ປກສ ແຂວງບໍ່ແກ້ວກວດຄົ້ນລົດບັນທຸກ ພົບຢາບ້າກ່ວາ 2 ລ້ານເມັດ

ໄຊຍາ
2024.07.19
ປກສ ແຂວງບໍ່ແກ້ວກວດຄົ້ນລົດບັນທຸກ ພົບຢາບ້າກ່ວາ 2 ລ້ານເມັດ ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງບໍ່ແກ້ວ ກວດຄົ້ນ, ຍຶດຢາບ້າ ແລະ ຢາໄອສ໌ ທີ່ລັກລອບຂົນມານຳລົດບັນທຸກ.
ຮູບພາບຈາກເພຈຂ່າວ ປກສ ແຂວງບໍ່ແກ້ວ

ເກີດເຫດການເຈົ້າໜ້າທີ່ຕໍາຫຼວດ ຈຸດກວດການໍ້າທຸງແຂວງບໍ່ແກ້ວ ໄດ້ເຂົ້າກວດຄົ້ນລົດບັນທຸກຂະໜາດໃຫຍ່ ທີ່ໄດ້ບັນທຸກເປົາສີຂາວລັກສະນະຄືເປົາປຸຍມາ 300 ເປົາ ເມື່ອວັນທີ 12 ກໍລະກົດ 2024 ຜ່ານມາ. ເຈົ້າໜ້າທີ່ໄດ້ເຂົ້າກວດລົດຄັນດັ່ງກ່າວ ພົບວ່າເອກະສານສິນຄ້າແມ່ນບໍ່ກົງກັນ. ດັ່ງນັ້ນເຈົ້າໜ້າທີ່ໄດ້ກັກຕົວ ທ້າວ ຕູ້ທໍ່ ໄຊເພຍຫຼວງຈົງເສີ. ສ່ວນອີກຄົນໜຶ່ງຜູ້ມານໍາໃນລົດບັນທຸກ ໄດ້ແລ່ນລົບໜີເຂົ້າໄປໃນປ່າ.

ຕົກມາວັນທີ 13 ກໍລະກົດ ເຈົ້າໜ້າທີ່ ຈຶ່ງນໍາສົ່ງຜູ້ກ່ຽວພ້ອມລົດບັນທຸກ ເລກທະບຽນຫົວລາກ ບຫ 0429 ກຳແພງນະຄອນ, ເລກທະບຽນຫາງລາກ ບອ 1701 ກຳແພງນະຄອນ ໃຫ້ພະແນກຕຳຫຼວດ ສະກັດກັ້ນແລະຕ້ານຢາເສບຕິດ ເພຶ່ອດຳເນີນການສືບສວນ-ສອບສວນ. ສ່ວນຜູ້ລົບໜີຊາບຊື່ພາຍຫຼັງແມ່ນ ທ້າວ ຈາຢາງ. ຈາກນັ້ນ ວັນທີ 14 ກໍລະກົດ 2024 ເຈົ້າໜ້າທີ່ຈຶ່ງໄດ້ກວດຄົ້ນລົດບັນທຸກ ພົບຢາເສບຕິດປະເພດຢາບ້າ 1,021 ມັດເທົ່າກັບ 2,042,000 ເມັດ, ນໍ້າໜັກ 2,042 ກິໂລກະຣາມ ແລະ ຢາໄອສ໌ 960 ຫໍ່ ໜັກ 960 ກິໂລກະຣາມ.

ກ່ຽວກັບເລື່ອງນີ້ເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 19 ກໍລະກົດ 2024 ວ່າ ເປັນໄລຍະ 1 ອາທິດແລ້ວທີ່ເຈົ້າໜ້າທີ່ຍັງບໍ່ສາມາດຕິດຕາມ ທີ່ມາທີ່ໄປຂອງການລັກລອບຂົນ ຢາເສບຕິດ ແລະບໍ່ສາມາດສືບສວນຫາຕົ້ນເຫດ ຜູ້ກະທຳຜິດລາຍໃຫຍ່ໄດ້ເທື່ອ.

