ຕໍາຣວດເມືອງເມິງ ແຂວງບໍ່ແກ້ວ ຍຶດຢາບ້າ ໄດ້ 1 ລ້ານ 6 ແສນເມັດ
2023.12.13

ຫວ່າງວັນທີ 7-8 ທັນວາ 2023 ທີ່ຜ່ານມານີ້ ປກສ ເມືອງເມິງ ແຂວງບໍ່ແກ້ວ ໄດ້ກວດພົບຢາບ້າ ຈໍານວນ 1,600,000 ເມັດ ຢູ່ເຂດບ້ານມອນແຫຼມ ແລະບ້ານຊຽງດາວ ແລະຈັບໂຕຜູ້ຕ້ອງສົງໄສ ໄດ້ 1 ຄົນ ຊື່ທ້າວ ເຢັຍຕົວ ຢາງ ອາຍຸ 33 ປີ ເປັນຄົນລາວ ຊົນເຜົ່າມົ້ງ ເປັນຄົນບ້ານນໍ້າປອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທາງເຈົ້າໜ້າທີ່ ໄດ້ກັກໂຕຜູ້ຕ້ອງສົງໄສ ພ້ອມດ້ວຍຂອງກາງ ຣົຖກະບະວີໂກ້ແຄັບ ແລະຢາເສບຕິດ ຈໍານວນດັ່ງກ່າວໄວ້ ເພື່ອດໍາເນີນການສືບສວນ-ສອບສວນ ຂຍາຍຜົລຫາພັກພວກກຸ່ມແກ້ງ ມາດໍາເນີນຄະດີຕາມກົດໝາຍ.
ເບື້ອງຕົ້ນຈາກການສັນນິຖານ ຂອງເຈົ້າໜ້າທີ່ຕໍາຣວດ ຄາດວ່າ ຜູ້ຕ້ອງສົງໄສ ຈະລັກລອບຂົນຢາເສບຕິດ ມາຈາກປະເທດພະມ້າ ເພາະເມືອງເມິງ ກໍເປັນເມືອງນຶ່ງ ທີ່ມີຊາຍແດນຕິດກັບພະມ້າ ເຊິ່ງກໍບໍ່ຮູ້ຈະແຈ້ງວ່າ ເຂົາເຈົ້າຈະຂົນຢາເສບຕິດ ໄປທາງໃດ.
ດັ່ງເຈົ້າໜ້າທີ່ຕໍາຣວດ ແຂວງບໍ່ແກ້ວ ທ່ານນຶ່ງ ຜູ້ຂໍສງວນຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 13 ທັນວາ ນີ້ວ່າ:
“ຫຼັງຈາກເກີດເຫດ ເພິ່ນກໍປະສານມາທາງແຂວງ ກໍຄາດກະວ່າ ກໍຕ້ອງແມ່ນວ່າທາງພະມ້າ ຜູ້ກ່ຽວຫັ້ນກໍສົງໄສວ່າຈະແມ່ນ ມັນກໍປະຕິເສດຢູ່ ເອົາມາຈາກພະມ້າ ແລ້ວມັນກໍຈະສົ່ງຜ່ານ ຈາກເມືອງເມິງ ເອົາມາສູ່ເມືອງຫ້ວຍຊາຍ ເອົາມາແຂວງບໍໍ່ແກ້ວພີ້ ການສັນນິຖານຂອງໄທເຮົານີ້ ແມ່່ນມັນຈະໄປທາງໃດ ເຮົາກໍບໍ່ສາມາດສັນນິຖານໄດ້.”
ການກວດພົບຢາບ້າ ໃນຈໍານວນ 1,600,000 ເມັດນີ້ ທາງ ປກສ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຮັບຂ່າວ ຈາກພົລເມືອງດີ ໃນວັນທີ 6 ທັນວາ 2023 ວ່າ ຈະມີການເຄື່ອນໄຫວ ຂົນສົ່ງຢາເສບຕິດ ຕັ້ງແຕ່ເຂດບ້ານຜາດໍາ ຫາບ້ານຊຽງດາວ ແລ້ວຈະຂົນສົ່ງ ຜ່ານເທສບານເມືອງ ເຈົ້າໜ້າທີ່ ປກສ ເມືອງເມິງ ຈຶ່ງຕັ້ງດ່ານຈຸດກວດກາ ຢູ່ເຂດບ້ານມອນແຫຼມ ເມືອງເມິງ ແຂວງບໍ່ແກ້ວ ຈົນຮອດເວລາ 22 ໂມງກາງຄືນ ໄດ້ມີຣົຖກະບະ ວີໂກ້ແຄັບ ສີປອນ ທະບຽນບໍ່ແກ້ວ ແລ່ນມາແຕ່ທາງບ້ານ ປຸງຈອມແສງ ມຸ້ງໜ້າມາ ທາງບ້ານມອນແຫຼມ ເຈົ້າໜ້າທີ່ ຈຶ່ງກວາກມືໃຫ້ຣົຖຄັນດັ່ງກ່າວນັ້ນຈອດ ແຕ່ຄົນທີ່ຢູ່ໃນຣົຖປະມານ 8 ຄົນ ໄດ້ຈອດຣົຖກ່ອນ ທີ່ຈະມາຮອດດ່ານຕໍາຣວດ ແລ້ວພາກັນເອົາໂຕຫຼົບໜີເຂົ້າໄປໃນປ່າ ເຈົ້າໜ້າທີ່ ກວດຣົຖຄັນດັ່ງກ່າວ ຍັງບໍ່ພົບສິ່ງຜິດກົດໝາຍ ແລະຍັງມີຣົຖວີໂກ້ອີກຄັນນຶ່ງ ຂັບມາແມ່ນໄດ້ລ້ຽວຣົຖກັບຄືນ ເຈົ້າໜ້າທີ່ໄລ່ຕິດຕາມບໍ່ທັນ.
