມາດ ໃຊ້ແທນໜີ້ ໃຫ້ແກ່ທນາຄານ ຈຳນວນ 3.3 ຕື້ກີບ ແລະ ບໍຣິສັດ ຜູ້ສນອງອຸປະກອນ ແລະ ວັດຖຸດິບ ໃນວຽກງານ ການຜລິຕ ແລະ ແຈກຢາຍ ນ້ຳປະປາໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.