“ສອບຖາມຜູ້ກ່ຽວບໍ່ຮູ້ເພາະວ່າສິນຄ້າຈໍານວນດັ່ງກ່າວນີ້ເຂົາໄປເອົາມາແລ້ວເອົາມາປະໄວ້ແລ້ວເຂົາຈຶ່ງໃຫ້ຜູ້ກ່ຽວຮັບສິນຄ້າ ມັນມາແຕ່ພາກສ່ວນໃດມັນມາແຕ່ທາງໃດ ມີແຕ່ຈ້າງໄປຂັບສື່ໆ ຕາມສອບຖາມນີ້ຜູ້ກ່ຽວບໍ່ຮູ້ມີແຕ່ວ່າເພິ່ນຊິເອົາສິນຄ້າ ອັນນ່າປະເພດໂຕນີ້ໄປສົ່ງຢູ່ຈຸດນັ້ນຈຸດນີ້ສື່ໆ ເຂົາເປັນແບບແອບແຝງກັນ.”

ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວອີີກທ່ານໜຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ວ່າບັນຫາການລັກລອບ ແລະເຄື່ອນຍ້າຍສິນຄ້າບໍ່ຖືກກົດໝາຍເກີດຂຶ້ນ ຢູ່ແຂວງບໍ່ແກ້ວເປັນຈຳນວນຫຼາຍ ເປັນຕົ້ນການຂົນຍ້າຍຢາເສບຕິດປະເພດຕ່າງໆ ມັກເກີດຂຶ້ນຢູ່ໃນຫຼາຍບ້ານພາຍໃນເມືອງຫ້ວຍຊາຍ.

“ອັນນັ້ນເຮົາກໍ່ບໍ່ຮູ້ລະອຽດປານໃດ ໂດຍເຈົ້າປົກກະຕິເຂົາກໍ່ຜ່ານທາງນັ້ນຫັ້ນແຫຼະ (ເມືອງຫ້ວຍຊາຍ) ມັນກໍ່ມີເປີເຊັນທັງສອງຫັ້ນແຫຼະ (ຂົນຍ້າຍມາຈາກມຽນມ້າຫຼືໄທ) ທາງໃດກໍ່ໄດ້.”

ປະຊາຊົນເຮັດວຽກດ້ານການທ່ອງທ່ຽວ ແລະບໍລິການລະຫວ່າງເມືອງຕົ້ນເຜິ້ງ ແລະເມືອງຫ້ວຍຊາຍກ່າວວ່າ ປະຊາຊົນທີ່ອາໄສ ແລະເຮັດວຽກຢູ່ໃນຫຼາຍເມືອງ ພາຍໃນແຂວງບໍ່ແກ້ວ ຕ່າງກໍ່ຮູ້ວ່າສະຖານ ທີ່ອາໄສຢູ່ແມ່ນເຕັມໄປດ້ວຍ ການລັກລອບຂົນຍ້າຍສິນຄ້າຜິດກົດໝາຍ ໂດຍສະເພາະແມ່ນຢາເສບຕິດ ພ້ອມທັງຮຽກຮ້ອງໃຫ້ເຈົ້າໜ້າທີ່ ຕຳຫຼວດແກ້ໄຂບັນຫາດັ່ງກ່າວຢ່າງຈິງຈັງ.

“ເພາະວ່າຢູ່ພີ້ມັນກໍມີຫຼາຍຫັ້ນເນາະ ມັນມີມາແຕ່ດົນແລ້ວເນາະແຕ່ວ່າ ເລື່ອງນີ້ກໍ່ກ່ຽວກັບພັກ-ລັດພຸ້ນແຫຼະເພິ່ນຊິເປັນຄົນແກ້ໄຂ ແກ້ກໍ່ຄືຈະຍາກເນາະເພາະວ່າ ອັນນີ້ມັນຄັນແກ້ກໍ່ແກ້ຍາກຍາກຫັ້ນແຫຼະ ຄັນແກ້ໄດ້ຄືຈະແກ້ໄດ້ແຕ່ດົນແລ້ວ ແມ່ນເພາະວ່າມັນເປັນຈຸດບ່ອນຫຼາຍປະເທດເນາະ ຜ່ານນໍາເຂົ້າມາຫຼາຍບ່ອນຫັ້ນນ່າກໍ່ແກ້ບໍ່ໄດ້ຈັກເທື່ອ.

ເຈົ້າໜ້າທີ່ເຮັດວຽກການສຶກສາ ເມືອງຕົ້ນເຜີ້ງກ່າວວ່າ ບັນຫາການລັກລອບຂົນສິນຄ້າຜິດກົດໝາຍ ແມ່ນແຜ່ລະບາດຢ່າງໜັກໃນແຂວງບໍ່ແກ້ວ ເຮັດໃຫ້ຄູ-ອາຈານຢູ່ສະຖາບັນການສຶກສາຕ່າງໆ ໄດ້ພະຍາຍາມແບ່ງເວລາບາງສ່ວນເພື່ອອົບຮົມ ໃຫ້ຄວາມຮູ້ແກ່ນັກຮຽນ. ສ່ວນຕຳຫຼວດ ແລະທະຫານຈະເປັນຜູ້ລົງຮາກຖານໃນເຂດຊຸມຊົນ ເພື່ອປ້ອງກັນບໍ່ໃຫ້ເຂົ້າໄປຮ່ວມຂະບວນ ການດັ່ງກ່າວ.