ຕໍ່ມາໃນວັນທີ 7 ເດືອນທັນວາ 2023 ເວລາປະມານ 4 ໂມງແລງ ເຈົ້າໜ້າທີ່ກໍຈັບໂຕ ຜູ້ຕ້ອງສົງໄສ ໄດ້ 1 ຄົນ ດັ່ງທີ່ກ່າວໄປແລ້ວໃນຂ້າງຕົ້ນ ໂດຍຜູ້ຕ້ອງສົງໄສດັ່ງກ່າວ ໄດ້ຈອດຣົຖວີໂກ້ ບໍ່ມີປ້າຍທະບຽນຢູ່ໃກ້ທົ່ງນາ ເຂດບ້ານຊຽງດາວ.
ແລະໃນວັນທີ 8 ເຈົ້າໜ້າທີ່ທະຫານ ແລະ ປກສ ເມືອງເມິງ ໄດ້ລົງກວດກາ ລາດຕະເວນ ຕາມຂອບເຂດສະຖານທີ່ເກີດເຫດດັ່ງກ່າວ ກໍໄດ້ພົບເຫັນຢາເສບຕິດ ປະເພດຢາບ້າ 800 ມັດ ຈໍານວນ 1,600,000 ເມັດ ໃນເຂດສວນຢາງພາຣາ.
ຂະນະທີ່ ເຈົ້າໜ້າທີ່ທ້ອງຖິ່ນ ໃນແຂວງບໍ່ແກ້ວ ທ່ານນຶ່ງ ກ່າວວ່າ ບັນຫາຢາເສບຕິດ ກໍຍັງມີ ໃຫ້ເຫັນຢູ່ເລື້ອຍໆໃນສັງຄົມ ໂດຍສະເພາະ ການລັກລອບນໍາເຂົ້າມາ ທີ່ສ່ວນໃຫຍ່ເປັນຄົນຊົນເຜົ່າມົ້ງ ມັກຈະລັກລອບນໍາເຂົ້າມາທາງແຂວງບໍ່ແກ້ວ ແລະກໍຍັງມີບັນຫາ ເດັກນ້ອຍວັຍຣຸ້ນທີ່ເຄີຍເສບຢາບ້າ ແລ້ວຍັງປະບໍ່ໄດ້ ກໍຍັງມີເລັກໜ້ອຍ ທີ່ຜ່ານມາ ເຈົ້າໜ້າທີ່ກໍມີການລົງໂຄສະນາ ຕາມໂຮງຮຽນ ໃຫ້ລູກຫຼານຮັບຮູ້ເຖິງຜົລຮ້າຍ ຂອງຢາເສບຕິດ ຜູ້ປະຕິບັດກໍມີ ແລະຜູ້ບໍ່ປະຕິບັດຕາມກໍມີ ປະປົນກັນໄປ.
“ຢູ່ໃສກໍມີ ມັນລັກລອບ 90% ນີ້ ກໍແມ່ນເຜົ່າມົ້ງໝົດແຫຼະ ກະເລັກໆນ້ອຍໆ ມັນກໍມີ ເຂົາຕິດ ແລ້ວເຂົາປະບໍ່ໄດ້ຫັ້ນນ່າ ສຶກສາອົບຮົມເທົ່ານັ້ນແຫຼະ ເວົ້າເຖິງຜົລຮ້າຍ ຂອງຢາເສບຕິດຫັ້ນ ໃຫ້ລູກຫຼານຟັງ ບາງຄົນກໍຟັງ ບາງຄົນກໍບໍ່ຟັງ.”
ຂະນະດຽວກັນ ຊາວບ້ານໃນແຂວງບໍ່ແກ້ວ ກໍກ່າວວ່າ ປັດຈຸບັນ ບັນຫາຢາເສບຕິດ ກໍຍັງເກີດຂຶ້ນເລື້ອຍໆ ກໍຍັງບໍ່ໄດ້ໝົດໄປເທື່ອ ຊາວບ້ານກໍໃຊ້ຊີວິດປົກກະຕິ ເພາະກໍບໍ່ໄດ້ມີການຣະບາດໜັກ ແລະສ່ວນໃຫຍ່ ລາວນີ້ ເປັນທາງຜ່ານຂອງການຂົນສົ່ງ ຢາເສບຕິດຢູ່ແລ້ວ ແລະກໍຍັງຕິດພະມ້າອີກ ກໍຄາດວ່າ ຈະລັກລອບນໍາເຂົ້າມາລາວ ທາງພະມ້າ.
“ກະມັນກໍມີເປັນປົກກະຕິຫັ້ນແຫຼະ ກໍມີເປັນທັມມະດາ ຂອງແຕ່ລະບ້ານ ຂອງແຕ່ລະເມືອງ ແຕ່ຊ່ວງນີ້ ກໍ່ເຫດຈະເບົາໆລົງແລ້ວ ແຕ່ສ່ວນຫຼາຍທາງລາວເຮົານີ້ ເປັນທາງຜ່ານນ່າຫຼາຍ ກໍຈະເອົາມາແຕ່ພະມ້ານັ້ນຕິ ເພາະເຮົາຕິດພະມ້າ.”
ດ້ານຊາວລ້າວ ໃນແຂວງບໍ່ແກ້ວ ອີກທ່ານນຶ່ງ ກໍກ່າວວ່າ ຢາເສບຕິດໃນບ້ານເມືອງເຮົານີ້ ກໍຍັງມີຢູ່ ກໍຍັງມີຄົນຂາຍ ຄົນເສບ ເຈົ້າໜ້າທີ່ກໍນໍາໂຕໄປບໍາບັດຢູ່ ຖ້າຜູ້ໃດເປັນໜັກ ເຊິ່ງກໍຮູ້ສຶກຢ້ານ ລູກຫຼານຂອງຕົນເອງ ເຂົ້າໄປພົວພັນເຊັ່ນກັນ ກໍໄດ້ແຕ່ເຕືອນ ບອກກ່າວເຖິງໂທດຂອງຢາເສບຕິດ ໃຫ້ລູກຫຼານຟັງເທົ່ານັ້ນ.
“ມັນກໍເກີດຂຶ້ນເລື້ອຍໆ ສ່ວນໃຫຍ່ກໍ ລັກລອບຫັ້ນແຫຼະ ເຂົ້າມາໄດ້ໝົດແຫຼະ ເປັນຕາຢ້ານຢູ່ ຢ້ານລູກຫຼານເອົາໄປເສບ ໄປກິນຫັ້ນແຫຼະ ມັນຢາບ້າ ຢາກເມົາໄປຫັ້ນແຫຼະ ເຕືອນລູກຢູ່ຕລອດຫັ້ນແຫຼະ.”
ຢ່າງໃດກໍຕາມ ຢາບ້າ ຈໍານວນ 1,600,000 ເມັດ ກໍໄດ້ສົ່ງມອບໃຫ້ທາງການແຂວງບໍ່ແກ້ວ ເກັບໄວ້ເປັນຫຼັກຖານ ແລ້ວແຕ່ລະປີ ກໍຈະນໍາມາຈູດທໍາລາຍຖິ້ມ.
ກ່ອນໜ້ານີ້ ໃນວັນທີ 29 ເດືອນມິຖຸນາ 2023 ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍຍຶດຢາເສບຕິດ ປະເພດຢາບ້າ ໄດ້ 2,800,000 ເມັດ ກໍາລັງຈະຂົນຂຶ້ນຝັ່ງແມ່ນໍ້າຂອງ ຈັບໂຕຜູ້ຂົນສົ່ງໄດ້ 2 ຄົນ ເປັນຄົນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທັງ 2 ຄົນ.
ໃນວັນທີ 4 ເດືອນກໍຣະກະດາ 2023 ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ກໍກວດຄົ້ນຣົຖເມໂດຍສານ ຢູ່ຈຸດກວດການໍ້າທຸງ ຣົຖແລ່ນມາແຕ່ທາງຫ້ວຍຊາຍ ເພື່ອຈະໄປນະຄອນຫຼວງວຽງຈັນ ພົບຢາບ້າ 7,000,000 ເມັດ ພ້ອມຢາເຄຕາມິນ 193 ຫໍ່ ຊຸກເຊື່ອງຢູ່ພື້ນບ່ອນນອນຊັ້ນລຸ່ມຂອງຜູ້ໂດຍສານ ແລະຈັບໂຕຜູ້ທີ່ກ່ຽວຂ້ອງ ໄດ້ 4 ຄົນ.
ໃນວັນທີ 12 ເດືອນຕຸລາ 2023 ແຂວງບໍ່ແກ້ວ ກໍໄດ້ຈັດພິທີຈູດທໍາລາຍຢາເສບຕິດ ຫຼາຍຣາຍການ ເປັນຕົ້ນ ຢາບ້າ 53,110,000 ເມັດ, ເຮໂຣອີນ 3 ແທ່ງ, ຢາໄອ້ສ 3,281 ຫໍ່, ຢາອີ 217 ເມັດ, ເຄຕາມິນ 600 ຫໍ່, ແປ້ງຝຸ່ນສີຂາວ 492 ເປົ໋າ, ຄາເຟອີນ 125 ຖົງນ້ອຍ ແລະອື່ນໆອີກຈໍານວນນຶ່ງ.