“ເພາະວ່າສ່ວນຫຼາຍ ກໍ່ແມ່ນທະຫານຕໍາຫຼວດຫັ້ນແຫຼະ ມີແຕ່ເອົາເຂົ້າມາເສີມສື່ໆ ມີແຕ່ວ່າມັນເປັນອັນມັນຂຶ້ນກັບໂຮງຮຽນຂະເຈົ້າຂະເຈົ້າ ກໍ່ໃຫ້ຄວາມຮູ້ທາງດ້ານນີ້ຄືກັນຄວາມຮູ້ເພີ່ມຕື່ມ ໂຕນີ້ກໍ່ແມ່ນອັນສ່ວນຫຼາຍກໍ່ຄູ-ອາຈານເປັນຜູ້ອັນສອນເອົາມາເສີມໃສ. ອໍ ຖ້າວ່າເປັນຂ້າງນອກແທ້ກໍ່ແມ່ນອັນຂະເຈົ້າ ຫັ້ນແຫຼະ ໜ້າທີ່ຂອງຂະເຈົ້າຢູ່ໃນໂຮງຮຽນຄູ-ອາຈານເປັນຜູ້ເສີມເຂົ້າ.”

ໃນໂອກາດວັນແຫ່ງຊາດ ຕ້ານຢາເສບຕິດປີ 2023 ຜ່ານມາ ແຂວງບໍ່ແກ້ວໄດ້ຈັດພິທີຈູດທຳລາຍ ຢາເສບຕິດທຸກປະເພດ ເມື່ອວັນທີ 12 ຕຸລາ 2023 ຜ່ານມາ. ກອງບັນຊາການ ປກສ ແຂວງບໍ່ແກ້ວ ລາຍງານວ່າພາຍໃນປີ 2023 ພາຍໃນແຂວງບໍ່ແກ້ວຈັບຢາເສບຕິດ ໄດ້ຫຼາຍຊະນິດໃນນັ້ນຫຼາຍທີ່ສຸດ ແມ່ນປະເພດຢາບ້າ ສະເພາະສະຫຼຸບປີ 2023 ທີ່ນໍາເອົາມາທໍາລາຍ 53,119,490ເມັດ ນອກຈາກນີ້ຍັງມີປະເພດອື່ນໆ ອີກຈໍານວນຫຼາຍ.

ສ່ວນໃນປີນີ້ ປກສ ແຂວງບໍ່ແກ້ວກໍ່ໄດ້ກວດຈັບຢາເສບຕິດ ໄດ້ເປັນຈໍານວນຫຼາຍ ເມື່ອວັນທີ 21 ມິຖຸນາ ປກສ ແຂວງບໍ່ແກ້ວໄດ້ສະກັດການລໍາລຽງ ຢາເສບຕິດແຕ່ເມືອງເມິງຫາເມືອງຫ້ວຍຊາຍ. ຈຸດທີ່ຈັບໄດ້ແມ່ບ້ານໂພນໄຊ ເມືອງຫ້ວຍຊາຍ ເຊິ່ງການເຂົ້າຈັບກຸມຄົນຮ້າຍໄດ້ຕໍ່ສູ້ກັບເຈົ້າໜ້າທີ່ ແລະລົບໜີໄປ. ຕຳຫຼວດເຂົ້າກວດພົບຢາບ້າ 2,900 ມັດ ເທົ່າກັບ 5,800,000 ເມັດ, ມີນໍ້າໜັກ 696 ກິໂລກະຣາມ ແລະ ເຮໂລອິນ 600 ແທ່ງເທົ່າກັບ 300 ຄູ່ນໍ້າໜັກ 225 ກິໂລກະຣາມ.  ວັນທີ 06 ກໍລະກົດ 2024 ປກສ ເມືອງເມິງໄດ້ພົບເຫັນຢາບ້າ 694 ມັດເທົ່າກັບ 1,388,000 ເມັດ, ນໍ້າໜັກ 138,8 ກິໂລກະຣາມ ຢູ່ບໍລິເວນບ້ານຈອມແຈ້ງ ເມືອງເມິງ ແຂວງບໍ່ແກ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.